ການນຳຂັນສູງ ພັກ-ລັດ, ອະດີດການນຳຂັ້ນສູງ ແລະ ປະຊາຊົນລາວບັນດາເຜົ່າ ໃຊ້ສິດເລືອກຕັ້ງເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢ່າງເປັນຂະບວນຟົດຟື້ນ

23/02/2026 19:23
ຂປລ ບ້ັນເລືອກຕ້ັງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂ້ັນແຂວງ (ສສຂ) ຊຸດທີ V ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026 ນີ້.

     ຂປລ.  ໂດຍມີບັນດາການນຳຂັ້ນສູງພັກ- ລັດນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈູນມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ແຫ່ງ ສປປ ລາວ, ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ແຫ່ງ ສປປ ລາວ, ມີຮອງປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໄດ້ໄປໃຊ້ ສິດປະຊາທິປະໄຕຂອງຕົນເອງປ່ອນບັດເລືອກເອົາ ສສຊ ແລະ ສສຂ ຢ່າງຄຶກຄື້ນ.


      ສະເພາະຢູ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ, ລັດ ໄດ້ລົງປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ (ສສນວ) ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງຫ້ອງການບ້ານທ່າພະລານໄຊ ເມືອງສີສັດຕະນາກນະຄອນຫລວງວຽງຈັນ. ບ້ານທ່າພະລານໄຊ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີ 412 ຄອບຄົວ, ມີ 23 ໜ່ວຍຄຸ້ມຄອງ, ມີພົນລະເມືອງທັງໝົດ 1.770 ຄົນ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງທັງໝົດ 1.331 ຄົນ, ຍິງ 768 ຄົນ ຊຶ່ງປະຊາຊົນພາຍໃນບ້ານກໍໄດ້ພ້ອມພຽງຮຽງໜ້າກັນເຂົ້າມາປ່ອນບັດເລືອກຕັ້ງຢ່າງຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ, ປອດໄພ ແລະ ອື່ນໆ. 

      ທ່ານ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດພ້ອມດ້ວຍປະຊາຊົນບ້ານທາດຫລວງໃຕ້ ໄດ້ປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດທີ V ຢູ່ວັດບ້ານທາດຫລວງໃຕ້ ເມືອງໄຊເສດຖາ ຊຶ່ງບ້ານທາດຫລວງໃຕ້ ມີ 429 ຄອບຄົວ, ມີ 42 ໜ່ວຍ, ມີພົນລະເມືອງທັງໝົດ 2.180 ຄົນ, ຍິງ 1.096 ຄົນ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງທັງໝົດ 1.600 ຄົນ, ຍິງ 853 ຄົນ, ມີ 2 ຈຸດປ່ອນບັດເລືອກຕັ້ງ.  

     ພ້ອມດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດໄດ້ປ່ອນບັດເລືອກຕັ້ງ ສສຊ ແລະ ສສນວ ຢູ່ໜ່ວຍປ່ອນບັດເລືອກຕ້ັງບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງ ຈັນ, ບ້ານໜອງບົວທອງເໜືອ ມີພົນລະເມືອງທັງໝົດ 3.148 ຄົນ, ຍິງ 1.647 ຄົນ, ຜູ້ມີສິດເລືອກຕ້ັງ 18 ປີຂຶ້ນໄປມີຈຳນວນ 2.054 ຄົນ, ຍິງ 1.105 ຄົນ, ພາຍໃນບ້ານມີ 2 ໜ່ວຍປ່ອນບັດ.


     ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກໍໄດ້ໄປໃຊ້ສິດຂອງຕົນເອງປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງທີ 23 ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຊຶ່ງເມືອງຈັນທະບູລີ ມີພົນລະເມືອງ 52.527 ຄົນ, ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ (ຕາມສໍາມະໂນຄົວ) ມີ 43.484 ຄົນ, ຜູ້ສາມາດປ່ອນບັດຢູ່ໃນບ້ານຂອງຕົນ (ຕາມສໍາມະໂນຄົວ) 40.782 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນ (ຕາມ ສຳມະໂນຄົວ 2.192 ຄົນ ແລະ ຜູ້ໄປເຮັດວຽກຢູ່ຕ່າງປະເທດ (ຕາມສໍາມະໂນຄົວ) 510 ຄົນ, ຜູ້ມີສິດຈາກທ້ອງຖິ່ນອື່ນ 2.107 ຄົນ; ທົ່ວເມືອງມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 55 ໜ່ວຍ. 

       ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກຮັບເລືອກຕັ້ງສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງ ຈໍາປາສັກ ເບີ 1 ໄດ້ໃຊ້ສິດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີ V ຮ່ວມກັບມວນຊົນແຂວງຈໍາປາສັກ ກໍຄືມວນຊົນນະຄອນປາກເຊ ຢູ່ສະໂມສອນແຂວງໜ່ວຍປ່ອນ ບັດເລືອກຕັ້ງບ້ານໂຊກອໍານວຍ ນະຄອນປາກເຊ, ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຈໍາປາສັກ ປະທານຄະນະກໍາມະການເລືອກຕ້ັງຂ້ັນແຂວງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ  X ເຂດເລືອກຕັ້ງທີ 15 ແຂວງຈໍາສັກ, ທ່ານ ວັນນະໄຊ ຊາດຕະກຸນ ກຳມະການສຳຮອງສູນກາງພັກເລຂາພັກນະຄອນປາກເຊ ຜູ້ສະໝັກ ເບີ 1 ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງນະຄອນປາກເຊ ພ້ອມ ຜູ້ສະໝັກທັງ 6 ທ່ານ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ ຊຸດທີ IV, ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງປະທານຄະນະກໍາມະການປົກຄອງແຂວງ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສບໍານານ, ການນໍານະຄອນປາກເຊ ພ້ອມດ້ວຍຄະນະພັກ, ອົງການປົກຄອງບ້ານ, ການຈັດຕ້ັງບ້ານທ່ີຂ້ຶນກັບຄະນະພັກຮາກຖານບ້ານໃຫຍ່ໂຊກອຳນວຍ ແລະ ພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນບ້ານເຂົ້າຮ່ວມປ່ອນບັດດ້ວຍບັນຍາກາດຟົດຟື້ນ.

       ສ່ວນຢູ່ແຂວງຊຽງຂວາງ, ທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໃນນາມຜູ້ສະໝັກ ສສຊ ເຂດເລືອກ ຕັ້ງທີ 9 ແຂວງຊຽງຂວາງ ນໍ້າເບີ 1, ທ່ານ ພູວົງ ອຸ່ນຄຳແສນ ກຳມະການ ສູນກາງພັກ, ເລຂາພັກແຂວງຊຽງຂວາງ ຜູ້ສະໝັກ ສສຊ ເຂດ 9 ແຂວງ ຊຽງຂວາງ ນໍ້າເບີ 2 ພ້ອມດ້ວຍ ບັນດາການນໍາຫລັກແຫລ່ງຂອງແຂວງ, ເມືອງ, ພະນັກງານ-ລັດຖະກອນ ແລະ ປະຊາຊົນພາຍໃນເຂດ ເທສະບານເມືອງແປກ ເຂົ້າຮ່ວມ ປ່ອນບັດເລືອກຕັ້ງຢ່າງພ້ອມພຽງ. ສຳລັບເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ, ມີຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ 174.419 ທ່ານ, ມີ ໜ່ວຍປ່ອນບັດ 432 ໜ່ວຍ ແລະ ໜ່ວຍເຄື່ອນທີ່ອີກຈໍານວນໜຶ່ງ ເພ່ືອອໍານວຍຄວາມສະດວກໃຫ້ແກ່ການປ່ອນບັດໃຫ້ມີຄວາມວ່ອງໄວ ແລະ ບ່ໍແອອັດ.  

         ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ໄດ້ປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດທີ V ຢູ່ໜ່ວຍເລືອກຕັ້ງທີ 78 ບ້ານໂຊກໃຫຍ່ ເມືອງໄຊເສດຖານະຄອນຫລວງວຽງຈັນ ຊຶ່ງໜ່ວຍເລືອກຕັ້ງດັ່ງກ່າວໄດ້ດໍາເນີນໄປດ້ວຍບັນຍາກາດຄຶກຄື້ນ, ພໍ່- ແມ່ປະຊາຊົນພາຍໃນບ້ານມີຄວາມຕື່ນຕົວພ້ອມພຽງຮຽງໜ້າກັນອອກມາໃຊ້ສິດປ່ອນບັດເລືອກຕັ້ງຕາມທີ່ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ບ້ານໂຊກໃຫຍ່ ມີພົນລະເມືອງທັງໝົດ 3.256 ຄົນ, ຍິງ 1.693 ຄົນ, ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ 2.595 ຄົນ, 1.374 ຄົນ. 

        ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ-ສສຂ ຢູ່ບ້ານພະຂາວ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ຊຶ່ງບ້ານພະຂາວ ມີພົນລະເມືອງ 4.676 ຄົນ ຍິງ 1.756 ຄົນ ມີ 5 ໜ່ວຍເລືອກຕັ້ງ, ແບ່ງອອກເປັນ 2 ຈຸດເລືອກຕັ້ງ ຄື: ຈຸດທີ 1 ຢູ່ວັດບ້ານພະຂາວ ມີ 3 ໜ່ວຍເລືອກຕັ້ງ ແລະ ຈຸດທີ 2 ຢູ່ ໂຮງຮຽນປະຖົມບ້ານພະຂາວ ມີ 2 ໜ່ວຍເລືອກຕັ້ງ, ຜູ້ມີສິດປ່ອນບັດ 3.192 ຄົນ.

          ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາໄດ້ປ່ອນບັດເລືອກຕັ້ງ ສສຊ-ສສນວ ຢູ່ໜ່ວຍເລືອກຕັ້ງ ຫ້ອງການບ້ານໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫລວງວຽງ ຈັນ. ບ້ານໂພນສີນວນ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີພົນລະເມືອງທັງໝົດ 1.496 ຄົນ ຍິງ 813 ຄົນ ມີໜ້າປ່ອນບັດຕົວຈິງ 1.082 ຄົນ ຍິງ 615 ຄົນ. ໃນນີ້, ຈຸດຫ້ອງການບ້ານໂພນສີນວນ ມີ 539 ຄົນ ຍິງ318 ຄົນ, ຈຸດໂຮງຮຽນປະຖົມສົມບູນໂພນສີນວນ ມີ 543 ຄົນ ຍິງ 297 ຄົນ ,ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍພັນລະຍາ ແລະ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີການນຳຂັ້ນເມືອງ, ອໍານາດການປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງຢູ່ໜ່ວຍເລືອກຕັ້ງທີ 59 ບ້ານໂນນສະຫວັນ ຊຶ່ງບ້ານດັ່ງກ່າວມີພົນລະເມືອງທັງໝົດ 1.240 ຄົນ, ຍິງ 658 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງທີ່ມີອາຍຸແຕ່ 18 ປີ ຂຶ້ນໄປຈໍານວນ 832 ຄົນ, ຍິງ 490 ຄົນ. 

         ທ່ານ ທອງສະລິດ ມັງໜ່ໍເມກ  ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າຜູ້ມີສິດເລືອກຕັ້ງໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງ ສສຊ- ສສຂ ຢູ່ໜ່ວຍເລືອກຕັ້ງວັດປ່າທ່າງ່ອນ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ຊຶ່ງທົ່ວບ້ານຜູ້ມີສິດປ່ອນບັດເລືອກຕັ້ງມີທັງໝົດ 2.770 ຄົນ ຍິງ 1.442 ຄົນ, ໄດ້ ແບ່ງອອກເປັນ 2 ຈຸດ ຄື: ໜ່ວຍເລືອກຕັ້ງທີ 70 ແລະ 71 ສະເພາະໜ່ວຍ ເລືອກຕັ້ງທີ 71 ວັດປ່າສາມັກຄີທ່າງ່ອນ ຜູ້ມີສິດເລືອກຕັ້ງທັງໝົດ 985 ຄົນ ຍິງ 405 ຄົນ.

       ທ່ານ  ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ປ່ອນບັດເລືອກຕັ້ງຢູ່ຫ້ອງການຮັກສາຄວາມສະຫງົບ ປກສ ກຸ່ມ 1 ບ້ານຈອມມະນີ, ເມືອງໄຊເສດຖານະ ຄອນຫລວງວຽງຈັນ ຊຶ່ງບ້ານດ່ັງກ່າວມີຜູ້ມີສິດເລືອກຕັ້ງທັງໝົດ 4.286 ຄົນ, ແມ່ຍິງ 2.379 ຄົນ.

         ຢູ່ແຂວງຄຳມ່ວນ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ ພ້ອມດ້ວຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງ ຄຳມ່ວນ, ຜູ້ສະໝັກນໍ້າເບີ 2, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງໄດ້ໄປໃຊ້ສິດຂອງຕົນຢູ່ໜ່ວຍປ່ອນບັດທີ 1 ບ້ານນາບົງ ເມືອງທ່າແຂກ ມີພົນລະເມືອງທັງໝົດ 1.749 ຄົນ, ຍິງ 880 ຄົນ, ຜູ້ມີສິດປ່ອນບັດ 948 ຄົນ, ຍິງ 540 ຄົນ.

      ນອກຈາກນີ້, ຍັງມີບັນດາທ່ານ ໃນກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ ແລະ ຄະນະກວດກາສູນກາງພັກພ້ອມດ້ວຍການນຳກໍ່ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂ້ັນແຂວງ (ສສຂ) ຊຸດທີ V ຢູ່ໜ່ວຍປ່ອນບັດຕ່າງໆຢ່າງພ້ອມພຽງ.

        ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ແມ່ນເຫດການການເມືອງໜ່ຶງທ່ີສຳຄັນທຸກໆ5 ປີ ຈະຈັດຂຶ້ນເທືື່ອໜຶ່ງ ເພື່ອໃຫ້ພົນລະເມືອງລາວຜູ້ມີສິດເລືອກຕ້ັງໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນຕາມລັດຖະທໍາມະນູນ ແລະ ກົດໝາຍ ເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າເຂ້ົາໄປເຮັດວຽກໃນອົງການນິຕິບັນຍັດສູງສຸດ, ເຮັດພາລະບົດບາດຮັບຮອງເອົາລັດຖະທຳມະນູນ, ກົດໝາຍ ແລະ ຕົກລົງບັນຫາສຳຄັນຂອງຊາດ, ທັງເປັນການສະແດງເຖິງຄວາມສາມັກຄີປອງດອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຖືເປັນບາດກ້າວສຳຄັນໃນການປັບປຸງອຳນາດລັດໃຫ້ມີຄວາມເຂ້ັມແຂງ ແລະ ຕອບສະໜອງຕາມຄວາມມຸ່ງມາດປາຖະໜາຂອງປະຊາຊົນຢ່າງແທ້ຈິງ. ພາຍຫລັງການເລືອກຕັ້ງ ສສຊ ແລະ ສສຂ ແລ້ວກໍຈະໄຂກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຂຶ້ນຢ່າງເປັນທາງການ ເພ່ືອພິຈາລະນາຕົກລົງຮັບຮອງເອົາບັນຫາສໍາຄັນຕ່າງໆຂອງຊາດ. ສໍາລັບບັ້ນເລືອກຕັ້ງຄັ້ງນີ້, ທົ່ວປະເທດມີຜູ້ມີສິດເລືອກຕ້ັງທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ ໃນນີ້, ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດທ່ີສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ 23.378 ຄົນ, ຍິງ 7.828 ຄົນ.

KPL

ຂ່າວອື່ນໆ

ads
ads

Top