ຍີ່ປຸ່ນ ຈະສັ່ງຫ້າມໃຊ້ພາເວີແບງ ຢູ່ເທິງເຮືອບິນ

19/02/2026 18:11
ຂປລ ກະຊວງ ຄົມມະນາຄົມ ຂອງ ຍີ່ປຸ່ນ ໄດ້ແຈ້ງໃຫ້ ສາຍການບິນຕ່າງໆ ຮູ້ວ່າ ຈະມີການ ສັ່ງຫ້າມໃຊ້ ພາເວີແບງ(Power Bank) ຢູ່ເທິງເຮືອບີນ ໂດຍມີຜົນ ຕັ້ງແຕ່ ເດືອນເມສານີ້ ເປັນຕົ້ນໄປ , ຫລັງເກີດເຫດ ແບັດເຕີຣີສຳຮອງ ເກີດໄຟລຸກໄໝ້ ລະຫວ່າງ ຖ້ຽວບິນຂຶ້ນ ຫລາຍຄັ້ງ.

ຂປລ. ສຳນັກຂ່າວ ກຽວໂດ ລາຍງານວ່າ: ກະຊວງ ຄົມມະນາຄົມ ຂອງ ຍີ່ປຸ່ນ ໄດ້ແຈ້ງໃຫ້ ສາຍການບິນຕ່າງໆ ຮູ້ວ່າ ຈະມີການ ສັ່ງຫ້າມໃຊ້ ພາເວີແບງ(Power Bank) ຢູ່ເທິງເຮືອບີນ ໂດຍມີຜົນ ຕັ້ງແຕ່ ເດືອນເມສານີ້ ເປັນຕົ້ນໄປ , ຫລັງເກີດເຫດ ແບັດເຕີຣີສຳຮອງ ເກີດໄຟລຸກໄໝ້ ລະຫວ່າງ ຖ້ຽວບິນຂຶ້ນ ຫລາຍຄັ້ງ.

ຄຳສັ່ງຫ້າມ ດັ່ງກ່າວ ບໍ່ໄດ້ຈຳກັດ ພຽງແຕ່ ການນຳພາເວີແບງມາໃຊ້ ຊາກໂທລະສັບ ເທົ່ານັ້ນ ແຕ່ລວມໄປເຖິງການສຽບຊາກເທິງເຮືອບິນ ອີກດ້ວຍ. ທາງກະຊວງທີ່ດິນ ພື້ນຖານໂຄງລ່າງ , ການຂົນສົ່ງ ແລະ ການທ່ອງທ່ຽວ ໄດ້ຕັດສິນໃຈ ຍົກລະດັບ ມາດຕະການ ໃຫ້ເຂັ້ມງວດຂຶ້ນ. ກ່ອນໜ້ານີ້ ຕັ້ງແຕ່ເດືອນ ກໍລະກົດ ໄດ້ມີການ ຮຽກຮ້ອງ ຄວາມຮ່ວມມື ສຳລັບ ນັກເດີນທາງ ບໍ່ເກັບພາເວີແບງໄວ້ ໃນຊ່ອງເກັບເຄື່ອງ ເທິງບ່ອນນັ່ງ ແຕ່ໃຫ້ເກັບໄວ້ໃນ ສະຖານທີ່ຈັບເຖິງ ໄດ້ສະດວກ ຕະຫລອດ ການເດີນທາງ./

KPL

ຂ່າວອື່ນໆ

ads
ads

Top