88 ປະເທດ-ອົງການຈັດຕັ້ງສາກົນເຊັນຖະແຫລງການ ນິວເດລີ ກ່ຽວກັບປັນຍາປະດິດ

23/02/2026 19:43
ຂປລ ກອງປະຊຸມ ສຸດຍອດ ກ່ຽວກັບ ການກະທົບ ຂອງ ປັນຍາປະດິດ (AI) 2026 ໄດ້ອັດລົງລົງ ຢູ່ນະຄອນຫລວງ ນິວເດລີ ປະເທດ ອິນເດຍ ໂດຍມີ 88 ປະເທດ ແລະ ອົງການ ຈັດຕັ້ງສາກົນ ເຊັນຖະແຫລງການ ນິວເດລີ ກ່ຽວກັບ ປັນຍາປະດິດ.

ຂປລ. ວິທະນຸກະຈາຍສຽງ ຫວຽດນາມ,  ກອງປະຊຸມ ສຸດຍອດ ກ່ຽວກັບ ການກະທົບ ຂອງ ປັນຍາປະດິດ (AI) 2026 ໄດ້ອັດລົງລົງ ຢູ່ນະຄອນຫລວງ ນິວເດລີ ປະເທດ ອິນເດຍ ໂດຍມີ 88 ປະເທດ ແລະ ອົງການ ຈັດຕັ້ງສາກົນ ເຊັນຖະແຫລງການ ນິວເດລີ ກ່ຽວກັບ ປັນຍາປະດິດ. ນີ້ຖືວ່າ ແມ່ນຂີດໝາຍ ສຳຄັນ ໃນຄວາມມານະພະຍາຍາມ ສ້າງຂອບເຂດ ການຮ່ວມມື ທົ່ວໂລກ ດ້ວຍອຸດສາປະກຳ ປັນຍາປະດິດ.

          ໂດຍອີງຕາມຫລັກການ “ຜົນປະໂຫຍດ, ຄວາມຜາສຸກ ໃຫ້ແກ່ ທຸກຄົນ”, ຖະແຫລງການ ນິວເດລີ ໄດ້ຢືນຢັນວ່າ ບັນດາ ໝາກຜົນ ຈາກ ປັນຍາປະດິດ ຕ້ອງໄດ້ຈັດແບ່ງ ຢ່າງສະເໝີພາບ, ບໍ່ວ່າ ປະເທດໃດ ຫລື ກຸ່ມສັງຄົມໃດ ກໍບໍ່ຖືກປະໄວ້ ຢູ່ເບື້ອງຫລັງ. ນອກນັ້ນ ບັນດາ ຝ່າຍເຂົ້າຮ່ວມ ໄດ້ໃຫ້ ຄຳໝັ້ນສັນຍາ ກ່ຽວກັບ ເພີ່ມທະວີ ສົມທົບ ນະໂຍບາຍ ແລະ ການກະທຳ ທີ່ແທ້ຈິງ ເພື່ອແນໃສ່ ຫັນວິໄສທັດ ລວມນີ້ ໃຫ້ປະກົດຜົນ ເປັນຈິງ ຕາມສະພາບການທີ່ ປັນຍາປະດິດ ພວມພັດທະນາ ຢ່າງວ່ອງໄວ ໃນທຸກຂົງເຂດ.

ຖະແຫລງການ ນິວເດລີ ໄດ້ເນັ້ນໜັກເຖິງ 3 ເປົ້າໝາຍ ແກ່ນສານ ຂອງ ກອງປະຊຸມສຸດຍອດ ການກະທົບປັນຍາປະດິດ ອິນເດຍ 2026, ລວມມີ, ມະນຸດ, ໜ່ວຍພິພົບ ແລະ ຄວາມກ້າວໜ້າ;  ການວາງມະນຸດ ໃນທີ່ຕັ້ງໃຈກາງຂອງວິວັດ ການ ພັດທະນາ ປັນຍາປະດິດ. ປະຊາຄົມສາກົນ ກໍ່ໃຫ້ຄຳໝັ້ນສັນຍາ ຮັບປະກັນ ໃຫ້ເຕັກໂນໂລຊີນີ້ ຮັບໃຊ້ບັນດາ ເປົ້າໝາຍ ພັດທະນາ ແບບຍືນຍົງ ແລະ ປ່ຽນໃໝ່ໃນໄລຍະຍາວນານ./

KPL

ຂ່າວອື່ນໆ

ads
ads

Top