ຂປລ
ຂປລ. “ໜັງສືພິມປະເທດລາວ” ສະບັບກ່ອນໆໄດ້ນຳສະເໜີໄປແລ້ວ ຄຳຖາມ-ຕອບກ່ຽວກັບສິດເປັນເຈົ້າທາງດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງ ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງມາໃນສະບັບນີ້ຂໍສືບຕໍ່ນຳສະເໜີ ຄຳຖາມ-ຄຳຕອບ ກ່ຽວກັບ ສິດ ແລະ ພັນທະຂອງພົນລະເມືອງລາວ.
ຂປລ. “ໜັງສືພິມປະເທດລາວ” ສະບັບກ່ອນໆໄດ້ນຳສະເໜີໄປແລ້ວ ຄຳຖາມ-ຕອບກ່ຽວກັບສິດເປັນເຈົ້າທາງດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງ ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງມາໃນສະບັບນີ້ຂໍສືບຕໍ່ນຳສະເໜີ ຄຳຖາມ-ຄຳຕອບ ກ່ຽວກັບ ສິດ ແລະ ພັນທະຂອງພົນລະເມືອງລາວ.
ຄໍາຖາມທີ 8: ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຍັງສະແດງອອກຢູ່ໃນສິດ ແລະ ພັນທະ ຂອງພົນລະເມືອງລາວແນວໃດ?
ຕອບ: ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າຍັງສະແດງອອກ ຢູ່ໃນສິດ ແລະ ພັນທະ ຂອງພົນລະເມືອງລາວ ທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ແຕ່ມາດຕາ 35 ຫາ ມາດຕາ 50 ຄື:
ສິດພື້ນຖານຂອງພົນລະເມືອງລາວ ມີ 13 ສິດ ດັ່ງນີ້: ໜຶ່ງ: ພົນລະເມືອງລາວແມ່ນຜູ້ມີສັນຊາດລາວ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; ລັດຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງ ຕາມກົດໝາຍ (ມາດຕາ 35); ສອງ: ພົນລະເມືອງລາວ ໂດຍບໍ່ຈໍາແນກຍິງຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ (ມາດຕາ 36); ສາມ: ພົນ ລະເມືອງລາວຜູ້ທີ່ມີອາຍຸ 18 ຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ທີ່ມີອາຍຸ 21 ປີຂຶ້ນໄປມີສິດຮັບສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ທີ່ຖືກສານຕັດສິນປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ (ມາດຕາ 37);ສີ່: ພົນລະເມືອງລາວຍິງ-ຊາຍ ມີສິດເທົ່າທຽມກັນທາງດ້ານເມືອງ, ເສດຖະກິດ, ວັດທະນະທໍາສັງຄົມ ແລະ ຄອບຄົວ (ມາດຕາ 38); ຫ້າ: ພົນລະເມືອງລາວ ມີສິດໄດ້ຮັບການສຶກສາຄົ້ນຄວ້າ, ຮ່ໍາຮຽນ ເພື່ອພັດທະນາຕົນເອງໃຫ້ມີຄວາມ ກ້າວໜ້າ (ມາດຕາ 39); ຫົກ: ພົນລະເມືອງລາວ ມີສິດເຮັດວຽກ ແລະ ປະກອບອາຊີບທີ່ບໍ່ຂັດກັບກົດໝາຍ; ຜູ້ອອກແຮງງານມີສິດໄດ້ຮັບການພັກຜ່ອນ, ໄດ້ຮັບການປິ່ນປົວໃນເວລາເຈັບເປັນ, ໄດ້ຮັບການຊ່ວຍເຫລືອ ໃນກໍລະນີໝົດຄວາມ ສາມາດໃນການອອກແຮງງານ, ເສຍອົງຄະ, ໃນເວລາເຖົ້າແກ່ ແລະ ໃນກໍລະນີອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນ ກົໝາຍ (ມາດຕາ 40); ເຈັດ: ພົນລະເມືອງລາວ ມີສິດເສລີພາບໃນການຕັ້ງພູມລໍາເນົາ ແລະ ໃນການໄປມາຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ (ມາດຕາ 41); ແປດ: ພົນລະເມືອງລາວ ມີສິດສະເໝີ, ຮ້ອງຟ້ອງ ແລະ ຮ້ອງຂໍຄວາມເປັນທໍາ ຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫລື ສິດ ແລະ ຜົນປະໂຫຍດ ສະເພາະຂອງຕົນ; ຄໍາ ສະເໜີ, ຄໍາຮ້ອງຟ້ອງ ແລະ ຄໍາຮ້ອງຂໍຄວາມເປັນທໍາ ຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ ໄຂ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ (ມາດຕາ 42); ເກົ້າ: ພົນລະເມືອງລາວມີສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານ ຊີວິດ, ຮ່າງກາຍ, ກຽດສັກສີ ແລະ ເຄຫາສະຖານ; ພົນລະເມືອງລາວຈະບໍ່ຖືກຈັບຕົວ, ກັກຂັງ ຫລື ກວດຄົ້ນເຄຫາສະຖານ ຖ້າຫາກບໍ່ມີຄໍາສັ່ງຂອງອົງການໄອຍະການປະຊາຊົນ ຫລື ສານປະຊາຊົນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ (ມາດຕາ 43); ສິບ: ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫລື ບໍ່ເຊື່ອຖືສາດສະໜາ ທີ່ບໍ່ຂັດກັບກົດໝາຍ (ມາດຕາ 44);ສິບເອັດ: ພົນລະເມືອງລາວ ມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງ ສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຄັດກັບກົດໝາຍ (ມາດຕາ 45); ສິບສອງ: ພົນລະເມືອງລາວ ມີສິດເສລີພາບໃນການຄົ້ນຄ້ວາ ແລະ ນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ປະດິດສ້າງສິລະປະ, ວັນນະຄະດີ ແລະ ເຄື່ອນໄຫວວັດທະນະທໍາທີ່ບໍ່ຂັດກັບກົດຫມາຍ(ມາດຕາ 46) ແລະ ສິບສາມ: ລັດປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກກົດໝາຍຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ; ຄົນລາວທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ຕັດແຍກອອກຈາກວົງຄະນາຍາດແຫ່ງຊາດລາວ; ລັດຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຄົນລາວທີ່ອາໄສຢູ່ຕ່າງປະເທດ ປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທໍາອັນດີງາມຂອງຊາດລາວ, ຮັກສາສາຍພົວ ພັນທີ່ດີກັບຄອບຄົວ, ຍາດພີ່ນ້ອງ ແລະ ບ້ານເກີດເມືອງ ນອນຂອງຕົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ (ມາດຕາ 47).
ພັນທະພື້ນຖານຂອງພົນລະເມືອງລາວ ມີ 3 ພັນທະ ຄື:
ຫນຶ່ງ: ພົນລະເມືອງລາວ ມີພັນທະເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດຫມາຍ, ປະຕິບັດ ລະບຽບການອອກແຮງງານ, ລະບຽບການດໍາລົງຊີວິດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢ່າງ ເຂັ້ມງວດ (ມາດຕາ 48);
ສອງ: ພົນລະເມືອງລາວ ມີພັນທະເສຍພາສີ ແລະ ອາກອນ ຕາມກົດຫມາຍ (ມາດຕາ 49);
ສາມ: ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະ ປ້ອງກັນຄວາມສະຫງົບ, ປະຕິບັດ ພັນທະການທະຫານ ຕາມກົດຫມາຍ (ມາດຕາ 50).
ນອກຈາກ ສິດ ແລະ ພັນທະຂອງພົນລະເມືອງລາວແລ້ວ ພັກ ແລະ ລັດເຮົາ ຍັງເອົາໃຈໃສ່ກໍານົດສິດ ຂອງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ແລະ ການລີ້ໄພໃຫ້ແກ່ຄົນຕ່າງປະເທດ ຄື: ໜຶ່ງ: ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ ທີ່ເຄື່ອນໄຫວຢູ່ ສປປ ລາວ ມີສິດໄດ້ຮັບການປົກປ້ອງສິດ ແລະ ເສລີພາບ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ມີສິດສະເໜີ, ຮ້ອງຟ້ອງ, ຮ້ອງຂໍຄວາມເປັນທໍາ ຕໍ່ອົງການລັດທີ່ກ່ຽວຂ້ອງ, ມີພັນທະ ເຄົາລົບລັດຖະທໍາມະນູນ ແລະ ກົດໝາຍ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ຄົນຕ່າງປະເທດ ທີ່ມີຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງເປັນພິເສດ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີສິດໄດ້ຮັບນາມມະຍົດພົນລະເມືອງ ກິດຕິມະສັກ ຂອງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ (ມາດຕາ 51); ສອງ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ ຖືກປາບປາມຍ້ອນໄດ້ທໍາການຕໍ່ສູ້ເພື່ອອິດສະລະພາບ, ຄວາມເປັນທໍາ, ສັນຕິພາບ ແລະ ພາລະກິດ ວິທະຍາສາດ (ມາດຕາ 52).
ຄໍາຖາມທີ 9: ການປະຕິບັດສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະ ພື້ນຖານຂອງພົນລະເມືອງລາວ ສະແດງອອກແນວໃດ?
ຕອບ: ການປະຕິບັດສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະຂອງພົນລະເມືອງ ລາວຕ້ອງສະແດງອອກຄື: ໜຶ່ງ: ປະຊາຊົນລາວບັນດາເຜົ່າ ກໍຄືພົນລະເມືອງລາວທຸກຄົນ ໃຫ້ເຂົ້າໃຈວ່າ ການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະຂອງຕົນນັ້ນ ຕ້ອງຢູ່ໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍ, ບໍ່ແມ່ນແບບເສລີຕາມໃຈຊອບ. ສະນັ້ນ, ຍາມໃດກໍຕ້ອງເວົ້າ ແລະ ເຮັດໃຫ້ຖືກຕາມແນວທາງ, ນະໂຍບາຍຂອງ ພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ, ຮູ້ເສີມຂະຫຍາຍຫົວຄິດປະດິດສ້າງ ເພື່ອພັດທະນາຊີວິດຂອງຕົນ ແລະ ຄອບຄົວ ໃຫ້ຮັ່ງມີ, ຢູ່ດີກິນດີ; ຍາມໃດກໍຕ້ອງຮູ້ນໍາໃຊ້ສິດ ແລະ ປະຕິບັດພັນທະຂອງຕົນຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ ເຂົ້າຮ່ວມ ແລະ ເຄື່ອນໄຫວຢູ່ໃນບັນດາອົງການຈັດຕັ້ງຂອງພັກ-ລັດ, ອົງການຈັດແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງທາງສັງຄົມ ທີ່ຖືກຕ້ອງຕາມກົດໝາຍ. ສອງ: ປະຊາຊົນລາວບັນດາເຜົ່າ ກໍຄື ພົນລະເມືອງລາວທຸກຄົນ ຕ້ອງຮູ້ປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະຂອງຕົນ ໂດຍຜ່ານການເຄື່ອນໄຫວ ຂອງຕົວແທນຂອງຕົນ ຄື: ສະມາຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ທີ່ປະຊາຊົນລາວບັນດາເຜົ່າໄດ້ປ່ອນບັດເລືອກຕັ້ງເອົາມາເປັນຕົວແທນຕົນ ຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອປຶກສາຫາລື ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຂອງແຕ່ລະທ້ອງຖິ່ນ. ສະນັ້ນ, ພົນລະເມືອງລາວທຸກຄົນມີ ສິດ ແລະ ໜ້າທີ່ ຕິດຕາມ, ກວດກາ ແລະ ຊຸກຍູ້ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ, ມີສິດສະເໜີປົດສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນເມື່ອຫາກເຫັນວ່າ ຜູ້ນັ້ນມີການປະພຶດບໍ່ສົມກຽດສັກສີ ຂອງຜູ້ແທນປະ ຊາຊົນ.
ຄໍາຖາມທີ 10: ການປະຕິບັດສິດເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະ ຂອງພົນລະເມືອງລາວ ໃນໄລຍະຜ່ານມາ ມີອັນດີ, ອັນອ່ອນ ແນວໃດ?
ຕອບ: ໃນຕະຫລອດໄລຍະ 50 ປີທີ່ຜ່ານມາ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ກໍຄື ພົນລະເມືອງລາວ ໄດ້ຮັບການສຶກສາອົບຮົມກ່ຽວກັບແນວທາງ, ນະໂຍບາຍຂອງ ພັກ ແລະ ກົດ
ໝາຍ ຂອງລັດ ຢ່າງຕໍ່ເນື່ອງ ຊຶ່ງໄດ້ຍົກສູງຄວາມຮັບຮູ້, ເຂົ້າໃຈ ແລະ ສະຕິຕື່ນຕົວ ປະຕິບັດສິດ ເປັນເຈົ້າ, ສິດ ແລະ ພັນ ທະຂອງຕົນໄດ້ເປັນຢ່າງດີ ເປັນຕົ້ນ ນັບແຕ່ພັກເຮົາໄດ້ດໍາເນີນພາລະກິດປ່ຽນແປງໃໝ່ມານີ້, ຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະຂອງ ພົນລະເມືອງລາວ ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງແຂງແຮງ ຊຶ່ງສະແດງອອກດັ່ງນີ້:
ໜຶ່ງ: ປະຊາຊົນລາວແຕ່ລະຊົນເຜົ່າ ສ່ວນຫລາຍລ້ວນແຕ່ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງກ່ຽວ ກັບສິດເປັນເຈົ້າ, ສິດ ແລະ ພັນທະຂອງພົນລະເມືອງ. ສະນັ້ນ, ໃນຕະຫລອດໄລຍະ 50 ປີ ທີ່ຜ່ານມາ ປະຊາຊົນ ເຮົາຈຶ່ງພ້ອມຈິດພ້ອມໃຈກັນປົກປັກຮັກສາໝາກຜົນຂອງການປະຕິວັດທີ່ຍາດມາໄດ້ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄື ພາລະກິດປ່ຽນແປງໃໝ່, ທັບມ້າງກົນອຸບາຍແບ່ງແຍກ, ແຊກແຊງ, ຮຸກຮານ ແລະ ທໍາລາຍມ້າງເພ ລະບອບໃໝ່ຂອງພວກຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກ, ເດັດດຽວປົກປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມເປັນເອກະພາບຂອງຊາດ ໄວ້ໄດ້ຢ່າງໝ້ັ້ນຄົງ.
ສອງ: ປະຊາຊົນລາວແຕ່ລະຊົນເຜົ່າ ໄດ້ມີຄວາມຫ້າວຫັນປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍ ຂອງລັດ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມສາມັກຄີປອງດອງ ແລະ ມູນເຊື້ອດຸ ໝັ່ນຂະຫຍັນພຽນ ຮ່ວມກັນສ້າງສາພັດທະນາປະເທດຊາດ ທີ່ມີຜົນສໍາເລັດໃຫຍ່ຫລວງ ຫລາຍຢ່າງ, ເຮັດໃຫ້ປະເທດເຮົາມີຄວາມຮັ່ງມີ, ເຂັ້ມແຂງ ຢ່າງຈະແຈ້ງ ເດັ່ນຊັດ, ສັງຄົມມີຄວາມຈະເລີນກ້າວໜ້າ, ສີວິໄລ ແລະ ຍຸຕິທໍາ ດີກ່ວາເກົ່າ. ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີສະບຽງອາຫານກຸ້ມກິນໂດຍພື້ນຖານ, ການຜະລິດສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ ໄດ້ມີການຂະຫຍາຍຕົວ, ການຄົມມະນາຄົມ, ໂທລະຄົມ, ການສຶກສາ, ສາທາລະນາສຸກ...ເຖິງວ່າຍັງມີຄວາມຫຍຸ້ງຍາກ ແຕ່ກໍໄດ້ມີການຂະຫຍາຍຕົວດີ ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນລາວບັນດາເຜົ່າ ດີຂຶ້ນຢ່າງຈະແຈ້ງ.
ສາມ: ປະຊາຊົນລາວແຕ່ລະຊົນເຜົ່າ ໄດ້ມີສ່ວນຮ່ວມທີ່ສໍາຄັນໃນການປົກປັກຮັກສາ ແລະ ປັບປຸງບູລະນະລະ ບົບອໍານາດລັດຂັ້ນຕ່າງໆ ໃຫ້ໜັກແໜ້ນ, ເຂັ້ມແຂງເທື່ອລະກ້າວ ເປັນຕົ້ນ ໄດ້ປະຕິບັດສິດ ປະຊາທິປະໄຕ ໃນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ມາແລ້ວ 8 ຄັ້ງ (ແຕ່ສະພາສູງສຸດ ຊຸດທີ່ II ຫາ ສະພາແຫ່ງຊາດຊຸດທີ IX, ສ່ວນສະພາສູງສຸດ ຊຸດທີ I ແມ່ນໄດ້ຮັບການແຕ່ງຕັ້ງ ໂດຍກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໃນວັນທີ 2 ທັນວາ 1975) ແລະ ສະມາຊິກສະພາປະຊາຊົນຂັ້ນທ້ອງຖິ່ນ ມາແລ້ວ 4 ຄັ້ງ ( ຄັ້ງທີ I ປີ 1975 ແລະ ຄັ້ງທີ II ປີ 1988; ຄັ້ງທີ III ປີ 2016 ແລະ ຄັ້ງທີ IV ປີ 2021) ຊຶ່ງແຕ່ລະຄັ້ງກໍສາມາດເລືອກໄດ້ຜູ້ສະໝັກທີ່ມີມາດຖານ, ເງື່ອນ ໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນທ້ອງຖິ່ນ; ບໍ່ພຽງແຕ່ເທົ່ານັ້ນ ປະ ຊາຊົນລາວບັນດາເຜົ່າ ຍັງໄດ້ປະກອບຄວາມຄິດຄວາມເຫັນຢ່າງຫລວງຫລາຍເຂົ້າໃສ່ ແນວທາງ, ນະໂຍບາຍຕ່າງໆຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ. ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ປະກອບສ່ວນສະກັດກັ້ນ, ຕ້ານຄືນກັບເລຫລ່ຽມ, ກົນອຸບາຍ ແບ່ງແຍກ, ໂຄສະນາໃສ່ຮ້າຍປາຍສີ ຂອງພວກຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກ ຕໍ່ການນໍາພາຂອງ ພັກ ແລະ ການຄຸ້ມຄອງຂອງລັດ ໃນແຕ່ລະໄລຍະ.
ສີ່: ປະຊາຊົນລາວແຕ່ລະຊົນເຜົ່າ ໄດ້ເຊີດຊູສະຕິຕື່ນຕົວ ເຄົາລົບ ແລະ ປະຕິບັດລັດຖະທາມະນູນ ແລະ ກົດໝາຍ, ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້, ຄວາມບໍ່ຍຸຕິທໍາໃນສັງຄົມ ເຊັ່ນ: ພະຍາດອາດຍາສິດ, ສວຍໃຊ້ຖານະຕໍາແໜ່ງໄທາງທີ່ບໍ່ຖືກຕ້ອງ, ຂົ່ມຂູ່ປະຊາຊົນ, ສໍ້ລາດບັງຫລວງຂອງພະນັກງານຂັ້ນຕ່າງໆ, ຕ້ານໄພສັງຄົມ, ໄພທໍາມະຊາດ ແລະ ອື່ນໆ, ເຮັດໃຫ້ການປະຕິບັດກົດໝາຍ ຢູ່ໃນທົ່ວສັງຄົມໄດ້ມີບັນຍາກາດດີຂຶ້ນເປັນກ້າວໆ.
ຫ້າ: ປະຊາຊົນລາວແຕ່ລະຊົນເຜົ່າ ແລະ ພົນລະເມືອງລາວສ່ວນຫລວງຫລາຍ ລ້ວນແຕ່ໄດ້ຮັບຮູ້, ເຂົ້າໃຈຖືກ ຕ້ອງ ແລະ ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍໄດ້ດີຂຶ້ນ.
ຄຽງຄູ່ກັບດ້ານດີ ແລະ ຜົນສໍາເລັດທີ່ກ່າວມາຂ້າງເທິງນີ້, ການປະຕິບັດສິດເປັນເຈົ້າຂອງປະຊາຊົນລາວ ບັນດາເຜົ່າ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ຍັງມີຈຸດອ່ອນ ຫລາຍຢ່າງ ຊຶ່ງສະແດງອອກດັ່ງນີ້:
ໜຶ່ງ: ການເຂົ້າຮ່ວມຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຂອງປະຊາຊົນລາວ ບັນດາເຜົ່າ ແລະ ພົນລະເມືອງລວມຈໍານວນບໍ່ໜ້ອຍ ຍັງບໍ່ທັນແຂງແຮງ, ຍັງມີປະຊາຊົນ ແລະ ພົນລະເມືອງ ລາວຈໍານວນໜຶ່ງ ທໍາມາຫາກິນ, ເຮັດການຜະລິດ-ທຸລະກິດ, ການບໍລິການ, ການຊື້-ຂາຍສິນຄ້າ, ການນໍາເຂົ້າ ສິນຄ້າ ແລະ ອື່ນໆ ບໍ່ຖືກຕ້ອງຕາມກົດໝາຍ; ການເຂົ້າຮ່ວມຂອງປະຊາຊົນໃນການປົກປັກຮັກສາ, ຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງບໍ່ທັນເຮັດໄດ້ດີ, ຍັງມີປະກົດການຈັບຈອງ, ຊື້-ຂາຍທີ່ດິນ ແລະ ຊັບພະຍາກອນອື່ນໆ ຂອງຊາດຢ່າງຊະຊາຍ, ການຄຸ້ມຄອງ ແລະ ແກ້ໄຂ ຂອງເບື້ອງລັດຕໍ່ບັນດາປະກົດການຫຍໍ້ທໍ້ດັ່ງກ່າວຍັງບໍ່ທັນເຂັ້ມງວດ ແລະ ສັກສິດຕາມກົດໝາຍ; ການສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະຂອງພົນລະ ເມືອງລາວ ກໍຄື ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນ ລະເມືອງ ຍັງເຮັດບໍ່ໄດ້ດີ, ຍິ່ງກວ່ານັ້ນ ຍັງມີປະກົດການລ່ວງລະເມີດ, ຈໍາກັດສິດເປັນເຈົ້າຂອງປະຊາຊົນ ລາວບັນດາເຜົ່າ.
ສອງ: ຄວາມຮັບຮູ້ ແລະ ເຂົ້າໃຈຂອງປະຊາຊົນລາວບັນດາເຜົ່າ ກໍຄື ພົນລະເມືອງລາວຈໍານວນບໍ່ໜ້ອຍ ກ່ຽວກັບສິດເປັນເຈົ້າປະເທດຊາດຍັງບໍ່ທັນຖືກຕ້ອງ ແລະ ເລິກເຊິ່ງ, ຊໍ້າບໍ່ໜໍາຍັງມີຄວາມເຂົ້າໃຈຜິດເຊັ່ນ: ເຂົ້າໃຈວ່າການເປັນເຈົ້າປະເທດຊາດ ແມ່ນໃຜຢາກເຮັດຫຍັງກໍໄດ້ ຫລື ເຂົ້າໃຈວ່າເປັນເຈົ້າແມ່ນເສລີຊະຊາຍຕາມໃຈຊອບ ຈຶ່ງມີການລ່ວງລະເມີດກົດໝາຍ, ແລ່ນນໍາຜົນປະໂຫຍດສ່ວນຕົວ, ຖືເງິນຄໍາເປັນພະເຈົ້າ, ມີເງິນມີຄໍາ ແລ້ວຈະເຮັດຫຍັງກະໄດ້, ຫລົງລືມສະຕິເປັນເຈົ້າປະເທດຊາດ ແລະ ກຽດສັກສີຂອງພົນລະເມືອງລາວ; ມີປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວຈໍານວນບໍ່ໜ້ອຍ ຍັງຂາດຄວາມເປັນເຈົ້າການ, ບໍ່ທັນຮູ້ເສີມຂະຫຍາຍນໍ້າໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍເລີ່ມຈາກມູນເຊື້ອຂອງຊົນເຜົ່າ ແລະ ຄອບຄົວຂອງຕົນ, ຍັງມີແນວຄິດຄອງເດີມ, ເອື່ອຍອີງ, ຄອງຄອຍ, ລໍ ຖ້າແຕ່ການຈັດຕັ້ງ ພັກ, ລັດ ແລະ ຂັ້ນເທິງ ຫລື ຕ່າງປະເທດມາຊ່ວຍເຫລືອແກ້ໄຂ. ມີຈໍານວນໜຶ່ງເຂົ້າໃຈວ່າ ການປົກປັກຮັກສາປະເທດຊາດ ແລະ ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ສະເພາະຂອງທະຫານ, ຕໍາຫລວດເທົ່ານັ້ນ ຈຶ່ງບໍ່ເອົາ ໃຈໃສ່ເຂົ້າຮ່ວມປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຫລົບຫລີກພັນທະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະປ່ອຍໃຫ້ລູກຫລານ ຊື້-ຂາຍ ແລະ ຕິດຢາບ້າ-ຢາເສບຕິດ ຢ່າງແຜ່ຫລາຍທົ່ວໄປ, ສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດ ແລະ ອພນາຄົດຂອງລູກຫລານ.
ສາມ: ຄວາມເປັນເຈົ້າການໃນການປົກປັກຮັກສາ ແລະ ເສີມສ້າງຄວາມສາມັກຄີ ເປັນປຶກແຜ່ນພາຍໃນຊາດ ແລະ ລະຫວ່າງ ບັນດາເຜົ່າ ຍັງບໍ່ທັນແໜ້ນແຟ້ນຢ່າງແທ້ຈິງ, ລະດັບຂະຫຍາຍຕົວທາງດ້ານເສດຖະກິດ- ສັງຄົມ ລະຫວ່າງ ຊົນເຜົ່າ ແລະ ລະຫວ່າງ ຕົວເມືອງກັບເຂດຊົນນະບົດ ເປັນຕົ້ນ ເຂດພູດອຍຫ່າງໄກ ສອກຫລີກຍັງຫລຸດໂຕນກັນຫລາຍ ເຮັດໃຫ້ການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນບັນດາ ເຜົ່າ ຍັງບໍ່ທັນໄດ້ຢ່າງເຕັມເມັດເຕັມໜ່ວຍ.
ສີ່: ມີພົນລະເມືອງຈໍານວນໜຶ່ງ ມີແຕ່ເລັ່ງທວງໃຫ້ປະຕິບັດສິດ, ແຕ່ຊໍ້າພັດຢາກຫລີກລ່ຽງການປະຕິບັດພັນທະຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ຊໍ້າບໍ່ໜໍາຍັງມີຈໍານວນໜຶ່ງທໍາມາຫາ ກິນຢູ່ນອກກົດ ໝາຍ, ລັກລອບຄ້າຂາຍເຖື່ອນ, ຄ້າຂາຍສິ່ງຜິດກົດໝາຍ ແລະ ອື່ນໆ. ພໍ້ກັນໃໝ່ໃນສະບັບໜ້າ
KPL