ສະຖານທູດລາວ ປະຈຳ ປັກກິ່ງ ສຳເລັດປ່ອນບັດເລືອກຕັ້ງ ສສຊ-ສສຂ

22/02/2026 13:44
ຂປລ ປະຕິບັດຕາມແຈ້ງການ ຂອງຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ກ່ຽວກັບ ການດຳເນີນການປ່ອນບັດເລືອກຕັ້ງລ່ວງໜ້າຢູ່ກຳລັງ ປກສ-ປກຊ ແລະ ຕ່າງປະເທດ, ສະບັບເລກທີ 047/ຄປລ.ນວ, ລົງວັນທີ 06 ກຸມພາ 2026. ສະຖານທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຂຶ້ນໃນຕອນບ່າຍ ຂອງວັນທີ 11 ກຸມພາ 2026.

       ປະຕິບັດຕາມແຈ້ງການ ຂອງຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ກ່ຽວກັບ ການດຳເນີນການປ່ອນບັດເລືອກຕັ້ງລ່ວງໜ້າຢູ່ກຳລັງ ປກສ-ປກຊ ແລະ ຕ່າງປະເທດ, ສະບັບເລກທີ 047/ຄປລ.ນວ, ລົງວັນທີ 06 ກຸມພາ 2026. ສະຖານທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຂຶ້ນໃນຕອນບ່າຍ ຂອງວັນທີ 11 ກຸມພາ 2026.
ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ມີ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດ ຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ, ມີພະນັກງານ ສະຖານເອກອັກຄະລັດ ຖະທູດ, ພະນັກງານລາວ ທີ່ພວມປະຕິບັດໜ້າທີ່, ນັກຮຽນນັກສຶກສາ, ຊາວລາວ ທີ່ດຳລົງຊີວິດ ແລະ ທຳມາຫາກິນ ຢູ່ນະຄອນຫຼວງປັກກິ່ງ ທີ່ມີມາດ ຖານເງື່ອນໄຂ ແລະ ມີໜ້າຕົວຈິງ ຈຳນວນ 45 ທ່ານ.

.

ການປ່ອນບັດເລືອກຕັ້ງຄັ້ງນີ້, ໄດ້ດຳເນີນໄປດ້ວຍ ຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງສອດຄ່ອງ ກັບລະບຽບການ ແລະ ລະດັບຄາດໝາຍ ທີ່ຄະນະກຳມະການ ເລືອກຕັ້ງນະຄອນຫຼວງວຽງຈັນ ໄດ້ວາງອອກ, ບັນດາຜູ້ເຂົ້າຮ່ວມ ໄດ້ເຊີດຊູຄວາມຮັບຜິດຊອບ ການເມືອງ, ໃຊ້ສິດຂອງຕົນເລືອກເອົາຜູ້ມີມາດຖານ ເງື່ອນໄຂຄົບຖ້ວນ ເພື່ອຈະເປັນຕົວແທນ ໃຫ້ແກ່ປະຊາຊົນ ໃນອົງການນິຕິ ບັນຍັດຂັ້ນສູນກາງ ແລະ ນະຄອນຫຼວງວຽງ ຈັນ, ສືບຕໍ່ປະກອບສ່ວນ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດ ຕາມທິດທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ວາງອອກ.

KPL

ຂ່າວອື່ນໆ

ads
ads

Top