ຂປລ
ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ຈັດງານສະແດງດົນຕີ ລາວ-ຈີນ “ສຽງແຫ່ງສິລິມຸງຄຸນ” .
ຂປລ. ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄ້ັງທີ XII ຂອງພັກປະຊາຊົນປະຕິວັດລາວ, ສະເຫລີມສະຫລອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ປີມິດຕະພາບລາວ-ຈີນ ແລະ ບຸນກຸດຈີນ ທີ່ປະເທດລາວ ປະຈຳປີ 2026 ໃນວັນທີ 13 ກຸມພາຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ, ມີການນຳພັກ-ລັດ, ທູຕານຸທູດ, ແຂກຖືກເຊີນລາວ-ຈີນ ເຂົ້າຮ່ວມ.
ໂອກາດນ້ີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ກ່າວວ່າ: ການສະແດງດົນຕີຄັ້ງນີ້ ປະກອບມີບົດເພງທ່ີມີເນື້ອໃນເວົ້າເຖິງມູນເຊື້ອສິລະປະວັດທະນະທໍາອັນດີງາມຂອງລາວ-ຈີນ, ມູນເຊື້ອການນຳພາຂອງພັກ ແລະ ບົດເພງອະມະຕະສາກົນ ທີ່ມີຄວາມແຕກຕ່າງ ແລະ ຫລາກຫລາຍ. ພ້ອມກັນນ້ີ, ຍັງມີບົດເພງ, ບົດຟ້ອນທີ່ສັນລະເສີນມູນເຊື້ອຄວາມສາມັກຄີມິດຕະພາບແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ກໍຄືການສ້າງຄູ່ຮ່ວມຊາຕາກໍາສັງນິຍົມທີ່ມີຄວາມໝາຍຍຸດທະສາດສອງຊາດ ລາວ-ຈີນ, ຈີນ-ລາວ. ພັກ ແລະ ລັດຖະບານລາວ ຖືສໍາຄັນຕໍ່ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໂດຍສະເພາະແມ່ນການສົ່ງເສີມແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ເພື່ອເຮັດໃຫ້ມູນເຊື້ອການພົວພັນຮ່ວມມືລາວ- ຈີນ ຢ່ັງຮາກຝັງເລິກໃນຈິດໃຈຂອງປະຊາຊົນສອງຊາດ ແລະ ຕີລາຄາສູງການຈັດງານໃນຄັ້ງນີ້ ຖືເປັນເວທີໜຶ່ງທີ່ສຳຄັນ ແລະ ມີຄວາມໝາຍເປັນຢ່າງຍ່ິງໃຫ້ຄະນະສິລະປະທັງສອງປະເທດ ລາວ-ຈີນ ກໍຄືການສ່ົງເສີມການຮ່ວມມືດ້ານວັດທະນະທຳ ແລະ ເປັນຂົວຕ່ໍມິດຕະພາບ ທີ່ສຳຄັນເຮັດໃຫ້ວັດທະນະທຳ, ປະຊາຊົນສອງຊາດ ລາວ-ຈີນ ໄດ້ຫຍັບມໍ່ເຂົ້າຫາກັນຫລາຍຂຶ້ນ.
ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ລາວ ກໍໄດ້ກ່າວວ່າ: ບຸນກຸດຈີນແມ່ນບຸນປະເພນີທີ່ຍິ່ງໃຫຍ່ທີ່ສຸດຂອງປະຊາຊາດຈີນ ຊຶ່ງບົ່ງບອກເຖິງຄວາມໝາຍຂອງການພົບປະກັນຂອງຄອບຄົວ, ຄວາມມຸ່ງຫວັງ ແລະ ຄວາມຫວັງໃໝ່; ດົນຕີແມ່ນພາສາທ່ີບໍ່ມີພົມແດນ, ສາມາດເຕົ້າໂຮມຄວາມຮູ້ສຶກ ແລະ ເຮັດໃຫ້ຈິດໃຈໃກ້ຊິດກັນໄດ້ດີທີ່ສຸດ. ນີ້ບໍ່ພຽງແຕ່ແມ່ນງານລ້ຽງທາງດ້ານສິລະປະລະດັບສູງເທ່ົານ້ັນ, ແຕ່ຍັງແມ່ນການປະຕິບັດຕົວຈິງຂອງຄວາມສວຍງາມທີ່ຫລາກຫລາຍ ແລະ ການຮ່ວມກັນສ້າງຄວາມສວຍງາມຂອງ ຈີນ-ລາວ ທັງແມ່ນຂອງຂວັນປີໃໝ່ມອບໃຫ້ໄຊຊະນະຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ມິດຕະພາບອັນຍິ່ງໃຫຍ່ ຈີນ-ລາວ. ປີໃໝ່ຈີນ ໃກ້ຈະມາເຖິງນ້ີແມ່ນປີມ້າຂໍໃຫ້ພວກເຮົາຈ່ົງຮ່ວມກັນເສີມຂະຫຍາຍ “ຈິດວິນຍານມັງກອນ- ມ້າ”, ກ້າວໄປຂ້າງໜ້າຢ່າງຂະຫຍັນຂັບເຄື່ອນ, ຮ່ວມມືກັນຊຸກຍູ້ພາລະກິດສັງຄົມນິຍົມຂອງ ຈີນ- ລາວ ໃຫ້ກ້າວຂຶ້ນແຖວໜ້າ ແລະ ໃຫ້ມິດຕະພາບຈີນ-ລາວ ກ້າວໄປຂ້າງໜ້າຢ່າງສະຫງ່າງາມ.
KPL