ຂປລ
ຂປລ. ດັ່ງທີ່ຮູ້ນຳກັນວ່າ, ປະ ເທດເຮົາກໍແມ່ນປະເທດໜຶ່ງ ທີ່ມີແຫລ່ງທ່ອງທ່ຽວທຳມະຊາດ, ວັດ ທະນະທຳ ແລະ ປະຫວັດສາດ ລ້ວນແຕ່ດຶງດູດເອົາຄວາມສົນໃຈຂອງນັກທ່ອງທ່ຽວ. ດັ່ງນັ້ນ, ມັນຮຽກຮ້ອງພວກເຮົາທຸກຄົນຕ້ອງໄດ້ຮ່ວມກັນ ປົກປັກຮັກສາທຳມະຊາດ ກໍຄື ສິ່ງແວດລ້ວມ.

ຂປລ. ດັ່ງທີ່ຮູ້ນຳກັນວ່າ, ປະ ເທດເຮົາກໍແມ່ນປະເທດໜຶ່ງ ທີ່ມີແຫລ່ງທ່ອງທ່ຽວທຳມະຊາດ, ວັດ ທະນະທຳ ແລະ ປະຫວັດສາດ ລ້ວນແຕ່ດຶງດູດເອົາຄວາມສົນໃຈຂອງນັກທ່ອງທ່ຽວ. ດັ່ງນັ້ນ, ມັນຮຽກຮ້ອງພວກເຮົາທຸກຄົນຕ້ອງໄດ້ຮ່ວມກັນ ປົກປັກຮັກສາທຳມະຊາດ ກໍຄື ສິ່ງແວດລ້ວມ. ດັ່ງເມື່ອມໍ່ໆມານີ້, ທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຫລວງນໍ້າທາ, ມີກອງປ່າສະຫງວນ, ພະແນກກະສິກຳ ແລະ ສິ່ງແວດລ້ວມແຂວງ, ພະແນກຕຳຫລວດຄຸ້ມຄອງ ທຸລະກິດການທ່ອງທ່ຽວ, ສະມາຄົມທຸລະກິດການທ່ອງທ່ຽວ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ວຽກງານ ປົກປັກຮັກສາທຳມະຊາດ. ໃນນັ້ນ, ໄດ້ປືກສາຫາລື ວາງແຜນຮ່ວມກັນກັບອົງການຈັດຕັ້ງບ້ານ ກ່ຽວກັບການທ່ອງທ່ຽວຢູ່ບ້ານ ນາລັນເໜືອ ແລະ ບ້ານນາໂຮມ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ , ການລົງເຮັດວຽກໃນຄັ້ງນີ້ ກໍເພື່ອເຜີຍແຜ່ຂໍ້ຕົກລົງ ຂອງຫົວໜ້າພະແນກ ວັດ ທະນະທຳ ແລະ ການທ່ອງທ່ຽວ ສະບັບເລກທີ 78/ວທຫທ, ລົງວັນທີ 9 ມັງກອນ 2025, ວ່າດ້ວຍການກຳນົດຄ່າບໍລິການທ່ອງທ່ຽວ ສຳລັບພາກລັດ, ເອກະຊົນ ແລະ ປະຊາຊົນ ມີສ່ວນຮ່ວມນໍາວຽກງານທ່ອງທ່ຽວ, ປະເມີນຄືນໂຮມສະເຕ ທີ່ໄດ້ຮັບອະນຸຍາດໃຫ້ເປີດບໍລິການ ໃນໄລຍະຜ່ານມາ ແລະ ປະເມີນຄອບຄົວທີ່ມີເງື່ອນໄຂຈະເຮັດໃໝ່, ແກ້ໄຂການບຸກລຸກປ່າຂອບເຂດ ແຫລ່ງທ່ອງທ່ຽວດົງກຳ ບ້ານນາລັນເໜືອ, ຊຸກຍູ້ວຽກງານບໍລິການທ່ອງທ່ຽວ ຢູ່ບ້ານນາລັນໃຕ້, ບ້ານນາລັນເໜືອ ແລະ ຊຸກຍູ້ຄອບຄົວທີ່ມີຄວາມພ້ອມ ຈະເປີດບໍລິການໂຮມສະເຕ ແລະ ລົງຊຸກຍູ້ກ່ຽວກັບການບຸກລຸກຖາງປ່າໃນຂອບເຂດປ່າສະຫງວນ (ຂອບເຂດເສັ້ນທາງຍ່າງປ່າ, ລອງເຮືອ) ພ້ອມນີ້ກໍໄດ້ມີການຈັດຕັ້ງເຜີຍແຜ່ນິຕິກຳກ່ຽວກັບ ການກຳນົດບໍລິການ, ປະເມີນມາດຕະຖານເຮືອນພັກແຮມປະຊາຊົນ (Home stay) ມີທັງໝົດ 13 ຄອບຄົວ, ເຮັດບົດບັນທຶກປິດບໍລິການ 1 ຄອບຄົວ, ປັບປຸງ 1 ຄອບຄົວ; ສໍາລັບບ້ານນາໂຮມ ເປັນບ້ານເປົ່າໝາຍຂະຫຍາຍໃໝ່, ມີຄວາມພ້ອມບໍລິການທີ່ພັກ 8 ຄອບຄົວ, ສະເໜີໃໝ່ 2 ຄອບຄົວມີກິດຈະກຳຈັກສານ, ຕີມີດ, ຍິງໜ້າເກັກ ແລະ ສະແດງສິລະປະ-ວັນນະຄະດີ ຂອງເຜົ່າພາຍໃນບ້ານ, ໄດ້ເອົາໃຈໃສ່ວຽກປ່າສະຫງວນ ເປັນຕົ້ນ ໄດ້ເຜີຍແຜ່ນິຕິກຳກ່ຽວກັບປ່າສະຫງວນ, ການຕ້ານໄຟໄໝ້ລາມປ່າ ແລະ ແກ້ໄຂບັນຫາ ການບຸກລຸກປ່າສະຫງວນດົງກຳ ບ້ານນາລັນ ຕື່ມອີກ.ທັງໝົດທີ່ກ່າວມາກັ້ນ, ກໍເພື່ອເປັນການສົ່ງເສີມອະນຸລັກ ແລະ ປົກປັກຮັກສາປ່າໄມ້, ສິ່ງແວດລ້ອມໃຫ້ອຸດົມສົມບູນ ແລະ ຄົງຢູ່ຕະຫລອດໄປ, ຄຽງຄູ່ກັບການພັດທະນາວຽກງານທ່ອງທ່ຽວໄປພ້ອມໆກັບ ການອະນຸລັກທາງທໍາມະຊາດ ໂດຍປະຊາຊົນມີສ່ວນ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.
KPL