ຫລັງຖືກເລືອກຕັ້ງເຂົ້າເປັນຕົວແທນແລ້ວ ໃຫ້ໃກ້ຊິດຕິດແທດປະຊາຊົນຢ່າງແທ້ຈິງ

19/02/2026 14:44
ຂປລ ຂປລ. ປັດຈຸບັນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນຂອບເຂດທົ່ວປະເທດ ລ້ວນມີຄວາມປິຕິຍິນດີ ແລະ ກຽມພ້ອມໄປໃຊ້ສິດເລືອກຕັ້ງເອົາຜູ້ແທນທີ່ຕົນມັກເຂົ້າເປັນຕົວແທນໄປນັ່ງ ໃນສະພາແຫ່ງຊາດ.

ຂປລ. ປັດຈຸບັນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນຂອບເຂດທົ່ວປະເທດ ລ້ວນມີຄວາມປິຕິຍິນດີ ແລະ ກຽມພ້ອມໄປໃຊ້ສິດເລືອກຕັ້ງເອົາຜູ້ແທນທີ່ຕົນມັກເຂົ້າເປັນຕົວແທນໄປນັ່ງ ໃນສະພາແຫ່ງຊາດ. ຂະນະທີ່ຈຳນວນໜຶ່ງກໍໄດ້ໃຫ້ທັດສະນະຕໍ່ຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ແລະ ສສຂ ໃນຊຸດນີ້, ໂດຍສະເພາະແມ່ນພາຍຫລັງຖືກເລືອກຕັ້ງຈາກປະຊາຊົນໄປນັ່ງໃນສະພາແລ້ວ ຂໍໃຫ້ປະຕິບັດໜ້າທີ່ການເມືອງທີ່ປະຊາຊົນມອບໝາຍໃຫ້ ແລະ ລົງໃກ້ຊິດຕິດແທດປະຊາຊົນ, ເປັນຕົວແທນຊ່ວຍປະຊາຊົນແກ້ໄຂບັນຫາຕ່າງໆ, ເປັນຕົວແທນທີ່ບໍລິສຸດຖືວຽກສ່ວນລວມເປັນກົກ ແລະ ອື່ນໆ. 
ທ່ານ ສົມຊາຍ ສວນບຸນມາ ເລຂາພັກບ້ານ ນາຍບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນໂອກາດທີ່ຜູ້ຮັບສະໝັກເລືອກລົງໂຄສະນາຫາສຽງທີ່ວັດບ້ານນາສ້ຽວ ໃນວັນທີ 16 ກຸມພາ 2026 ວ່າ: ປັດຈຸບັນນີ້ ບ້ານຕົນແມ່ນມີຄວາມພ້ອມຕໍ່ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ແລ້ວ ຊຶ່ງພາຍໃນບ້ານຕົນມີຜູ້ມີສິດເລືອກຕັ້ງຫລາຍກວ່າ 3.900 ຄົນ. ໃນນັ້ນ, ໄດ້ແບ່ງອອກເປັນ 3 ຈຸດປ່ອນບັດ ຄື: ຫ້ອງການບ້ານນາສ້ຽວ, ຄ້າຍທະຫານ ແລະ ເດີ່ນອາຈານເກີມົວ. ນອກຈາກນີ້, ດ້ານບຸກຄະລາກອນກໍມີຄວາມພ້ອມເຊັ່ນດຽວກັນ ເມື່ອຮອດມື້ວັນທີ 22 ກຸມພາ ກໍພ້ອມກັນໄປປ່ອນເລືອກຕັ້ງ. ແນວໃດກໍດີ,  ໃນນາມຕົນເປັນນາຍບ້ານ ຈະໄດ້ເອົາໃຈໃສ່ປຸກລະດົມໃຫ້ຜູ້ມີສິດເລືອກຕັ້ງພາຍໃນບ້ານເອົາໃຈໃສ່ຕື່ນຕົວມາໃຊ້ສິດເລືອກຕັ້ງເອົາຜູ້ແທນທີ່ມີຄວາມສາມາດ, ເປັນຕົວແທນຂອງປະຊາຊົນເຂົ້າໄປນັ່ງໃນສະພາ 
ເພື່ອເຮັດໜ້າທີ່ໃນການເປັນຕົວ ແທນສະເໜີບັນຫາຕ່າງໆ ຂອງປະ ຊາຊົນຕໍ່ພາກສ່ວນກ່ຽວຂ້ອງ ກໍຄື ລັດຖະບານໃນຕໍ່ໜ້າ. ພ້ອມນີ້ທ່ານ ບຸນຊອມ ທຳມະວົງສາ ຫົວໜ້າ ປກຊ ບ້ານນາສ້ຽວ ໃຫ້ສຳພາດວ່າ: ໃນນາມຕົນເປັນຫົວ ໜ້າ ປກຊ ກໍພ້ອມທີ່ຈະປະກອບສ່ວນຢ່າງຕັ້ງໜ້າ ທັງຈະປຸກລະດົມອ້າຍນ້ອງ ປກຊ-ປກສ ປ້ອງກັນເວນຍາມໃນບັ້ນເລືອກຕັ້ງຄັ້ງນີ້ ໃຫ້ມີຄວາມສະຫງົບປອດໄພ ໄປພ້ອມໆ

ກັບການໄປໃຊ້ສິດຂອງຕົນເລືອກເອົາ ສສຊ ແລະ ສສຂ ໃນຄັ້ງນີ້ ເພື່ອໃຫ້ໄດ້ຜູ້ແທນທີ່ເປັນຫ່ວງເປັນໄຍ ຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ໄປນັ່ງໃນສະພາແຫ່ງຊາດ. ການເລືອກຜູ້ແທນດັ່ງກ່າວ ໃນນາມຕົນເອງຈະສັງເກດເບິ່ງເອົາປະຫວັດການເຄື່ອນໄຫວ, ການເຮັດວຽກປະສົບການໃນໄລຍະຜ່ານມາຂອງຜູ້ສະໝັກຮັບເລືອກຕັ້ງ ເພື່ອຈະໄດ້ຜູ້ແທນທີ່ມີຄວາມຮູ້ ຄວາມສາມາດເຂົ້າເປັນຕົວແທນ ຂອງປະຊາຊົນບັນດາເຜົ່າ. ຂະນະທີ່ພາຍຫລັງໄດ້ເປັນຕົວແທນຂອງປະຊາຊົນໄປນັ່ງໃນສະພາແລ້ວ ກໍຂໍໃຫ້ລົງພົບປະປະຊາຊົນຢ່າງໃກ້ຊິດຕິດແທດ ກັບປະຊາຊົນດ້ວຍການຮັບຄຳສະເໜີ ຂອງປະຊາຊົນໄປສະເໜີໃນສະພາແຫ່ງຊາດ, ຊ່ວຍການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ. 

ແມ່ຕູ້ດາ ສິງຫາລາດ ປະຊາຊົນບ້ານນາສ້ຽວ ກໍໃຫ້ສຳພາດວ່າ: ໃນມື້ເລືອກຕັ້ງ ສສຊ ກໍຈະໄດ້ໄປໃຊ້ສິດຂອງຕົນເລືອກເອົາຜູ້ແທນທີ່ຕົນມັກ, ຜູ້ມີຄວາມຮູ້ເຂົ້າມາຮັບໃຊ້ປະຊາຊົນ. ພ້ອມນີ້, ພາຍຫລັງຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການເລືອກຕັ້ງເປັນ ສສຊ ຈາກປະຊາຊົນບັນດາເຜົ່າ ກໍຂໍໃຫ້ເອົາໃຈໃສ່ຊ່ວຍປະຊາຊົນ, ລົງພົບ ປະປະຊາຊົນໃຫ້ທົ່ວເຖິງ, ນຳເອົາບັນຫາຕ່າງໆ ທີ່ຮັບຮອງຈາກກອງປະຊຸມສະພາແຫ່ງຊາດ ແຕ່ລະສະໄໝລົງເຜີຍແຜ່, ພ້ອມທັງຮັບເອົາຄຳສະເໜີຂອງປະຊາຊົນໄປສະເໜີຕໍ່ໃນກອງປະຊຸມສະພາໃຫ້ພາກສ່ວນກ່ຽວຂ້ອງກໍຄືລັດຖະບານພິຈາລະນາແກ້ໄຂ.              

KPL

ຂ່າວອື່ນໆ

ads
ads

Top