ຂປລ
ມຽນມາ ສັ່ງຫ້າມນຳເຂົ້າ, ຈຳໜ່າຍ ແລະ ໃຊ້ ຢາສູບໄຟຟ້າ, ບາຣາກູ່ໄຟຟ້າ ລວມເຖິງ ອຸປະກອນອື່ນໆ ທີ່ ກ່ຽວຂ້ອງ ເພື່ອປົກປ້ອງສຸຂະພາບ ຂອງ ປະຊາຊົນ ໂດຍສະເພາະ ໃນກຸ່ມເຍົາວະຊົນ.
ຂປລ. ສຳນັກຂ່າວ ຊິນຮວາ, ເມື່ອບໍ່ດົນມານີ້, ກະຊວງ ສາທາລະນະສຸກ ມຽນມາ ເປີດເຜີຍວ່າ: ມຽນມາ ສັ່ງຫ້າມນຳເຂົ້າ, ຈຳໜ່າຍ ແລະ ໃຊ້ ຢາສູບໄຟຟ້າ, ບາຣາກູ່ໄຟຟ້າ ລວມເຖິງ ອຸປະກອນອື່ນໆ ທີ່ ກ່ຽວຂ້ອງ ເພື່ອປົກປ້ອງສຸຂະພາບ ຂອງ ປະຊາຊົນ ໂດຍສະເພາະ ໃນກຸ່ມເຍົາວະຊົນ.
ຄຳສັ່ງຫ້າມ ດັ່ງກ່າວ ໄດ້ຮັບການ ປະກາດອອກມາ ໂດຍກະຊວງ ສາທາລະນະສຸກ ພາຍໃຕ້ ການອະນຸມັດ ຈາກຄະນະລັດຖະມົນຕີ, ຄວບຄຸມ ການຫ້າມນຳເຂົ້າ, ສົ່ງອອກ, ຈໍາໜ່າຍ, ຄອບຄອງ, ຈັດເກັບ ຕະຫລອດການນຳໃຊ້ ແລະ ບໍລິໂພກ ຢາສູບໄຟຟ້າ ອຸປະກອນທີ່ກ່ຽວຂ້ອງ ແລະ ບາຣາກູ່ໄຟຟ້າ.
ຄຳສັ່ງຫ້່ມນີ້ ໄດ້ຖືກ ບັງຄັບໃຊ້ ພາຍໃຕ້ກົດໝາຍ ວ່າດ້ວຍ ສິນຄ້າ ແລະ ບໍລິການທີ່ຈຳເປັນ. ໃນຂະນະທີ່ ຢາສູບໄຟຟ້າ ພວມໄດ້ຮັບ ການນິຍົມ ຫລາຍຂຶ້ນເລື້ອຍໆ ໃນກຸ່ມໄວໝຸ່ມ. ບໍ່ສະເພາະແຕ່ ມຽນມາ ເທົ່ານັ້ນ ແຕ່ຍັງລວມເຖິງ ປະເທດອື່ນໆ ອີກດ້ວຍ./
KPL