ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ 2 ລ້ານຄົນ

23/02/2026 10:59
Email Print 7780
ຂປລ ຂປລ. ປີ 2026 ນີ້ ຄາດວ່າຈະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບ ເນື່ອງມາຈາກແຮງຍູ້ໜູນຂອງສອງ ປະເທດພວມກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກ ກັບຄວາມສົນໃຈຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງ ຫລວງຫລາຍ


ຂປລ. ປີ 2026 ນີ້ ຄາດວ່າຈະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບ ເນື່ອງມາຈາກແຮງຍູ້ໜູນຂອງສອງ ປະເທດພວມກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກ ກັບຄວາມສົນໃຈຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງ ຫລວງຫລາຍ ເພື່ອເດີນທາງໄປມາຫາ ສູ່ກັນລະຫວ່າງອາຊຽນ, ຈີນ ແລະ ເອີຣົບ. ຫລາຍຊຸມປີຜ່ານມານີ້, ອຸດສາຫະ ກໍາທ່ອງທ່ຽວແມ່ນໜຶ່ງໃນຂະແໜງສໍາ ຄັນທີ່ສ້າງລາຍໄດ້ອັນດັບຕົ້ນໆຂອງ ຊາດ ແລະ ຍັງຂັບເຄື່ອນເສດຖະກິດ ຈາກສູນກາງຈົນຮອດທ້ອງຖິ່ນໄດ້ ຢ່າງແທດເຖິງ ເຊິ່ງສາມາດຊ່ວຍກະ ຈາຍລາຍໄດ້, ສ້າງອາຊີບ ແລະ ເພີ່ມ ພະລັງການຜະລິດຫລາຍຂຶ້ນ. ດັ່ງທີ່ ພວກເຮົາຮູ້ນໍາກັນກ່ອນການລະບາດ ຂອງພະຍາດໂຄວິດ-19 ມີນັກທ່ອງ ທ່ຽວຕ່າງປະເທດເກືອບ 5 ລ້ານເທື່ອຄົນ ເຂົ້າມາຢ້ຽມຢາມລາວ ໃນນັ້ນມີນັກທ່ອງ ທ່ຽວຈີນ 1 ລ້ານກວ່າເທື່ອຄົນ ເຊິ່ງສາ ມາດສ້າງລາຍໄດ້ທັງໝົດເຂົ້າປະເທດ ເກືອບ 700 ລ້ານໂດລາ ເຊິ່ງລາຍໄດ້ ດັ່ງກ່າວນີ້ຖືວ່າສູງກວ່າຂະແໜງການ ກະສິກໍາ ແລະ ບາງທຸລະກິດອື່ນໆອີກ. ພາຍຫລັງສິ້ນສຸດການລະບາດພະຍາດ ໂຄວິດ-19 ແລະ ເປີດປະເທດອີກຄັ້ງ ໃນປີ 2022, ບວກກັບໄລຍະເປີດໃຫ້ ບໍລິການເສັ້ນທາງລົດໄຟ ລາວ-ຈີນ ໃນປີ 2021 ປະກົດວ່າຈໍານວນນັກ ທ່ອງທ່ຽວຕ່າງປະເທດຍັງສືບຕໍ່ກັບ ມາຢ້ຽມຢາມ ສປປ ລາວຄືນໃໝ່ ແລະ ຕົວເລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງ ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງວ່າ ລາວບໍ່ໄດ້ມີມົນສະເໜ່ພຽງແຕ່ແຫລ່ງ ທ່ອງທ່ຽວດ້ານມໍລະດົກໂລກ, ທໍາມະ ຊາດທີ່ອຸດົມສົມບູນ, ວັດທະນະທໍາທີ່ ມີເອກະລັກ, ຜູ້ຄົນຍິ້ມແຈ່ມໃສເທົ່ານັ້ນ, ແຕ່ລາວຫາກຍັງຕັ້ງຢູ່ບົນພື້ນຖານ ສໍາຄັນທີ່ມີເສັ້ນທາງລົດໄຟລາວ-ຈີນ ເຊື່ອມໂຍງກັບພາກພື້ນ-ສາກົນ, ຊາວ ລາວບັນດາເຜົ່າຮັກສັນຕິພາບ, ຄວາມ ສະຫງົບສຸກ, ສ້າງເພື່ອນມິດທີ່ດີກັບວົງ ຄະນຍາດາສາກົນ ອື່ນໆ. ຫລາຍທົດສະຕະວັດຜ່ານມານີ້, ພາຍໃຕ້ການຮ່ວມມື ລາວ-ຈີນ ແລະ ເພື່ອນມິດສາກົນອື່ນໆໄດ້ປູພື້ນຖານສໍາ ຄັນປະກອບສ່ວນຊຸກຍູ້ການເຕີບໂຕ ດ້ານເສດຖະກິດ ແລະ ປ່ຽນແປງໃບ ໜ້າໃໝ່ຂອງປະເທດຢ່າງຕັ້ງໜ້າ ເລີ່ມ ຈາກການຟື້ນຟູເສດຖະກິດໃຫ້ຟື້ນຄືນ ຫລັງໂຄວິດ, ເພີ່ມບັນຊີສິນຄ້າຂອງ ລາວ ຫລາຍກວ່າ 70 ລາຍການ ສົ່ງອອກຈີນ, ຍູ້ໜູນໃຫ້ເສັ້ນທາງລົດໄຟ ລາວ-ຈີນ ໄດ້ຮັບຜົນປະໂຫຍດຮ່ວມກັນ ຮອບດ້ານ ພາຍໃຕ້ຂໍ້ລິ “ເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ”, ໃຫ້ທຶນການສຶກສາ ຢ່າງຫລວງຫລາຍເພື່ອສ້າງບຸກຄະລາ ກອນຄຸນນະພາບໃໝ່ ຊ່ວຍຍູ້ແຮງການ ເຕີບໂຕໃນອະນາຄົດ, ຄົນລາວໄດ້ມີໂອ ກາດເລືອກຊື້ສິນຄ້າທີ່ມີຄວາມຫລາກ ຫລາຍດ້ວຍລາຄາແບບສົມທຽບກັນ ລະຫວ່າງຜະລິດຕະພັນຕາເວັນຕົກ ແລະ ຕາເວັນອອກ ເພີ່ມຂຶ້ນ, ສົ່ງເສີມ ໃຫ້ນັກທ່ອງທ່ຽວໃຫ້ເຂົ້າມາຢ້ຽມຢາມ ລາວຫລາຍຂຶ້ນ ເພື່ອຊ່ວຍໃຫ້ເສດຖະ ກິດລາວ ຂະຫຍາຍຕົວຂຶ້ນເປັນກ້າວໆ. ເມື່ອບໍ່ດົນມານີ້, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ແລະ ເຜີຍ ແຜ່ບົດລາຍງານແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີວ່າ: ຈະສູ້ຊົນເຮັດ ໃຫ້ເສດຖະກິດ ເຕີບໂຕບໍ່ຫລຸດ 6% ຕໍ່ ປີ ແຕ່ນີ້ຮອດປີ 2030 ໃນນັ້ນ ລວມ ມີແຜນການພັດທະນາສີຂຽວຍືນຍົງ, ການຫັນເປັນອຸດສາຫະກໍາທັນສະໄໝ, ການຫັນເປັນດີຈິຕອນ ແລະ ການທ່ອງ ທ່ຽວອື່ນໆ ແມ່ນເປັນບຸລິມະສິດສໍາ ຄັນຂອງລັດຖະບານເພື່ອສ້າງແຮງ ຂັບເຄື່ອນໃຫ້ແກ່ການພັດທະນາເສດ ຖະກິດສີຂຽວຍືນຍົງ, ສ້າງວຽກເຮັດ ງານທໍາ, ກະຈາຍການສ້າງລາຍໄດ້ລົງ ສູ່ທ້ອງຖິ່ນ ແລະ ກ້າວໄປສູ່ການຫລຸດ ພົ້ນຄວາມທຸກຍາກເປັນກ້າວໆ. ພ້ອມ ດຽວກັນນີ້, ການພັດທະນາພື້ນຖານ ໂຄງລ່າງ ທີ່ມີຄຸນນະພາບເພື່ອເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນນັ້ນ ກໍຍັງເປັນວຽກຈໍາເປັນຮີບ ດ່ວນ ຕ້ອງເອົາໃຈໃສ່ເພື່ອຍູ້ແຮງໃຫ້ ແກ່ການຂົນສົ່ງສິນຄ້າ, ການບໍລິການ ແລະ ການເດີນທາງໄປມາຫາສູ່ກັນ ສະດວກຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ທ່ານ ເຫລັກ ໄຫລ ສີວິໄລ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນກ່ຽວກັບການ ພັດທະນາພື້ນຖານໂຄງລ່າງເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນ ໂດຍສະເພາະເສັ້ນທາງລົດໄຟລາວຈີນ ໃນໂອກາດເຂົ້າຮ່ວມກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ວ່າ: ນັບ ແຕ່ເລີ່ມເປີດບໍລິການທາງລົດໄຟລາວຈີນ (ວັນທີ 3 ທັນວາ 2021) ປັດຈຸບັນ ໄດ້ສ້າງຕົວເລກສະຖິຕິທີ່ໜ້າປະທັບໃຈ ທັງສອງດ້ານຄື: ດ້ານການຂົນສົ່ງຜູ້ ໂດຍສານ, ສະເພາະໃນ ສປປ ລາວ ຂົນ ສົ່ງຜູ້ໂດຍສານໄດ້ທັງໝົດ 12 ລ້ານ ເທື່ອຄົນ, ຕະຫລອດເສັ້ນທາງ (ວຽງ ຈັນ-ຄຸນໝິງ) ຂົນສົ່ງໄດ້ສູງເຖິງ 62 ລ້ານເທື່ອຄົນ; ດ້ານການຂົນສົ່ງສິນຄ້າ ສະເພາະໃນ ສປປ ລາວ ສາມາດລຳ ລຽງສິນຄ້າໄດ້ 16 ລ້ານໂຕນ, ຕະຫລອດ ເສັ້ນທາງຕົວເລກການຂົນສົ່ງສິນຄ້າ ສູງເຖິງ 72 ລ້ານໂຕນ ແລະ ທ່ານ ຍອມຮັບວ່າການນໍາໃຊ້ລະບົບຂົນສົ່ງ ທາງລົດໄຟນີ້ຊ່ວຍຫລຸດຜ່ອນຕົ້ນທຶນ ແລະ ປະຢັດເວລາໃນການຂົນສົ່ງ ຢ່າງຫລວງຫລາຍ. ພ້ອມນັ້ນ, ດ້ານເສດ ຖະກິດ ແລະ ການທ່ອງທ່ຽວທາງ ລົດໄຟສາຍນີ້ໄດ້ກາຍເປັນແມ່ເຫລັກ ດຶງດູດຜູ້ໂດຍສານ ແລະ ນັກທ່ອງທ່ຽວ ສາກົນເຂົ້າມາລາວໄດ້ເຖິງ 12 ກວ່າ ລ້ານຄົນ, ສາມາດສ້າງລາຍຮັບເປັນ ເງິນຕາຕ່າງປະເທດເຂົ້າສູ່ລະບົບ ເສດຖະກິດໄດ້ກວ່າ 2,6 ຕື້ໂດລາ. ທ່ານລັດຖະມົນຕີ ຍທຂ ກ່າວຕື່ມ ວ່າ: ເພື່ອສືບຕໍ່ຂະຫຍາຍໝາກຜົນ ດັ່ງກ່າວ ລັດຖະບານໄດ້ວາງແຜນ ຍຸດທະສາດທີ່ຕັ້ງໜ້າໃນໄລຍະ 5 ປີຕໍ່ ໜ້າ (2026-2030) ຄື: ນັກທ່ອງ ທ່ຽວສາກົນຕັ້ງເປົ້າໃຫ້ບັນລຸ 22 ລ້ານ ຄົນ, ຄາດຄະເນລາຍຮັບປະມານ 8 ຕື້ ໂດລາ, ນັກທ່ອງທ່ຽວພາຍໃນສູ້ຊົນໃຫ້ ໄດ້ 11 ລ້ານຄົນ, ຄາດຄະເນລາຍຮັບ 5 ຕື້ໂດລາ, ການຂະຫຍາຍເຄືອຂ່າຍ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງຈະສືບຕໍ່ ຍົກລະດັບການເຊື່ອມຕໍ່ລະຫວ່າງເສັ້ນ ທາງລົດໄຟ ລາວ-ໄທ ແລະ ລາວ-ຈີນ ໃຫ້ມີຄວາມຄ່ອງຕົວ ແລະ ກາຍເປັນ ສູນກາງໂລຈິສຕິກຂອງພາກພື້ນ, ເສັ້ນທາງໃໝ່ຄາດວ່າຈະເລີ່ມລົງມື ກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ (ໄລຍະແຂວງຄຳມ່ວນ ຫາ ຊາຍແດນ ຫວຽດນາມ) ໃນຕົ້ນປີນີ້ ແລະ ເລີ່ມ ສຶກສາຄວາມເປັນໄປໄດ້ໃນການສ້າງ ທາງລົດໄຟວຽງຈັນ-ປາກເຊ ເພື່ອ ເຊື່ອມຕໍ່ລົງສູ່ພາກໃຕ້ຕື່ມອີກ. ກ່ອນໜ້ານີ້ບໍ່ພໍເທົ່າໃດເດືອນ, ສື່ມວນ ຊົນຈາກປະເທດເພື່ອນບ້ານ (ກຣຸງ ເທບທຸລະກິດ) ໄດ້ເຜີຍແຜ່ບົດວິເຄາະ ວ່າລາວກໍາລັງຟື້ນຊີບອີກຄັ້ງຈິງ ຫລື ບໍ່? ຫລັງຕ້ອງຜະເຊີນໜ້າກັບຄວາມ ທ້າທາຍຈາກສະພາບເສດຖະກິດ ແລະ ເງິນເຟີ້ ແຕ່ປັດຈຸບັນນີ້ ມີສັນຍານ ສະແດງໃຫ້ເຫັນວ່າ: ເສດຖະກິດຂອງ ລາວກໍາລັງຟື້ນຕົວຢ່າງໜ້າສົນໃຈ ອັນເປັນຜົນມາຈາກແຮງຂັບເຄື່ອນ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ ດຶງດູດທຶນຮອນຈໍານວນຫລາຍຈາກ ຕ່າງປະເທດເຂົ້າມາລາວ, ໂດຍສະ ເພາະນັກລົງທຶນຈີນ ແລະ ຊາດອື່ນໆ, ແຕ່ອີກມຸມໜຶ່ງຄາດວ່າຈີນອາດຕັ້ງໃຈ ຊ່ວຍເຫລືອລາວຢ່າງມີໄລຍະສໍາຄັນ ດ້ວຍການອັດສີດທຶນຮອນເຂົ້າມາ ລົງທຶນລາວເພີ່ມຂຶ້ນ ແລະ ລະດົມນັກ ທ່ອງທ່ຽວຈີນໃຫ້ເຂົ້າມາທ່ອງທ່ຽວ ລາວເພີ່ມຂຶ້ນເພື່ອຊຸກຍູ້ເສດຖະກິດລາວ ໃຫ້ສືບຕໍ່ກ້າວໄປຢ່າງໝັ້ນຄົງ. ທ່ານ ດູນຄັນ ກຣີນຟີວ ເຕີກ (Duncan Greenfield-Turk), ຜູ້ກໍ່ຕັ້ງບໍລິສັດໂກລບອນເທຣເວວໂມ ເມັນ (Global Travel Moments) ໄດ້ໃຫ້ຄວາມເຫັນຜ່ານບົດຄວາມ ຕົນເອງວ່າ: “ລາວແມ່ນໜຶ່ງໃນ ຄວາມລັບ ທີ່ຖືກຮັກສາໄວ້ດີທີ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້” ປີ 2026 ຈະເປັນປີທີ່ປະເທດລາວເລີ່ມ ດຶງດູດນັກທ່ອງທ່ຽວທີ່ມີຄວາມນິຍົມ ສູງ ດ້ວຍການເຂົ້າເຖິງສະຖານທີ່ ທ່ອງທ່ຽວທີ່ງ່າຍຂຶ້ນໃນລະດັບພາກ ພື້ນ, ມີໂຮງແຮມຫລູຫລາລະດັບໂລກ, ບ້ານເມືອງມີຄວາມສະຫງົບ, ຜູ້ຄົນ ເປັນມິດທີ່ດີຫລາຍ, ມີພື້ນຖານໂຄງ ລ່າງເຊື່ອມໂຍງກັບພາກພື້ນສາກົນໄດ້ ດີໂດຍສະເພາະເສັ້ນທາງລົດໄຟ. ນອກຈາກນັ້ນ, ວາລະສານທ່ອງທ່ຽວ ສາກົນ (Inside Traveller) ແລະ ເວັບ ໄຊອາຊຽນອອນ (ASEANAll) ຍັງເປີດເຜີຍບົດລາຍງານວ່າ: ລາວ ໄດ້ຮັບການຈັດອັນດັບສູງຂອງໂລກ ເປັນຈຸດໝາຍປາຍທ່ອງທ່ຽວຍອດ ນິຍົມສຳລັບປີ 2026, ໂດຍເນັ້ນໃຫ້ ເຫັນຄຸນຄ່າດັ່ງນີ້: ເປົ້າໝາຍການທ່ອງ ທ່ຽວແບບປະຢັດດ້ວຍຄ່າໃຊ້ຈ່າຍຕໍ່ມື້ ພຽງ 17-25 ໂດລາສຳລັບທີ່ພັກ, ອາ ຫານ ແລະ ການຂົນສົ່ງ; ທຳມະຊາດອັນ ສວຍງາມຍັງບໍ່ໄດ້ຖືກທຳລາຍຫລາຍ (ພູຜາປ່າໄມ້, ແມ່ນໍ້າ, ທົ່ງພຽງ) ເຊິ່ງໃຫ້ຄວາມຮູ້ສຶກເຖິງຄວາມກວ້າງ ຂວາງ ແລະ ມີຄວາມບໍລິສຸດຂອງທຳ ມະຊາດ; ບັນຍາກາດທີ່ສະຫງົບກັບ ປະສົບການດ້ານວັດທະນະທຳ, ເໝາະ ສໍາລັບຜູ້ທ່ອງທ່ຽວທີ່ຕ້ອງການພັກ ຜ່ອນ ແລະ ໜີຈາກຄວາມວຸ້ນວາຍ; ການເຂົ້າເຖິງສະຖານທີ່ໄດ້ງ່າຍ ແລະ ດີ ຂຶ້ນ, ພື້ນຖານໂຄງລ່າງໃໝ່, ໂດຍສະ ເພາະ ລົດໄຟ ລາວ-ຈີນໄດ້ຊ່ວຍຫລຸດ ເວລາໃນການເດີນທາງ, ປະຢັດຄ່າໂດຍ ສານເພີ່ມຂຶ້ນ, ເຮັດໃຫ້ການເຂົ້າເຖິງ ສະຖານທີ່ທ່ອງທ່ຽວຕ່າງໆງ່າຍຂຶ້ນ ແລະ ມີຄວາມປອດໄພຫລາຍທີ່ສຸດ. ເຖິງແນວໃດກໍດີ, ປັດໄຈທີ່ເຮັດ ໃຫ້ລາວໂດດເດັ່ນໃນສາຍຕາຂອງຜູ້ ຊ່ຽວຊານລະດັບໂລກ ແລະ ທ່ອງທ່ຽວ ທົ່ວໂລກທີ່ກວມລວມເອົາ ຄື: ທຳມະ ຊາດອັນງົດງາມທີ່ຍັງຄົງຄວາມບໍລິ ສຸດ-ແມ່ນ້ຳຂອງອັນຍິ່ງໃຫຍ່ທີ່ໄຫລ ຜ່ານພູມສັນຖານພູຜາປ່າດົງອັນສະ ຫງ່າງາມ; ມໍລະດົກວັດທະນະທຳທີ່ ຫລາກຫລາຍ ສະຖາປັດຕະຍະກຳອານາ ນິຄົມຝຣັ່ງທີ່ມີເອກະລັກ, ຊາກສົງຄາມ ອິນດູຈີນເປັນຮ່ອງຮອຍປະຫວັດສາດ, ວັດວາອາຮາມທາງພຸດທະສາສະໜາ ນັບບໍ່ຖ້ວນ; ປະສົບການທ່ອງທ່ຽວທີ່ ແທ້ຈິງ ບໍ່ມີຄວາມແອອັດຂອງນັກທ່ອງ ທ່ຽວຫລາຍ, ເຮັດໃຫ້ໄດ້ສຳຜັດກັບ ວິຖີຊີວິດຂອງປະຊາຊົນທ້ອງຖິ່ນຢ່າງ ແທ້ຈິງ; ການພັດທະນາພື້ນຖານໂຄງ ລ່າງທີ່ດີຂຶ້ນໂດຍສະເພາະເສັ້ນທາງລົດ ໄຟ ລາວ-ຈີນ ທີ່ເຊື່ອມຕໍ່ການເດີນທາງ ລະຫວ່າງແຂວງຕ່າງໆເຂົ້າກັບພາກ ພື້ນ-ສາກົນສະດວກສະບາຍ ແລະ ມີ ຄວາມປອດໄພຫລາຍຂຶ້ນ, ໄດ້ຫລໍ່ ຫລອມໃຫ້ເກີດມີຄວາມສົມບູນແບບ ໄດ້ຢ່າງໜ້າສົນໃຈ.
KPL

ຂ່າວອື່ນໆ

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

ads
ads

Top