ຂປລ
ຢູ່ນະຄອນຫລວງ ປາຣີີ ປະເທດຝຣັ່ງ, ສະພາລັດຖະມົນຕີ ອົງການ ພະລັງງານສາກົນ (IEA) 2026 ໄດ້ຮັບຮອງເອົາ ຂໍ້ສະເໜີ ຂອງ ຫວຽດນາມ ເຂົ້າເປັນປະເທດເຊື່ອມຕໍ່ ຂອງ ອົງການ ພະລັງງານ ສາກົນ ຢ່າງເປັນທາງການ.
ຂປລ.ວິທະນຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ຢູ່ນະຄອນຫລວງ ປາຣີີ ປະເທດຝຣັ່ງ, ສະພາລັດຖະມົນຕີ ອົງການ ພະລັງງານສາກົນ (IEA) 2026 ໄດ້ຮັບຮອງເອົາ ຂໍ້ສະເໜີ ຂອງ ຫວຽດນາມ ເຂົ້າເປັນປະເທດເຊື່ອມຕໍ່ ຂອງ ອົງການ ພະລັງງານ ສາກົນ ຢ່າງເປັນທາງການ.
ທ່ານປ.ອ Fatih Birol ຜູ້ອຳນວຍການ ຝ່າຍບໍລິຫານ IEA ກ່າວຄຳເຫັນ ໂດຍເນັ້ນໜັກວ່າ ການຮ່ວມມືມຸ່ງໄປເຖິງ ການສ້າງ ລະບົບ ພະລັງງານ ທົ່ວໂລກ ທີ່ ປອດໄພ, ຍືນຍົງ ແລະ ຮັບປະກັນ ຄ່າໃຊ້ຈ່າຍ ທີ່ ເໝາະສົມ ໃຫ້ແກ່ທຸກປະເທດ, ພ້ອມກັນນັ້ນ ຍັງຢັ້ງຢືນວ່າ ປະຊາຊົນ ຫລາຍກວ່າ 100 ລ້ານຄົນ ພ້ອມດ້ວຍ ແຫລ່ງພະລັງງານທີ່ອຸດົມສົມບູນ ຄື ໄຟຟ້າ ແສງຕາເວັນ, ໄຟຟ້າ ແຮງນ້ຳ, ອາຍແກັດ ແລະ ຄວາມສາມາດ ໃນການພັດທະນາ ໄຟຟ້ານິວເຄລຍ ໃນອະນາຄົດ ແລະ ຫວຽດນາມ ຈະສວມບົບດາດ ເຊື່ອມຕໍ່ສຳຄັນ ໃນ IEA.
ນອກນັ້ນ ທ່ານ ຈິງດຶກຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມ IEA ມີຄວາມໝາຍ ສຳຄັນ ພິເສດ ເມື່ອປະເທດ ກ້າວເຂົ້າສູ່ ໄລຍະພັດທະນາໃໝ່, ຢຶດໝັ້ນກັບເປົ້າໝາຍ ກັບການປ່ອຍທາດ ກາກບອນ ໃຫ້ຫລຸດລົງ ລະດັບ 0 ແລະ ຫັນພະລັງງານ ເປັນສີຂຽວ./
KPL