ເຜີຍແຜ່ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

26/02/2026 06:30
ຂປລ ກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈັດຂຶ້ນໃນວັນທີ 25 ກຸມພາ 2026 ຢູ່ຫໍປະຊຸມແຫ່ງຊາດ.

      ຂປລ.  ໂດຍການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ມີບັນດາກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ກຳ ມະການສຳຮອງສູນກາງພັກ, ພະນັກງານຫລັກແຫລ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

      ໃນໂອກາດນ້ີ, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ຮູ້ວ່າ: ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄ້ັງທີ XII ຂອງພັກ ໄດ້ຮັບຜົນສໍາເລັດຢ່າງຈົບງາມອັນໄດ້ຢ້ັງຢືນຢ່າງຈະແຈ້ງເຖິງຄວາມສາມັກຄີເປັນເອກະພາບສູງ ແລະ ຄວາມຮັບຜິດຊອບຢ່າງເຕັມປ່ຽມຂອງທົ່ວພັກ ຊຶ່ງໄດ້ຕົກລົງບັນຫາສໍາຄັນ ແລະ ເປັນພ້ືນຖານຂອງພັກ, ຂອງການປະຕິວັດ ແລະ ຊາຕາກຳຂອງປະເທດຊາດໃນຊຸມປີຕໍ່ໜ້າ. ແຕ່ບັນຫາໃຫຍ່ກວ່າໝູ່ທີ່ຕັ້ງຂຶ້ນແມ່ນເຮັດແນວໃດໃຫ້ແນວທາງການເມືອງ ອັນຖືກຕ້ອງຂອງພັກເຮົາທ່ີຖືກຮັບຮອງເອົາແລ້ວນ້ັນ ໄດ້ຮັບການຈັດຕ້ັງປະຕິບັດ ແລະ ມີປະສິດທິຜົນ, ກາຍເປັນໄຊຊະນະໃນພາກຕົວຈິງ. ມັນຮຽກຮ້ອງໃຫ້ພັກເຮົາຍົກສູງບົດບາດການນໍາພາທ່ີເຂ້ັມແຂງຂອງພັກ, ຄວາມສັກສິດແຫ່ງການຄຸ້ມຄອງ-ບໍລິຫານລັດ ແລະ ການເສີມຂະຫຍາຍບົດບາດ, ສິດເປັນເຈົ້າລວມໝູ່ຂອງປະຊາຊົນໃຫ້ສູງຂ້ຶນ. ຍ້ອນແນວນັ້ນ, ກອງປະຊຸມມ້ືນ້ີ ຈ່ຶງຖືໄດ້ວ່າເປັນກອງປະຊຸມທ່ີຄວາມໝາຍສໍາຄັນຍ່ິງເປີດສາກ ໃຫ້ແກ່ການເລີ່ມຕົ້ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈທີ່ເລິກເຊິ່ງຕໍ່ເນື້ອໃນຈິດໃຈສໍາຄັນຂອງແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ໄດ້ກຳນົດອອກໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງເປັນລະບົບ; ເຊ່ືອມຊຶມ, ກຳແໜ້ນເນ້ືອໃນທີ່ຈະໄດ້ນໍາພາຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ; ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິບັດງານລະອຽດຂອງ ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ທີ່ກຳນົດລະອຽດໜ້າວຽກ, ແຜນຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກໍານົດເວລາຊັດເຈນ, ແທດຕົວຈິງ ແລະ ສາມາດຈັດຕ້ັງປະຕິບັດໃຫ້ມີຜົນສຳເລັດເປັນຮູບປະທຳ; ມີກົນໄກ, ລະບອບແບບແຜນການຊ້ີນໍາ, ບັນຊາ, ຕິດຕາມ, ກວດກາ, ການຊຸກຍູ້ຈັດຕ້ັງປະຕິບັດທ່ີຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ; ມີຄວາມເປັນເອກະພາບສູງຢູ່ ພາຍໃນ, ມີຄວາມຕັດສິນໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.

     ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວອີກວ່າ: ການເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຄັ້ງນີ້ ແມ່ນການສືບຕໍ່ບຸກທະລຸທາງດ້ານຈິນຕະນາການ, ຍົກສູງຫລັກໝັ້ນການເມືອງໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນ ຕໍ່ສະພາບການຕ່າງໆ; ຕ້ານ ແລະ ແກ້ໄຂທັດສະນະຜິດເຂວຕ່າງໆ, ລັດທິຄຳພີກົນຈັກ; ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມໃຫ້ໜັກແໜ້ນຍິ່ງຂຶ້ນ. ພ້ອມກັນຍູ້ແຮງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ, ເຮັດໃຫ້ກາຍເປັນຂະບວນການອັນກວ້າງຂວາງຂອງມະຫາຊົນ, ຂອງທົ່ວສັງຄົມເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາໃຫ້ປະເທດຊາດ ແລະ ປະຊາຊົນ ກໍຄືເຮັດໃຫ້ການນໍາພາປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄປຖືກຕ້ອງຕາມທິດທ່ີໄດ້ກຳນົດໄວ້ຢ່າງໜັກແໜ້ນ. ຫວັງຢ່າງຍິ່ງວ່າບັນດາສະຫາຍຈະຍົກສູງຄວາມຮັບຜິດຊອບການເມືອງ ເຂົ້າຮ່ວມຕິດຕາມກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນຕົນໃຫ້ເປັນຮູບປະທຳຕໍ່ໄປ.

     ພ້ອມນີ້, ໃນກອງປະຊຸມໄດ້ຮັບຟັງການສະເໜີໂດຍສັງລວມ ກ່ຽວກັບເນື້ອໃນສໍາຄັນຂອງໂຄງການການເມືອງ, ລາຍງານການເມືອງທີ່ໄດ້ລາຍງານ ແລະ ຮັບຮອງ ເອົາໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍກຳນົດເປັນໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດໃນແຕ່ລະປີ. 

ຂ່າວ: ສົມຫວັງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top