ນັກທ່ອງທ່ຽວສາກົນເດີນທາງເຂົ້າ-ອອກ ໃນໄລຍະບຸນກຸດຈີນ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ

19/02/2026 18:11
ຂປລ ໃນໄລຍະພັກ ບຸນປະຈຳຊາດ (ບຸນກຸດຈີນ) ປີ 2026, ປະລິມານ ນັກທ່ອງທ່ຽວ ເຂົ້າ-ອອກເມືອງ ສະເລ່ຍຕໍ່ວັນເຖິງ 113.000 ເທື່ອຄົນ.

ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ໃນ​ໄລ​ຍະ​ພັກ ບຸນປະຈຳຊາດ (​ບຸນ​ກຸດ​ຈີນ) ​ປີ 2026, ປະລິມານ ນັກ​ທ່ອງ​ທ່ຽວ ​ເຂົ້າ​-ອອກ​ເມືອງ ສະ​ເລ່ຍ​ຕໍ່​ວັນ​ເຖິງ 113.000 ເທື່ອ​ຄົນ. ​ ໂດຍຜ່ານ​ດ່ານ​ສະ​ໜາມ​ບິນ​ ຂອງ ​ນະ​ຄອນ​ຊຽງ​ໄຮ້ ​ເພີ່ມ​ຂຶ້ນ ​ຢ່າງ​ບໍ່​ຢຸດ​ຢັ້ງ. ຍ້ອນ​ໄດ້​ຮັບ ​ຜົນ​ປະ​ໂຫຍດ ​ຈ​າກ ​ນະ​ໂຍ​ບາ​ຍ​ ຍົກ​ເວັ້ນ​ວີ​ຊາ, ຄາດ​ວ່າ ​ໃນ​ໄລ​ຍະ​ຕໍ່​ໄປ ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ ຕ່າງ​ປະ​ເທດ​ມາ​ຈີນ ​ເພື່ອ​ທ່ອງ​ທ່ຽວ, ຢ້ຽມ​ຢາມ​ຍາດ​ຕິ​ພີ່​ນ້ອງ ແລະ ດຳ​ເນີນ​ທຸ​ລະ​ກິດ ຫລາຍກວ່າ​ເກົ່າ ເຊິ່ງ​ໄດ້​ສ້າງ ​ພະ​ລັງ​ຊີ​ວິດ​ໃໝ່ ໃຫ້​ແກ່​ ຕະຫລາດ​ການ​ທ່ອງ​ທ່ຽວ ​ຂອງ​ຈີນ​ ໃນ​ໄລ​ຍະ​ບຸນ​ກຸດ​ຈີນ.

ຕາມ​ຂໍ້​ມູນດັ່ງກ່າວ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ ມາ​ຮອດ​ປັດ​ຈຸ​ບັນ, ດ່ານກວດ​ກາ​ ຄົນ​ເຂົ້າ-ອອກ​ເມືອງ ​ນະ​ຄອນ​ຊຽງ​ໄຮ້​ ໄດ້​ກວ​ດ​ກາ ແລະ ອະ​ນຸ​ຍາດ​ນັກ​ທ່ອງ​ທ່ຽວ ​ຕ່າງ​ປະ​ເທດ ​ເຂົ້າ​ເມືອງ​ເຖິງ 636.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 30,3% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ ​ປີ​ກາຍ. ໃນ​ນັ້ນ, ມີ​ນັກ​ທ່ອງ​ທ່ຽວ ​ຕ່າງ​ປະ​ເທດ ລວມມີ 414.000 ເທື່ອ​ຄົນ ​ໂດຍນຳ​ໃຊ້ ​ນະ​ໂຍ​ບາຍ​ ຍົກ​ເວັ້ນ​ວິ​ຊາ ​ຜ່ານ​ແດນ 240 ຊົ່ວ​ໂມງ ​ເຂົ້າ​ເມືອງ​ ຜ່າ​ນ​ດ່ານ ​ທີ່​ນະ​ຄອນ​ຊຽງ​ໄຮ້ ເຊິ່ງກວມ​ເອົາ 64,6% ຂອງ​ ນັກ​ທ່ອ​ງ​ທ່ຽວ​ ຕ່າງ​ປະ​ເທດ​ທັງ​ໝົດ./

KPL

ຂ່າວອື່ນໆ

ads
ads

Top