ຂປລ
ອິນເດຍ-ບຣາຊິນ ໄດ້ຍົກລະດັບ ການຮ່ວມມື ດ້ານແຮ່ທາດສຳຄັນ ແລະ ພະລັງງານສະອາດ ໂດຍເລັ່ງເປົ້າໝາຍໃສ່ ຍອດການ ຄ້າຂາຍ ໃຫ້ບັນລຸ ມູນຄ່າ ເພີ່ມສູງຂຶ້ນ, ພ້ອມທັງ ການສືບຕໍ່ ອຸດສາຫະກຳ ໄຮເທດ ແລະ ປ້ອງກັນປະເທດ ຮ່ວມກັນ.
ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ນິວເດລີ ປະເທດອິນເດຍ ເມື່ອວັນທີ 22 ກຸມພາວ່າ: ອິນເດຍ-ບຣາຊິນ ໄດ້ຍົກລະດັບ ການຮ່ວມມື ດ້ານແຮ່ທາດສຳຄັນ ແລະ ພະລັງງານສະອາດ ໂດຍເລັ່ງເປົ້າໝາຍໃສ່ ຍອດການ ຄ້າຂາຍ ໃຫ້ບັນລຸ ມູນຄ່າ ເພີ່ມສູງຂຶ້ນ, ພ້ອມທັງ ການສືບຕໍ່ ອຸດສາຫະກຳ ໄຮເທດ ແລະ ປ້ອງກັນປະເທດ ຮ່ວມກັນ.
ໂດຍທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີ ອິຍເດຍ ແລະ ທ່ານ ລູອີສ ອິນາຊີໂອ ລູລາ ດາ ຊີລວາ ປະທານາທິບໍດີ ບຣາຊິນ ໄດ້ປຶກສາຫາລືກັນ ຢູ່ ນະຄອນຫລວງ ນີວເດລີ , ຊຶ່ງທັງສອງ ປະເທດ ໄດ້ບັນລຸ ຂໍ້ຕົກລົງ ຍົກລະດັບຄວາມຮ່ວມມືກັນ ໃນດ້ານແຮ່ທາດສຳຄັນ ແລະ ແຮ່ຫາຍາກ.
ທ່ານ ນະເຣນທຣາ ໂມດີ ກ່າວວ່າ ຂໍ້ຕົກລົງນີ້ ເປັນບາດກ້າວ ສຳຄັນ ໃນການສ້າງ ຄວາມສຳພັນເຊັ່ນ: ເນື່ອງຈາກ ບຣາຊິນ ຖືເປັນປະເທດ ທີ່ມີ ປະລິມານ ແຮ່ທາດ ສຳຄັນຫລາຍ ເປັນອັນດັບ2 ຂອງໂລກ, ຊຶ່ງຈຳເປັນ ຢ່າງຍິ່ງ ໃນການຜະລິດລົດໄຟຟ້າ (ອີວີ) ແຜງໂຊລາເຊລ, ສະມາຣດໂຟນ ໄປຈົນເຖິງ ເຄື່ອງກົນຈັກ ແລະ ຊິບ./
KPL