ຖາມ-ຕອບກ່ຽວກັບ ສິດເປັນເຈົ້າທາງດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງຂອງປະຊາຊົນລາວບັນດາເຜົ່າ

19/02/2026 14:23
ຂປລ ຂປລ. ມາພໍ້ກັນມື້ນີ້ “ໜັງສືພິມປະເທດລາວ” ສະບັບກ່ອນໄດ້ນຳສະເໜີໄປແລ້ວ ຄຳຖາມ-ຄຳຕອບກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງມາໃນສະບັບນີ້, ຂໍນຳສະເໜີຕໍ່ກ່ຽວກັບ ຄຳຖາມ-ຕອບ ສິດເປັນເຈົ້າທາງດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງ ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງມີລາຍລະອຽດັ່ງນີ້:

ຂປລ. ມາພໍ້ກັນມື້ນີ້ ໜັງສືພິມປະເທດລາວສະບັບກ່ອນໄດ້ນຳສະເໜີໄປແລ້ວ ຄຳຖາມ-ຄຳຕອບກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງມາໃນສະບັບນີ້, ຂໍນຳສະເໜີຕໍ່ກ່ຽວກັບ ຄຳຖາມ-ຕອບ ສິດເປັນເຈົ້າທາງດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງ ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງມີລາຍລະອຽດັ່ງນີ້:

        ຄໍາຖາມທີ 5: ສິດເປັນເຈົ້າທາງດ້ານເສດຖະກິດຂອງປະຊາຊົນລາວບັນດາເຜົ່າແມ່ນແນວໃດ?

ຕອບ: ສິດເປັນເຈົ້າທາງດ້ານເສດຖະກິດຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງ ສິດເປັນເຈົ້າໃນການດໍາລົງຊີວິດ ແລະ ທໍາມາຫາກິນ ເພື່ອຄວາມຢູ່ດີກິນດີຂອງຕົນ ແລະ ຄອບຄົວ.

ກ່ອນໜ້ານີ້ ຫລາຍທົດສະວັດ, ການດໍາລົງຊີວິດ ແລະ ການທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່າ ແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍຮ້ອຍປະການ, ທີ່ຢູ່ອາໃສຖາວອນມີໜ້ອຍ, ປະຊາຊົນສ່ວນຫລາຍທໍາ ມາຫາກິນໂດຍອີງໃສ່ການກະສິກໍາ, ເຮັດໄຮ່ -ເຮັດນາ, ຕາມມີຕາມເກີດ, ຕາມທໍາມະຊາດ, ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດ ໃຈຍັງຂາດເຂີນ ແລະ ອື່ນໆ. ປັດຈຸບັນນີ້, ປະເທດຊາດຂອງພວກເຮົາ ໄດ້ຮັບການພັດທະນາໃຫ້ມີຄວາມຈະເລີນກ້າວ ໜ້າຫລາຍຂຶ້ນ ທຽບໃສ່ໃນເມື່ອກ່ອນ, ປະຊາຊົນບັນດາເຜົ່າຢູ່ຫລາຍທ້ອງຖິ່ນ ໄດ້ເປັນຕົວແບບໃນການຜະລິດ, ທຸລະກິດ, ມີອາຊີບທີ່ຄົງທີ່ ແລະ ຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ, ແຕ່ປະເທດເຮົາຍັງບໍ່ທັນຫລຸດພົ້ນອອກຈາກຄວາມດ້ອຍ ພັດ ທະນາໄດ້ເທື່ອ, ປະຊາຊົນລາວບັນດາເຜົ່າຈໍານວນໜຶ່ງ ເປັນຕົ້ນ ຢູ່ເຂດຊົນນະບົດ ຫ່າງໄກສອກຫລີກ ຍັງທຸກຍາກຂາດ ເຂີນ, ມີລາຍຮັບຕໍ່າ, ອາຫານການກິນ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດບໍ່ພຽງພໍ, ທີ່ພັກອາໃສຍັງບໍ່ທັນໝັ່ນຄົງ ບວກໃສ່ສະພາບເງິນເຟີ້, ລາຄາສິນຄ້າແພງ ແລະ ຄ່າຄອງຊີບສູງ. ສະນັ້ນ, ພັກ ແລະ ລັດຂອງ ພວກເຮົາ ຈຶ່ງເອົາໃຈໃສ່ເປັນພິ ເສດຕໍ່ການພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງ, ການຜະລິດສິນຄ້າ, ການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າສາມາດ ປະຕິບັດສິດເປັນເຈົ້າທາງດ້ານເສດຖະກິດໃຫ້ໄດ້ຢ່າງຄົບຖ້ວນກວ່າເກົ່າ.

ສິດເປັນເຈົ້າໃນການດໍາລົງຊີວິດ, ທໍາມາຫາກິນ ຂອງປະຊາຊົນລາວບັນດາເຜົ່າ ທີ່ພັກ ແລະ ລັດຂອງພວກເຮົາເອົາໃຈໃສ່ປົກປ້ອງ ແລະ ເສີມຂະຫຍາຍນັ້ນ ມີດັ່ງນີ້:

ໜຶ່ງ: ສິດໃນການສ້າງເຮືອນ, ຕັ້ງບ້ານ ຫລື ຖິ່ນຖານພູມລໍາເນົາ ຢູ່ໃນເຂດ ຫລື ບໍລິເວນທີ່ເໝາະ ສົມກັບ ການ ດໍາລົງຊີວິດ ຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ສອງ: ສິດໃນການໄດ້ຊົມໃຊ້ຊັບພະຍາກອນທໍາມະຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດ
ໝາຍ ເປັນຕົ້ນ ດິນດອນຕອນຫຍ້າ
, ເຄື່ອງປ່າຂອງດົງ ເພື່ອໃຫ້ປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວ ມີບ່ອນຢູ່, ບ່ອນດໍາລົງຊີວິດໝັ້ນຄົງ, ທໍາການຜະລິດ, ທໍາມາຫາກິນ ເພື່ອພັດທະນາຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວ ໃຫ້ຢູ່ດີກິນດີ.

ສາມ: ສິດໃນການປະກອບອາຊີບ ທີ່ບໍ່ຂັດກັບລັດຖະທໍາມະນູນ ແລະ ກົດໝາຍ ໂດຍອີງຕາມຄວາມຮູ້ ຄວາມສາມາດ ແລະ ຄວາມມັກຂອງຕົນ ເຊັ່ນ: ເຮັດນາ, ເຮັດໄຮ່, ເຮັດສວນ, ປູກຝັງ, ລ້ຽງສັດເປັນສິນຄ້າ, ເປັນນັກທຸລະກິດ, ຊາວຄ້າຂາຍ, ເປັນນາຍຊ່າງ, ເປັນນັກດົນຕີ, ນັກຮ້ອງ, ນັກສິນລະປິນ, ເປັນກໍາມະກອນ, ເປັນທະຫານ, ຕໍາຫລວດ, ພະ ນັກງານ-ລັດຖະກອນ ແລະ ອື່ນໆ.

 ຄໍາຖາມທີ 6: ສິດເປັນເຈົ້າທາງດ້ານວັດທະນະທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ຕອບ: ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງ ປະຊາຊົນລາວ ບັນດາເຜົ່າ ເປັນເຈົ້າຂອງ ຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນມູນເຊື້ອອັນດີງາມຂອງຕົນ, ປົກປັກຮັກສາ ແລະ ເສີມຂະ ຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າ ເຮັດໃຫ້ພື້ນຖານ ວັດທະນະທໍາ ຂອງຊາດລາວ ອຸດົມຮັ່ງມີ. ປະຊາຊົນລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະນາທໍາອັນດີງາມ ທີ່ເປັນເອກະລັກຂອງຕົນ, ລວມເຂົ້າກັນເອີ້ນວ່າ: ວັດທະນາທໍາແຫ່ງຊາດລາວ ທີ່ມີຄວາມອຸດົມຮັ່ງມີ ດ້ວຍຫລາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຍ້ອງຕ່າງໆ, ບຸນປະເພນີ, ການຟ້ອນລໍາ, ການຫຼິ້ນດົນຕີ, ການຂັບລໍາ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການປຸກເຮືອນ ສ້າງບ້ານຕາມຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບໍາລຸງ ແລະ ຮັກສາສຸຂະພາບ ເປັນຕົ້ນ.

ເຖິງແນວໃດກໍດີ,  ແຕ່ລະຊົນເຜົ່າ ລ້ວນແຕ່ມີຄວາມພາກພູມໃຈຕໍ່ມູນເຊື້ອວັດທະນະທໍາອັນດີງາມດັ່ງກ່າວຂອງຕົນ ແລະ ຂອງຊາດ; ມີສິດ ແລະ ໜ້າທີ່ປົກປັກຮັກສາ, ເສີມຂະຫຍາຍໃຫ້ໝັ້ນຄົງຕະຫລອດຮອດ ເຊັ່ນລູກເຊັ່ນຫລານໄດ້ສືບຕໍ່ໆໄປ; ສະກັດກັ້ນ ບໍ່ໃຫ້ພວກຄົນບໍ່ດີ ມາທໍາລາຍມູນເຊື້ອຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ ແລະ ຂອງແຕ່ລະຊົນເຜົ່າ.

ພັກ ແລະ ລັດເຮົາ ໄດ້ເອົາໃຈໃສ່ປົກປ້ອງສິດເປັນເຈົ້າທາງດ້ານວັດທະນະທໍາ ຂອງປະຊາຊົນລາວບັນດາເຜົ່າ ດ້ວຍການວາງແນວທາງ, ນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍ ແນໃສ່ປົກປັກຮັກສາ ແລະ ເສີມ ຂະຫຍາຍມູນ ເຊື້ອວັດທະນະທໍາອັນດີງາມ ຂອງຊາດ ແລະ ຂອງແຕ່ລະຊົນເຜົ່າ ໃຫ້ຢືນຍົງ.

ຄໍາຖາມທີ 7: ສິດເປັນເຈົ້າດ້ວຍຕົນເອງ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ຕອບ: ສິດເປັນເຈົ້າດ້ວຍຕົນເອງ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງ ແຕ່ລະຊົນເຜົ່າ ຕ້ອງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນເຜົ່າຕົນ, ເພີ່ມທະວີຄວາມສາມັກຄີປອງດອງ ພາຍໃນຊົນເຜົ່າ ແລະ ລະ ຫວ່າງເຜົ່າຕ່າງໆ, ສູ້ຊົນພັດທະນາແຕ່ລະຊົນເຜົ່າ ແລະ ແຕ່ລະຄອບຄົວ ໃຫ້ລຸດພົ້ນອອກຈາກຄວາມທຸກຍາກ ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນແຕ່ລະຊົນເຜົ່າຮັ່ງ ມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ປະເທດເຮົາ ແຕ່ລະຊົນເຜົ່າລ້ວນແຕ່ມີມູນເຊື້ອແຫ່ງນໍ້າໃຈຕໍ່ສູ້ປະຕິວັດ ພິລະອາດຫານ ບໍ່ຍອມຈໍານົນ ຕ້ານການຮຸກຮານຂອງສັດຕູຕ່າງດ້າວ, ມີວິລະບູລຸດທີ່ເກັ່ງກ້າ, ມີນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດ, ມີນັກຮຽນຮູ້ປັນຍາຊົນທີ່ດີ; ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການຕໍ່ສູ້ ແລະ ດໍາລົງຊີວິດ; ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ການຜະລິດ, ການປົວແປງຊີວິດການເປັນຢູ່ຕາມສຸພາສິດ ລາວກ່າວໄວ້ວ່າ:ຄົນລາວ ມີຄວາມດຸ ໝັ່ນຂະຫຍັນພຽນ, ລຸກແຕ່ເດິກ, ຕື່ນແຕ່ເຊົ້າ, ໄປຢຽບໝາ ມາຢຽບຂຽດ ”; ມີຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມ ທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າ ແລະ ອື່ນໆ. ສະນັ້ນ, ພັກ ແລະ ລັດຂອງພວກເຮົາຈຶ່ງມີນະໂຍບາຍປົກປ້ອງ ແລະ ເສີມຂະຫຍາຍສິດເປັນເຈົ້າດ້ວຍຕົນ ເອງ ຂອງປະຊາຊົນລາວບັນດາເຜົ່າ, ສົ່ງເສີມໃຫ້ແຕ່ລະຊົນເຜົ່າບຸກບືນສ້າງຄວາມເຂັ້ມແຂງດ້ວຍຕົນເອງຕິດພັນກັບການເພີ່ມທະວີຄວາມສາມັກຄີ ແລະ ສິດສະເໝີພາບລະຫວ່າງຊົນເຜົ່າຕ່າງໆ ແລະ ຫັນນະໂຍບາຍນີ້ ເປັນເນື້ອໃນມາດຕາ 8 ຂອງລັດຖະທໍາມະນູນແຫ່ງ ສປປ ລາວ ຄື:ລັດປະຕິບັດນະໂຍບາຍສາມັກຄີ ແລະ ສະເໝີພາບລະຫວ່າງຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ມີສິດປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຕົນ ແລະ ຂອງຊາດ.

ຫ້າມທຸກການກະທໍາທີ່ເປັນການແບ່ງແຍກ ແລະ ການປະພຶດທີ່ເປັນການຈໍາແນກລະຫວ່າງ ຊົນເຜົ່າ; ລັດນໍາໃຊ້ທຸກມາດຕະການ ເພື່ອຂະຫຍາຍ ແລະ ຍົກລະດັບເສດຖະກິດ-ສັງຄົມ ຂອງທຸກຊົນເຜົ່າໃຫ້ສູງຂຶ້ນ ”.

ພໍ້ກັນໃໝ່ໃນສະບັບໜ້າ

KPL

ຂ່າວອື່ນໆ

ads
ads

Top