ຂປລ
ທ່ານ ນາເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ແລະ ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີ ຝຣັ່ງ ໄດ້ອອກຖະແຫລງການຮ່ວມ ເພື່ອຍົກລະດັບ ສາຍພົວພັນ ສອງຝ່າຍ ຂຶ້ນເປັນ “ຄູ່ຮ່ວມມື ຍຸດທະສາດ ທົ່ວໂລກ ແບບພິເສດ”
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 17 ກຸມພາ, ຢູ່ມຸມໄບ, ທ່ານ ນາເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ແລະ ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີ ຝຣັ່ງ ໄດ້ອອກຖະແຫລງການຮ່ວມ ເພື່ອຍົກລະດັບ ສາຍພົວພັນ ສອງຝ່າຍ ຂຶ້ນເປັນ “ຄູ່ຮ່ວມມື ຍຸດທະສາດ ທົ່ວໂລກ ແບບພິເສດ” ຢ່າງເປັນທາງການ, ແນໃສ່ ຊຸກຍູ້ ສະຖຽນ ລະພາບ, ຄວາມວັດທະນະຖາວອນ ແລະ ການຮ່ວມມືທົ່ວໂລກ ໃນສະພາບການໂລກ ມີການຜັນແປຫລາຍຢ່າງ.
ໃນຖະແຫລງການຮ່ວມ ດັ່ງກ່າວ, ທ່ານ ນາເຣນທຣາ ໂມດີ ໄດ້ຢັ້ງຢືນວ່າ: ອິນເດຍ ແລະ ຝຣັ່ງ ໄດ້ກ້າວເຂົ້າສູ່ສັງກາດໃໝ່ ທີ່ມີ ລັກສະນະ ຍຸດທະສາດ, ຮອບດ້ານ ແລະ ການປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນ ການຮັກສາ ສະຖຽນ ລະພາບ ແລະ ພັດທະນາ ຂອງ ພາກພື້ນ ກໍຄື ທົ່ວໂລກ. ສອງຝ່າຍເຫັນດີ ເປີດກວ້າງ ການຮ່ວມມື ໃນບັນດາຂົງເຂດ ປ້ອງກັນຊາດ, ພະລັງງານ ສະອາດ, ອາວະກາດ, ເຕັກໂນໂລຊີ ທີ່ພົ້ນເດັ່ນ ແລະ ນະວັດຕະກຳ, ພ້ອມທັງປຸກລະດົມ “ປີແຫ່ງ ນະວັດຕະກຳ ອິນເດຍ-ຝຣັ່ງ” ກັບ ບັນດາ ສູນຄົ້ນຄວ້າ ແລະ ການເຊື່ອມຕໍ່ ວິສາຫະກິດ, startup, ນັກສຶກສາ ແລະ ນັກວິທະຍາສາດ ຂອງສອງປະເທດ.
ສິ່ງທີ່ໜ້າສົນໃຈແມ່ນ, ສອງຝ່າຍໄດ້ເປີດນຳໃຊ້ ຕ່ອງໂສ້ການປະກອບ ເຮຶອບິນ ເຮລີກົບແຕ Airbus H125 ຢູ່ ອິນເດຍ, ຮັບໃຊ້ ຄວາມຕ້ອງການ ພາຍໃນ ປະເທດ ແລະ ສົ່ງອອກສາກົນ. ນອກຈາກນີ້, ການນຳຂອງສອງປະເທດ ກໍຢັ້ງຢືນຄືນ ກ່ຽວກັບ ຄຳໝັ້ນສັນຍາ ຕໍ່ກັບ ລັດທິຫລາຍຝ່າຍ, ປະຕິຮູບລະບອບ ລະບຽບການທົ່ວໂລກ, ສັນຕິພາບ ຢູ່ ອູແກຣນ, ອາຊີ ຕາເວັນຕົກ ແລະ ພາກພື້ນ ມະຫາສະໝຸດ ອິນເດຍ-ປາຊີຟິກ, ພ້ອມກັນນັ້ນ ຍັງຕັດສິນໃຈ ຕ້ານການກໍ່ການຮ້າຍ ດ້ວຍທຸກວິທີທາງ. /
KPL