ຂປລ
ຂປລ. ບັນຍາກາດການປ່ອນ ບັດເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນ ນະຄອນ ຫລວງວຽງຈັນ (ສສ ນວ) ຊຸດທີ V ທີ່ໜ່ວຍປ່ອນບັດ 59 ບ້ານໂນນ ສະຫວັນ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ມີຄວາມຄຶກຄື້ນ ມ່ວນຊື່ນປານບຸນປາງໃຫຍ່ ເນື່ອງ ຈາກວ່າ ຜູ້ມີສິດເລືອກຕັ້ງທັງຍິງ ແລະ ຊາຍນັບແຕ່ອາຍຸ 18 ປີຂຶ້ນ ໄປ ໄດ້ພ້ອມໃຈກັນໄປໃຊ້ສິດຂອງ ຕົນ ຢ່າງເປັນຂະບວນຟົດຟື້ນຕັ້ງ ແຕ່ເວລາ 7 ໂມງເຊົ້າ ຈົນເຖິງ 5 ໂມງແລງ

ຂປລ. ບັນຍາກາດການປ່ອນ
ບັດເລືອກຕັ້ງສະມາຊິກສະພາແຫ່ງ
ຊາດ (ສສຊ) ຊຸດທີ X ແລະ ສະ
ມາຊິກສະພາປະຊາຊົນ ນະຄອນ
ຫລວງວຽງຈັນ (ສສ ນວ) ຊຸດທີ
V ທີ່ໜ່ວຍປ່ອນບັດ 59 ບ້ານໂນນ
ສະຫວັນ ເມືອງໄຊເສດຖາ ນະຄອນ
ຫລວງວຽງຈັນ ມີຄວາມຄຶກຄື້ນ
ມ່ວນຊື່ນປານບຸນປາງໃຫຍ່ ເນື່ອງ
ຈາກວ່າ ຜູ້ມີສິດເລືອກຕັ້ງທັງຍິງ
ແລະ ຊາຍນັບແຕ່ອາຍຸ 18 ປີຂຶ້ນ
ໄປ ໄດ້ພ້ອມໃຈກັນໄປໃຊ້ສິດຂອງ
ຕົນ ຢ່າງເປັນຂະບວນຟົດຟື້ນຕັ້ງ
ແຕ່ເວລາ 7 ໂມງເຊົ້າ ຈົນເຖິງ 5
ໂມງແລງ ເພື່ອເລືອກເອົາບຸກຄົນ
ຜູ້ທີ່ ມີຄວາມຮູ້ຄວາມສາມາດ, ມີ
ເງື່ອນໄຂຄົບຖ້ວນກວ່າໝູ່, ກ້າເວົ້າ,
ກ້າສະເໜີ, ຊື່ສັດບໍລິສຸດ ເຂົ້າເປັນ
ສະມາຊິກພາແຫ່ງຊາດ ແລະ ສະ
ພາປະຊາຊົນຂັ້ນແຂວງ ເພື່ອເປັນ
ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາ
ເຜົ່າ ເຂົ້າໄປເຮັດວຽກໃນອົງການ
ນິຕິບັນຍັດສູງສຸດ, ເຮັດພາລະບົດ
ບາດຮັບຮອງເອົາລັດຖະທຳມະ
ນູນ, ກົດໝາຍ ແລະ ຕົກລົງບັນຫາສຳຄັນຂອງຊາດ, ທັງເປັນການ
ສະແດງເຖິງຄວາມສາມັກຄີປອງ
ດອງໃນການປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ.
ສໍາລັບຜູ້ສະໝັກຮັບເລືອກຕັ້ງ
ສສຊ ຊຸດທີ X ປະຈຳເຂດເລືອກ
ຕັ້ງທີ 1 ນະຄອນຫລວງວຽງຈັນ
ມີຜູ້ລົງສະໝັກທັງໝົດ 25 ທ່ານ,
ເລືອກເອົາ 19 ທ່ານ ແລະ ສະມາ
ຊິກສະພາປະຊາຊົນ ນະຄອນຫລວງ
ວຽງຈັນ ຊຸດທີ V ປະຈໍາເຂດ
ເລືອກຕັ້ງເມືອງໄຊເສດຖາ ມີຜູ້ລົງ
ສະໝັກຮັບເລືອກຕັ້ງ ທັງໝົດ 7
ທ່ານ, ເລືອກເອົາ 5 ທ່ານ.
ທ່ານ ຊື່ຫວ່າງ ກ້າບໍ່ ຫົວໜ້າ
ປກສ ກຸ່ມ 5 ບ້ານ ວັງຊາຍ ເມືອງ
ໄຊເສດຖາ ນະຄອນຫລວງວຽງຈັນ
ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກ
ຂ່າວສານປະເທດລາວ

ໃນວັນທີ
22 ກຸມພາ ນີ້ວ່າ: ບ້ານໂນນສະ
ຫວັນ ເປັນໜ່ວຍເລືອກຕັ້ງທີ 59 ມີ
ພົນລະເມືອງ ທັງໝົດ 1.240 ຄົນ,
ຍິງ 658 ຄົນ, ຜູ້ມີສິດປ່ອນບັດ
ເລືອກຕັ້ງທີ່ມີອາຍຸແຕ່ 18 ປີ ຂຶ້ນໄປ
ຈໍານວນ 832 ຄົນ, ຍິງ 490 ຄົນ,
ເວົ້າລວມ, ເວົ້າສະເພາະວຽກງານ
ການປ້ອງກັນຄວາມສະຫງົບ ໃນ
ບັ້ນເລືອກຕັ້ງໃນຄັ້ງນີ້ມີການກະ
ກຽມຄວາມພ້ອມຫລາຍດ້ານ ເປັນ
ຕົ້ນ ກໍາລັງທະຫານ, ຕໍາຫລວດ
ແລະ ພະນັກງານພາກສ່ວນຕ່າງໆ
ທີ່ກ່ຽວຂ້ອງ ເພື່ອອໍານວຍຄວາມ
ສະດວກ ແລະ ຄວາມສະຫງົບ,
ປອດໄພໃຫ້ພໍ່ແມ່ປະຊາຊົນ ທີ່ມາ
ໃຊ້ສິດໃນຄັ້ງນີ້. ພ້ອມກັນນີ້ ເພື່ອ
ໃຫ້ບັນລຸຄາດໝາຍໃຫຍ່ທີ່ຂັ້ນເທິງ
ໄດ້ກໍານົດໄວ້ ຄື: ຮັບປະກັນຄວາມ
ປອດໄພຜູ້ທີ່ມີສິດເລືອກຕັ້ງ, ຮັບ
ປະກັນບໍ່ໃຫ້ມີບັດຕາຍ, ຄວາມສະ
ຫງົບໃນຄອບຄົວ ບໍ່ໃຫ້ມີປະກົດການຫຍໍ້ທໍ້ໃນສັງຄົມ, ຄວາມປອດ
ໄພໃນຖະໜົນຫົນທາງ ແລະ ການ
ນັບຄະແນນໃນເວລາທີ່ກໍານົດໄວ້
ໃນແຕ່ລະຈຸດຂອງ 19 ໜ່ວຍ ປະ
ຈໍາເຂດເລືອກຕັ້ງ ກຸ່ມ 5 ວັງຊາຍ
ເມືອງໄຊເສດຖາ.
ນາງ ຄອນສະຫວັນ ຫລ້າບັນ
ດິດ ໃຫ້ຮູ້ໃນໂອກາດມາໃຊ້ສິດ
ເລືອກຕັ້ງໃນຄັ້ງນີ້ວ່າ: ຕົນເອງມີ
ຄວາມພາກພູມໃຈຫລາຍທີ່ໄດ້ມາ
ໃຊ້ສິດເລືອກຕັ້ງເອົາສະມາຊິກສະ
ພາແຫ່ງຊາດ ແລະ ສະມາຊິກສະພາ
ປະຊາຊົນ ນະຄອນຫລວງວຽງຈັນ
ຕົນເອງຫວັງວ່າການເລືອກຕັ້ງ
ໃນຄັ້ງນີ້ຈະນໍາໄປສູ່ການປ່ຽນແປງ
ໃນຫລາຍດ້ານ ບໍ່ວ່າຈະເປັນວຽກ
ງານການສຶກສາ, ສາທາລະນະສຸກ
ແລະ ການສ້າງວຽກເຮັດງານທໍາ
ໃຫ້ປະຊາຊົນ ໂດຍສະເພາະແມ່ນ
ນັກຮຽນ, ນັກສຶກສາທີ່ຈົບໃໝ່.
ສະນັ້ນ, ຕົນເອງ ໃນນາມປະຊາຊົນ
ຜູ້ໜຶ່ງກໍຂໍຝາກຄວາມຫວັງໄວ້ກັບ
ສສຊ ແລະ ສສຂ ທີ່ເປັນໂຕແທນຂອງປະຊາຊົນໃຫ້ເອົາໃຈໃສ່ສະ
ເໜີຄໍາຄິດ, ຄໍາເຫັນຂອງປະຊາຊົນ
ຕໍ່ພັກ-ລັດຖະບານໃຫ້ແກ້ໄຂບັນຫາ
ຕ່າງໆຢ່າງທົ່ວເຖິງ.
ນາງ ປົກຄອງ ຜິວພົນ ກໍໄດ້
ສະແດງຄວາມຮູ້ສຶກວ່າ: ຕົນເອງ
ຮູ້ສຶກພາກພູມໃຈ ແລະ ດີໃຈ ທີ່
ໄດ້ມາໃຊ້ສິດປະຊາທິປະໄຕຂອງ
ຕົນເລືອກເອົາຜູ້ແທນທີ່ມີຄວາມ
ຮູ້ຄວາມສາມາດ ເພື່ອມາເປັນກະ
ບອກສຽງໃຫ້ປະຊາຊົນບັນດາ
ເຜົ່າ ໃນການແກ້ໄຂບັນຫາຕ່າງໆ
ທີ່ເກີດຂຶ້ນໃນສັງຄົມ ທັງນີ້ ກໍເພື່ອ
ເຮັດໃຫ້ປະເທດຊາດບ້ານເມືອງ
ມີການພັດທະນາຂຶ້ນເລື້ອຍໆ.
KPL