7221

okpq d]a f4t,q o8u lqj 'lko-q ,g-u p76j Ij ;,8ec|j ' ຂປລ. ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໄດ້ ຈັດຂຶ້ນພ້ອມກັນທົ່ວປະເທດ ໃນວັນອາທິດທີ 22 ກຸມພາ 2026 ດ້ວຍ ບັນຍາກາດຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ ແລະ ປອດໄພ ໂດຍມີບັນດາການນຳຂັ້ນສູງພັກ-ລັດ, ອະດີດ ການນຳຂັ້ນສູງພັກ-ລັດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າທີ່ ມີອາຍຸ 18 ປີຂຶ້ນໄປໄດ້ພ້ອມກັນຫລັ່ງໄຫລໄປໃຊ້ສິດປະຊາທິປະໄຕ ຂອງຕົນຢ່າງເປັນຂະບວນຟົດຟື້ນຕັ້ງແຕ່ເວລາ 7 ໂມງເຊົ້າຈົນເຖິງ 5 ໂມງແລງ ໂດຍມີຄະນະກໍາມະການເລືອກຕັ້ງຂັ້ນນະຄອນຫລວງ ວຽງຈັນ, ແຂວງ, ເມືອງ ແລະ ບ້ານລວມທັງເຈົ້າໜ້າທີ່ຄະນະໜ່ວຍ ປ່ອນບັດ ແລະ ຄະນະປ້ອງກັນປະຈໍາແຕ່ລະໜ່ວຍເຮັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງເອື້ອອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ທຸກຖ້ວນໜ້າໄດ້ປ່ອນບັດເລືອກຕັ້ງຢ່າງຖືກຕ້ອງເປັນຕົ້ນການແນະນໍາ ວິທີຂີດບັດ ແລະ ປ່ອນບັດລົງຄະແນນສຽງກັບທີ່ ເພື່ອຮັບປະກັນບໍ່ໃຫ້ ມີບັດເສຍ ຫລື ບັດຕາຍ, ແນໃສ່ໃຫ້ບັນລຸຕາມຈຸດປະສົງ, ຄາດໝາຍທີ່ ວາງໄວ້ 400% ຄື: ປະຊາຊົນຜູ້ມີສິດເລືອກ dkooe0A ol6 'ra d{]a fF vtfu fdkooe0A ol6 ' c]t xt-k-q o]k;[a ofkgzqj k .-h ly fg]n vd8A 'gvq k ll- -5 fmu X c]t ll0 -5 fmu V 1j k'gxa o0t[;o2q f2N o ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 23.02.2026 ປີທີ 25 ສະບັບທີ 6.382ັັີີັີ -q ,g-u pdkog]n vd8A 'lt,k-y dltrkcsj '-kf -5 fmu X c]t lt,k-y dltrkxt-k-q o0A oc0;' -5 fmu V 1j k'l5 f.9K slr lts]5 [8u ]k7kdko9a f8A 'xt8y [a f ;Pd'koxu 2025 c]t ;k'my fmk'czodkoxu 2026 ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ທ່ານຄຳພັນພົມມະທັດກຳມະການກົມການເມືອງສູນກາງພັກ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ Xແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີV ຢູ່ນະຄອນຫລວງວຽງຈັນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປ່ອນບັດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ແຂວງຈຳປາສັກ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວ ສ້າງຊາດ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ແຂວງຊຽງຂວາງ ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງ ສູນກາງພັກ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີXແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ປະຊາຊົນອອກມາໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາ ຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ທ່ານ ທອງລຸນ ສີສຸລິດ ປະທານປະເທດ ປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ທ່ານ ນາງ ປານີ ຢາທໍ່ຕູ້ຮອງປະທານປະເທດ ປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ປ່ອນບັດເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດກອງປະຊຸມສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານປີ 2025 ແລະ ວາງທິດທາງ ແຜນການປະຈໍາປີ 2026 ໃນອາ  ອ່ານຕໍ່ໜ້າ 2່ າໍ່ ໜ້າ -q ,g-u p[A og]n vd8A ' ll-{ll0 1j k'l5 f.9K dkooe0A ol6 '0v']k; lqj '9q f\kp-q ,g-u p;a o-kfpuj x5j o ຂປລ. ວັນທີ 23 ກຸມພາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ 4tcs]'dko0v'37lq ddt-;'dko8j k'xtgmf csj ' lxx ]k; 8da [ltrk[dko16j l d6 [k  ອ່ານຕໍ່ໜ້າ 4່ າໍ່ ໜ້າ + ທິດຜ່ານມາ ໂດຍການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ ກໍາມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີ ບັນດາຄະນະຫ້ອງວ່າການສູນກາງ ພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າ ພະແນກ, ຮອງພະແນກ, ບັນດາ ສະຫາຍພະນັກງານ-ລັດຖະກອນ ເຂົ້າຮ່ວມ. ສະຫາຍ ວັນໄຊ ແພງຊຸມມາ ຮອງຫົວໜ້າຫ້ອງວ່າການສູນກາງ ພັກ ໄດ້ຜ່ານບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ວາງທິດ ທາງແຜນການເຄື່ອນໄຫວປະຈຳປີ 2026 ໂດຍໄດ້ຍົກໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດວຽກງານວິ ຊາສະເພາະໃນປີ 2025 ສຳລັບ ວຽກງານເສນາທິການດ້ານວຽກ ງານເນື້ອໃນ: ສໍາເລັດການກະກຽມ ແລະ ຮັບໃຊ້ພິທີສະເຫລີມສະຫລອງ ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ສໍາ ເລັດຜົນຢ່າງຈົບງາມ; ເປັນໃຈກາງ ປະສານສົມທົບ ແລະ ຊ່ວຍວຽກ ບັນດາອະນຸກໍາມະການຕ່າງໆຂອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ, ກະກຽມເນື້ອໃນ ແລະ ຕິດຕາມ ສະຫາຍ ເພັດ ພົມພິພັກ  ອ່ານຕໍ່ໜ້າ 4່ າໍ່ ໜ້າ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 23/02/2026 xtgmf]k; ການນຳຂັ້ນສູງພັກ-ລັດ...ັູ້ັັ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ທ່ານ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ ພ້ອມດ້ວຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄຳມ່ວນ ປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ແຂວງຄຳມ່ວນ ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປ່ອນບັດເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ຂປລ. ບັ້ນເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ V ໄດ້ຈັດຂຶ້ນ ພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026 ນີ້, ໂດຍມີບັນດາການນຳຂັ້ນສູງພັກລັດນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ຈູນມະລີ ໄຊຍະສອນ ອະດີດເລຂາທິການ ໃຫຍ່, ອະດີດປະທານປະເທດ ແຫ່ງ ສປປ ລາວ, ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ອະດີດ ປະທານປະເທດ ແຫ່ງ ສປປ ລາວ, ມີຮອງປະທານປະເທດ, ປະທານ ສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ຮອງປະ ທານສະພາແຫ່ງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າໄດ້ໄປໃຊ້ ສິດປະຊາທິປະໄຕຂອງຕົນເອງປ່ອນ ບັດເລືອກເອົາ ສສຊ ແລະ ສສຂ ຢ່າງ ຄຶກຄື້ນ. ສະເພາະຢູ່ນະຄອນຫລວງວຽງ ຈັນ, ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ, ລັດ ໄດ້ ລົງປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສ ນວ) ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກ ຕັ້ງຫ້ອງການບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນ. ບ້ານທ່າພະລານໄຊ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີ 412 ຄອບຄົວ, ມີ 23 ໜ່ວຍຄຸ້ມຄອງ, ມີ ພົນລະເມືອງທັງໝົດ 1.770 ຄົນ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງທັງໝົດ 1.331 ຄົນ, ຍິງ 768 ຄົນ ຊຶ່ງ ປະຊາຊົນພາຍໃນບ້ານກໍໄດ້ພ້ອມ ພຽງຮຽງໜ້າກັນເຂົ້າມາປ່ອນບັດ ເລືອກຕັ້ງຢ່າງຄຶກຄື້ນ, ຮັກສາໄດ້ ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງ ໃສ, ສະຫງົບ, ປອດໄພ ແລະ ອື່ນໆ. ທ່ານຈູມມາລີໄຊຍະສອນອະດີດ ເລຂາທິການໃຫຍ່, ອະດີດປະທານ ປະເທດ ພ້ອມດ້ວຍປະຊາຊົນບ້ານ ທາດຫລວງໃຕ້ ໄດ້ປ່ອນບັດເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດ ທີVຢູ່ວັດບ້ານທາດຫລວງໃຕ້ ເມືອງ ໄຊເສດຖາ ຊຶ່ງບ້ານທາດຫລວງໃຕ້ ມີ 429 ຄອບຄົວ, ມີ 42 ໜ່ວຍ, ມີ ພົນລະເມືອງທັງໝົດ 2.180 ຄົນ, ຍິງ 1.096 ຄົນ. ໃນນັ້ນ, ມີຜູ້ມີ ສິດເລືອກຕັ້ງທັງໝົດ 1.600 ຄົນ, ຍິງ 853 ຄົນ, ມີ 2 ຈຸດປ່ອນບັດ ເລືອກຕັ້ງ. ພ້ອມດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ປ່ອນບັດເລືອກຕັ້ງ ສສຊ ແລະ ສສນວ ຢູ່ໜ່ວຍປ່ອນບັດເລືອກຕັ້ງ ບ້ານໜອງບົວທອງເໜືອ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງ ຈັນ, ບ້ານໜອງບົວທອງເໜືອ ມີ ພົນລະເມືອງທັງໝົດ 3.148 ຄົນ, ຍິງ 1.647 ຄົນ, ຜູ້ມີສິດເລືອກຕັ້ງ 18 ປີຂຶ້ນໄປມີຈຳນວນ 2.054 ຄົນ, ຍິງ 1.105 ຄົນ, ພາຍໃນບ້ານມີ 2 ໜ່ວຍປ່ອນບັດ. ຊົມເຊີຍບັ້ນເລືອກຕັ້ງ...ົີັ້ືັ້ ຕັ້ງໄປເລືອກຕັ້ງຄົບຈຳນວນ 100%, ຜູ້ມີສິດເລືອກຕັ້ງຮູ້ນຳໃຊ້ສິດ ຕາມລະບຽບກົດໝາຍ ໂດຍສະເພາະແມ່ນກົດໝາຍການເລືອກຕັ້ງໃຫ້ ໄດ້ 100%, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງ 100% ແລະ ການເລືອກຕັ້ງມີຄວາມໂປ່ງໃສ ແລະ ທັນເວລາ 100%. ສຳລັບບັ້ນເລືອກຕັ້ງໃນຄັ້ງນີ້, ທົ່ວປະເທດມີຜູ້ມີສິດເລືອກຕັ້ງ ສສຊ ແລະ ສສຂ ທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້, ຜູ້ ມີສິດເລືອກຕັ້ງຢູ່ຕ່າງປະເທດທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ ມີ 23.378 ຄົນ, ຍິງ 7.828 ຄົນ. ສະເພາະຢູ່ນະຄອນຫລວງວຽງຈັນ ມີຜູ້ມີສິດເລືອກຕັ້ງທັງໝົດ 663.410 ຄົນ, ຍິງ 331.347 ຄົນ, ມີໜ່ວຍ ປ່ອນບັດເລືອກຕັ້ງທັງໝົດ 802 ໜ່ວຍ ແລະ ມີໜ່ວຍເຄື່ອນທີ່ປ່ອນບັດຢູ່ ເຮືອນຈໍານວນໜຶ່ງ. ແຕ່ລະໜ່ວຍເລືອກຕັ້ງແມ່ນມີສອງຫີບປ່ອນບັດ ຄື: ຫີບປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກ ສະພາປະຊາຊົນຂັ້ນແຂວງ. ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເປັນເຫດການ ທີ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດການເມືອງຂອງປະຊາຊົນລາວ ບັນດາເຜົ່າທົ່ວທັງຊາດ ລວມທັງພົນລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງປະເທດ ໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ໃນ ຖານະເປັນເຈົ້າຂອງອຳນາດລັດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງທຸກໆ 5 ປີ ຈະຈັດຂຶ້ນເທືື່ອໜຶ່ງ ເພື່ອເລືອກເອົາບຸກຄົນ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີເງື່ອນໄຂຄົບຖ້ວນກວ່າໝູ່, ກ້າເວົ້າ, ກ້າສະເໜີ ຊື່ສັດບໍລິສຸດເຂົ້າເປັນສະມາຊິກພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າເຂົ້າໄປເຮັດວຽກໃນອົງການນິຕິບັນຍັດ ສູງສຸດ, ເຮັດພາລະບົດບາດຮັບຮອງເອົາລັດຖະທຳມະນູນ, ກົດໝາຍ ແລະ ຕົກລົງບັນຫາສຳຄັນຂອງຊາດ, ທັງເປັນການສະແດງເຖິງຄວາມ ສາມັກຄີປອງດອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຖືເປັນບາດກ້າວສຳຄັນໃນການປັບປຸງອຳນາດລັດໃຫ້ ມີຄວາມເຂັ້ມແຂງ ແລະ ຕອບສະໜອງຕາມຄວາມມຸ່ງມາດປາຖະໜາ ຂອງປະຊາຊົນຢ່າງແທ້ຈິງ. ພາຍຫລັງການເລືອກຕັ້ງ ສສຊ ແລະ ສສຂ ແລ້ວກໍຈະໄຂກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດ ທີ X ຂຶ້ນຢ່າງເປັນທາງການເພື່ອພິຈາລະນາຕົກລົງຮັບຮອງເອົາບັນ ຫາສໍາຄັນຂອງຊາດ. ຊົມເຊີຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຢ່າງ ສຸດໃຈ! ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກໍໄດ້ໄປ ໃຊ້ສິດຂອງຕົນເອງປ່ອນບັດເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດ ທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງທີ 23 ບ້ານສີບຸນເຮືອງ ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ຊຶ່ງ ເມືອງຈັນທະບູລີ ມີພົນລະເມືອງ 52.527 ຄົນ, ຈໍານວນຜູ້ມີສິດປ່ອນ ບັດເລືອກຕັ້ງ (ຕາມສໍາມະໂນຄົວ) ມີ 43.484 ຄົນ, ຜູ້ສາມາດປ່ອນບັດ ຢູ່ໃນບ້ານຂອງຕົນ (ຕາມສໍາມະໂນ ຄົວ) 40.782 ຄົນ, ຜູ້ມີສິດປ່ອນ ບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນ (ຕາມ ສຳມະໂນຄົວ 2.192 ຄົນ ແລະ ຜູ້ໄປ ເຮັດວຽກຢູ່ຕ່າງປະເທດ (ຕາມສໍາ ມະໂນຄົວ) 510 ຄົນ, ຜູ້ມີສິດຈາກ ທ້ອງຖິ່ນອື່ນ 2.107 ຄົນ; ທົ່ວເມືອງ ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 55 ໜ່ວຍ. ທ່ານ ສອນໄຊ ສີພັນດອນ ກໍາມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງ ຈໍາປາສັກ ເບີ 1 ໄດ້ໃຊ້ສິດເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີ V ຮ່ວມກັບມວນຊົນແຂວງຈໍາ ປາສັກ ກໍຄື ມວນຊົນນະຄອນປາກ ເຊ ຢູ່ສະໂມສອນແຂວງໜ່ວຍປ່ອນ ບັດເລືອກຕັ້ງບ້ານໂຊກອໍານວຍ ນະ ຄອນປາກເຊ, ມີທ່ານ ອາລຸນໄຊ ສູນນະລາດກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຈໍາປາສັກ ປະທານຄະນະກໍາມະ ການເລືອກຕັ້ງ ຂັ້ນແຂວງ, ບັນດາ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາ ສັກ, ທ່ານ ວັນນະໄຊ ຊາດຕະກຸນ ກຳມະການສຳຮອງສູນກາງພັກ ເລຂາພັກນະຄອນປາກເຊ ຜູ້ສະໝັກ ເບີ 1 ສສຂ ຊຸດທີ V ປະຈຳເຂດ ເລືອກຕັ້ງນະຄອນປາກເຊ ພ້ອມ ຜູ້ສະໝັກທັງ 6 ທ່ານ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາ ປະຊາຊົນແຂວງ ຊຸດທີ IV, ທ່ານ ສຸກ ສະຫວັນ ວິໄລວົງ ຮອງເລຂາພັກ ແຂວງປະທານຄະນະກໍາມະການ ປົກຄອງແຂວງ, ອະດີດການນໍາຂັ້ນ ສູງ, ພະນັກງານອາວຸໂສບໍານານ, ການນໍານະຄອນປາກເຊ ພ້ອມດ້ວຍ ຄະນະພັກ, ອົງການປົກຄອງບ້ານ, ການຈັດຕັ້ງບ້ານທີ່ຂຶ້ນກັບຄະນະພັກ ຮາກຖານບ້ານໃຫຍ່ໂຊກອຳນວຍ ແລະ ພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດ ເລືອກຕັ້ງພາຍໃນບ້ານເຂົ້າຮ່ວມປ່ອນ ບັດດ້ວຍບັນຍາກາດຟົດຟື້ນ. ສ່ວນຢູ່ແຂວງຊຽງຂວາງ, ທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການ ກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ ໃນນາມຜູ້ສະໝັກ ສສຊ ເຂດເລືອກ ຕັ້ງທີ 9 ແຂວງຊຽງຂວາງ ນໍ້າເບີ 1, ທ່ານ ພູວົງ ອຸ່ນຄຳແສນ ກຳມະການ ສູນກາງພັກ, ເລຂາພັກແຂວງຊຽງ ຂວາງ ຜູ້ສະໝັກ ສສຊ ເຂດ 9 ແຂວງ ຊຽງຂວາງ ນໍ້າເບີ 2 ພ້ອມດ້ວຍ ບັນດາການນໍາຫລັກແຫລ່ງຂອງ ແຂວງ, ເມືອງ, ພະນັກງານ-ລັດຖະ ກອນ ແລະ ປະຊາຊົນພາຍໃນເຂດ ເທສະບານເມືອງແປກ ເຂົ້າຮ່ວມ ປ່ອນບັດເລືອກຕັ້ງຢ່າງພ້ອມພຽງ. ສຳລັບເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ, ມີຈຳນວນຜູ້ມີສິດປ່ອນ ບັດເລືອກຕັ້ງ 174.419 ທ່ານ, ມີ ໜ່ວຍປ່ອນບັດ 432 ໜ່ວຍ ແລະ ໜ່ວຍເຄື່ອນທີ່ອີກຈໍານວນໜຶ່ງ ເພື່ອ ອໍານວຍຄວາມສະດວກ ໃຫ້ແກ່ການ ປ່ອນບັດໃຫ້ມີຄວາມວ່ອງໄວ ແລະ ບໍ່ ແອອັດ. ທ່ານ ຄໍາພັນ ພົມມະທັດ ກໍາມະ ການກົມການເມືອງສູນກາງພັກ ໄດ້ ປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດທີ V ຢູ່ໜ່ວຍເລືອກ ຕັ້ງທີ 78 ບ້ານໂຊກໃຫຍ່ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ ຊຶ່ງໜ່ວຍເລືອກຕັ້ງດັ່ງກ່າວ ໄດ້ດໍາ ເນີນໄປດ້ວຍບັນຍາກາດຄຶກຄື້ນ, ພໍ່- ແມ່ປະຊາຊົນພາຍໃນບ້ານມີຄວາມ ຕື່ນຕົວພ້ອມພຽງຮຽງໜ້າກັນອອກ ມາໃຊ້ສິດປ່ອນບັດເລືອກຕັ້ງຕາມ ທີ່ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ບ້ານໂຊກໃຫຍ່ ມີ ພົນລະເມືອງທັງໝົດ 3.256 ຄົນ, ຍິງ 1.693 ຄົນ, ຈຳນວນຜູ້ມີສິດ ປ່ອນບັດເລືອກຕັ້ງ 2.595 ຄົນ, 1.374 ຄົນ. ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ-ສສຂ ຢູ່ບ້ານພະຂາວ ເມືອງ ໄຊທານີນະຄອນຫລວງວຽງຈັນ ຊຶ່ງ ບ້ານພະຂາວມີພົນລະເມືອງ 4.676 ຄົນ ຍິງ 1.756 ຄົນມີ5ໜ່ວຍເລືອກ ຕັ້ງ, ແບ່ງອອກເປັນ 2 ຈຸດເລືອກຕັ້ງ ຄື: ຈຸດທີ 1 ຢູ່ວັດບ້ານພະຂາວ ມີ 3 ໜ່ວຍເລືອກຕັ້ງ ແລະ ຈຸດທີ 2 ຢູ່ ໂຮງຮຽນປະຖົມບ້ານພະຂາວ ມີ 2 ໜ່ວຍເລືອກຕັ້ງ, ຜູ້ມີສິດປ່ອນບັດ 3.192 ຄົນ. ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ ພ້ອມ ດ້ວຍພັນລະຍາໄດ້ປ່ອນບັດເລືອກ ຕັ້ງ ສສຊ-ສສນວ ຢູ່ໜ່ວຍເລືອກຕັ້ງ ຫ້ອງການບ້ານໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫລວງວຽງ ຈັນ. ບ້ານໂພນສີນວນ ມີ 2 ຈຸດປ່ອນ ບັດເລືອກຕັ້ງ, ມີພົນລະເມືອງທັງໝົດ 1.496 ຄົນ ຍິງ 813 ຄົນ ມີໜ້າປ່ອນ ບັດຕົວຈິງ 1.082 ຄົນ ຍິງ 615 ຄົນ. ໃນນີ້, ຈຸດຫ້ອງການບ້ານໂພນສີ ນວນ ມີ 539 ຄົນ ຍິງ318 ຄົນ, ຈຸດ ໂຮງຮຽນປະຖົມສົມບູນໂພນສີນວນ ມີ 543 ຄົນ ຍິງ 297 ຄົນ , ທ່ານ ຄໍາພັນ ເຜີຍຍະວົງ ກໍາມະ ການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດ ສະດີສູນກາງພັກ ພ້ອມດ້ວຍພັນລະ ຍາ ແລະ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ມີການນຳຂັ້ນເມືອງ, ອໍານາດການ ປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາ ຊົນພາຍໃນບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ, ໄດ້ໄປໃຊ້ສິດປ່ອນບັດ ເລືອກຕັ້ງຢູ່ໜ່ວຍເລືອກຕັ້ງທີ 59 ບ້ານໂນນສະຫວັນ ຊຶ່ງບ້ານດັ່ງກ່າວ ມີພົນລະເມືອງທັງໝົດ 1.240 ຄົນ, ຍິງ 658 ຄົນ, ຜູ້ມີສິດປ່ອນບັດເລືອກ ຕັ້ງທີ່ມີອາຍຸແຕ່18ປີຂຶ້ນໄປຈໍານວນ 832 ຄົນ, ຍິງ 490 ຄົນ. ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ພ້ອມດ້ວຍພະ ນັກງານ-ນັກຮົບ ແລະ ປະຊາຊົນ ລາວບັນດາເຜົ່າຜູ້ມີສິດເລືອກຕັ້ງໄດ້ ໄປໃຊ້ສິດປ່ອນບັດເລືອກຕັ້ງ ສສຊສສຂ ຢູ່ໜ່ວຍເລືອກຕັ້ງວັດປ່າທ່າ ງ່ອນ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ຊຶ່ງທົ່ວບ້ານ ຜູ້ມີສິດປ່ອນບັດເລືອກຕັ້ງມີທັງໝົດ 2.770 ຄົນ ຍິງ 1.442 ຄົນ, ໄດ້ ແບ່ງອອກເປັນ 2 ຈຸດ ຄື: ໜ່ວຍເລືອກ ຕັ້ງທີ 70 ແລະ 71 ສະເພາະໜ່ວຍ ເລືອກຕັ້ງທີ 71 ວັດປ່າສາມັກຄີທ່າ ງ່ອນ ຜູ້ມີສິດເລືອກຕັ້ງທັງໝົດ 985 ຄົນ ຍິງ 405 ຄົນ. ທ່ານ ເພັດ ພົມພິພັກ ກຳມະການ ກົມການເມືອງສູນກາງພັກ ຄະນະ ເລຂາທິການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ ໄດ້ປ່ອນ ບັດເລືອກຕັ້ງຢູ່ຫ້ອງການຮັກສາ ຄວາມສະຫງົບ ປກສ ກຸ່ມ 1 ບ້ານ ຈອມມະນີ, ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ຊຶ່ງບ້ານດັ່ງ ກ່າວມີຜູ້ມີສິດເລືອກຕັ້ງທັງໝົດ 4.286 ຄົນ, ແມ່ຍິງ 2.379 ຄົນ. ຢູ່ແຂວງຄຳມ່ວນ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການ ເມືອງສູນກາງພັກ, ປະທານຄະນະ ກວດກາສູນກາງພັກ ພ້ອມດ້ວຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະ ການສູນກາງພັກ, ເລຂາພັກແຂວງ ຄຳມ່ວນ, ຜູ້ສະໝັກນໍ້າເບີ 2, ທ່ານ ບຸນມີ ພິມມະສອນ ປະທານສະພາ ປະຊາຊົນແຂວງ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການ ປົກຄອງແຂວງ ພ້ອມດ້ວຍຜູ້ສະໝັກ ຮັບເລືອກຕັ້ງໄດ້ໄປໃຊ້ສິດຂອງ ຕົນຢູ່ໜ່ວຍປ່ອນບັດທີ 1 ບ້ານນາ ບົງ ເມືອງທ່າແຂກ ມີພົນລະເມືອງ ທັງໝົດ 1.749 ຄົນ, ຍິງ 880 ຄົນ, ຜູ້ມີສິດປ່ອນບັດ 948 ຄົນ, ຍິງ 540 ຄົນ. ນອກຈາກນີ້, ຍັງມີບັນດາທ່ານ ໃນກໍາມະການກົມການເມືອງສູນ ກາງພັກ, ຄະນະເລຂາທິການສູນ ກາງພັກ, ກໍາມະການສູນກາງພັກ ແລະ ຄະນະກວດກາສູນກາງພັກ ພ້ອມດ້ວຍການນຳກໍ່ໄດ້ໄປໃຊ້ສິດ ປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຢູ່ໜ່ວຍປ່ອນບັດ ຕ່າງໆຢ່າງພ້ອມພຽງ. ບັ້ນເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ V ແມ່ນເຫດ ການການເມືອງໜຶ່ງທີ່ສຳຄັນທຸກໆ 5 ປີ ຈະຈັດຂຶ້ນເທືື່ອໜຶ່ງ ເພື່ອໃຫ້ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນ ຕາມລັດຖະທໍາມະນູນ ແລະ ກົດໝາຍ ເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າເຂົ້າ ໄປເຮັດວຽກໃນອົງການນິຕິບັນຍັດ ສູງສຸດ, ເຮັດພາລະບົດບາດຮັບຮອງ ເອົາລັດຖະທຳມະນູນ, ກົດໝາຍ ແລະ ຕົກລົງບັນຫາສຳຄັນຂອງຊາດ, ທັງເປັນການສະແດງເຖິງຄວາມ ສາມັກຄີປອງດອງໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຖືເປັນບາດກ້າວສຳຄັນ ໃນການປັບປຸງອຳນາດລັດໃຫ້ມີ ຄວາມເຂັ້ມແຂງ ແລະ ຕອບສະໜອງ ຕາມຄວາມມຸ່ງມາດປາຖະໜາຂອງ ປະຊາຊົນຢ່າງແທ້ຈິງ. ພາຍຫລັງ ການເລືອກຕັ້ງ ສສຊ ແລະ ສສຂ ແລ້ວກໍຈະໄຂກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ຊຸດ ທີ X ຂຶ້ນຢ່າງເປັນທາງການ ເພື່ອ ພິຈາລະນາຕົກລົງຮັບຮອງເອົາບັນ ຫາສໍາຄັນຕ່າງໆຂອງຊາດ. ສໍາລັບ ບັ້ນເລືອກຕັ້ງຄັ້ງນີ້, ທົ່ວປະເທດມີຜູ້ມີ ສິດເລືອກຕັ້ງທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ ໃນນີ້, ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດທີ່ ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວ ຈິງ 23.378 ຄົນ, ຍິງ 7.828 ຄົນ.

23/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K gru j ,mt;u dkooerk{-U oe 0v'vq '7totra dm5 d0A o 8+ dkog]n vd8A ' ll- -5 fmu X c]t ll0 -5 fmu V ຂປລ. ມາພໍ້ກັນອີກໃນມຶ້ນີ້“ໜັງ ສືພິມປະເທດລາວ” ຈະຂໍສືບຕໍ່ນຳ ສະເໜີຄຳຖາມ-ຄຳຕອບກ່ຽວກັບ ການເສີມຂະຫຍາຍ ແລະ ປະຕິບັດ ສິດເປັນເຈົ້າຂອງປະຊາຊົນລາວ ບັນດາເຜົ່າ ໃຫ້ບັນດາທ່ານຜູ້ອ່ານ ໄດ້ຮັບຮູ້ ຊຶ່ງມີລາຍລະອຽດດັ່ງນີ້: ຄໍາຖາມທີ 11:ໍີ ເພື່ອສືບຕໍ່ເສີມ ຂະຫຍາຍ ແລະ ປະຕິບັດສິດເປັນ ເຈົ້າ ຂອງປະຊາຊົນລາວ ບັນດາ ເຜົ່າ, ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງລາວ ຢ່າງຖືກຕ້ອງນັ້ນ ພວກເຮົາຕ້ອງເຮັດແນວໃດ? ຕອບ: ຢາກເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນ ລາວບັນດາເຜົ່າ, ສິດ ແລະ ພັນທະ ພື້ນຖານຂອງພົນລະເມືອງລາວ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ຕາມ ແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍ ຂອງລັດນັ້ນ ພວກເຮົາຕ້ອງເອົາໃຈ ໃສ່ປະຕິບັດ ດັ່ງນີ້: ໜຶ່ງ:ຶ່ ຕ້ອງເຊີດຊູນ້ໍາໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດເມືອງ ນອນ, ເສີມຂະຫຍາຍສະຕິຊາດ ln [8+ glu ,0tspkp c]t xt8y [a f ly fgxa og9Q k0v'xt-k-q o]k;[a ofkgzq j k ເອກະລາດ ເປັນເຈົ້າຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ຕ້ານ ແນວຄິດເອື່ອຍອີງ, ຄອງຄອຍ, ຂີ້ ຄ້ານມັກງ່າຍ, ຖືສິດຜົນປະໂຫຍດ ສ່ວນຕົວສູງກວ່າສິດຜົນປະໂຫຍດ ສ່ວນລວມຂອງຊາດ, ກ່ອນຈະ ເຮັດຫຍັງລົງໄປກໍຕ້ອງຄໍານຶງວ່າ ສິ່ງທີ່ຈະເຮັດນັ້ນມີຜົນປະໂຫຍດໃຫ້ ແກ່ຊາດ ແລະ ແກ່ປະຊາຊົນແນວ ໃດ, ຖ້າຫາກມີຜົນປະໂຫຍດໃຫ້ແກ່ ຕົນເອງ ແຕ່ເປັນການສ້າງຄວາມ ເສຍຫາຍໃຫ້ແກ່ປະເທດຊາດ ແລະ ປະຊາຊົນແລ້ວ ກໍບໍ່ຕ້ອງເຮັດ. ສອງ: ຕ້ອງຮູ້ນໍາໃຊ້ສິດຂອງ ຕົນ ໃຫ້ຖືກຕ້ອງຕາມກົດໝາຍຂອງ ບ້ານເມືອງ, ຫລີກລ່ຽງການປະພຶດ ທຸກຢ່າງ ທີ່ຝືນຕໍ່ກົດໝາຍ, ລະບຽບ ການບ້ານເມືອງ, ຝືນຕໍ່ຜົນປະໂຫຍດ ລວມຂອງປະເທດຊາດ ແລະ ຂອງ ປະຊາຊົນ. ໃນສະເພາະໜ້ານີ້ ໃຫ້ມີ ຄວາມຕື່ນຕົວສະໝັກໃຈໄປໃຊ້ສິດ ປ່ອນບັດເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຢ່າງ ຫ້າວຫັນ ແລະ ຄົບຖ້ວນ. ສາມ: ມີຄວາມຫ້າວຫັນ, ກະຕື ລືລົ້ນ ໃນການປະຕິບັດລັດຖະທໍາມະ ນູນ, ກົດໝາຍ, ມະຕິ, ຄໍາສັ່ງ ຂອງ ພັກ ແລະ ລັດ, ອອກແຮງສ້າງ ເສດຖະກິດ, ແກ້ໄຂຊີວິດການເປັນ ຢູ່ຂອງຕົນ ແລະ ຄອບຄົວ ໃຫ້ມີຢູ່ມີ ກິນ, ມີເງິນໃຊ້ຈ່າຍໃຫ້ລູກຫລານໄປ ຮໍ່າຮຽນ ແລະ ປິ່ນປົວສຸຂະພາບ; ຍົກ ສູງຄວາມເປັນເຈົ້າການ ໃນການສະ ກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ ຕ່າງໆ ພາຍໃນບ້ານ ແລະ ຄອບຄົວ ເຊັ່ນ: ໄພສັງຄົມ, ການພະນັນ, ຢາ ເສບຕິດ, ໂສເພນີ, ຄ້າຂາຍເຖື່ອນ, ຂີ້ລັກງັດແງະ ແລະ ອື່ນໆ. ສີ່: ີ່ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ, ຮ່ວມມືກັບອົງການຈັດຕັ້ງຕ່າງໆ ໂດຍສະເພາະອົງການປົກຄອງ ເພື່ອ ປັບປຸງ ແລະ ພັດທະນາບ້ານຊ່ອງ ຂອງຕົນໃຫ້ເປັນບ້ານພັດທະນາ, ປະຊາຊົນທຸກຄອບຄົວມີຢູ່ມີກິນ, ມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ. ຫ້າ: ້ເຊີດຊູສະຕິລະວັງຕົວໃຫ້ ສູງຢູ່ສະເໝີ, ຕ້ານກົນອຸບາຍ ແລະ ການທໍາລາຍມ້າງເພດ້ວຍທຸກຮູບ ການຂອງພວກຄົນບໍ່ດີ ເປັນຕົ້ນ ການສວຍໃຊ້ຈຸດອ່ອນ, ຊ່ອງວາງ ຕ່າງໆ ດ້ວຍການນໍາໃຊ້ສື່ອອນລາຍ ໂຄສະນາແບ່ງແຍກ, ປັ່ນປ່ວນ, ໃສ່ ຮ້າຍປ້າຍສີ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ຄໍາຖາມ 12:ໍ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ແມ່ນການປະຕິບັດສິດ ເປັນເຈົ້າ, ສິດ ແລະ ພັນທະຂອງ ພົນລະເມືອງ ແນວໃດ? ຕອບ: ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ແມ່ນ ການປະຕິບັດສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ ລາວ ຊຶ່ງສະແດງອອກ ຄື: ໜຶ່ງ:ຶ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນ ອົງການຕົວແທນໃຫ້ແກ່ ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ. ສະນັ້ນ, ພົນລະເມືອງ ລາວຜູ້ມີສິດເລືອກຕັ້ງທຸກຄົນຕ້ອງ ເອົາໃຈໃສ່ຄົ້ນຄວ້າ, ຊອກຮູ້ປະ ຫວັດຂອງຜູ້ສະໝັກຮັບເລືອກຕັ້ງແຕ່ ລະຄົນໃຫ້ຈະແຈ້ງ ເພື່ອປ່ອນບັດ ເລືອກຕັ້ງເອົາຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນ ຕົວແທນປະຕິບັດສິດອໍານາດຂອງ ຕົນ ຢູ່ສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ. ສອງ: ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ ຕື່ນຕົວສະໝັກໃຈປະຕິບັດສິດ ຂອງ ຕົນ ໃນການເລືອກຕັ້ງ ສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 37 ຂອງ ລັດຖະ ທໍາມະນູນແຫ່ງສປປລາວສະບັບປີ 2025 ຄື: “ພົນລະເມືອງລາວ ຜູ້ມີ ອາຍຸ 18 ປີຂຶ້ນໄປມີສິດປ່ອນບັດ ເລືອກຕັ້ງ.... ເວັ້ນເສຍແຕ່ຜູ້ເປັນບ້າ ເສຍຈິດ ແລະ ຜູ້ຖືກສານຕັດສິນລົງ ໂທດຕັດອິດສະລະພາບ,ປົດສິດເລືອກ ຕັ້ງ ແລະ ຮັບສະໝັກເລືອກຕັ້ງ”. ສາມ: ປະຊາຊົນລາວບັນດາ ເຜົ່າ ແລະ ພົນລະເມືອງລາວທຸກ ຄົນ ໃຫ້ຕັ້ງໜ້າປະຕິບັດສິດຂອງຕົນ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 2 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ທີ່ວ່າ: ລັດ ແຫ່ງ ສປປ ລາວ ແມ່ນ ລັດ ປະຊາທິປະໄຕ ປະຊາຊົນ. ອໍານາດ ທັງໝົດເປັນຂອງປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນ ຊຶ່ງປະກອບດ້ວຍ ບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນ ກໍາມະກອນ, ກະສິກອນ, ນັກຮຽນຮູ້ ປັນຍາຊົນເປັນຫລັກແຫລ່ງ. ສີ່:ີ່ ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ ຕັ້ງໜ້າປະຕິບັດສິດຂອງຕົນ ຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 3 ຂອງ ລັດຖະທໍາມະນູນ ສະບັບປີ 2025 ທີ່ ວ່າ: ສິດເປັນເຈົ້າຂອງປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ ຮັບການປະຕິບັດ ແລະ ຮັບປະກັນ ດ້ວຍການເຄື່ອນໄຫວຂອງລະບົບ ການເມືອງ ຊຶ່ງມີພັກປະຊາຊົນປະຕິ ວັດລາວ ເປັນແກນນໍາ. ໝາຍຄວາມ ວ່າ: ການປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງລາວ ແມ່ນຜ່ານການ ຈັດຕັ້ງຕ່າງໆ ແລະ ມີການນໍາພາ ຂອງພັກ, ບໍ່ແມ່ນເສລີຊະຊາຍ. ຫ້າ:້ ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ມີ ສິດ ແລະ ໜ້າທີ່ ເຂົ້າຮ່ວມການ ກໍ່ສ້າງ ແລະ ປັບປຸງອໍານາດລັດ ຂັ້ນຕ່າງໆ ໂດຍຜ່ານການເລືອກ ຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ. ຖ້າຫາກມີພົນລະເມືອງ ລາວຜູ້ໃດຜູ້ໜຶ່ງບໍ່ໄປໃຊ້ສິດປ່ອນບັດ ເລືອກຕັ້ງ ກໍໝາຍວ່າ ຕົນເອງປະລະ ການປະຕິບັດສິດ ແລະ ພັນທະຂອງ ຕົນ ຢ່າງບໍ່ມີເຫດຜົນ ແລະ ທັງເປັນ ການສູນເສຍກຽດສັກສີ ທີ່ສະຫງ່າ ຂອງຕົນ. ຫົກ: ົປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ຍົກສູງສະຕິລະວັງຕໍ່ກົນອຸບາຍ ຂອງພວກຄົນບໍ່ດີ ທີ່ຈະສວຍໃຊ້ ການເລືອກຕັ້ງເພື່ອໂຄສະນາແບ່ງ ແຍກ, ໃສ່ຮ້າຍປ້າຍສີການນໍາໃຊ້ ສິດປະຊາທິປະໄຕ ໃນການເລືອກ ຕັ້ງ, ການສົ່ງເສີມປະຊາທິປະໄຕ ແບບເສລີຊະຊາຍນອກກົດໝາຍ. ສະນັ້ນ, ພົນລະເມືອງລາວທຸກຄົນ ໃຫ້ຕັ້ງໜ້າປະກອບສ່ວນຢ່າງສົມ ກຽດ ເຮັດໃຫ້ການປ່ອນບັດເລືອກ ຕັ້ງມີຄວາມສະຫງົບ ແລະ ປອດໄພ ຮ້ອຍສ່ວນຮ້ອຍ. ເຈັດ: ັປະຊາຊົນລາວບັນດາເຜົ່າ ໂດຍສະເພາະພົນລະເມືອງລາວ ຜູ້ ມີສິດເລືອກຕັ້ງທຸກຄົນ ຈົ່ງພ້ອມກັນ ຮ່ໍາຮຽນ, ເຊື່ອມຊຶມລະບຽບການ ເລືອກຕັ້ງໃຫ້ເລິກເຊິ່ງ ເພື່ອໄປໃຊ້ ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ, ຖືກຕ້ອງຕາມລະບຽບການເລືອກ ຕັ້ງ ແລະ ທັນເວລາ ຮ້ອຍສ່ວນຮ້ອຍ. ຖ້າເຮັດໄດ້ຄືແນວນັ້ນ, ກໍໝາຍ ຄວາມວ່າ ພົນລະເມືອງລາວທຸກ ຄົນສົມກຽດແລ້ວທີ່ເປັນເຈົ້າຂອງ ປະເທດຊາດ. ຂປລ. ໃນວັນທີ 12 ກັນຍາ 2025 ຜ່ານມານີ້, ກົມການເມືອງສູນກາງ ພັກ ໄດ້ອອກມະຕິສະບັບເລກທີ 26/ ກມສພ ກ່ຽວກັບການເພີ່ມທະວີການ ນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກ ຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສິມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງມະຕິນີ້ ໄດ້ເນັ້ນໃສ່ການເພີ່ມທະວີ ການນໍາພາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ຊຶ່ງແຕກຕ່າງກັບມະຕິ ຄັ້ງຜ່ານມາ (ມະຕິຄັ້ງຜ່ານມາ ແມ່ນ ເວົ້າລວມເຖິງການເພີ່ມທະວີການນໍາ ພາຂອງພັກຕໍ່ການເລືອກຕັ້ງ) ຊຶ່ງ ກວມເຖິງການນໍາພາຂອງອົງຄະນະ ພັກກະຊວງ, ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ. ເມື່ອຫວນຄືນການເລືອກຕັ້ງສະ ມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໃນວັນທີ 21 ກຸມພາ 2021 ແມ່ນໄລຍະເວລາທີ່ປະເທດຊາດ ຂອງ ພວກເຮົາພວມຜະເຊີນໜ້າກັບສິ່ງທ້າ ທາຍຫລາຍຢ່າງ ຈາກພາຍນອກ ແລະ ພາຍໃນ. ການຢ້ໍາຄືນນີ້ ມີຄວາມໝາຍ ກ່ຽວກັບການກໍານົດອາຍຸການ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 55 ຂອງລັດຖະທໍາມະນູນ ສະບັບ ປີ 2025, ມາດຕາ 6 ຂອງກົດໝາຍ ວ່າດ້ວຍສະພາແຫ່ງຊາດ ສະບັບປີ 2024 ແລະ ມາດຕາ 6 ຂອງກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປີ 2024 ຊຶ່ງຊີ້ບອກວ່າ ເຖິງ ເວລາແລ້ວຕ້ອງໄດ້ເລືອກຕັ້ງສະພາ ຊຸດໃໝ່. ຕະຫລອດໄລຍະ 5 ປີ ຜ່ານມາ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ທີ່ໄດ້ສູ້ຊົນຜ່ານຜ່າອຸປະສັກຕ່າງໆ ປະຕິບັດພາລະບົດບາດ ແລະ ໜ້າທີ່ ການເມືອງຂອງຕົນ ຍາດໄດ້ຜົນສໍາ ເລັດຫລາຍຢ່າງທີ່ພົ້ນເດັ່ນ, ປະກອບ ສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ຂອງ ພັກ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ສືບຕໍ່ປັບປຸງບູລະ ນະລະບົບອໍານາດແຫ່ງລັດຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ສ້າງລັດປະຊາທິປະໄຕ ປະຊາຊົນລາວ ເປັນລັດ ທີ່ປົກຄອງດ້ວຍກົດໝາຍຂຶ້ນ ສູ່ບາດກ້າວໃໝ່ ຈຶ່ງມີຄວາມຈໍາເປັນ ທີ່ຕ້ອງໄດ້ກະກຽມ ແລະ ດໍາເນີນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດໃໝ່ ເພື່ອສືບຕໍ່ພາລະກິດ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV. ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນໄປຢ່າງຖືກຕ້ອງຕາມແນວ ທາງປ່ຽນແປງໃໝ່ ຂອງພັກເຮົາ ແລະ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ ນັ້ນ ກົມການເມືອງສູນກາງພັກ ຈຶ່ງ ອອກມະຕິສະບັບນີ້. ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາ ຊົນຂັ້ນແຂວງ ຊຸດທີ V. ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແຕ່ລະເທື່ອລ້ວນເປັນ ເຫດການທາງປະຫວັດສາດທີ່ສໍາ ຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈໍາເປັນໃນການເສີມຂະຫຍາຍ ສິດ ປະຊາທິປະໄຕ ຂອງປະຊາຊົນ ລາວບັນດາເຜົ່າ ເພື່ອບູລະນະລະບອບ ປະຊາທິປະໄຕປະຊາຊົນ, ປັບປຸງລະ ບົບອໍານາດແຫ່ງລັດ ໃຫ້ມີຄວາມ ເຂັ້ມແຂງ ແລະ ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V (2026-2030) ເປັນເຫດ ການການເມືອງທີ່ສໍາຄັນຍິ່ງຂອງຊາດ ຊຶ່ງດໍາເນີນໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ສະເຫລີມ ສະຫລອງ 3 ວັນປະຫວັດສາດ ທີ່ຍິ່ງ ໃຫຍ່ຂອງຊາດ (ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ຄົບ ຮອບ 105 ປີ) ແລະ ໃນບັນຍາກາດ ທີ່ອົງຄະນະພັກຂັ້ນຕ່າງໆ ໄດ້ສໍາເລັດ ການດໍາເນີນກອງປະຊຸມໃຫຍ່ຂັ້ນ ຮາກຖານ, ຂັ້ນເມືອງ, ກະຊວງ, ອົງ ການ, ນະຄອນຫລວງ, ແຂວງ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ; ພ້ອມກັບ ການປັບປຸງກົງຈັກການຈັດຕັ້ງບໍລິ ຫານ ປົກຄອງຂັ້ນລັດຖະບານ ແລະ ຂັ້ນທ້ອງຖິ່ນຢ່າງຂຸ້ນຂ້ຽວ (ທັງຍຸບ, ທັງໂຮມ, ທັງສ້າງຕັ້ງຂຶ້ນໃໝ່ຄື: ຄະນະ ກໍາມະການປົກຄອງຕາແສງ). ການ ເລືອກຕັ້ງຄັ້ງນີ້ ຢູ່ໃນທ່າມກາງທີ່ສະ ພາບການຂອງໂລກແລະພາກພື້ນພວມ ຜັນແປໄປຢ່າງສັບສົນ, ຄາດຄະເນໄດ້ ຍາກ ຊຶ່ງມີທັງຂໍ້ສະດວກ ແລະ ສິ່ງທ້າ ທາຍ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄຽງ ຄູ່ກັບຜົນສໍາເລັດອັນໃຫຍ່ຫລວງຫລາຍ ດ້ານ ໃນການປະຕິບັດແນວທາງ ປ່ຽນແປງໃໝ່ຂອງພັກນັ້ນ ຢູ່ພາຍໃນ ປະເທດພວກເຮົາ ຍັງຜະເຊີນໜ້າກັບ ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫລາຍ ຢ່າງ ເປັນຕົ້ນ ຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ທີ່ແກ່ ຍາວມາຫລາຍປີ ແລະ ອິດທິກໍາລັງ ປໍລະປັກ ກໍຍັງສືບຕໍ່ກົນອຸບາຍມ້າງເພ ທໍາລາຍລະບອບໃໝ່ ຂອງພວກເຮົາ ຢ່າງບໍ່ລົດລະ. ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດ ທີ V ຈະມີພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງຂອງພັກ ແລະ ລັດ ມີຈໍານວນ ທີ່ເພີ່ມຂຶ້ນ ອອກສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ. ນອກນັ້ນ, ຍັງຈະມີຜູ້ສະໝັກຈາກຂົງ ເຂດຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ, ໃນນັ້ນ ມີທັງຂົງເຂດທຸລະກິດ, ການ ຜະລິດ, ຊັ້ນຄົນ ແລະ ປັນຍາຊົນ ອີກ ຈໍານວນໜຶ່ງ. ສະນັ້ນ, ການເພີ່ມທະວີການນໍາ ພາ-ຊີ້ນໍາ ຢ່າງໃກ້ຊິດ, ຕິດແທດຕົວຈິງ ຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ເພື່ອເຮັດໃຫ້ການ ເລືອກຕັ້ງຄັ້ງນີ້ ບັນລຸຜົນສໍາເລັດຕາມ ຈຸດປະສົງລະດັບຄາດໝາຍ. ພ້ອມນັ້ນ, ອົງຄະນະພັກທຸກຂັ້ນ ຕ້ອງກໍາແໜ້ນ, ເຊື່ອມຊຶມ ແລະ ນໍາພາ- ຊີ້ນໍາການດໍາເນີນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ ລະດັບຄາດໝາຍ ດັ່ງນີ້: 1. ເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕື່ນຕົວທາງ ດ້ານການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ຜູ້ ປະກອບການ ແລະ ປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະ ແມ່ນຜູ້ມີສິດ ເລືອກຕັ້ງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ທີ່ຖືກຕ້ອງ ແລະ ເປັນເອກະພາບຕໍ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ຊຸດທີ V. ບົນພື້ນຖານ ດັ່ງກ່າວ ເຮັດໃຫ້ຜູ້ມີສິດເລືອກຕັ້ງມີ ຄວາມຕື່ນຕົວສະໝັກໃຈໄປໃຊ້ສິດ ໃນວັນເລືອກຕັ້ງໃຫ້ຄົບຖ້ວນ ຕາມ ລະບຽບກ່ຽວກັບການເລືອກຕັ້ງ. 2. ເສີມຂະຫຍາຍຢ່າງແຂງແຮງ ການປະຕິບັດສິດປະຊາທິປະໄຕ ຂອງ ປະຊາຊົນລາວບັນດາເຜົ່າ ໂດຍສະ ເພາະຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ຖືກ ຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກໍານົດ ໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອປະກອບສ່ວນຢ່າງສົມກຽດ ເຂົ້າ ໃນການປັບປຸງບູລະນະລະບົບອົງ ການອໍານາດແຫ່ງລັດ ຂັ້ນຕ່າງໆ ໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນ “ເປັນອໍາ ນາດ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາ ຊົນ” ຢ່າງແທ້ຈິງ ເປັນຕົ້ນ ປັບປຸງກົງ ຈັກການຈັດຕັ້ງ ແລະ ການເຄື່ອນໄຫວ ປະຕິບັດພາລະບົດບາດ, ສິດແລະໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນ ແລະ ກົດໝາຍ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ 3. ຮັບປະກັນເລືອກຕັ້ງໃຫ້ໄດ້ຜູ້ ສະໝັກຮັບເລືອກຕັ້ງທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນກວ່າໝູ່ ຕາມທີ່ກໍາ ນົດໄວ້ໃນກົດໝາຍ ມາເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V. ໃນນັ້ນ ໃຫ້ມີໂຄງປະກອບທາງ ດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ ໃນອັດຕາສ່ວນທີ່ເໝາະ ສົມ, ມີຕົວແທນຈາກອົງການຈັດຕັ້ງ ພັກ, ລັດ, ອົງການແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ, ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ອົງການຈັດຕັ້ງມະຫາ ຊົນຂັ້ນຕ່າງໆ ແລະ ຕົວແທນຈາກວິ ສາຫະກິດລັດ ແລະ ເອກະຊົນ ໃນຂະ ແໜງການທີ່ສໍາຄັນຈໍານວນໜຶ່ງ. 4. ຍົກສູງສະຕິເປັນເຈົ້າປະເທດ ຊາດ, ສະຕິຊາດເອກະພາບອັນໜຶ່ງ ອັນດຽວ, ສະຕິລະວັງຕົວຕໍ່ກົນອຸບາຍ ມ້າງເພທໍາລາຍຂອງພວກຄົນບໍ່ດີ ເປັນ ຕົ້ນ ການໂຄສະນາແບ່ງແຍກພາຍໃນ, ການໃສ່ຮ້າຍປ້າຍສີ ຕໍ່ການເລືອກຕັ້ງ, ຕໍ່ການນໍາພາຂອງພັກ ແລະ ການຄຸ້ມ ຄອງຂອງລັດ, ເພີ່ມທະວີຄວາມສາມັກ ຄີເປັນປຶກແຜ່ນ ຂອງປະຊາຊົນລາວ ບັນດາເຜົ່າ ເຮັດໃຫ້ການເລືອກຕັ້ງເທື່ອ ນີ້ ບັນລຸຜົນສໍາເລັດຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້. 5. ຮັບປະກັນໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ບັນລຸຜົນສໍາເລັດຕາມ ສີ່ລະດັບຄາດໝາຍ ຄື: 1) ນໍາພາ ຜູ້ມີ ສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງ ໃຫ້ ຄົບຖ້ວນ 100%; 2) ນໍາພາຜູ້ມີສິດ ເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດ ເລືອກຕັ້ງ ຖືກຕ້ອງຕາມລະບຽບການ ເລືອກຕັ້ງ 100%; 3) ນໍາພາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີ ຄວາມປອດໄພ 100%; 4) ນໍາພາ ວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບ ປະກັນຄວາມໂປ່ງໃສ ແລະ ສໍາເລັດ ທັນຕາມກໍານົດເວລາ 100%.

RkJQdWJsaXNoZXIy MTc3MTYxMQ==