ຄວາມເປັນມາຂອງພະເວດສັນດອນຊາດົກ

26/02/2026 13:42
ຂປລ ຂປລ.​ ບຸນພະເວດສັນດອນ ຫລື ເອີ້ນກັນວ່າ: ບຸນມະຫາຊາດແມ່ນບຸນປາງໃຫຍ່ປະຈຳປີ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ເພື່ອລະນຶກເຖິງຊາດໜຶ່ງຂອງພະພຸດທະອົງເກີດມາ ເປັນພະເວດສັນດອນ ທີ່ເປັນການໃຊ້ຊາດສຸດທ້າຍຂອງພະອົງ (ເຫວດສັນຕຣະ). ຕາມຂໍ້ມູນຄັດຈາກປຶ້ມຄູ່ມື ຮີດ12 ຄອງ 14 ປະເພນີລາວ

   

     ຂປລ.​ ບຸນພະເວດສັນດອນ ຫລື ເອີ້ນກັນວ່າ: ບຸນມະຫາຊາດແມ່ນບຸນປາງໃຫຍ່ປະຈຳປີ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ເພື່ອລະນຶກເຖິງຊາດໜຶ່ງຂອງພະພຸດທະອົງເກີດມາ ເປັນພະເວດສັນດອນ ທີ່ເປັນການໃຊ້ຊາດສຸດທ້າຍຂອງພະອົງ (ເຫວດສັນຕຣະ). ຕາມຂໍ້ມູນຄັດຈາກປຶ້ມຄູ່ມື ຮີດ12 ຄອງ 14 ປະເພນີລາວໃຫ້ຮູ້ວ່າ: ການເຮັດບຸນພະເວດມີເລື່ອງກ່າວໄວ້ໃນໜັງສືມະໄລໝື່່ນມະໄລແສນວ່າ ພະມະໄລຂຶ້ນໄປໄຫວ້ທາດເກດແກ້ວຈຸນລະມະນີໃນຊັ້ນດາວວະດຶງ ໄດ້ພົບກັບພະອະຣິຍະເມດໄຕຣ ເພິ່ນໄດ້ຖາມຄວາມເປັນຢູ່ຂອງມະນຸດນຳພະມະໄລວ່າ: ຖ້າຢາກພົບພະອົງຈ່ົງຢ່າໄດ້ຂ້າຕີພ່ໍແມ່, ຢ່າທຳຮ້າຍພະພຸດທະເຈົ້າ, ຢ່າຍຸຍົງໃຫ້ພະແຕກແຍກກັນ ແລະ ໃຫ້ອາສາຫະຟັງເທດເລ່ືອງສັນຕະຊາດົກຊ່ຶງມີຢ່ 13 ກັນ ໃຫ້ຈົບໃນມື້ດຽວຍ້ອນແນວນີ້ຊາວບ້ານຈຶ່ງພ້ອມກັນເຮັດບຸນພະເຫວດ.

    ເລື່ອງ ພະເວດສັນດອນທີ່ມີຢູ່ໃນພະຄຳພີ 13 ກັນນັ້ນ ແມ່ນລຳດັບເຫດການຂອງການໃຫ້ທານ, ການເສຍສະລະ ແລະ ການເຮັດບຸນຂອງພະເວດສັນດອນແຕ່ລະຊາດ ທີ່ພະອົງເກີດມາກ່ອນຈະຕັດສະຮູ້ເປັນພະສຳມາສຳພຸດທະເຈ້ົາ. ຕາມປົກກະຕິແລ້ວບຸນພະເວດຈະໃຊ້ເວລາຢູ່ສາມມ້ືສາມຄືນ. ມ້ືທຳອິດແມ່ນການຫ້າງຫາກະກຽມປຸກຜາສ້າງເຜິ້ງໃນສິມ ຫລື ຫໍແຈກທີ່ເຫັນວ່າກວ້າງຂວາງພໍສຳລັບນັ່ງຟັງເທດອ້ອມຜາສາດເຜິ້ງ, ບາງວັດທີ່ບໍ່ປຸກຜາສາດເຜິ້ງກໍໃຊ້ຫໍທະມາດໃຫ້ພະນັ່ງເທດ, ສ່ວນຜາສາດເຜິ້ງນັ້ນໃຊ້ໄມ້ໄຜ່ສານເພື່ອເຮັດເປັນຖັນຂອງຜາສາດໂອຍດ້ວຍກ້ານກ້ວຍສຳລັບປັກດອກໄມ້ເຜິ້ງ, ມີການເຕ້ົ້າໂຮມຕົ້ນກາລະພຶກ ແລະ ກັນເທດຕັ້ງໄວ້ອ້ອມຜາສາດ ຫລື ຫໍທະມາດບ່ອນທີ່ພະຈະນັ່ງເທດ, ຕອນຄ່ຳຂອງມື້ທຳອິດມີການໄຫ້ວພະຮັບສິນ, ຟັງສູດໂພທິສັດບັ້ນຕ້ົນ ແລະ ບັ້ນປາຍອັນເປັນການບັນຍາຍເຖິງບາລະມີທີ່ພະເວດສັນດອນໄດ້ບຳເພັນມາ. ໃນຕອນເຊົ້າມືິດມື້ຕໍ່ມາປະມານ 3 ໂມງເຊົ້າມີການແຫ່ເຂົ້າພັນກ້ອນອ້ອມສິມສາມຮອບ. ເຂ້ົາພັນກ້ອນແມ່ນຊື່ສົມມຸດຂອງອາຫານ ແລະ ເຂົ້າຕົ້ມເຂົ້າໜົມທີ່ຊາວບ້ານຈະຖວາຍສັງ ຄະທານ ແລະ ຖວາຍຈັງຫັນແກ່ພະພິກຂຸສົງ, ຫລັງຈາກພະສັນເຂົ້າແລ້ວມີການຟັງເທດມາໄລໝື່ນມາໄລແສນ ຈາກນັ້ນ ກໍເລີ່ມຕົ້ນເທດມະຫາຊາດຊຶ່ງມີຢູ່ 13 ກັນໃຫ້ແລ້ວພາຍໃນມື້ດຽວ. ມະຫາຊາດທັງ 13 ກັນນັ້ນ ກໍມີທັດສະພອນ ຄື: ພະອິນໃຫ້ພອນສິບປະການແກ່ນາງພຸດສະດີ, ກັນຕໍ່ໄປກໍແມ່ນຫິມະພານຕອນພະເວດເດີນດົງຢູ່ໃນປ່າຫິມະພານທ່ີເຕັມໄປດ້ວຍປ່າດົງພົງໄພທານະຂັນແມ່ນບັ້ນພະເວດໃຫ້ທານຊຶ່ງທານຊ້າງທານມ້າ. ນອກຈາກນັ້ນ ກໍຍັງມີກັນວັນນະພະເວດຕອນພະເວດຍ່າງຢູ່ດົງຢູ່ປ່າເຕັມໄປດ້ວຍເສືອສິງ, ຈຸລະພົນມະຫາພົນ, ກຸມມານບັ້ນຕົ້ນ, ກຸມມານບັ້ນປາຍທີ່ບັນລະຍາຍເຖິງຄວາມທຸກຍາກຂອງກັນຫາສາລີທ່ີພະເວດສັນດອນມອບເປັນທານໃຫ້ແກ່ພາມ, ມັດທີຕອນທີ່ນາງມັດທີໂສກເສົ້າຫາກັນຫາສາລີທີ່ພະເວດໃຫ້ທານໃຫ້ພາມ ແລະ ພາມທຸບຕີ (ຊຸຊະກະເປັນຊື່ຂອງພາມ) ແລະ ສັກກະຕິຄືຫົກກະສັດມາປະຊຸມກັນເພື່ອແຫ່ພະເວດສັນດອນເຂົ້າເມືອງ ແລະ ກັນສຸດທ້າຍແມ່ນມະຫາຣາຊ.

   ພະເວດສັນດອນທັງ 13 ກັນນ້ີ ແມ່ນລຳດັບເຫດການປະຫວັດການບຳເພັນກຸສົນ, ການເສຍສະລະການບໍລິຈາກໃຫ້ທານ ແລະ ການໃຊ້ເວນໃຊ້ກຳຂອງພະເວດສັນດອນກ່ອນຈະຕັດສະຮູ້ເປັນສຳມາສຳພຸດທະເຈົ້າ. ຕາມຫລັກການແລ້ວບຸນພະເວດຈະຈັດຂຶ້ນໃນມື້ອອກໃໝ່ 15 ຄໍ່າ ຫລື ວັນເພັງເດືອນສີ່ຂອງທຸກໆ ປີຕາມຮີດ 12 ຂອງລາວ.
KPL

ຂ່າວອື່ນໆ

ads
ads

Top