ການກະທໍາຜິດຕໍ່ຄວາມສະຫງົບຂອງຊາດ

23/02/2026 10:52
ຂປລ ຂປລ. ມາພໍ້ກັນອີກເທື່ອໜຶ່ງກັບ ຄໍລຳ “ຊີວິດ-ກົດໝາຍ” ຂອງໜັງ ສືພິມປະເທດລາວ ຊຶ່ງສະບັບນີ້, ຍັງ ສືບຕໍ່ມາສະເໜີປະມວນກົດໝາຍ ອາຍາໃຫ້ທ່ານຜູ້ອ່ານຕື່ມ ໂດຍຂໍ ສະເໜີ “ພາກທີ II; ພາກສະເພາະ; ໝວດທີ 1” (ການກະທໍາຜິດຕໍ່ຄວາມ ສະຫງົບຂອງຊາດ), ໃນໝວດທີ 1 ນີ້, ປະກອບມີມາດຕາ 110 ຫາ ມາດຕາ 139, ແຕ່ສະບັບນີ້ ຂໍສະ ເໜີມາດຕາ 110 ຫາ 114 ຊຶ່ງສະ ບັບໜ້າຈຶ່ງຈະມາສະເໜີຕື່ມ.

ຂປລ. ມາພໍ້ກັນອີກເທື່ອໜຶ່ງກັບ ຄໍລຳ “ຊີວິດ-ກົດໝາຍ” ຂອງໜັງ ສືພິມປະເທດລາວ ຊຶ່ງສະບັບນີ້, ຍັງ ສືບຕໍ່ມາສະເໜີປະມວນກົດໝາຍ ອາຍາໃຫ້ທ່ານຜູ້ອ່ານຕື່ມ ໂດຍຂໍ ສະເໜີ “ພາກທີ II; ພາກສະເພາະ; ໝວດທີ 1” (ການກະທໍາຜິດຕໍ່ຄວາມ ສະຫງົບຂອງຊາດ), ໃນໝວດທີ 1 ນີ້, ປະກອບມີມາດຕາ 110 ຫາ ມາດຕາ 139, ແຕ່ສະບັບນີ້ ຂໍສະ ເໜີມາດຕາ 110 ຫາ 114 ຊຶ່ງສະ ບັບໜ້າຈຶ່ງຈະມາສະເໜີຕື່ມ. ຢູ່ໃນມາດຕາ 110 ການທໍລະ ຍົດຕໍ່ຊາດ ໄດ້ລະບຸວ່າ: ພົນລະເມືອງ ລາວ ຜູ້ທີ່ໄດ້ເຄື່ອນໄຫວພົວພັນ ແລະ ຮ່ວມມືກັບຄົນຕ່າງປະເທດ ຫລື ອົງການຈັດຕັ້ງຕ່າງປະເທດ ໂດຍ ມີເຈດຕະນາທຳລາຍຄວາມເປັນ ເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະ ໂຫຍດອັນຍິ່ງໃຫຍ່ທາງດ້ານການ ເມືອງ, ການປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ, ເສດຖະກິດ, ວັດ ທະນະທຳ ແລະ ສັງຄົມ ຂອງສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຈະຖືກລົງໂທດຕັດອິດສະ ລະພາບ ແຕ່ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 500.000.000 ກີບ, ອາດຈະຖືກຮິບຊັບ ແລະ ອາດຈະ ຖືກຈໍາກັດທີ່ຢູ່ ຫລື ຕັດອິດສະລະ ພາບຕະຫລອດຊີວິດ ແລະ ຈະຖືກ ປັບໃໝ ແຕ່ 50.000.000 ກີບ ຫາ 700.000.000 ກີບ ຫລື ປະຫານ ຊີວິດ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດ ກໍຈະຖືກລົງໂທດ. ພົນລະ ເມືອງລາວ ຜູ້ທີ່ຖືກຄົນຕ່າງປະເທດ ຫລື ອົງການຈັດຕັ້ງຕ່າງປະເທດ ມອບໝາຍໃຫ້ກະທຳຜິດ ແຕ່ໄດ້ ສະໝັກໃຈລາຍງານເຫດການໃຫ້ ເຈົ້າໜ້າທີ່ຮູ້ລ່ວງໜ້າ ແລະ ຍັງບໍ່ ທັນໄດ້ລົງມືກະທຳຜິດນັ້ນ ຈະບໍ່ຖືກ ລົງໂທດ. ມາດຕາ 111 ການກະບົດ; ພົນ ລະເມືອງລາວຜູ້ໃດ ຫາກໄດ້ຈັດຕັ້ງ ຫລື ເຂົ້າຮ່ວມການເຄື່ອນໄຫວກໍ່ ຄວາມວຸ້ນວາຍ ເພື່ອໂຄ່ນລົ້ມອຳ ນາດການປົກຄອງ ຫລື ເພື່ອເຮັດ ໃຫ້ອຳນາດການປົກຄອງອ່ອນເພຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສິບປີ ຫາ ຊາວປີ ແລະ ຈະຖືກ ປັບໃໝ ແຕ່ 10.000.000 ກີບ ຫາ 500.000.000 ກີບ, ອາດຈະ ຖືກຮິບຊັບ ແລະ ອາດຈະຖືກຈຳ ກັດທີ່ຢູ່ ຫລື ຕັດອິດສະລະພາບ ຕະຫລອດຊີວິດ ແລະ ຈະຖືກປັບ ໃໝແຕ່ 50.000.000 ກີບ ຫາ 700.000.000 ກີບ ຫລື ປະຫານ ຊີວິດ. ການກະກຽມໃຫ້ແກ່ການ ກະທຳຜິດ, ຄວາມພະຍາຍາມກໍ່ ການກະທຳຜິດ ກໍຈະຖືກລົງໂທດ. ມາດຕາ 112 ການເປັນນັກສືບ ສອດແນມ; ຄົນຕ່າງປະເທດ, ຄົນ ຕ່າງດ້າວ ຫລື ຄົນບໍ່ມີສັນຊາດ ຜູ້ໃດ ຫາກໄດ້ເຄື່ອນໄຫວເກັບກຳ ຂ່າວ, ຂໍ້ມູນ, ວັດຖຸ, ການດຳເນີນ ງານ ຫລື ເອກະສານທາງຄອມພິວ ເຕີ ຫລື ເອກະສານກ່ຽວກັບຄວາມ ລັບຂອງລັດ ຫລື ຄວາມລັບທາງ ລັດຖະການ ເພື່ອກໍ່ຄວາມເສຍຫາຍ ຫລື ມ້າງເພ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ສິບປີ ຫາ ຊາວປີ ແລະ ຈະຖືກປັບ ໃໝ ແຕ່ 5.000.000 ກີບ ຫາ 300.000.000 ກີບ, ອາດຈະຖືກ ຮິບຊັບ, ຖືກຈໍາກັດທີ່ຢູ່ ຫລື ຖືກເນລະເທດ ຫລື ຕັດອິດສະລະພາບ ຕະຫລອດຊີວິດ ແລະ ຈະຖືກປັບ ໃໝແຕ່ 30.000.000 ກີບ ຫາ 400.000.000 ກີບ ຫລື ປະຫານ ຊີວິດ. ບຸກຄົນໃດ ຫາກໄດ້ເຄື່ອນໄຫວ ເກັບກຳຂ່າວ, ຂໍ້ມູນ, ວັດຖຸ, ການດໍາ ເນີນງານ ຫລື ເອກະສານທາງຄອມ ພິວເຕີ ຫລື ເອກະສານກ່ຽວກັບ ຄວາມລັບຂອງລັດ ຫລື ຄວາມລັບ ທາງລັດຖະການ ສົ່ງໃຫ້ພວກທໍລະ ຍົດ ຫລື ກະບົດຕໍ່ຊາດ ເພື່ອມ້າງເພ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຈະຖືກລົງໂທດຕັດອິດສະ ລະພາບແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 200.000.000 ກີບ, ອາດຈະ ຖືກຮິບຊັບ ແລະ ອາດຈະຖືກຈຳກັດ ທີ່ຢູ່.

ອ່ານຕໍ່ສະບັນໜ້າ

KPL

ຂ່າວອື່ນໆ

ads
ads

Top