ຂປລ
ສານສູງສຸດ ສ.ອາເມລິກາ ໄດ້ປະກາດຄຳຕັດສິນ ໂດຍຢືນຢັນວ່າ “ກົດໝາຍ ວ່າດ້ວຍການໃຊ້ອຳນາດ ດ້ານເສດຖະກິດສຸກເສີນ ສາກົນ” ຂອງ ສ.ອາເມລິກາ ບໍ່ໄດ້ມອບສິດ ໃຫ້ປະທານາທິບໍດີ ເກັບພາສີ ຂະໜາດໃຫຍ່
ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ເມື່ອບໍ່ດົນມານີ້, ສານສູງສຸດ ສ.ອາເມລິກາ ໄດ້ປະກາດຄຳຕັດສິນ ໂດຍຢືນຢັນວ່າ “ກົດໝາຍ ວ່າດ້ວຍການໃຊ້ອຳນາດ ດ້ານເສດຖະກິດສຸກເສີນ ສາກົນ” ຂອງ ສ.ອາເມລິກາ ບໍ່ໄດ້ມອບສິດ ໃຫ້ປະທານາທິບໍດີ ເກັບພາສີ ຂະໜາດໃຫຍ່, ເຊິ່ງໝາຍຄວາມວ່າ ນະໂຍບາຍ ພາສີ ຂອງ ລັດຖະບານ ໂດນັນ ທຣຳ ໄດ້ພົບຄວາມຫຍຸ້ງຍາກ ຢ່າງໜັກໜ່ວງ.
ພາຍຫລັງທ່ານ ໂດນັນ ທຣຳ ໄດ້ຂຶ້ນຄອງ ອຳນາດ ນັບແຕ່ ເດືອນມັງກອນ ປີ 2025 ເປັນຕົ້ນມາ ໄດ້ນຳເອົາ “ກົດໝາຍ ວ່າດ້ວຍການ ໃຊ້ອຳນາດ ດ້ານເສດຖະກິດ ສຸກເສີນສາກົນ” ຂອງ ສ.ອາເມລິກາ, ດ້ວຍຮູບແບບ ທີ່ບໍ່ໄດ້ ຮັບການອະນຸມັດ ຈາກ ລັດຖະສະພາ ແລະ ປະກາດ ລັດຖະດຳລັດ ໂດຍກົງ, ໃຊ້ມາດຕະການ ເກັບພາສີ ເພີ່ມຕ່າງໆ. ການກະທຳນີ້ ໄດ້ຮັບການ ກ່າວຟ້ອງ ຫລາຍຄັ້ງ ຈາກ ວິສາຫະກິດ ແລະ ອົງການປົກຄອງ ຂອງ ຫລາຍລັດ ສ.ອາເມລິກາ.
ສານການຄ້າ ສາກົນ ສ.ອາເມລິກາ ໄດ້ຕັດສິນ ໃນເດືອນພຶດສະພາປີ 2025 ວ່າການກະທຳ ດັ່ງກ່າວ ຂອງທ່ານ ໂດນັນ ທຣຳ ໄດ້ລະເມີດ ກົດໝາຍ ແລະ ຫ້າມປະຕິບັດຕາມ ລັດຖະດຳລັດ ຂອງ ທ່ານ ກ່ຽວກັບ ການເກັບພາສີ ເພີ່ມຕໍ່ຫລາຍປະເທດ ໂດຍອີງຕາມ “ກົດໝາຍ ວ່າດ້ວຍການ ໃຊ້ອຳນາດ ດ້ານເສດຖະກິດ ສຸກເສີນສາກົນ”.
ສານອຸທອນໝູນວຽນ ສ.ອາເມລິກາ ໄດ້ຮັກສາ ການຕັດສິນ ຂອງ ສານການຄ້າສາກົນ ໃນເດືອນສິງຫາ ປີ 2025, ແຕ່ບໍ່ໄດ້ຫ້າມ ທ່ານ ໂດນັນ ທຣຳ ສືບຕໍ່ ເກັບພາສີ ໂດຍອີງຕາມ ກົດໝາຍ ດັ່ງກ່າວໃນທັນທີ./
KPL