ຂປລ. ເມື່ອບໍ່ດົນມານີ້, ການ ນໍາກະຊວງສາທາລະນະສຸກ ແລະ ສະຖານທູດລາຊະອານາຈັກ ລຸກຊຳ ບວກ, ພ້ອມດ້ວຍບັນດາຄູ່ຮ່ວມງານ ຈາກອົງການສະຫະປະຊາຊາດ (UNFPA, UNICEF, ແລະ WHO) ໄດ້ລົງຢ້ຽມຢາມແຂວງ ສະຫວັນນະເຂດ ເພື່ອຕິດຕາມການ ຈັດຕັ້ງປະຕິບັດແຜນງານຮ່ວມຂອງ ອົງການສະຫະປະຊາຊາດ, ປະເມີນ ຄຸນນະພາບ ແລະ ຄວາມພ້ອມໃນ ການສະໜອງການບໍລິການສຸຂະ ພາບຈະເລີນພັນ, ແມ່, ເດັກເກີດ ໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH). ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນໄດ້ພົບປະກັບການ ນຳຂະແໜງສາທາລະນະສຸກຂັ້ນ ແຂວງ ແລະ ທີມງານແພດໃນຂັ້ນ ທ້ອງຖິ່ນ, ພ້ອມທັງໄດ້ຕິດຕາມເບິ່ງ ການບໍລິການຕົວຈິງຢູ່ບັນດາໂຮງໝໍ ແລະ ສຸກສາລາ ຊຶ່ງລວມມີການ ເບິ່ງແຍງຮັກສາສຸຂະພາບແມ່, ເດັກ ເກີດໃໝ່, ເດັກນ້ອຍ ແລະ ການ ບໍລິການທີ່ເປັນມິດສຳລັບໄວໜຸ່ມ. ການລົງຢ້ຽມຢາມໃນຄັ້ງນີ້, ແມ່ນເປັນສ່ວນໜຶ່ງຂອງແຜນງານ ຮ່ວມຂອງອົງການສະຫະປະຊາ ຊາດ (UNJP) ໃນວຽກງານສຸຂະ ພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ຊຶ່ງນຳພາ ໂດຍກະຊວງສາທາລະນະສຸກ ໂດຍ ໄດ້ຮັບທຶນສະໜັບສະໜູນຈາກລາ ຊະອານາຈັກລຸກຊໍາບວກ ແລະ ຈັດຕັ້ງປະຕິບັດຮ່ວມກັບອົງການ 9kdoa dm5 ]tdy fdh k;l6j ]q 'lt\a d llgrnj vgxa o8q ;cmoxq dxh v'ly f c]t zq oxt3spf0v'xt-k-q o z6h lt\a dIa [g]n vd8A ' ll- g0fg]n vd8A 'mu 1 ln [8]q 'rq [xtz6h ,u ly fg]n vd8A '16j g,n v'xkd', + nj ກ່ຽວຂ້ອງຊ່ວຍປະຊາຊົນໃນສິ່ງທີ່ ຈຳເປັນ ແລະ ປະຊາຊົນມີຄວາມ ຕ້ອງການທີ່ສຸດ. ທ່ານນາງດາລານີພົມມະວົງສາ ກຳມະການປະຈຳພັກກະຊວງ, ຮອງ 8y f8k,7;k,7n [|h k;Pd[= ]y dkofh kol5 0trk[ 9tg]u ora oc,j {gfa dgdu f.\j {gfa doh vp c]t w;|5j , dtdP,7;k,rh v,gxa og9Q krk[dv'xt-5 ,mq [m;o lq omy la opkdkogdn vfsh k,]tg[u f]6 ds;j koIv[;Pomu 3 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 gru j ,mt;u 7;k,lk,a d7u gxa oxb dczj orkp.o-kf grn j vxq dxa dIa dlk c]t lh k'lkxtgmf-kf .sh 9tg]u oI5 j 'gIn v'K ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 19.02.2026 ປີທີ 25 ສະບັບທີ 6.380 z6h ,u ly fg]n vd8A 'c0;';P'9a o 8h v'dko ll-{ll0 muj ,u 7;k,I6h 4n gvq kzq oxt3spf0v'xt-k-q ogxa odq d ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ທ່ານ ບົວຫົງ ຄຳຫາ ທ່ານ ນາງ ເຂື່ອວັນ ຮ່ອມມີໄຊ ອ່ານຕໍ່ໜ້າ 2 czoxt8y [a f'kofh ko7;k,xvfwr8k,mk's];' goA o7;k,xvfwr.odko0a [0uj ]q f9a d gxa o95 fl5 ,8Q o8= 7vlr xk4tdt4k;a olh k'8A ' ltstra ode,t[ko]k; 7q [Iv[ 70 xu ຂປລ. ໃນວັນທີ 18 ກຸມພາ 2026 ຢູ່ວັດບ້ານທ່າກົກໄຮ, ຜູ້ ສະໝັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ (ສສຊ) ປະຈໍາ ຂປລ. ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ ແມ່ນການເສີມ ຂະຫຍາຍສິດປະຊາທິປະໄຕຂອງ ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ເຂົ້າໃນການເລືອກເອົາບຸກຄົນທີ່ມີ ມາດຖານ ແລະ ເງື່ອນໄຂຄົບຖ້ວນ ກວ່າໝູ່ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍາ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດປາຖະ ກະຖາວັນສ້າງຕັ້ງສະຫະພັນກຳມະ ບານລາວຄົບຮອບ70ປີ(1ກຸມພາ 1956-1 ກຸມພາ 2026) ໃນວັນທີ 18 ກຸມພາ 2026 ໂດຍການປາ ຂປລ. ກອງປະຊຸມສະໜັບສະ ໜູນການຈັດຕັ້ງປະຕິບັດແຜນດຳ ເນີນງານແຫ່ງຊາດ ດ້ານການປັບ ຕົວຂອງຂະແໜງການສາທາລະນະ ສຸກ ຕໍ່ການປ່ຽນແປງດິນຟ້າອາກາດ ຂປລ. ບັ້ນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຂປລ. ກົມລ້ຽງສັດ ແລະ ການ ປະມົງຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານຂະແໜງ ການລ້ຽງສັດ ແລະ ການປະມົງ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໃນ ວັນທີ 16-17 ກຸມພາ 2026 ໂດຍ ການເປັນປະທານຂອງທ່ານ ບົວຫົງ ຄຳຫາ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ທ່ານ ລາວປາວຊົ່ງ ນະວົງໄຊ lts]5 [dko9a f8A 'xt8y [a f;Pd'ko0tc|' ]h P'la f{dkoxt,q 'mqj ;xtgmf xt9exu 2025 ຖະກະຖາຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາພັກ, ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ມີບັນ ດາຄະນະກົມ, ຫ້ອງການ, ພະນັກງານ ອ້ອມຂ້າງຄະນະໂຄສະນາອົບຮົມ ສູນກາງພັກເຂົ້າຮ່ວມ. ທັງນີ້, ກໍເພື່ອ ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກກໍາມະບານ, ກໍາມະ ກອນຜູ້ອອກແຮງງານຮັບຮູ້ເຖິງ ຄວາມໝາຍຄວາມສໍາຄັນພາລະ ບົດບາດ, ສິດໜ້າທີ່ຂອງສະຫະພັນ ກໍາມະບານລາວໃນໄລຍະໃໝ່. ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ເລົ່າຄືນມູນເຊື້ອການ ເຕີບໃຫຍ່ ແລະ ການຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ຜູ້ທີ 6 ນັບຈາກຊ້າຍຫາຂວາ ) z6h lt\a dIa [g]n vd8A 'gxa o ll- ]q '37ltoksklP' rh v,ltg|u ;y wlma f0v'8q o8z6h ,u ly fg]n vd8A ' + ຂປລ. ຄະນະຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີX ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຈຸທີ 1 ສືບ ຕໍ່ເຄື່ອນໄຫວໂຄສະນາຫາສຽງ ຢູ່ວັດບ້ານສົມສະຫວາດ ເມືອງປາກ ງື່ມ ເພື່ອແນະນໍາໂຕ, ປະຫວັດການ ເຄື່ອນໄຫວໃນໄລຍະຜ່ານມາເຖິງ ປັດຈຸບັນ, ພ້ອມທັງໄດ້ສະເໜີວິໄສ ທັດຂອງຕົນຕໍ່ຜູ້ມີສິດເລືອກຕັ້ງຖ້າ ຫາກໄດ້ຮັບຄວາມໄວ້ວາງໃຈຈາກ ປະຊາຊົນ ແລະ ຖືກເລືອກຕັ້ງເປັນ ສສຊ ແລ້ວ, ຈະເອົາໃຈໃສ່ປະຕິບັດ ໜ້າທີ່ຕາມພາລະບົດບາດຢ່າງເຂັ້ມ ງວດ,ຈະເອົາໃຈໃສ່ຊຸກຍູ້ພາກສ່ວນ ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ຈຸທີ 5 ສືບຕໍ່ລົງເຄື່ອນໄຫວ ຫາສຽງກ່ອນເຖິງບັ້ນເລືອກຕັ້ງໃນ ໃນແຕ່ລະຊຸດ, ຄະນະກຳມະການ ເລືອກຕັ້ງລະດັບຊາດ ໄດ້ເປີດໂອ lqj 'glu ,czofegou o'kocsj '-kf .o0tc|' lkmk]totl5 d 8dkoxj Pocx'fy o2h kvkdkf +
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 19/02/2026 xtgmf]k; ກະກຽມຄວາມພ້ອມ... ຜູ້ສະໝັກຮັບເລືອກຕັ້ງ ສສຊ... ຄອສພ ປາຖະກະຖາ... ແຜນປະຕິບັດງານດ້ານ... ສົ່ງເສີມແຜນດຳເນີນງານ... ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ... ຂປລ. ໃນລະຫວ່າງວັນທີ 16-17 ກຸມພາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີ ກະຊວງການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ພ້ອມຄະນະໄດ້ລົງເຄື່ອນ ໄຫວວຽກງານຕົວຈິງການແກ້ໄຂ ບັນຫາລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງຫລວງພະບາງ ເພື່ອຊຸກຍູ້ ການກະກຽມຄວາມພ້ອມ ເປັນເຈົ້າ ພາບ ແລະ ປະທານກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານຮອບ ວຽນທີ 3 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 13-18 ກັນຍາ 2026. ຈຸດປະສົງຂອງການລົງເຄື່ອນ ໄຫວໃນຄັ້ງນີ້, ເພື່ອຍົກສູງຂີດຄວາມ ສາມາດໃນການຈັດຕັ້ງປະຕິບັດ ຍຸດທະສາດຂອງ (ຄຊກລ) ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງ ການສຳຫລວດກວດກູ້ລະເບີດບໍ່ ທັນແຕກລວມທັງການປະຕິບັດ ຕາມມາດຕະຖານແຫ່ງຊາດ ສະບັບ ປັບປຸງ ປີ 2025 ຂອງບັນດາອົງ ການປະຕິບັດງານດ້ານມະນຸດສະ ທໍາ. ໃນໂອກາດນີ້, ຄະນະຜູ້ແທນດັ່ງ ກ່າວໄດ້ພົບປະກັບເລຂາພັກແຂວງ ແລະ ປະທານຄະນະກຳມະການ ປົກຄອງຫລວງພະບາງ ເພື່ອປຶກສາ ຫາລືກ່ຽວກັບການສືບຕໍ່ຈັດຕັ້ງປະຕິ ບັດການເຊື່ອມສານວຽກງານການ ເກັບກູ້ລະເບີດເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ. ພ້ອມກັນນີ້, ຄະນະຜູ້ແທນໄດ້ ລົງຢ້ຽມຢາມສະໜາມປະຕິບັດ ງານຕົວຈິງຢູ່ບ້ານນ້ຳພິກ ແລະ ບ້ານຫາດຄໍ້ ເມືອງປາກອູ ຊຶ່ງເປັນ ພື້ນທີ່ມີລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສະຖານທີ່ດັ່ງກ່າວແມ່ນຈະ ຖືກກຳນົດເຂົ້າໃນວາລະກະກຽມ ເພື່ອຕ້ອນຮັບການຢ້ຽມຢາມພາກ ສະໜາມການສໍາຫລວດ-ກວດກູ້ (ລບຕ) ຂອງຄະນະຜູ້ແທນລະດັບ ສູງ ໃນໄລຍະກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານຮອບວຽນ ທີ 3. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ ຕິດຕາມການສຳຫລວດດ້ານເຕັກ ນິກ ແລະ ການທຳລາຍລະເບີດບໍ່ ທັນແຕກທີ່ກວດພົບ, ພ້ອມທັງໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງ ການປະຕິບັດຕາມພັນທະສາກົນ ແລະ ປະສິດທິພາບຂອງການ ດຳເນີນງານ ຊຶ່ງເປັນຈຸດສຸມຕົ້ນຕໍ ຂອງການເຄື່ອນໄຫວວຽກງານໃນ ການກຽມຄວາມພ້ອມສໍາລັບ ສປປ ລາວ ໃນການປະຕິບັດໜ້າທີ່ປະທານ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານຮອບວຽນທີ 3 ຊຶ່ງຈະ ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ນະຄອນຫລວງ ວຽງຈັນ ພາຍໃຕ້ຫົວຂໍ້: “ຊຸກຍູ້ ຂປລ. ການເກີດອຸບັດເຫດຕາມ ທ້ອງຖະໜົນໃນຂອບເຂດທົ່ວປະ ເທດມີອັດຕາເພີ່ມຂຶ້ນໃນແຕ່ລະປີ, ກໍໃຫ້ເກີດມີຜູ້ເສຍຊີວິດ ແລະ ໄດ້ຮັບ ບາດເຈັບເປັນຈຳນວນຫລາຍ. ໃນ ນັ້ນ, ຜູ້ຂັບຂີ່ລົດຈັກ ແລະ ລົດສາມ ລໍ້ແມ່ນມີສ່ວນພົວພັນກັບອຸບັດເຫດ ໃຫ້ເຖິງແກ່ຊີວິດຫລາຍກວ່າຜູ້ຂັບຂີ່ ຍານພາຫະນະທາງບົກປະເພດອື່ນ (ລົດໃຫຍ່). ສະນັ້ນ, ບັນຫາຄວາມ ປອດໄພໃນການຂັບຂີ່ລົດຈັກຈຶ່ງ ແມ່ນຈຸດສຸມຕົ້ນຕໍຂອງແຜນປະຕິບັດ ງານດ້ານຄວາມປອດໄພຕາມທາງ ຫລວງທີ່ສ້າງຂຶ້ນໃນຍຸດທະສາດ ແຫ່ງຊາດ ດ້ານຄວາມປອດໄພທາງ ຫລວງໄລຍະປີ 2021-2030. ແຜນປະຕິບັດງານດ້ານຄວາມ ປອດໄພຕາມທາງຫລວງໄດ້ເນັ້ນໃຫ້ ກະຊວງສຶກສາທິການ ແລະ ກິລາ ຊີ້ນຳບັນດາໂຮງຮຽນ, ສະຖາບັນ ການສຶກສາທັງພາກລັດ ແລະ ເອກະ ຊົນເປັນເຈົ້າການປູກຈິດສໍານຶກ ກ່ຽວກັບຄວາມຮູ້ພື້ນຖານ ແລະ ກິດ ຈະກຳກ່ຽວກັບກົດຈະລາຈອນທາງ ຕະຫລອດໄລຍະ 70 ປີ ໂດຍ ທ່ານໄດ້ຍົກໃຫ້ເຫັນພາລະກໍາ ປະຫວັດສາດ, ຈຸດພິເສດ ແລະ ຄຸນລັກສະນະອັນດີເລີດຂອງຊົນ ຊັ້ນກໍາມະກອນລາວ ໃນການຕໍ່ສູ້ ປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາປະເທດຊາດ, ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຊົນ ຊັ້ນກໍາມະກອນລາວໃນເມື່ອກ່ອນ ຈົນເຖິງປັດຈຸບັນ, ພ້ອມທັງໄດ້ຍົກ ໃຫ້ເຫັນຜົນງານທີ່ພົ້ນເດັ່ນ ແລະ ທິດທາງໃນການພັດທະນາວຽກ ງານກໍາມະບານລາວໃນຕໍ່ໜ້າຂອງ ສູນກາງສະຫະພັນກຳມະບານລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ. ການຈັດປາຖະກະຖາຄັ້ງນີ້, ກໍ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຜູ້ສະໝັກ ເລືອກຕັ້ງນ້ຳເບີ 7 ໄດ້ກ່າວວ່າ: ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ແມ່ນຂະບວນການປະຕິບັດໜ້າທີ່ ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວໃນການ ເລືອກເອົາບຸກຄົນທີ່ມີມາດຕະ ຖານ ແລະ ເງື່ອນໄຂຄົບຖ້ວນກວ່າ ໝູ່ເຂົ້າໄປເຮັດວຽກໃນສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ເພື່ອເປັນຕົວແທນແຫ່ງ ສິດອຳນາດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ. ພົນລະເມືອງລາວທຸກຄົນ ໂດຍບໍ່ຈໍາ ແນກເພດ, ເຜົ່າ, ຖານະທາງດ້ານ ເສດຖະກິດ-ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລໍາເນົາລ້ວນ ແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງ; ຜູ້ມີສິດເລືອກຕັ້ງຕ້ອງ ວັນທີ 22 ກຸມພາທີ່ຈະມາເຖິງນີ້ ໂດຍໄດ້ພົບປະຜູ້ມີສິດເລືອກຕັ້ງ 5ບ້ານຄື:ບ້ານທ່າກົກໄຮ,ບ້ານໂນນ, ບ້ານໜອງດົງ , ບ້ານນາບົງ ແລະ ບ້ານທ່າຊ້າງ ເມືອງປາກ ງື່ມ ຕ້ອນຮັບໂດຍທ່ານ ທົດສະກັນ ໄກສອນເພັດ ຮອງປະທານຄະນະ ກຳມະການປົກຄອງເມືອງປາກ ງື່ມ, ພ້ອມດ້ວຍການນໍາເມືອງ, ອົງ ການປົກຄອງບ້ານ ແລະ ພໍ່ແມ່ປະຊາ ຊົນ 5 ບ້ານດັ່ງກ່າວ ເຂົ້າຮ່ວມ. ສຳລັບຈຸທີ 5 ປະກອບມີ 5 ທ່ານ ຄື: ທ່ານ ນາງ ວິໄຊ ສະຣິດທິລາດ ຮອງປະທານກຳມາທິການແຜນ ການ ການເງິນ ແລະ ການກວດ ສອບສະພາແຫ່ງຊາດ ນໍ້າເບີ 5, ທ່ານ ຕຸລາວັນ ໜໍ່ເມືອງເສດ ຫົວໜ້າ ກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ ນໍ້າເບີ 9, ທ່ານ ນາງ ຄຳແຫວນ ສິງບັນດິດ ຮອງປະທານ ຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າສະພາ ປະຊາຊົນ ນວ ນໍ້າເບີ 19, ທ່ານ ສົມສະຫວາດ ກົມໄຊຊະນະ ຮອງ ປະທານສານປະຊາຊົນ ນວ ນໍ້າເບີ 20ແລະທ່ານບຸນທ່ຽງລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳ ນໍ້າເບີ 25. ການລົງເຄື່ອນໄຫວຄັ້ງນີ້, ແຕ່ ລະທ່ານໄດ້ແນະນໍາຕົນເອງ ເພື່ອ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະ ໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອ ຈັດຂຶ້ນໃນວັນທີ 17-18 ກຸມພາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ມາຍຟອງ ມາຍຊາຍ ອະທິການບໍ ດີມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ທ່ານ ຄຣິສໂຕເຟີ ຟິສ ແພັດທຣິກ ຮອງຜູ້ຕາງໜ້າອົງການ ອະນາໄມໂລກ ປະຈໍາ ສປປ ລາວ, ມີຜູ້ອຳນວຍການທະນາຄານພັດທະ ນາອາຊີປະຈຳລາວ, ພ້ອມດ້ວຍ ຫ້ອງການກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ກົມ, ສູນ, ໂຮງໝໍສູນກາງ, ອົງການຈັດຕັ້ງສາກົນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເຜີຍແຜ່ອົງປະກອບຂອງແຜນ ງານແຫ່ງຊາດ ໃນການປະກອບ ສ່ວນແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ NDC 3.0 ແລະ ແຜນການປັບຕົວດ້ານສຸຂະພາບ ແຫ່ງຊາດ (H-NAP) ເພື່ອສ້າງ ລະບົບສາທາລະນະສຸກ ທີ່ມີຄວາມ ທົນທານຕໍ່ການປ່ຽນແປງດິນຟ້າ ອາກາດໃນ ສປປ ລາວ; ສົ່ງເສີມ ການຮ່ວມມືຫລາຍຂະແໜງການ ແລະ ການເຮັດວຽກເປັນທີມທາງ ດ້ານວິຊາການເພື່ອການດຳເນີນ ງານ ແລະ ການຕິດຕາມທີ່ມີຄຸນນະ ພາບ; ພັດທະນາແຜນງານ, ລວມ ທັງກອບງົບປະມານ, ການຕິດຕາມ, ການປະເມີນຜົນ ແລະ ຮວບຮວມ ຄວາມຄິດເຫັນຈາກບັນດາຄູ່ຮ່ວມ ພັດທະນາ ແລະ ການປະກອບ ສ່ວນຈາກພາກສ່ວນທີ່ກ່ຽວຂ້ອງ, ທັງເປັນການສົ່ງເສີມການລະດົມ ຊັບພະຍາກອນ ເພື່ອຈັດຕັ້ງປະຕິບັດ ແຜນການປັບຕົວດ້ານສຸຂະພາບ ແຫ່ງຊາດ (HNAP). ສປປ ລາວ ກຳລັງຜະເຊີນກັບ ຄວາມສ່ຽງຂອງການປ່ຽນແປງດິນ ຟ້າອາກາດທີ່ເພີ່ມຂຶ້ນ ເຊັ່ນ: ໄພນ້ຳ ຖ້ວມ, ແຫ້ງແລ້ງ, ຄື້ນຄວາມຮ້ອນ, ດິນເຊາະເຈື່ອນ ຊຶ່ງໄດ້ຮັບຜົນກະທົບ ສ່ວນໃຫຍ່ແມ່ນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ, ຄວາມ ອັນຕະລາຍເຫລົ່ານີ້ໄດ້ສົ່ງຜົນເຮັດ ໃຫ້ປະຊາຊົນມີການເຈັບປ່ວຍທີ່ ກ່ຽວຂ້ອງກັບການປ່ຽນແປງດິນຟ້າ ອາກາດ, ຄວາມຕຶງຄຽດ ແລະ ສິ່ງ ທ້າທາຍຕໍ່ລະບົບສາທາລະນະສຸກ ນັບມື້ເພີ່ມຂຶ້ນ ເຊັ່ນ: ການລະບາດ ພະຍາດຕິດຕໍ່, ພະຍາດບໍ່ຕິດຕໍ່, ລະ ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດສົນທິສັນຍາ ເພື່ອສ້າງໃຫ້ໂລກ ນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດ ລູກຫວ່ານ”, ກອງປະຊຸມຄາດວ່າ ຈະມີການຕ້ອນຮັບຄະນະຜູ້ແທນ ປະມານ 700-900 ທ່ານ ຈາກ ຫລາຍກວ່າ 150 ປະເທດ. ທ່ານ ທອງສະຫວັນ ພົມວິຫານ ກ່າວໃນລະຫວ່າງການພົບປະກັບ ອຳນາດການປົກຄອງແຂວງຫລວງ ພະບາງ ວ່າ: ບົດບາດຂອງພວກ ເຮົາໃນນາມປະເທດເຈົ້າພາບ ແລະ ປະທານກອງປະຊຸມບໍ່ພຽງແຕ່ໜ້າ ທີ່ທາງການທູດເທົ່ານັ້ນ, ແຕ່ຍັງ ແມ່ນຄວາມຮັບຜິດຊອບອັນສູງ ສົ່ງຕໍ່ສາກົນ ທີ່ມີເນື້ອໃນຕິດພັນກັບ ປະຫວັດສາດ ແລະ ຄວາມໝາຍ ໝັ້ນອັນແຮງກ້າຂອງພວກເຮົາ ເພື່ອ ອະນາຄົດທີ່ປອດໄພຈາກລະເບີດ ບໍ່ທັນແຕກ. ທ່ານລັດຖະມົນຕີ ຍັງ ໄດ້ເນັ້ນຕື່ມວ່າ: ພາລະກິດນີ້ ເປັນ ການສະໜັບສະໜູນຍຸດທະສາດ ແຫ່ງຊາດ ການແກ້ໄຂບັນຫາລະ ເບີດບໍ່ທັນແຕກ “ເສັ້ນທາງແຫ່ງ ຄວາມປອດໄພ I I I (20212030)” ແລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ SDG 18 ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນປອດໄພຈາກໄພຂົ່ມ ຂູ່ຂອງ ລບຕ. ໃນໂອກາດວັນສ້າງຕັ້ງໂຄງ ການເກັບກູ້ລະ ເບີດແຫ່ງຊາດ ຄົບຮອບ 30 ປີ (13/2/199613/2/2026) ທ່ານລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ຢ້ຽມຢາມ ສູນຂໍ້ມູນຂ່າວສານຂອງໂຄງການ ເກັບກູ້ລະເບີດເເຫ່ງຊາດ (UXO Lao) ຢູ່ແຂວງຫລວງພະບາງ ແລະ ໂຄງການສະໜັບສະໜູນໂດຍ ອົງການ “Free the Bears” ຊຶ່ງສະແດງໃຫ້ເຫັນເຖິງການປະສົມ ປະສານລະຫວ່າງຄວາມຄືບໜ້າ ດ້ານມະນຸດສະທຳ ແລະ ທ່າແຮງ ດ້ານການທ່ອງທ່ຽວຂອງແຂວງ. ມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະ ໝັກຮັບເລືອກຕັ້ງສະມາຊິກສະພາ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປທີ່ມີ ມາດຕະຖານຄົບຖ້ວນຕາມກົດໝາຍ. ນອກຈາກນີ້, ການເລືອກຕັ້ງ ສສຊ ແລະ ສສຂ ຍັງເປັນພາກສ່ວນ ໜຶ່ງໃນການປັບປຸງບູລະນະກົງຈັກ ການຈັດຕັ້ງ ແລະ ບຸກຄະລາກອນ ໃນ ລະບົບການເມືອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ມີຄວາມເຂັ້ມ ແຂງ, ໜັກແໜ້ນສາມາດປະຕິ ບັດ ໜ້າທີ່ການເມືອງໃນໄລຍະໃໝ່ຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ. ບົບນ້ຳ, ສຸຂາພິບານ, ອະນາໄມ, ໂພຊະນາການ, ການບໍລິການສາທາ ລະນະສຸກ ຊຶ່ງລ້ວນແລ້ວແຕ່ສົ່ງຜົນ ກະທົບອັນໃຫຍ່ຫລວງທັງທາງກົງ ແລະ ທາງອ້ອມຕໍ່ລະບົບສາທາລະ ນະສຸກຂອງ ສປປ ລາວ. ສະນັ້ນ ເພື່ອຮັບມືກັບສະພາບການປ່ຽນ ແປງດິນຟ້າອາກາດ, ກະຊວງສາທາ ລະນະສຸກ ໄດ້ຮັບການສະໜັບສະ ໜູນຈາກອົງການອະນາໄມໂລກ ໃນການປະເມີນຄວາມສ່ຽງ ແລະ ຄວາມສາມາດໃນການປັບຕົວດ້ານ ສຸຂະພາບແຫ່ງຊາດ ຊຶ່ງໄດ້ພັດທະ ນາແຜນການປັບຕົວດ້ານສຸຂະພາບ ແຫ່ງຊາດ ແລະ 10 ອົງປະກອບ ເພື່ອສ້າງລະບົບສາທາລະນະສຸກ ທີ່ ສາມາດທົນທານຕໍ່ການປ່ຽນແປງ ດິນຟ້າອາກາດ ເພື່ອເປັນການຜັນ ຂະຫຍາຍຍຸດທະສາດແຫ່ງຊາດ ດ້ານການປັບຕົວການປ່ຽນແປງ ດິນຟ້າອາກາດ ແລະ ປະກອບສ່ວນ ໃນການຈັດຕັ້ງປະຕິບັດແຜນງານ ແຫ່ງຊາດໃນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ NDC3.0 ໂດຍອີງໃສ່ນະໂຍບາຍ ຂອງກະຊວງສາທາລະນະສຸກ ແລະ ຍຸດທະສາດການປັບຕົວແຫ່ງຊາດ ຊຶ່ງຈະໄດ້ຂໍການສະໜັບສະໜູນ ຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຈະຄັບເຄື່ອນແຜນການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວ ໃຫ້ປະ ກົດຜົນເປັນຈິງ. ຂໍ້ມູນ-ພາບ: ສູນຂ່າວສານການແພດ ເພື່ອສຶກສາອົບຮົມການເມືອງແນວ ຄິດໃຫ້ສະມາຊິກກໍາມະບານ, ກໍາມະ ກອນຜູ້ອອກແຮງງານຮັບຮູ້ເຖິງ ຄວາມໝາຍຄວາມສໍາຄັນ ພາລະ ບົດບາດ, ສິດໜ້າທີ່ຂອງສະຫະພັນ ກໍາມະບານລາວໃນໄລຍະໃໝ່ ຊຶ່ງ ເປັນອົງການຈັດຕັ້ງທີ່ເປັນຕົວແທນ ແຫ່ງການປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງສະມາຊິກກໍາມະ ບານ, ກໍາມະກອນ, ທັງເປັນການ ປຸກລະດົມຂົນຂວາຍໂຄສະນາໃຫ້ ແກ່ສະມາຊິກກໍາມະບານ, ກໍາມະ ກອນຜູ້ອອກແຮງງານໃຫ້ມີຄວາມ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບມູນ ເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ ທີ່ ໄດ້ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດ ແຕ່ລະໄລຍະຈົນເຖິງປັດຈຸບັນຂອງ ຊົນຊັ້ນກໍາມະກອນລາວ, ຜົນງານ ການປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ແນໃສ່ການປູກຈິດສໍາ ນຶກ ແລະ ຫວນຄືນມູນເຊື້ອອົງອາດ ກ້າຫານຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນ ການເຄື່ອນໄຫວວຽກງານກໍາມະ ບານລາວ ແລະ ປຸກລະດົມໃຫ້ສະມາ ຊິກກໍາມະບານຕັ້ງໜ້າປະຕິບັດວຽກ ງານວິຊາສະເພາະ, ມີລະບຽບວິໄນ ໃນການອອກແຮງງານ ແລະ ການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນ ເຈົ້າໂດຍຕິດພັນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາອີກດ້ວຍ. ພາບ: ອ່າຍຄຳ ເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນ ຄິດ, ສົມທຽບໃສ່ມາດຕະຖານ ເພື່ອ ຕັດສິນໃຈເລືອກເອົາຜູ້ທີ່ເຫັນວ່າມີ ມາດຖານເງື່ອນທີ່ເໝາະສົມເພື່ອ ເປັນຕົວແທນຂອງປະຊາຊົນຢູ່ສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນຫລວງວຽງຈັນ. ຂ່າວ: ໜັງສືພິມວຽງຈັນໃໝ່ ບົກ, ພ້ອມທັງສຶກສາອົບຮົມໃຫ້ ແກ່ນັກຮຽນຊັ້ນມັດທະຍົມຕອນ ຕົ້ນ ແລະ ຕອນປາຍໃນການຂັບຂີ່ ດ້ວຍຄວາມປອດໄພ ແລະ ເອົາໃຈ ໃສ່ປະຕິບັດກົດຈະລາຈອນທາງ ບົກຢ່າງເຂັ້ມງວດ ເພື່ອປ້ອງກັນ ອຸບັດເຫດແຕ່ຫົວທີ. ພ້ອມນີ້, ຄູ- ອາຈານ, ນັກຮຽນ-ນັກສຶກສາ ຕ້ອງ ຜ່ານການຝຶກອົບຮົມ ຫລື ການ ເຮັດກິດຈະກຳຜ່ານການໂຄສະນາ ເຜີຍແຜ່ ແລະ ສອດແຊກເຂົ້າໃນ ກິດຈະກຳໃນ ແລະ ນອກຫລັກສູດ ຕັ້ງແຕ່ຊັ້ນອະນຸບານສຶກສາເຖິງ ມະຫາວິທະຍາໄລ, ເຜີຍແຜ່ຂໍ້ມູນ ຂ່າວສານຄວາມປອດໄພທາງສື່ ອອນລາຍ ແລະ ອື່ນໆ. ພ້ອມນີ້, ກົມຕຳຫລວດຈະລາຈອນກະຊວງ ປ້ອງກັນຄວາມສະຫງົບ ຕ້ອງເພີ່ມ ທະວີຕິດຕາມ, ກວດກາ, ສຶກສາ ອົບຮົມ, ປັບໃໝຜູ້ຂັບຂີ່ລົດຈັກທີ່ບໍ່ໃສ່ ໝວກກັນກະທົບ ແລະ ກັກລົດຂອງຜູ້ ຂັບຂີ່ທີ່ລະເມີດກົດຈະລາຈອນຕາມ ແຕ່ລະກໍລະນີຢ່າງເຄັ່ງຄັດ. ຢ່າງໃດກໍຕາມ, ຫລາຍປະເທດ ໃນໂລກ ໄດ້ກຳນົດໃຫ້ລົດຈັກໃໝ່ທຸກ ຄັນຕ້ອງມີລະບົບປ້ອງກັນຄວາມ ປອດໄພ, ມີການຄວບຄຸມການຂາຍ ໝວກກັນກະທົບທີ່ບໍ່ມີຄຸນນະພາບ ແລະ ການກໍ່ສ້າງທາງຫລວງຕ້ອງ ມີຊ່ອງຈະລາຈອນສະເພາະສໍາ ລັບລົດຈັກ ຊຶ່ງຈະເຮັດໃຫ້ອັດຕາ ການເກີດອຸບັດເຫດຫລຸດລົງຢ່າງ ຫລວງຫລາຍ. ດັ່ງນັ້ນ, ຈຶ່ງຈຳເປັນ ຈະຕ້ອງມີການຄົ້ນຄວ້າ ແລະ ນໍາ ໃຊ້ວິທີການດັ່ງກ່າວຢູ່ ສປປ ລາວ ແລະ ມີຫລາຍກາລະໂອກາດອື່ນ ກ່ຽວກັບຄວາມປອດໄພທີ່ຈະຕ້ອງ ໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ ເພື່ອ ແກ້ໄຂບັນຫາດ້ານຄວາມປອດໄພ ຂອງລົດຈັກ. ຂ່າວ: ທະນູທອງ
***ອ່ານຕໍ່ສະບັບໜ້າ*** 19/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K z6 h lt\a dIa [g]n vd8A ' ll- IPdIh v'.sh x;'-q o]k; wx.-h ly f.o;a og]n vd8A ' grn j vIa [xtda o[a o]5 400% ຂປລ. “ໜັງສືພິມປະເທດລາວ” ສະບັບກ່ອນໆໄດ້ນຳສະເໜີໄປແລ້ວ ຄຳຖາມ-ຕອບກ່ຽວກັບສິດເປັນເຈົ້າ ທາງດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງ ຂອງ ປະຊາຊົນລາວບັນດາເຜົ່າ ຊຶ່ງມາໃນ ສະບັບນີ້ຂໍສືບຕໍ່ນຳສະເໜີ ຄຳຖາມຄຳຕອບ ກ່ຽວກັບສິດ ແລະ ພັນທະ ຂອງພົນລະເມືອງລາວ. ຄໍາຖາມທີ 8: ສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າຍັງສະ ແດງອອກຢູ່ໃນສິດ ແລະ ພັນທະ ຂອງພົນລະເມືອງລາວແນວໃດ? ຕອບ: ສິດເປັນເຈົ້າຂອງປະຊາ ຊົນລາວບັນດາເຜົ່າຍັງສະແດງ ອອກຢູ່ໃນສິດ ແລະ ພັນທະຂອງ ພົນລະເມືອງລາວທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ແຕ່ມາດຕາ 35 ຫາ ມາດ ຕາ 50 ຄື: ສິດພື້ນຖານຂອງພົນລະ ເມືອງລາວ ມີ 13 ສິດ ດັ່ງນີ້: ໜຶ່ງ: ພົນລະເມືອງລາວແມ່ນຜູ້ມີສັນ ຊາດລາວ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ; ລັດຮັບຮູ້, ເຄົາລົບ, ly f c]t ra omt0v'rq o]tg,n v']k; ປົກປ້ອງ ແລະ ຮັບປະກັນສິດທິ ມະນຸດ ແລະ ສິດທິພື້ນຖານຂອງ ພົນລະເມືອງຕາມກົດໝາຍ (ມາດ ຕາ 35); ສອງ: ພົນລະເມືອງ ລາວ ໂດຍບໍ່ຈໍາແນກຍິງ-ຊາຍ, ຖານະທາງດ້ານສັງຄົມ, ລະດັບ ການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າລ້ວນແຕ່ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍ (ມາດຕາ 36); ສາມ: ພົນລະເມືອງລາວຜູ້ທີ່ມີອາຍຸ 18 ຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ທີ່ມີອາຍຸ 21 ປີຂຶ້ນໄປມີສິດ ສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ທີ່ຖືກ ສານຕັດສິນປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ (ມາດຕາ 37); ສີ່: ພົນລະເມືອງລາວຍິງຊາຍ ມີສິດເທົ່າທຽມກັນທາງດ້ານ ເມືອງ, ເສດຖະກິດ, ວັດທະນະທໍາ ສັງຄົມ ແລະ ຄອບຄົວ(ມາດຕາ 38); ຫ້າ: ພົນລະເມືອງລາວ ມີ ສິດໄດ້ຮັບການສຶກສາຄົ້ນຄວ້າ, ຮ່ໍາ ຮຽນ ເພື່ອພັດທະນາຕົນເອງໃຫ້ມີ ຄວາມກ້າວໜ້າ (ມາດຕາ 39); ຫົກ: ພົນລະເມືອງລາວ ມີສິດເຮັດ ວຽກ ແລະ ປະກອບອາຊີບທີ່ບໍ່ຂັດ ກັບກົດໝາຍ; ຜູ້ອອກແຮງງານມີ ສິດໄດ້ຮັບການພັກຜ່ອນ, ໄດ້ຮັບ ການປິ່ນປົວໃນເວລາເຈັບເປັນ, ໄດ້ ຮັບການຊ່ວຍເຫລືອ ໃນກໍລະນີ ໝົດຄວາມສາມາດໃນການອອກ ແຮງງານ, ເສຍອົງຄະ, ໃນເວລາ ເຖົ້າແກ່ ແລະ ໃນກໍລະນີອື່ນໆ ຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ (ມາດຕາ 40); ເຈັດ: ພົນລະເມືອງລາວ ມີ ສິດເສລີພາບໃນການຕັ້ງພູມລໍາ ເນົາ ແລະ ໃນການໄປມາຕາມທີ່ໄດ້ ກໍານົດໄວ້ ໃນກົດໝາຍ (ມາດຕາ 41); ແປດ: ພົນລະເມືອງລາວ ມີສິດສະເໜີ, ຮ້ອງຟ້ອງ ແລະ ຮ້ອງຂໍຄວາມເປັນທໍາ ຕໍ່ອົງການ ທີ່ກ່ຽວຂ້ອງກ່ຽວກັບບັນຫາທີ່ພົວ ພັນເຖິງສິດ ແລະ ຜົນປະໂຫຍດ ລວມ ຫລື ສິດ ແລະ ຜົນປະໂຫຍດ ສະເພາະຂອງຕົນ; ຄໍາສະເໜີ, ຄໍາ ຮ້ອງຟ້ອງ ແລະ ຄໍາຮ້ອງຂໍຄວາມ ເປັນທໍາຂອງພົນລະເມືອງ ຕ້ອງໄດ້ ຮັບການພິຈາລະນາ ແລະ ແກ້ໄຂ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ (ມາດຕາ 42); ເກົ້າ: ພົນລະ ເມືອງລາວ ມີສິດໂດຍບໍ່ມີໃຜຈະ ລ່ວງລະເມີດໄດ້ທາງດ້ານຊີວິດ, ຮ່າງກາຍ, ກຽດສັກສີ ແລະ ເຄຫາ ສະຖານ; ພົນລະເມືອງລາວຈະບໍ່ ຖືກຈັບຕົວ, ກັກຂັງ ຫລື ກວດຄົ້ນ ເຄຫາສະຖານ ຖ້າຫາກບໍ່ມີຄໍາສັ່ງ ຂອງອົງການໄອຍະການປະຊາຊົນ ຫລື ສານປະຊາຊົນ ເວັ້ນເສຍແຕ່ໃນ ກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ (ມາດຕາ 43); ສິບ: ພົນລະເມືອງ ລາວ ມີສິດເສລີພາບໃນການເຊື່ອຖື ຫລື ບໍ່ເຊື່ອຖືສາສະໜາທີ່ບໍ່ຂັດກັບ ກົດໝາຍ (ມາດຕາ 44); ສິບເອັດ: ພົນລະເມືອງລາວ ມີສິດເສລີພາບ ໃນການປາກເວົ້າ, ຂີດຂຽນ, ໂຮມ ຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຄັດກັບກົດໝາຍ (ມາດຕາ 45); ສິບສອງ: ພົນລະ ເມືອງລາວ ມີສິດເສລີພາບໃນການ ຄົ້ນຄວ້າ ແລະ ນໍາໃຊ້ຄວາມ ກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະ ກໍາ, ປະດິດສ້າງສິລະປະ, ວັນ ນະຄະດີ ແລະ ເຄື່ອນໄຫວວັດ ທະນະທໍາທີ່ບໍ່ຂັດກັບກົດໝາຍ (ມາດຕາ 46) ແລະ ສິບສາມ: ລັດປົກປ້ອງສິດ ແລະ ຜົນປະໂຫຍດ ອັນຖືກກົດໝາຍຂອງພົນລະເມືອງ ລາວທີ່ຢູ່ຕ່າງປະເທດ; ຄົນລາວທີ່ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນ ໜຶ່ງທີ່ບໍ່ຕັດແຍກອອກຈາກວົງຄະ ນາຍາດແຫ່ງຊາດລາວ; ລັດຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຄົນ ລາວທີ່ອາໄສຢູ່ຕ່າງປະເທດ ປົກປັກ ຮັກສາ ແລະ ເສີມຂະຫຍາຍ ວັດທະ ນະທໍາອັນດີງາມຂອງຊາດລາວ, ຮັກສາສາຍພົວພັນທີ່ດີກັບຄອບຄົວ, ຍາດພີ່ນ້ອງ ແລະ ບ້ານເກີດເມືອງ ນອນຂອງຕົນ, ປະກອບສ່ວນເຂົ້າ ໃນການພັດທະນາປະເທດຊາດ (ມາດຕາ 47). ພັນທະພື້ນຖານ ຂອງພົນລະເມືອງລາວ ມີ 3 ພັນທະ ຄື: ໜຶ່ງ: ພົນລະເມືອງລາວ ມີພັນ ທະເຄົາລົບ ແລະ ປະຕິບັດລັດຖະ ທໍາມະນູນ, ກົດໝາຍ, ປະຕິບັດລະ ບຽບການອອກແຮງງານ, ລະ ບຽບ ການດໍາລົງຊີວິດ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມຢ່າງ ເຂັ້ມງວດ (ມາດຕາ 48); ສອງ: ພົນລະເມືອງລາວມີພັນທະເສຍ ພາສີ ແລະ ອາກອນ ຕາມກົດໝາຍ (ມາດຕາ 49); ສາມ: ພົນລະເມືອງ ລາວມີພັນທະປົກປັກຮັກສາປະເທດ ຊາດ ແລະ ປ້ອງກັນຄວາມສະຫງົບ, ປະຕິບັດພັນທະການທະຫານ ຕາມກົດໝາຍ (ມາດຕາ 50). ນອກຈາກ ສິດ ແລະ ພັນທະຂອງ ພົນລະເມືອງລາວແລ້ວ ພັກ ແລະ ລັດເຮົາ ຍັງເອົາໃຈໃສ່ກໍານົດສິດ ຂອງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ແລະ ການລີ້ໄພໃຫ້ ແກ່ຄົນຕ່າງປະເທດ ຄື: ໜຶ່ງ: ຄົນ ຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ ສປປ ລາວ ມີສິດໄດ້ຮັບການປົກປ້ອງ ສິດ ແລະ ເສລີພາບ ຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍ, ມີສິດສະເໜີ, ຮ້ອງຟ້ອງ, ຮ້ອງຂໍຄວາມເປັນທໍາຕໍ່ ອົງການລັດທີ່ກ່ຽວຂ້ອງ, ມີພັນທະ ເຄົາລົບລັດຖະທໍາມະນູນ ແລະ ກົດ ໝາຍຂອງສາທາລະນະລັດປະຊາທິ ປະໄຕ ປະຊາຊົນລາວ; ຄົນຕ່າງປະ ເທດທີ່ມີຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງເປັນພິເສດ ປະກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ມີສິດໄດ້ຮັບນາມ ມະຍົດພົນລະເມືອງ ກິດຕິມະສັກ ຂອງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ (ມາດຕາ 51); ສອງ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະ ນຸຍາດການລີ້ໄພໃຫ້ແກ່ຄົນຕ່າງ ປະເທດ ທີ່ຖືກປາບປາມຍ້ອນໄດ້ທໍາ ການຕໍ່ສູ້ເພື່ອອິດສະລະພາບ, ຄວາມ ເປັນທໍາ, ສັນຕິພາບ ແລະ ພາລະກິດ ວິທະຍາສາດ (ມາດຕາ 52). ຄໍາຖາມທີ 9: ການປະຕິບັດສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ, ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງລາວ ສະແດງອອກ ແນວໃດ? ຕອບ: ການປະຕິບັດສິດເປັນ ເຈົ້າຂອງປະຊາຊົນລາວບັນດາ ເຜົ່າ, ສິດ ແລະ ພັນທະຂອງພົນລະ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງ ພັກ, ເລຂາພັກຄະນະບໍລິຫານງານ ແຂວງຄໍາມ່ວນ, ຜູ້ສະໝັກຮັບເລືອກ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 12 ແຂວງຄໍາມ່ວນ ນໍ້າເບີ 2 ໄດ້ຮຽກຮ້ອງໃຫ້ປະຊາຊົນ ລາວບັນດາເຜົ່າ ທົ່ວແຂວງຄຳມ່ວນ ຜູ້ທີ່ມີສິດເລືອກຕັ້ງທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ, ໃຊ້ສິດຖືກຕ້ອງບໍ່ໃຫ້ມີບັດຕາຍ, ຮັບປະກັນຄວາມສະຫງົບປອດໄພ, ຮັບປະກັນຄວາມໂປ່ງໃສ 100% ແລະ ເຮັດໃຫ້ການເລືອກຕັ້ງ ບັນລຸ ຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້ ທັງນີ້ກໍເພື່ອເລືອກ ເອົາຕົວແທນຂອງຕົນ ໃນການປະ ຕິບັດ ສິດ ຢູ່ສ ະ ພ າ ແຫ່ງ ຊ າ ດ . ທ່ານໄຊຊະນະໂຄດພູທອນໄດ້ໃຫ້ສຳ ພາດຜ່ານສື່ມ່ວນຊົນຂອງແຂວງ ໃນໂອກາດທີ່ເຄື່ອນໄຫວພົບປະ ປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກ ຕັ້ງ ເມື່ອບໍ່ດົນມານີ້ວ່າ: ເນື່ອງຈາກ ການເລືອກຕັ້ງ ສສຊ ແລະ ສສຂ ຄັ້ງ ນີ້, ເປັນເຫດການ ການເມືອງໜຶ່ງທີ່ ມີຄວາມໝາຍຄວາມສໍາຄັນ, ແມ່ນ ເຫດການປະຫວັດສາດສໍາຄັນທີ່ສຸດ ໃນຊີວິດການເມືອງ, ເປັນຂີດໝາຍ ແລະ ປະຕິບັດສິດປະຊາທິປະໄຕ ຂອງປະຊາຊົນໃນຖານະທີ່ເປັນ [h ko|v'mkg|n v dP,7;k,rh v, Iv[fh koxj vo[a fg]n vd8A ' ll-{ll0 ຂປລ. ຍັງອີກບໍ່ພໍເທົ່າໃດມື້ທີ່ຈະ ມາເຖິງນີ້, ກໍຈະເຖິງວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຫລາຍບ້ານ, ຫລາຍເມືອງ ໃນຂອບເຂດທົ່ວປະເທດ ໄດ້ສຳເລັດ ການຫ້າງຫາກະກຽມຄວາມພ້ອມ ຮອບດ້ານ ເພື່ອກຽມໃຫ້ແກ່ບັ້ນ ປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ດຳເນີນໄປຢ່າງມີຜົນສຳເລັດ ຕາມເປົ້າໝາຍທີ່ວາງໄວ້. ໃນນັ້ນ, ບ້ານໜອງທາເໜືອ ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ກໍໄດ້ ກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ດ້ານສະຖານທີ່, ບຸກຄະລາກອນຮັບ ໃຊ້ ແລະ ອື່ນໆ ເພື່ອຮັບປະກັນໃຫ້ ການເລືອກຕັ້ງ ສສຊ-ສສຂ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ດຳເນີນໄປຢ່າງມີປະສິດທິຜົນ ແລະ ສຳເລັດຕາມຄາດໝາຍ. ທ່ານ ພູຊົມ ສຸລະມະນີ ເລຂາ ພັກບ້ານ, ນາຍບ້ານໜອງທາເໜືອ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ໃນວັນທີ 17 ກຸມພາ 2026 ນີ້ວ່າ: ມາຮອດ ປັດຈຸບັນ, ການຫ້າງຫາກະກຽມໃຫ້ ແກ່ບັ້ນເລືອກຕັ້ງ ສສຊ-ສສຂ ຂອງ ບ້ານໜອງທາເໜືອ ມີຄວາມພ້ອມ ຮອບດ້ານແລ້ວ ຊຶ່ງບ້ານໜອງທາ ເໜືອ ມີພົນລະເມືອງທັງໝົດ 3.650 ກວ່າຄົນ, ຍິງ 1.900 ກວ່າຄົນ, ມີ ຜູ້ມີສິດເລືອກຕັ້ງທັງໝົດ 2.630 ຄົນ, ຍິງ 1.386 ຄົນ ໂດຍໄດ້ຈັດ ແບ່ງໜ່ວຍປ່ອນບັດເປັນ 3 ໜ່ວຍ ຄື: ໜ່ວຍທີ 1 ຢູ່ໂຮງຮຽນປະຖົມ ບ້ານໜອງທາເໜືອ, ໜ່ວຍທີ 2 ຢູ່ວັດບ້ານໜອງທາເໜືອ ແລະ ໜ່ວຍ ທີ 3 ຢູ່ຫ້ອງການປົກຄອງບ້ານ ໜອງທາເໜືອ, ແຕ່ລະໜ່ວຍໄດ້ ມີການແຕ່ງຕັ້ງຄະນະກຳມະການ ຮັບຜິດຊອບໜ່ວຍລະ 15 ທ່ານ, ພ້ອມທັງມີໜ່ວຍປ້ອງກັນ ເພື່ອ ຮັກສາຄວາມສະຫງົບປອດໄພ. ທ່ານ ພູຊົມ ສຸລະມະນີ ໃຫ້ຮູ້ອີກ ວ່າ: ໃນໄລຍະຜ່ານມາ ຄະນະພັກອຳນາດການປົກຄອງບ້ານ ໄດ້ ເຜີຍແຜ່ຂໍ້ມູນຂ່າວສານ ກໍຄື ນິຕິກຳ ຕ່າງໆ ກ່ຽວກັບບັັ້ນເລືອກຕັ້ງ ສສຊ ແລະ ສສຂ ໃຫ້ປະຊາຊົນພາຍໃນ ບ້ານຮັບຮູ້ຢ່າງທົ່ວເຖິງ, ຜ່ານຫລາຍ ຊ່ອງທາງ ເປັນຕົ້ນ ທາງໂທລະໂຄ່ງ, ທາງສື່ສັງຄົມອອນລາຍ ແລະ ນຳ ໃຊ້ລົດຕິດຕັ້ງເຄື່ອງຂະຫຍາຍສຽງ ເປີດແຈ້ງການໄປຕາມທຸກຮ່ອມ ພາຍໃນບ້ານ ເພື່ອໃຫ້ຂໍ້ມູນເຂົ້າເຖິງ ທຸກຄົວເຮືອນ. ທັງນີ້, ແນໃສ່ເຮັດໃຫ້ ປະຊາຊົນພາຍໃນບ້ານພ້ອມພຽງ ກັນມາໃຊ້ສິດຂອງຕົນຢ່າງເປັນ ຂະບວນຟົດຟື້ນ. ສໍາລັບຜູ້ອາຍຸສູງ ຫລື ຜູ້ພິການ ທີ່ບໍ່ສາມາດເດີນທາງ ມາໜ່ວຍປ່ອນບັດໄດ້ ທາງຄະນະ ກຳມະການ ຈະໄດ້ຈັດຕັ້ງຫີບປ່ອນ ບັດເຄື່ອນທີ່ ໄປບໍລິການໃຫ້ເຖິງ ເຮືອນ ເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ໃຊ້ສິດຂອງຕົນຢ່າງເຕັມສ່ວນ. ໂອກາດນີ້, ທ່ານ ພູຊົມ ສຸລະ ມະນີ ຍັງໄດ້ສະແດງບາງທັດສະນະ ວ່າ: ຕົນເອງມີຄວາມພາກພູມໃຈ ທີ່ຈະໄດ້ໃຊ້ສິດປະຊາທິປະໄຕຂອງ ຕົນເອງ ເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຄົບຕາມມາດຖານ ເງື່ອນໄຂ, ຜູ້ທີ່ກ້າເວົ້າ, ກ້າວ່າ, ກ້າ ສະເໜີບັນຫາຕ່າງໆ ທີ່ເປັນປະກົດ ການຫຍໍ້ທໍ້ໃນສັງຄົມໄປສະເໜີ ໃນສະພາແຫ່ງຊາດ ເພື່ອກ້າວໄປ ສູ່ການປັບປຸງແກ້ໄຂໃຫ້ເປັນຮູບ ປະທຳ. ພ້ອມນີ້, ທ່ານຍັງໄດ້ສະເໜີ ໃຫ້ລັດຖະບານ ສືບຕໍ່ແກ້ໄຂສ້າງ ວຽກເຮັດງານທຳ ກໍຄື ການຈັດຫາ ວຽກເຮັດງານທຳໃຫ້ປະຊາຊົນຜູ້ ດ້ອຍໂອກາດ ໄດ້ມີວຽກເຮັດງານ ທຳເປັນຫລັກເປັນແຫລ່ງ ຫລີກ ລ່ຽງການລັ່ງໄຫລອອກໄປເຮັດ ວຽກຢູ່ຕ່າງປະເທດ ແລະ ເອົາໃຈ ໃສ່ດ້ານການສຶກສາພາກລັດ ໃຫ້ ສູງຂຶ້ນ ໂດຍສຸມທຶນຮອນເຂົ້າໃນ ການປັບປຸງແກ້ໄຂໂຮງຮຽນທີ່ເກົ່າ ແກ່, ເປ່ເພ ໃຫ້ດີຂຶ້ນກວ່າເກົ່າ ຫລືື ມີທຶນການສຶກສາໃຫ້ກັບຜູ້ດ້ອຍ ໂອກາດ ແລະ ອື່ນໆ, ພ້ອມທັງໃຫ້ ປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ສ້ອມແປງຖະໜົນຫົນທາງທີ່ເປ່ເພ ໂດຍສະເພາະ ທາງຮ່ອມ, ເຂົ້າຫາ ເຮືອນປະຊາຊົນຢູ່ບ້ານໜອງທາ ເໜືອ ບາງເສັ້ນຍັງເປເພ (ທາງບໍ່ ດີ), ໃຫ້ແກ້ໄຂບັນຫາການເກັບ ມ້ຽນຂີ້ເຫຍື້ອ ຂອງຜູ້ປະກອບການ (ເກັບມ້ຽນຂີ້ເຫຍື້ອຊະຊາຍ-ບໍ່ເປັນ ລະບຽບຮຽບຮ້ອຍ) ແລະ ບັນຫາ ອື່ນໆ ສະເໜີໃຫ້ລັດຖະບານສືບຕໍ່ ເອົາໃຈໃສ່ແກ້ໄຂໃຫ້ເປັນຮູບປະທຳ. ໂດຍ: ທະນູທອງ ອຳນາດລັດ ຂອງສາທາລະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນປາງບຸນໃຫຍ່ອັນໜຶ່ງຂອງ ປວງຊົນລາວທັງຊາດ ທີ່ສ້າງຂະ ບວນການຟົດຟື້ນ ເພື່ອເຮັດໃຫ້ການ ເລືອກຕັ້ງຄັ້ງນີ້ມີບັນຍາກາດ. ນັບ ແຕ່ມື້ນີ້ບໍ່ພໍເທົ່າໃດວັນ ກໍຈະແມ່ນ ວັນປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງຈະຈັດ ຂຶ້ນພ້ອມກັນໃນທົ່ວປະເທດ ໃນວັນທີ 22 ກຸມພາ 2026 ໃນນາມຕາງໜ້າ ຄະນະນໍາ-ອຳນາດການປົກຄອງ ແຂວງ, ສະພາປະຊາຊົນແຂວງຄຳ ມ່ວນ ມີຄວາມຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ ໄດ້ລົງຮັບສະໝັກເລືອກຕັ້ງ ສສຊ ໃນຄັ້ງນີ້. ສະນັ້ນ, ຮຽກຮ້ອງໃຫ້ ປະຊາຊົນຜູ້ມີສິດເລືອກຕັ້ງ ອອກ ໄປໃຊ້ສິດໃຫ້ຄົບຖ້ວນ ເພື່ອເລືອກ ເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ບັນລຸ 4 ຄາດໝາຍ ໃຫຍ່ ຄື: ຜູ້ມີສິດໄປໃຊ້ສິດ 100%, ການໃຊ້ສິດຖືກຕ້ອງ 100%, ຄວາມສະຫງົບ-ປອດໄພ 100% ແລະ ໂປ່ງໃສ-ຍຸຕິທໍາ 100%. ໂດຍ: ມະນີວັນ ເມືອງ ລາວຕ້ອງສະແດງອອກຄື: ໜຶ່ງ: ປະຊາຊົນລາວບັນດາເຜົ່າ ກໍຄືພົນລະເມືອງລາວທຸກຄົນ ໃຫ້ ເຂົ້າໃຈວ່າ ການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະຂອງຕົນນັ້ນ ຕ້ອງຢູ່ໃນຂອບ ເຂດຂອງລັດຖະທຳມະນູນ ແລະ ກົດໝາຍ, ບໍ່ແມ່ນແບບເສລີຕາມ ໃຈຊອບ. ສະນັ້ນ, ຍາມໃດກໍຕ້ອງ ເວົ້າ ແລະ ເຮັດໃຫ້ຖືກຕາມແນວ ທາງ, ນະໂຍບາຍຂອງ ພັກ, ລັດຖະ ທໍາມະນູນ ແລະ ກົດໝາຍຂອງລັດ, ຮູ້ເສີມຂະຫຍາຍຫົວຄິດປະດິດສ້າງ ເພື່ອພັດທະນາຊີວິດຂອງຕົນ ແລະ ຄອບຄົວ ໃຫ້ຮັ່ງມີ, ຢູ່ດີກິນດີ; ຍາມ ໃດກໍຕ້ອງຮູ້ນໍາໃຊ້ສິດ ແລະ ປະຕິບັດ ພັນທະຂອງຕົນຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ ໃນ ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ ເຂົ້າຮ່ວມ ແລະ ເຄື່ອນໄຫວຢູ່ໃນ ບັນດາອົງການຈັດຕັ້ງຂອງພັກລັດ, ອົງການຈັດແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງທາງສັງຄົມ ທີ່ຖືກຕ້ອງ ຕາມກົດໝາຍ.
RkJQdWJsaXNoZXIy MTc3MTYxMQ==