ຂປລ
ບໍລິສັດນີ້ ໄດ້ສະຫລຸບ ຂໍ້ຕົກລົງ ຂາຍເຮືອບິນ ລຸ້ນ 737 MAX ຈຳນວນ 50 ລຳ ໃຫ້ແກ່ ສາຍການບິນ ຫວຽດນາມ ແອຣລາຍ (Vietnam Airlines) ແລ້ວ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ບໍລິສັດໂບອິ້ງ (Boeing Co) ເປີດເຜີຍວ່າ: ບໍລິສັດນີ້ ໄດ້ສະຫລຸບ ຂໍ້ຕົກລົງ ຂາຍເຮືອບິນ ລຸ້ນ 737 MAX ຈຳນວນ 50 ລຳ ໃຫ້ແກ່ ສາຍການບິນ ຫວຽດນາມ ແອຣລາຍ (Vietnam Airlines) ແລ້ວ.
ຂໍ້ຕົກລົງ ດັ່ງກ່າວ ໄດ້ເກີດຂຶ້ນ ຫລັງຈາກ ສ.ອາເມລິກາ ແລະ ຫວຽດນາມ ໄດ້ຈັດການ ເຈລະຈາ ຈາກການຄ້າຮອບໃໝ່ ໃນໄລຍະ ຕົ້ນເດືອນ ກຸມພາ , ໂດຍຝ່າຍ ຫວຽດນາມ ສົ່ງສັນຍານ ພ້ອມທັງ ເພີ່ມການນໍາເຂົ້າ ສິນຄ້າ ຈາກ ສ.ອາເມລິກາ , ໂດຍສະເພາະ ສິນຄ້າ ໃນກຸ່ມເຄື່ອງກົນຈັກ ແລະ ເຕັກໂນໂລຊີຂັ້ນສູງ. ຖະແຫລງການ ຂອງ ທັງສອງ ບໍລິສັດ ໄດ້ລະບຸວ່າ: ເຮືອບິນຊຸດໃໝ່ນີ້ ຈະນຳໄປໃຊ້ ເປັນຫລັກ ໃນເສັ້ນທາງບິນ ພາຍໃນ ປະເທດ ແລະ ເສັ້ນທາງບິນພາກພື້ນ ຂອງ ຫວຽດນາມ ແອຣລາຍ./
KPL