ຜູ້ສະໝັກເລືອກຕັ້ງ ສສຊ ເຂດ 1 ນວ ລົງພົບປະປະຊາຊົນ

09/02/2026 19:03
Email Print 9612
ຂປລ ພິທີໂຄສະນາຫາ ສຽງແກ່ຜູ້ສະໝັກເລືອກຕ້ັງໃຫ້ຜູ້ລົງສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕ້ັງນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນວັນທີ 6 ກຸມພາ 2026.

  ຂປລ. ພິທີໂຄສະນາຫາ ສຽງແກ່ຜູ້ສະໝັກເລືອກຕ້ັງໃຫ້ຜູ້ລົງສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕ້ັງນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນວັນທີ 6 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ອາດສະພັງທອງ ສີພັນດອນ 

ກຳມະການສູນກາງພັກເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ປະທານ ຄະນະກຳມະການເລືອກຕັ້ງຂັ້ນ ນວ ພ້ອມດ້ວຍບັນດາຜູ້ສະໝັກເລືອກຕັ້ງເປັນ ສສຊ ຊຸດ ທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງຈາກກະຊວງ, ອົງການ, ພະແນກການອ້ອມຂ້າງ ນວ ເຂົ້າຮ່ວມ.


   ການລົງພົບປະແນະນຳໂຕຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ຄັ້ງນີ້ມີທັງໝົດ 25 ທ່ານ ຍິງ 7 ທ່ານ ຊຶ່ງ ການລົງສະເໜີ ແລະ ພົບປະຜູ້ມີສິດ ເລືອກຕັ້ງເປັນການຈັດຕັ້ງປະຕິບັດຕາມມາດຕາ 18 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສະບັບ ປັບປຸງປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕ້ັງມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມລະບຽບກົດໝາຍ ໂດຍແມ່ນຂັ້ນຕອນໜ່ຶງທ່ີມີບົດບາດຕັດສິນຕ່ໍຜົນການເລືອກຕັ້ງ, ເປັນການສະໜອງຂ້ໍມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ ເຂ້ົາໃຈຢ່າງຖືກຕ້ອງຕ່ໍຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ທັງເປັນການສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ພົບປະ ແລະ ແລກປ່ຽນຄໍາເຫັນເຊ່ິ່ງກັນ ແລະ ກັນ ກ່ອນການເລືອກຕ້ັງເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດສົມທຽບໃສ່ມາດຕະຖານ ເພ່ືອພິຈາລະນາ ແລະ ຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນປະຕິບັດສິດອຳນາດຂອງປະຊາຊົນຢູ່ສະພາແຫ່ງຊາດ ສຳລັບມື້ເລືອກຕັ້ງຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ນີ້.

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ຄອສພ ເຜີຍແຜ່ເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງການເມືອງ

      ຄອສພ ເຜີຍແຜ່ເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

      10/7/2026 8:57:34 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊ່ືອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມ ຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງໃຫ້ພະນັກງານຫລັກແຫລ່ງທີ່ຂຶ້ນກັບ ຄອສພ ໃນວັນທີ 6 ຕຸລາ 2026.

    • ນາຍົກລັດຖະມົນຕີ ຕ້ອນຮັບທູດຫວຽດນາມ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບທູດຫວຽດນາມ ປະຈຳລາວ

      10/7/2026 8:46:10 AM

      ໃນວັນທີ 5 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນໃນໂອກາດ ທີ່ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

    • ຫ້ອງວ່າການສູນກາງພັກ ເຜີຍແຜ່ເຊື່ອມຊຶມ 2 ເອກະສານການເມືອງ

      ຫ້ອງວ່າການສູນກາງພັກ ເຜີຍແຜ່ເຊື່ອມຊຶມ 2 ເອກະສານ

      10/6/2026 10:00:36 AM

      ຫ້ອງວ່າການສູນກາງພັກ ຈັດເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ວ່າດ້ວຍການເພ່ີມທະວີການສະກັດກ້ັນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ; ເອກະສານການແກ້ໄຂຄໍາຮ້ອງຟ້ອງ ແລະ ຄໍາສະເໜີໃຫ້ພະນັກງານ-ລັດຖະກອນ ໃນຕອນເຊົ້າວັນທີ 5 ຕຸລາ 2026.

    • ກະຊວງ ປກສ ສະເໜີເຫດຜົນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວມຄຸມການນຳໃຊ້ການເມືອງ

      ກະຊວງ ປກສ ສະເໜີເຫດຜົນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວມຄຸມການນຳໃຊ້

      10/6/2026 9:55:33 AM

      ໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕ້ັງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຕ້ັງໜ້າ ຊ່ຶງເຈົ້າໜ້າທ່ີສາມາດແກ້ໄຂຄະດີຢາເສບຕິດໄດ້ຢ່າງຫລວງຫລາຍ ແລະ ຢຶດວັດຖຸ-ຂອງກາງຄະດີເປັນຢາເສບຕິດປະເພດຕ່າງໆ, ວັດຖຸອຸປະ ກອນ ແລະ ພາຫະນະໄດ້ ເປັນຈໍານວນຫລາຍ.

ads
ads

Top