ສືບຕໍ່ເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ

19/02/2026 14:26
ຂປລ ຂປລ. ມາພໍ້ກັນອີກໃນມຶ້ນີ້“ໜັງສືພິມປະເທດລາວ” ຈະຂໍສືບຕໍ່ນຳສະເໜີຄຳຖາມ-ຄຳຕອບກ່ຽວກັບການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃຫ້ບັນດາທ່ານຜູ້ອ່ານໄດ້ຮັບຮູ້ ຊຶ່ງມີລາຍລະອຽດດັ່ງນີ້:

ຂປລ. ມາພໍ້ກັນອີກໃນມຶ້ນີ້ໜັງສືພິມປະເທດລາວຈະຂໍສືບຕໍ່ນຳສະເໜີຄຳຖາມ-ຄຳຕອບກ່ຽວກັບການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃຫ້ບັນດາທ່ານຜູ້ອ່ານໄດ້ຮັບຮູ້ ຊຶ່ງມີລາຍລະອຽດດັ່ງນີ້:

ຄໍາຖາມທີ 11: ເພື່ອສືບຕໍ່ເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າ ຂອງປະຊາຊົນລາວ ບັນດາເຜົ່າ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ຢ່າງຖືກຕ້ອງນັ້ນ ພວກເຮົາຕ້ອງເຮັດແນວໃດ?

ຕອບ: ຢາກເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະ ພື້ນຖານຂອງພົນລະເມືອງລາວ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍ ຂອງລັດນັ້ນ ພວກເຮົາຕ້ອງເອົາໃຈໃສ່ປະຕິບັດ ດັ່ງນີ້:

ໜຶ່ງ: ຕ້ອງເຊີດຊູນ້ໍາໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດເມືອງນອນ, ເສີມຂະຫຍາຍສະຕິຊາດ ເອກະລາດ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕ້ານແນວຄິດເອື່ອຍອີງ, ຄອງຄອຍ, ຂີ້ຄ້ານ ມັກງ່າຍ, ຖືສິດຜົນປະໂຫຍດສ່ວນຕົວສູງກວ່າສິດຜົນປະໂຫຍດສ່ວນລວມຂອງຊາດ, ກ່ອນຈະເຮັດຫຍັງລົງໄປກໍຕ້ອງຄໍານຶງວ່າ ສິ່ງທີ່ຈະເຮັດນັ້ນມີຜົນປະໂຫຍດໃຫ້ແກ່ຊາດ ແລະ ແກ່ປະຊາຊົນແນວໃດ, ຖ້າຫາກມີຜົນປະໂຫຍດໃຫ້ແກ່ຕົນເອງ ແຕ່ເປັນການສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດ ແລະ ປະຊາຊາຊົນແລ້ວ ກໍບໍ່ ຕ້ອງເຮັດ.

ສອງ: ຕ້ອງຮູ້ນໍາໃຊ້ສິດຂອງຕົນ ໃຫ້ຖືກຕ້ອງຕາມກົດໝາຍຂອງບ້ານເມືອງ, ຫລີກລ່ຽງການປະພຶດທຸກຢ່າງ ທີ່ຝືນຕໍ່ກົດໝາຍ, ລະບຽບການບ້ານເມືອງ, ຝືນຕໍ່ຜົນປະໂຫຍດລວມຂອງປະເທດຊາດ ແລະ ຂອງປະຊາຊົນ. ໃນສະເພາະໜ້ານີ້ ໃຫ້ມີຄວາມຕື່ນຕົວສະໝັກໃຈໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຢ່າງຫ້າວຫັນ ແລະ ຄົບຖ້ວນ.

ສາມ: ມີຄວາມຫ້າວຫັນ, ກະຕືລືລົ້ນ ໃນການປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິ, ຄໍາສັ່ງ ຂອງ ພັກ ແລະ ລັດ, ອອກແຮງສ້າງເສດຖະກິດ, ແກ້ໄຂຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວ ໃຫ້ມີຢູ່ມີກິນ, ມີເງິນໃຊ້ຈ່າຍໃຫ້ລູກຫລານໄປຮໍ່າຮຽນ ແລະ ປິ່ນປົວສຸຂະພາບ; ຍົກສູງຄວາມເປັນເຈົ້າການ ໃນການສະກັດກັ້ນ ແລະຕ້ານປະກົດການຫຍໍ້ ທໍ້ຕ່າງໆ ພາຍໃນບ້ານ ແລະ ຄອບຄົວ ເຊັ່ນ: ໄພສັງຄົມ, ການພະນັນ, ຢາເສບຕິດ, ໂສເພນີ, ຄ້າຂາຍເຖື່ອນ, ຂີ້ລັກງັດແງະ ແລະ ອື່ນໆ.

ສີ່: ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ, ຮ່ວມມືກັບອົງການຈັດຕັ້ງຕ່າງໆ ໂດຍສະເພາະອົງການປົກຄອງ ເພື່ອປັບປຸງ ແລະ ພັດທະນາບ້ານຊ່ອງຂອງຕົນໃຫ້ເປັນບ້ານພັດທະນາ, ປະຊາຊົນທຸກຄອບຄົວມີຢູ່ມີກິນ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ຫ້າ: ເຊີດຊູສະຕິລະວັງຕົວໃຫ້ສູງຢູ່ສະເຫມີ, ຕ້ານກົນອຸບາຍ ແລະ ການທໍາລາຍມ້າງເພດ້ວຍທຸກຮູບການ ຂອງພວກຄົນບໍ່ດີ ເປັນຕົ້ນ ການສວຍໃຊ້ຈຸດອ່ອນ, ຊ່ອງວາງຕ່າງໆ ດ້ວຍການນໍາໃຊ້ສື່ອອນລາຍໂຄສະນາແບ່ງແຍກ, ປັ່ນປ່ວນ, ໃສ່ຮ້າຍປ້າຍສີ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ.

ຄໍາຖາມ 12: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ແມ່ນການປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະຂອງພົນລະເມືອງ ແນວໃດ?

ຕອບ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແມ່ນການປະຕິບັດສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ຊຶ່ງສະແດງອອກ ຄື:

ໜຶ່ງ: ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນອົງການຕົວແທນໃຫ້ແກ່ ສິດ ແລະ ຜົນ ປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ສະນັ້ນ, ພົນລະເມືອງລາວຜູ້ມີສິດເລືອກຕັ້ງທຸກຄົນຕ້ອງເອົາໃຈໃສ່ຄົ້ນຄວ້າ, ຊອກຮູ້ປະ ຫວັດຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນໃຫ້ຈະແຈ້ງ ເພື່ອປ່ອນບັດເລືອກຕັ້ງເອົາຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນຕົວແທນປະຕິບັດສິດອໍານາດຂອງຕົນ ຢູ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ສອງ: ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ຕື່ນຕົວສະໝັກໃຈ ປະຕິບັດສິດ ຂອງຕົນ ໃນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 37 ຂອງ ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ຄື:ພົນລະເມືອງລາວ ຜູ້ມີອາຍຸ 18 ປີຂຶ້ນໄປມີສິດປ່ອນບັດເລືອກຕັ້ງ.... ເວັ້ນເສຍແຕ່ຜູ້ ເປັນບ້າ ເສຍຈິດ ແລະ ຜູ້ຖືກສານຕັດສິນ ລົງໂທດຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ຮັບສະໝັກເລືອກຕັ້ງ ”.

ສາມ: ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ຕັ້ງໜ້າປະຕິບັດ ສິດຂອງຕົນຕາມ ທີ່ໄດ້ກໍານົດໄວ້ ໃນ ມາດຕາ 2 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ທີ່ວ່າ: ລັດ ແຫ່ງ ສປປ ລາວ ແມ່ນ ລັດປະຊາທິປະໄຕ ປະຊາຊົນ. ອໍານາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນ ກໍາມະກອນ, ກະສິກອນ, ນັກຮຽນຮູ້ປັນຍາຊົນເປັນຫລັກແຫລ່ງ.

ສີ່: ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ຕັ້ງໜ້າປະຕິບັດສິດຂອງຕົນ ຕາມທີ່ໄດ້ ກໍານົດໄວ້ໃນ ມາດຕາ 3 ຂອງລັດຖະທໍາມະນູນ ສະບັບປີ 2025 ທີ່ວ່າ: ສິດເປັນເຈົ້າຂອງປະເທດຊາດ ຂອງ ປະຊາຊົນລາວບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນ ດ້ວຍການເຄື່ອນໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິ ວັດລາວ ເປັນແກນນໍາ. ໝາຍຄວາມວ່າ: ການປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ແມ່ນຜ່ານການຈັດຕັ້ງຕ່າງໆ ແລະ ມີການນໍາພາຂອງພັກ, ບໍ່ແມ່ນເສລີຊະຊາຍ.

ຫ້າ: ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ມີສິດ ແລະ ໜ້າທີ່ ເຂົ້າຮ່ວມການກໍ່ສ້າງ ແລະ ປັບປຸງອໍານາດລັດຂັ້ນຕ່າງໆ ໂດຍຜ່ານການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ. ຖ້າຫາກມີພົນລະເມືອງລາວຜູ້ໃດຜູ້ໜຶ່ງບໍ່ໄປໃຊ້ສິດປ່ອນບັດເລືອກຕັ້ງ ກໍໝາຍວ່າ ຕົນເອງປະລະການປະຕິບັດສິດ ແລະ ພັນທະຂອງຕົນ ຢ່າງບໍ່ມີເຫດຜົນ ແລະ ທັງເປັນການສູນເສຍກຽດສັກສີ ທີ່ສະຫງ່າຂອງຕົນ.

ຫົກ: ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ຍົກສູງສະຕິລະວັງຕໍ່ກົນອຸບາຍຂອງ ພວກຄົນບໍ່ດີ ທີ່ຈະສວຍໃຊ້ການເລືອກຕັ້ງເພື່ອໂຄສະນາແບ່ງແຍກ, ໃສ່ຮ້າຍປ້າຍສີການນໍາໃຊ້ສິດປະຊາທິປະໄຕ ໃນການເລືອກຕັ້ງ, ການສົ່ງເສີມປະຊາທິປະໄຕແບບເສລີຊະຊາຍນອກກົດໝາຍ. ສະນັ້ນ, ພົນລະເມືອງ ລາວທຸກຄົນ ໃຫ້ຕັ້ງຫນ້າປະ ກອບສ່ວນຢ່າງສົມກຽດ ເຮັດໃຫ້ການປ່ອນບັດເລືອກຕັ້ງມີຄວາມສະຫງົບ ແລະ ປອດໄພຮ້ອຍສ່ວນຮ້ອຍ.

ເຈັດ: ປະຊາຊົນລາວບັນດາເຜົ່າ ໂດຍສະເພາະພົນລະເມືອງລາວ ຜູ້ມີສິດເລືອກຕັ້ງທຸກຄົນ ຈົ່ງພ້ອມກັນ ຮ່ໍາຮຽນ, ເຊື່ອມຊຶມລະບຽບການເລືອກຕັ້ງໃຫ້ເລິກເຊິ່ງ ເພື່ອໄປໃຊ້ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ, ຖືກຕ້ອງຕາມລະບຽບການເລືອກຕັ້ງ ແລະ ທັນເວລາ ຮ້ອຍສ່ວນຮ້ອຍ. ຖ້າເຮັດໄດ້ຄືແນວນັ້ນ, ກໍໝາຍຄວາມວ່າ ພົນລະເມືອງລາວທຸກຄົນສົມກຽດແລ້ວທີ່ເປັນເຈົ້າຂອງປະເທດຊາດ.

KPL

ຂ່າວອື່ນໆ

ads
ads

Top