ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ເຂດທີ 6 ແນະນຳຕົວຢູ່ເມືອງນານ

16/02/2026 10:53
ຂປລ ຂປລ. ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ຜູ້ແທນຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ເຄື່ອນໄຫວແນະນຳໂຕກັບຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງນານ ໃນວັນທີ 10 ກຸມພາ 2026 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ໄຊນະຄອນ ສຸດທິດາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ເມືອງນານ ພ້ອມດ້ວຍຄະນະນຳ, ພະນັກງານ-ລັດຖະກອນພາຍໃນເມືອງ ແລະ ປະຊາຊົນບັນດາເຜົ່າອ້ອມຂ້າງເມືອງ.

ຂປລ. ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ຜູ້ແທນຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ເຄື່ອນໄຫວແນະນຳໂຕກັບຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງນານ ໃນວັນທີ 10 ກຸມພາ 2026 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ໄຊນະຄອນ ສຸດທິດາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ເມືອງນານ ພ້ອມດ້ວຍຄະນະນຳ, ພະນັກງານ-ລັດຖະກອນພາຍໃນເມືອງ ແລະ ປະຊາຊົນບັນດາເຜົ່າອ້ອມຂ້າງເມືອງ. 

ທ່ານ ໄຊນະຄອນ ສຸດທິດາ ໄດ້ລາຍງານວ່າ: ເມືອງນານ ມີ 49 ບ້ານ, 6.182 ຄອບຄົວ, ພົນລະເມືອງ 33.479 ຄົນ ຍິງ 19.359 ຄົນ, ມີ 9 ເຜົ່າ, ແບ່ງອອກເປັນ 6 ກຸ່ມບ້ານ ແລະ 15 ບ້ານ ໃນເທສະບານເມືອງ, ຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 20.315 ຄົນ ຍິງ 10.192 ຄົນ, ກຳນົດໜ່ວຍປ່ອນບັດເລືອກຕັ້ງ 51 ໜ່ວຍ ໃນນັ້ນ, ມີໜ່ວຍເຄື່ອນທີ່ 1 ໜ່ວຍ ແລະ ກໍານົດຈຸດໂຄສະນາຫາສຽງ ຜູ້ລົງສະໝັກເລືອກຕັ້ງສະພາແຫ່ງຊາດ ມີ 2 ຈຸດຄື: ຢູ່ສໍານັກງານເມືອງ ແລະ ກຸ່ມບ້ານຫ້ວຍຫອຍ. ພ້ອມນັ້ນ, ໄດ້ກໍານົດຈຸດລົງໂຄສະນາຫາສຽງ ຂອງຜູ້ລົງສະໝັກຮັບເລືອກຕັ້ງ ສສຂ ປະຈໍາເຂດເລືອກຕັ້ງ ເມືອງນານ ມີ 8 ຈຸດ. ການເຄື່ອນໄຫວແນະນຳຕົວ ຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ສາຍ 5 ເມືອງໃຕ້ ຢູ່ເມືອງນານ ໃນຄັ້ງນີ້ ມີຜູ້ສະໝັກທັງໝົດ 7 ທ່ານ ຍິງ 2 ທ່ານ ຈາກຈໍານວນຜູ້ສະໝັກທັງໝົດ 14 ທ່ານ ຍິງ 5 ທ່ານ ຊຶ່ງຜູ້ຮັບສະໝັກເລືອກຕັ້ງທັງໝົດ ໄດ້ພັດປ່ຽນກັນແນະນຳໂຕ ຜ່ານປະຫວັດການເຄື່ອນໄຫວແຕ່ລະໄລຍະຂອງຕົນເອງ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ-ໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ ແລະ ເປົ້າໝາຍຂອງຕົນເອງ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ເພື່ອນຳໄປຄົ້ນຄວ້າ, ພິຈາລະນາ ແລະ ຕັດສິນໃຈເລືອກເອົາຜູ້ແທນຂອງຕົນ ທີ່ເຫັນວ່າມີມາດຖານຄົບຖ້ວນ ເຂົ້າໄປເຮັດວຽກຢູ່ໃນສະພາ. 
ພ້ອມນັ້ນ, ຕາງໜ້າການນຳເມືອງ ຍັງໄດ້ອ່ານປະຫວັດຂອງຜູ້ສະໝັກທ່ານອື່ນ ທີ່ບໍ່ໄດ້ຮ່ວມຂະບວນການໃນຄັ້ງນີ້ ໃຫ້ຜູ້ມີສິດເລືອກຕັ້ງເມືອງນານ ຮັບຮູ້ຕື່ມອີກ. ພາຍຫລັງສຳເລັດເມືອງນານແລ້ວ ຄະນະຜູ້ສະໝັກຮັບເລືອກຕັ້ງ ຈະສືບຕໍ່ເຄື່ອນໄຫວຢູ່ເມືອງຊຽງເງິນ, ໂພນໄຊ ແລະ ເມືອງປາກແຊງຕາມລຳດັບຈົນກວ່າຈະສຳເລັດ.

KPL

ຂ່າວອື່ນໆ

ads
ads

Top