ຫວຽດນາມ-ສ.ອາເມລິກາ ລົງນາມຂໍ້ຕົກລົງຮ່ວມມື ດ້ວຍມູນຄ່າ ຫລາຍກວ່າ 37 ຕື້ໂດລາ

21/02/2026 12:13
Email Print 103
ຂປລ ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ, ບັນດາ ຄູ່ຮ່ວມມື ຫວຽດນາມ ແລະ ສ.ອາເມລິກາ ໄດ້ລົງນາມ ຂໍ້ຕົກລົງຮ່ວມມື ສະບັບຕ່າງໆ ໃນບັນດາ ຂົງເຂດ ຈຸດສຸມ, ລວມມີມູນຄ່າ ທັງໝົດ ເຖິງ 37,2 ຕື້ໂດລາ ສະຫະລັດ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 18 ກຸມພາ, ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ, ບັນດາ ຄູ່ຮ່ວມມື ຫວຽດນາມ ແລະ ສ.ອາເມລິກາ ໄດ້ລົງນາມ ຂໍ້ຕົກລົງຮ່ວມມື ສະບັບຕ່າງໆ ໃນບັນດາ ຂົງເຂດ ຈຸດສຸມ, ລວມມີມູນຄ່າ ທັງໝົດ ເຖິງ 37,2 ຕື້ໂດລາ ສະຫະລັດ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ແລະ ບັນດາ ການນຳ ຂອງສອງປະເທດ ເຂົ້າຮ່ວມ.

 

ບັນດາ ຂໍ້ຕົກລົງສຳຄັນດັ່ງກ່າວ ລວມມີ ວິທະຍາສາດ ເຕັກໂນໂລຢີ, ການຫັນເປັນ ດີຈີຕອນ, ການບິນ ແລະ ສາທາລະນະສຸກ. ໃນຂະນະທີ ບໍລິສັດໃຫຍ່ ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ໄດ້ລົງນາມ ສັນຍາ ຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ. ບໍລິສັດການບິນ Sun ຝຸກວັກ Airways ແລະ ກຸ່ມບໍລິສັດ Boeing ກໍມີການ ລົງນາມ ໃນສັນຍາ ຊື້ຂາຍ ເຮືອບິນ Boeing 787-9 Dreamliner ຈຳນວນ 40 ລຳ. ໄປຄຽງຄູ່າກັນນັ້ນ, Vietjet  ແລະ Pratt & Whitney ກໍໄດ້ເຊັນ ສັນຍາ ຮ່ວມມື ເຊັ່ນດຽວກັນ.

 

 

ນອກຈາກນີ້ ຂົງເຂດ ສາທາລະນະສຸກ, ບັນດາ ຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ກໍລົງນາມ ເຊັນສັນຍາ ການຊື້ຂາຍ ລະບົບສ່ອງເອັກຊະເລ ປົ່ນປົວພະຍາດ ມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ສ.ອາເມລິກາ./

KPL

ຂ່າວອື່ນໆ

ads
ads

Top