7216.1

dkog]n vd8A '7A 'oU ,u s]kp95 fry glf c]t ,u va oc8d8j k'da [-5 fzjj ko,k ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 3່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ lb dlk7;k,gxa owxwfh 37'dkolkmy f c]t oe.-h cr]a f2v, xa opkxtfy fcsj '-kf fh kol5 0trk[.o]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 16.02.2026 ປີທີ 25 ສະບັບທີ 6.377ັັີີັີ ]k;{9u o ltcf'fq o8u lP'csj 'ly ]y ,5 '75 o r6 g[h p,kpoy ' lqj 'glu ,xt-k-q ozt]y fdtly de  ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ທະນົງໄຊ ຄຸດໄພທູນ rh v,Ia [.-h xt-k-q o.ook,z6h lt\a d ll- g0fg]n vd8A 'mu 1  ອ່ານຕໍ່ໜ້າ 2່ າໍ່ ໜ້າ dkoxj vo[a fg]n vd8A 'gvq kz6 h ,u ,kf8t4kog'vow0d;j k\6 j gxa o8q ;cmo0v'8q oc,j odkogIa fs]h vo|h kmu j va o,u dPf0v'rq o]tg,n v']k;K n j g,nj vwfh Ia [7;k,w;h ;k'.99kdxt-k-q o ll- g0f 1 9t8A '|h kl5 ,.lj 3 rk]t[q f[kfs]a d  ອ່ານຕໍ່ໜ້າ 4່ າໍ່ ໜ້າ gzu pczj g-nj v,-b ,gvdtlkog]n vd8A ' ll- c]t ll0 .sh rtoa d'kos]a dcs]j ' slr ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ (ຜູ້ທີ 10 ນັບຈາກຊ້າຍຫາຂວາ)  ອ່ານຕໍ່ໜ້າ 2່ າໍ່ ໜ້າ z6h ,u ly fg]n vd8A ',u gxQ k\kp g]n vdgvq k ll-{ll0 muj gxa o8q ;cmo csj 'ly f c]t zq oxt3spf 0v'xt-k-q o1j k'cmh 9y ' ຂປລ. ໂອກາດລົງເຄື່ອນໄຫວ ໂຄສະນາຫາສຽງໃນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນເເຂວງ (ສສຂ) ຊຸດ ທີ V ໃນວັນທີ 14 ກຸມພາ 2026 ຂປລ. ຫ້ອງວ່າການສູນກາງ ພັກ (ຫສພ) ຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມເອກະສານກ່ຽວກັບການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 13 ກຸມພາ 2026 ໃຫ້ ກຽດເຜີຍແຜ່ໂດຍສະຫາຍ ຜາຄຳ ອິນແສງ ກຳມະການສູນກາງພັກ, ຮອງຫົວໜ້າ ຫສພ, ມີບັນດາຫົວ ໜ້າກົມ, ຮອງກົມ, ສະມາຊິກພັກ, ພະນັກງານຫລັກແຫລ່ງ, ພະນັກ ງານ-ລັດຖະກອນພາຍໃນ ຫສພ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຜາຄຳ ອິນແສງ ໄດ້ຍົກໃຫ້ເຫັນເນື້ອໃນ, ຄວາມໝາຍ, ຄວາມສຳຄັນຂອງ ການເລືອກຕັ້ງ ສສຊ ແລະ ສສຂ ຊຶ່ງແມ່ນຂະບວນການປະຕິບັດໜ້າທີ່ ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການ ເລືອກເອົາບຸກຄົນທີ່ມີມາດຖານ ຄົບຖ້ວນເຂົ້າໃນສະພາແຫ່ງຊາດ ຂປລ. ໃນໂອກາດລົງໂຄສະນາ ຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດ ເລືອກຕັ້ງ, ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ຈັດງານສະແດງ ດົນຕີ ລາວ-ຈີນ “ສຽງແຫ່ງສິລິ ມຸງຄຸນ” ຊົມເຊີຍຜົນສໍາເລັດກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະເຫລີມສະຫລອງສາຍພົວ ຂປລ. ໃນໂອກາດລົງສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ຊຸດທີX (ສສຊ) ປະຈຳ ເຂດເລືອກຕັ້ງທີ 1 ນະຄອນຫລວງ ຂປລ. ຍັງອີກບໍ່ພໍເທົ່າໃດມື້ ຂ້າງໜ້ານີ້, ກໍຈະຮອດມື້ເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ຊຶ່ງຈະຈັດຂຶ້ນພ້ອມກັນທົ່ວ ປະເທດໃນວັນທີ 22 ກຸມພາ 2026. ປັດຈຸບັນ, ບັນຍາກາດຂອງການ ຂປລ. ໃນວັນທີ 14 ກຸມພາ 2026 ທີ່ວັດບ້ານນາໄຫ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ, ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ປີມິດຕະພາບລາວ-ຈີນ ແລະ ບຸນກຸດຈີນ ທີ່ປະເທດລາວ ປະຈຳປີ 2026 ໃນວັນທີ 13 ກຸມພາຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ, ມີການ ນຳພັກ-ລັດ, ທູຕານຸທູດ, ແຂກຖືກ ເຊີນລາວ-ຈີນ ເຂົ້າຮ່ວມ. ໂອກາດນີ້,ທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດ ທະນະທຳ ແລະ ການທ່ອງທ່ຽວ ກ່າວວ່າ: ການສະແດງດົນຕີຄັ້ງ ນີ້ ປະກອບມີບົດເພງທີ່ມີເນື້ອໃນ ເວົ້າເຖິງມູນເຊື້ອສິລະປະວັດທະ ນະທໍາອັນດີງາມຂອງລາວ-ຈີນ, ມູນເຊື້ອການນຳພາຂອງພັກ ແລະ ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 13 ແຂວງສະຫວັນນະເຂດ ນ້ຳ ເບີ 1 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການໂຄສະນາຫາສຽງວ່າ: ການເລືອກຕັ້ງຄັ້ງນີ້ ມີຄວາມສຳຄັນ ຫລາຍເນື່ອງຈາກວ່າເປັນການ ເລືອກຕັ້ງໃນບັນຍາກາດທີ່ປະເທດ ເຮົາຫາກໍສຳເລັດການສະເຫລີມ ສະຫລອງ 3 ວັນປະຫວັດສາດ ໃນທ້າຍປີ 2025 ຜ່ານມາຄື: ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສຳລັບການ ເລືອກຕັ້ງ ສສຊ ແລະ ສສຂ ໃນຄັ້ງນີ້ ເປັນເຫດການສຳຄັນ ແລະ ກໍເປັນ ວັນບຸນໃຫຍ່ຂອງຊາດໃນທົ່ວ ປະເທດ ຊຶ່ງມີຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຈຳນວນ 243 ທ່ານ, ເລືອກເອົາ 175 ທ່ານ ແລະ ຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາປະຊາຊົນ ຂັ້ນແຂວງ ມີຈຳນວນ 1.041 ທ່ານ, ເລືອກເອົາ 745 ທ່ານ. ສະ ເພາະເຂດເລືອກຕັ້ງທີ 13 ມີຜູ້ລົງ ສະໝັກຮັບເລືອກຕັ້ງ 28 ທ່ານ. ສະນັ້ນ, ໄດ້ມີການແບ່ງກັນເປັນສອງ ຄະນະໃນການລົງໂຄສະນາຫາສຽງ ທ່ານ ນາງ ສູນທອນ ໄຊຍະຈັກ ວຽງຈັນ, ທ່ານ ທະນົງໄຊ ຄຸດໄພທູນ ຜູ້ສະໝັກໝາຍເລກ 3 ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນໃນວັນທີ 13 ກຸມພາ 2026 ວ່າ: ພາຍຫລັງໄດ້ ຮັບຄວາມໄວ້ວາງໃຈຈາກພໍ່-ແມ່ ປະຊາຊົນໃຫ້ເປັນສະມາຊິກສະພາ ແຫ່ງຊາດ ຕົນເອງຈະສຸມໃສ່ຈັດຕັ້ງ ປະຕິບັດ 3 ພາລະບົດບາດຫລັກຄື: ຈະປະກອບສ່ວນຢ່າງຕັ້ງໜ້າໃນ ການສ້າງ ແລະ ປັບປຸງກົດໝາຍ ເພື່ອໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງຂອງເສດຖະກິດສັງຄົມ; ການຕົກລົງບັນຫາສຳຄັນ ຂອງຊາດ ເພື່ອຜົນປະໂຫຍດສູງ z6h lt\a dIa [g]n vd8A ' ll- -5 fmu X ln [8]q '37ltoksklP'16j g,n v'skf-kp2v' + (ສສຊ) ຊຸດທີ X ຫລາຍທ່ານໄດ້ ມາສະແດງວິໄສທັດຂອງຕົນ, ຖ້າ ຫາກໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບເລືອກຕັ້ງເປັນ ສສຊ ຈາກ ປະຊາຊົນແລ້ວຈະນຳໃຊ້ຄວາມຮູ້, ຄວາມສາມາດ ແລະ ປະສົບການ ຂອງຕົນ ເພື່ອຮັບໃຊ້ປະຊາຊົນ ໂດຍ ຈະປະຕິບັດ 3 ພາລະບົດບາດຢ່າງ ເຂັ້ມງວດ. ທ່ານ ວີແກ້ວ ບຸບຜາວັນ ຜູ້ຮັບ ສະໝັກເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ເບີ 8 ປະຈຳ ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ທ່ານ ວີແກ້ວ ບຸບຜາວັນ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 16/02/2026 xtgmf]k; ການເລືອກຕັ້ງຄັ້ງນີ້...ືັ້ັ້ີ້ ພ້ອມຮັບໃຊ້ປະຊາຊົນ...້ັ້ົ ລາວ-ຈີນ...ີ ເມື່ອໄດ້ຮັບຄວາມໄວ້ວາງໃຈ...ື່້ັ້ ຜູ້ມີສິດເລືອກຕັ້ງ...ູ້ີິືັ້ ຜູ້ສະໝັກຮັບເລືອກຕັ້ງ ສສຊ...ູ້ັັືັ້ ]a f4t,q o8u dt-;'dko8j k'xtgmf 8h voIa [ z6h 8k'|h kry glf0v']a f4t,q o8u 8j k'xtgmfvq flt8ik]u ຂປລ. ໃນວັນທີ 13 ກຸມພາ 2026 , ທີ່ກະຊວງການຕ່າງ ປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ປາໂບຣ ກາງ (Mr. Pablo Kang) ຜູ້ຕາງໜ້າພິເສດ ຂອງລັດຖະມົນຕີຕ່າງປະເທດ ອົດ ສະຕຣາລີ ແລະ ຄະນະໃນໂອກາດ ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານລັດ ຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ເຮັດວຽກຄັ້ງນີ້. ໃນເວລາດຽວກັນ ນັ້ນ, ທ່ານຜູ້ຕາງໜ້າພິເສດປາໂບຣ ກາງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມ ທັງໄດ້ແຈ້ງຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ແມ່ນ ເພື່ອຕິດຕາມຄວາມຄືບໜ້າຂອງ ການດໍາເນີນຄະດີກ່ຽວກັບການເສຍ ຊີວິດຂອງນັກທ່ອງທ່ຽວຄົນອົດສະ ຕຣາລີ 2 ຄົນ ໃນປີ 2024 ຜ່ານມາ. ໃນໂອກາດນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສອງປະເທດຕະຫລອດໄລຍະກວ່າ 7 ທົດສະວັດຜ່ານມາ ຊຶ່ງໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມມື ຮອບດ້ານ ໃນຕົ້ນປີ 2024. ຝ່າຍ ລາວ ໄດ້ຖືໂອກາດນີ້ ສະແດງຄວາມ ເສຍໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນ ກໍຄື ຄອບຄົວຂອງ ນັກທ່ອງທ່ຽວຕ່າງປະເທດ ທີ່ໄດ້ ຮັບເຄາະຮ້າຍທີ່ບໍ່ເພິ່ງປາຖະໜາໃນ ໄລຍະຜ່ານມາ ແລະ ຖືໂອກາດນີ້ ແຈ້ງໃຫ້ຝ່າຍອົດສະຕຣາລີ ຊາບເຖິງ ຄວາມເອົາໃຈໃສ່ຂອງລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂ ຄະດີດັ່ງກ່າວ ພ້ອມທັງຢືນຢັນວ່າ ຄະດີດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນ ການດໍາເນີນຄະດີຕາມຂະບວນການ ຍຸຕິທຳຂອງ ສປປ ລາວ. ນອກຈາກ ນີ້, ກໍໄດ້ແຈ້ງໃຫ້ຝ່າຍອົດສະຕຣາ ລີ ຊາບວ່າພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ແຕ່ສູນກາງຮອດ ທ້ອງຖິ່ນ ກໍມີຄວາມຍິນດີໃຫ້ການ ຮ່ວມມື ແລະ ອໍານວຍຄວາມສະ ດວກໃຫ້ແກ່ຜູ້ຕາງໜ້າພິເສດພ້ອມ ດ້ວຍຄະນະທີ່ມາຢ້ຽມຢາມເຮັດ ວຽກຢູ່ ສປປ ລາວ ຄັ້ງນີ້ ສາມາດ ເຄື່ອນໄຫວ ແລະ ປະສົບຜົນສໍາເລັດ ຕາມຄາດໝາຍ. ອີກເທື່ອໜຶ່ງ, ຝ່າຍ ອົດສະຕຣາລີ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຫວັງວ່າຄະດີດັ່ງກ່າວ ຈະ ໄດ້ຮັບການແກ້ໄຂໂດຍໄວຕາມກົດ ໝາຍຂອງ ສປປ ລາວ. ກ່ອນໜ້ານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ລົມໂທລະສັບທາງໄກກັບ ທ່ານ ນາງ ເພັນນີ ວອງ (Ms. Penny WONG) ລັດຖະມົນຕີ ຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອແຈ້ງໃຫ້ຊາບກ່ຽວກັບຄວາມ ເອົາໃຈໃສ່ຂອງລັດຖະບານ ແຫ່ງ ສປປ ລາວ ແລະ ຄວາມຄືບໜ້າໃນ ການດຳເນີນຄະດີດັ່ງກ່າວ. ສອງ ຝ່າຍເຫັນດີທີ່ຈະສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີງາມໃຫ້ແຕກ ດອກອອກຜົນຍິ່ງໆ ເພື່ອນໍາເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ ລາວ-ອົດສະຕຣາລີ. ບົດເພງອະມະຕະສາກົນ ທີ່ມີ ຄວາມແຕກຕ່າງ ແລະ ຫລາກ ຫລາຍ. ພ້ອມກັນນີ້, ຍັງມີບົດເພງ, ບົດຟ້ອນທີ່ສັນລະເສີນມູນເຊື້ອ ຄວາມສາມັກຄີມິດຕະພາບແບບຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ກໍຄື ການສ້າງຄູ່ຮ່ວມ ຊາຕາກໍາສັງນິຍົມທີ່ມີຄວາມໝາຍ ຍຸດທະສາດສອງຊາດ ລາວ-ຈີນ, ຈີນ-ລາວ. ພັກ ແລະ ລັດຖະບານ ລາວ ຖືສໍາຄັນຕໍ່ການຈັດຕັ້ງປະຕິ ບັດແຜນແມ່ບົດວ່າດ້ວຍການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໂດຍ ສະເພາະແມ່ນການສົ່ງເສີມແລກ ປ່ຽນດ້ານວັດທະນະທຳ ແລະ ການ ໄປມາຫາສູ່ກັນລະຫວ່າງປະຊາຊົນ ສອງຊາດ ລາວ-ຈີນ ເພື່ອເຮັດໃຫ້ ມູນເຊື້ອການພົວພັນຮ່ວມມື ລາວຈີນ ຢັ່ງຮາກຝັງເລິກໃນຈິດໃຈຂອງ ປະຊາຊົນສອງຊາດ ແລະ ຕີລາຄາ ສູງການຈັດງານໃນຄັ້ງນີ້ ຖືເປັນ ເວທີໜຶ່ງທີ່ສຳຄັນ ແລະ ມີຄວາມ ໝາຍເປັນຢ່າງຍິ່ງໃຫ້ຄະນະສິລະປະ ທັງສອງປະເທດລາວ-ຈີນກໍຄືການ ສົ່ງເສີມການຮ່ວມມືດ້ານວັດທະນະ ທຳ ແລະ ເປັນຂົວຕໍ່ມິດຕະພາບ ທີ່ສຳຄັນເຮັດໃຫ້ວັດທະນະທຳ, ປະ ຊາຊົນສອງຊາດ ລາວ-ຈີນ ໄດ້ຫຍັບ ມໍ່ເຂົ້າຫາກັນຫລາຍຂຶ້ນ. ທ່ານ ນາງ ຟາງຫົງ ເອກອັກຄະ ລັດຖະທູດແຫ່ງ ສປ ຈີນ ປະຈຳ ລາວ ກໍໄດ້ກ່າວວ່າ: ບຸນກຸດຈີນແມ່ນ ບຸນປະເພນີທີ່ຍິ່ງໃຫຍ່ທີ່ສຸດຂອງ ປະຊາຊາດຈີນ ຊຶ່ງບົ່ງບອກເຖິງ ຄວາມໝາຍຂອງການພົບປະກັນ ຂອງຄອບຄົວ, ຄວາມມຸ່ງຫວັງ ແລະ ຄວາມຫວັງໃໝ່; ດົນຕີແມ່ນພາສາທີ່ ບໍ່ມີພົມແດນ, ສາມາດເຕົ້າໂຮມ ຄວາມຮູ້ສຶກ ແລະ ເຮັດໃຫ້ຈິດໃຈ ໃກ້ຊິດກັນໄດ້ດີທີ່ສຸດ. ນີ້ບໍ່ພຽງແຕ່ ແມ່ນງານລ້ຽງທາງດ້ານສິລະປະ ລະດັບສູງເທົ່ານັ້ນ, ແຕ່ຍັງແມ່ນ ການປະຕິບັດຕົວຈິງຂອງຄວາມ ສວຍງາມທີ່ຫລາກຫລາຍ ແລະ ການຮ່ວມກັນສ້າງຄວາມສວຍງາມ ຂອງ ຈີນ-ລາວ ທັງແມ່ນຂອງຂວັນ ປີໃໝ່ມອບໃຫ້ໄຊຊະນະຂອງກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ມິດ ຕະພາບອັນຍິ່ງໃຫຍ່ ຈີນ-ລາວ. ປີໃໝ່ຈີນ ໃກ້ຈະມາເຖິງນີ້ແມ່ນປີ ມ້າຂໍໃຫ້ພວກເຮົາຈົ່ງຮ່ວມກັນເສີມ ຂະຫຍາຍ “ຈິດວິນຍານມັງກອນມ້າ”, ກ້າວໄປຂ້າງໜ້າຢ່າງຂະ ຫຍັນຂັບເຄື່ອນ, ຮ່ວມມືກັນຊຸກຍູ້ ພາລະກິດສັງຄົມນິຍົມຂອງ ຈີນລາວ ໃຫ້ກ້າວຂຶ້ນແຖວໜ້າ ແລະ ໃຫ້ມິດຕະພາບຈີນ-ລາວ ກ້າວໄປ ຂ້າງໜ້າຢ່າງສະຫງ່າງາມ. ຂ່າວ: ກິດຕາ; ພາບ: ຂັນໄຊ ຊຶ່ງມາຮອດວັນທີ 14 ກຸມພາ ນີ້, ຄະນະທີ 1 ກໍໄດ້ລົງຫາສຽງ ແລະ ສະເໜີຕົວແລ້ວ 9 ເມືອງ ແລະ ຍັງ ອີກ 5-6 ວັນ ກໍຈະສຳເລັດ ແລະ ຈະສິ້ນສຸດໃນວັນທີ 20 ກຸມພາ ຢູ່ ນະຄອນໄກສອນພົມວິຫານ. ການເລືອກຕັ້ງສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນເເຂວງ (ສສຂ) ຊຸດທີ V ທຽບໃສ່ຄັ້ງຜ່ານມາແມ່ນ ມີຄວາມແຕກຕ່າງກັນເນື່ອງຈາກ ສຸດຂອງປະຊາຊົນ ແລະ ສຸມໃສ່ ຈັດຕັ້ງປະຕິບັດວຽກງານຕິດຕາມ ກວດກາ ເພື່ອຮັບປະກັນໃຫ້ການ ບໍລິຫານງານຂອງລັດຖະບານ ແລະ ອົງການຕຸລາການມີຄວາມໂປ່ງ ໃສ ແລະ ຍຸຕິທຳຍິ່ງໆຂຶ້ນ ໂດຍຈະ ຍຶດຖືຫລັກການເຮັດວຽກ ໂດຍປະ ຊາຊົນ ແລະ ເພື່ອປະຊາຊົນຢ່າງ ແທ້ຈິງ ເພື່ອເຮັດໃຫ້ວຽກງານຂອງ ສະພາແຫ່ງຊາດເຂົ້າເຖິງ ແລະ ຕິດ ພັນກັບຊີວິດການເປັນຢູ່ຂອງພໍ່ແມ່ ປະຊາຊົນໃຫ້ໄດ້ຫລາຍທີ່ສຸດ. ທ່ານ ທະນົງໄຊ ຄຸດໄພທູນ (ສສຊ) ຊຸດທີ X ປະຈຳເຂດເລືອກ ຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ໜ່ວຍເລືອກຕັ້ງທີ 4 ໄດ້ສືບ ຕໍ່ລົງໂຄສະນາຫາສຽງ ແລະ ສະເໜີ ຕົວຕໍ່ຜູ້ມີສິດເລືອກຕັ້ງ ໂດຍມີຜູ້ມີສິດ ຫ້າງຫາກະກຽມໃຫ້ແກ່ການເລືອກ ຕັ້ງພວມເປັນຂະບວນກວ້າງຂວາງ ຟົດຟື້ນ, ບັນດາຜູ້ຮັບສະໝັກເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງກໍໄດ້ລົງໂຄສະນາຫາ ສຽງພົບປະຜູ້ມີສິດເລືອກຕັ້ງໃນ ຂອບເຂດທົ່ວປະເທດ ຢ່າງເປັນ ຂະບວນ. ຂະນະດຽວກັນປະຊາຊົນ ກໍຄື ຜູ້ມີສິດເລືອກຕັ້ງຕ່າງກໍມີ ເປົ້າໝາຍຈະເລືອກເອົາ ສສຊ ແລະ ສສຂ ທີ່ມີຄວາມຮູ້, ຄວາມສາມາດ ກ້າສະແດງທັດສະນະຂອງຕົນເອງ ແລະ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງ ແທ້ຈິງ. ທ່ານ ຄຳສິງ ລັດຕະນະ ອາຍຸ 73 ປີ ປະຊາຊົນບ້ານໜອງທາ ເໜືອ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 13 ກຸມພາ 2026 ວ່າ: ຕົນເອງແມ່ນຮູ້ສຶກຕື່ນເຕັ້ນທີ່ຈະ ໄດ້ໃຊ້ສິດເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ຊຸດໃໝ່ ໂດຍມີ ເປົ້າໝາຍຈະເລືອກເອົາ ສສຊ ຄົນ ທີ່ມີຄວາມຮູ້, ຄວາມສາມາດ, ກ້າ ປາກກ້າເວົ້າ, ກ້າສະແດງທັດສະນະ ຂອງຕົນເອງ ກໍຄື ກ້ານຳເອົາຄວາມ ຄິດເຫັນຂອງພໍ່-ແມ່ປະຊາຊົນໄປ ສະເໜີຕໍ່ສະພາແຫ່ງຊາດ ເພື່ອນຳ ໄປສູ່ການປັບປຸງແກ້ໄຂບັນຫາ ຕ່າງໆທີ່ເກີດຂຶ້ນໃນສັງຄົມ ກໍຄື ບັນດາປະກົດການຕ່າງໆເປັນຕົ້ນ ບັນຫານໍ້າປະປາມາບໍ່ປົກກະຕິ, ປັບ ປຸງລະບົບໄຟຟ້າໃຫ້ມີຄວາມສະ ຖຽນຂຶ້ນກວ່າເກົ່າ ໂດຍສະເພາະ ໃນເວລາຝົນຕົກ, ຟ້າຮອງໄຟຟ້າມັກ ຈະດັບ. ພ້ອມນີ້, ໄລະຍະລະດູຮ້ອນ ການໃຊ້ໄຟຟ້າຢູ່ແຕ່ລະບ້ານຈະຕ້ອງ ເພີ່ມຂຶ້ນ ສະນັ້ນ, ຕ້ອງຮັບປະກັນ ໃຫ້ລະບົບໄຟຟ້າພຽງພໍກັບການຊົມ ໃຊ້, ປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ຖືກລົງ; ສະເໜີໃຫ້ ສສຊ ແລະ ສສຂ ຊຸດໃໝ່ ສະເໜີຕໍ່ລັດຖະບານ ສືບຕໍ່່ປັບປຸງການຈາລະຈອນໃນ ຊົ່ວໂມງເລັ່ງດ່ວນບໍ່ໃຫ້ລົດແອອັດ, ເລັ່ງແກ້ໄຂບັນຫາຄວາມສະອາດ ພາຍໃນຕົວເມືອງນະຄອນຫລວງ ໂດຍສະເພາະບັນຫາຂີ້ເຫຍື້ອ. ທ່ານ ຄຳສິງ ລັດຕະນະ ຍັງ ໃຫ້ຮູ້ອີກວ່າ: ເພື່ອຮັບປະກັນໃຫ້ ບັ້ນເລືອກຕັ້ງຄັ້ງນີ້, ບັນລຸຕາມ ຄາດໝາຍຕົນເອງກໍໄດ້ບອກລູກ, ບອກຫລານທີ່ມີອາຍຸແຕ່ 18 ປີ ຂຶ້ນໄປໃຫ້ອອກມາໃຊ້ສິດຂອງຕົນ ປ່ອນບັດເອົາຜູ້ແທນທີ່ໄດ້ມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອໄປ ເຮັດໜ້າທີ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢູ່ໃນ ສະພາ. ວ່າ: ຕົນເອງມີຄວາມພາກພູມໃຈທີ່ ໄດ້ຮັບຄວາມໄວ້ວາງໃຈຈາກການ ຈັດຕັ້ງໃຫ້ລົງສະໝັກຮັບເລືອກຕັ້ງ ໃນຄັ້ງນີ້ ຖືເປັນໜ້າທີ່ອັນມີກຽດ ແລະ ເປັນສິ່ງທ້າທາຍໃໝ່ ທີ່ຈະໄດ້ ນຳເອົາຄວາມຮູ້ຄວາມສາມາດທີ່ ຖອດຖອນໄດ້ຈາກຫລາຍຂະແໜງ ການ ມາປະກອບສ່ວນເຂົ້າໃນວຽກ ງານສະພາ ເພື່ອສ້າງສາພັດທະນາ ປະເທດຊາດໃຫ້ກ້າວໜ້າ. ພ້ອມນີ້, ກໍ ຈະໄດ້ເອົາໃຈໃສ່ວຽກງານກວດກາ, ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດ ທະນາ ແລະ ການລົງທຶນຕ່າງໆ ໃຫ້ມີປະສິດທິພາບ, ການແກ້ໄຂບັນ ຫາເປັນຕົວແທນໃນການຮັບຟັງ ແລະ ຊ່ວຍແກ້ໄຂຂໍ້ຂ້ອງໃຈຂອງ ປະຊາຊົນ, ທັງເປັນຂົວຕໍ່ສົ່ງສຽງ ສະທ້ອນ ແລະ ຄວາມຕ້ອງການ ຂອງພໍ່ແມ່ປະຊາຊົນໄປຍັງລັດຖະ ບານ ແລະ ສະພາແຫ່ງຊາດຢ່າງ ເປັນຮູບປະທຳ. ໃນຕອນທ້າຍ ທ່ານ ກິແກ້ວ ບຸບຜາວັນ ໄດ້ຝາກເຖິງພໍ່ແມ່ປະຊາ ຊົນຊາວນະຄອນຫລວງວຽງຈັນ ໃຫ້ຊ່ວຍພິຈາລະນາເລືອກເອົາຜູ້ທີ່ ມີຄວາມຮູ້ ແລະ ປະສົບການເຂົ້າ ໄປເຮັດໜ້າທີ່ໃນສະພາ, ໃນນາມ ຕົວແທນຈາກຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຂ້າພະເຈົ້າ ໝາຍເລກ 8 ຂໍຝາກເນື້ອຝາກຕົວ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບ ຄວາມໄວ້ວາງໃຈຈາກພໍ່ແມ່ພີ່ນ້ອງ ວ່າໄດ້ມີຄາດໝາຍວາງໄວ້ເປັນ ຕົ້ນຊຸດທີ່ຜ່ານມາວາງຄາດໝາຍ 300% ຊຸດນີ້ແມ່ນ 400% ຄື: 1. ປະຊາຊົນຜູ້ມີສິດເລືອກຕັ້ງໄປ ເລືອກຕັ້ງຄົບຈຳນວນ 100%, 2. ຜູ້ມີສິດເລືອກຕັ້ງຮູ້ນຳໃຊ້ສິດຕາມ ລະບຽບກົດໝາຍ ໂດຍສະເພາະ ແມ່ນກົດໝາຍການເລືອກຕັ້ງໃຫ້ ໄດ້ 100%, 3. ຮັບປະກັນຄວາມ ສະຫງົບປອດໄພໃຫ້ແກ່ການເລືອກ ຕັ້ງ 100% ແລະ 4. ການເລືອກ ຕັ້ງມີຄວາມໂປ່ງໃສ ແລະ ທັນເວລາ 100%. ສໍາລັບຈຸດພິເສດອັນທີ 1 ໃນການເລືອກຕັ້ງຄັ້ງນີ້ ແມ່ນ ການນຳເອົາຜູ້ສະໝັກຮັບເລືອກ ຕັ້ງເປັນຄົນໜຸ່ມ, ຜູ້ມີອາຍຸຮຸ່ນກາງ ຈຳນວນຫລາຍຂຶ້ນ, ສ່ວນຮຸ່ນອາວຸ ໂສ ກໍມີພຽງ 10-15%; ອັນທີ 2 ແມ່ນການທີ່ທາງສູນກາງພັກ ໃຫ້ຄວາມສຳຄັນແກ່ເພດຍິງລົງ ສູ່ເວທີການເມືອງ, ລົງເປັນຜູ້ສະ ໝັກຮັບເລືອກຕັ້ງ ເພື່ອໃຫ້ຜູ້ມີສິດ ປ່ອນບັດເລືອກຕັ້ງເລືອກເອົາໃຫ້ ໄດ້ 30% ຂຶ້ນໄປຂອງຈຳນວນ ຜູ້ສະໝັກທັງໝົດ. ນອກນັ້ນ, ຍັງ ແຕກຕ່າງຈາກຊຸດຜ່ານມາຍ້ອນວ່າ ໄດ້ມີການຕົກລົງເອົາການນຳຂັ້ນສູງ ຈຳນວນ 36 ທ່ານ ລົງສະໝັກຮັບ ເລືອກຕັ້ງ ໂດຍສະເພາະແມ່ນມີຂັ້ນ ກຳມະການກົມການເມືອງສູນກາງ ພັກ 4 ທ່ານ, ເລຂາທິການສູນກາງ ພັກ 1 ທ່ານ ແລະ ກໍາມະການສົມ ບູນ ແລະ ສຳຮອງສູນກາງພັກ ຈຳນວນ 31 ທ່ານ; ອັນພິເສດແມ່ນ ເປັນຄັ້ງທຳອິດທີ່ໃຫ້ບັນດາເລຂາພັກ ແຂວງລົງສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ແລະ ທັງ ຈະເປັນປະທານສະພາປະຊາຊົນຂັ້ນ ແຂວງ ໃນ 18 ເຂດເລືອກຕັ້ງທົ່ວ ປະເທດ. ຖືວ່າການເລືອກຕັ້ງຄັ້ງນີ້ ແມ່ນມີຫລາຍຈຸດພິເສດ ແລະ ມີອັນ ແຕກຕ່າງກັນໃນຊຸດຜ່ານມາ, ແຕ່ ສິ່ງຄ້າຍຄືກັນກໍແມ່ນການເຮັດໃຫ້ຜູ້ ມີສິດເລືອກຕັ້ງທັງໝົດສາມາດໄປ ໃຊ້ສິດປະຊາທິປະໄຕຂອງຕົນຕາມ ທີ່ລະບຽບກົດໝາຍວາງໄວ້. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຫວັງ ຢ່າງຍິ່ງວ່າ: ການເລືອກຕັ້ງຄັ້ງນີ້ ພວກເຮົາຈະສາມາດບັນລຸໄດ້ເປົ້າ ໝາຍ ແລະ ຄາດໝາຍທີ່ວາງໄວ້ ເພື່ອປະກອບສ່ວນເຮັດໃຫ້ປະເທດ ຊາດສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມໝັ້ນຄົງ, ທັງຫວັງວ່າບັນດາທ່ານຜູ້ມີສິດ ເລືອກຕັ້ງໃນທົ່ວປະເທດຈະຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນ ເພື່ອໄປນຳໃຊ້ສິດໃນວັນອາທິດ ທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ທົ່ວ ເຖິງກັນໃນທົ່ວປະເທດ. ໄດ້ເນັ້ນໜັກວ່າການຊ່ວຍເຫລືອ ສັງຄົມໃນຮູບແບບສ່ວນບຸກຄົນນັ້ນ ອາດຈະແກ້ໄຂບັນຫາໄດ້ພຽງໄລຍະ ສັ້ນ. ດັ່ງນັ້ນ, ທ່ານຈຶ່ງມີຄວາມຕັ້ງ ໃຈທີ່ຈະນຳເອົາບົດຮຽນຈາກການ ເປັນສະມາຊິກສະພາປະຊາຊົນ ນະຄອນຫລວງ (ສສນວ) ຢູ່ເຂດ ເມືອງໄຊເສດຖາ ໃນໄລຍະ 5 ປີ ຜ່ານມາ ມາຂະຫຍາຍຜົນໃນລະດັບ ຊາດ. “ຖ້າພວກເຮົາສາມາດແກ້ໄຂ ບັນຫາໃນລະດັບກົດໝາຍ ແລະ ລະດັບນະໂຍບາຍໄດ້ຈະສາມາດ ຊ່ວຍເຫລືອປະເທດຊາດ ແລະ ສັງ ຄົມໄດ້ໃນວົງກວ້າງ ແລະ ຍາວນານ. ທ່ານ ທະນົງໄຊ ຄຸດໄພທູນ ມີ ພື້ນຖານການສຶກສາທີ່ໂດດເດັ່ນທັງ ພາຍໃນ ແລະ ຕ່າງປະເທດ ໂດຍ ຈົບປະລິນຍາໂທສາຂາບໍລິຫານ ທຸລະກິດສາກົນຈາກມະຫາວິທະ ຍາໄລເບີມິງແຮມ ປະເທດອັງກິດ ແລະ ປັດຈຸບັນພກຳລັງສຶກສາຕໍ່ລະ ດັບປະລິນຍາເອກ ດ້ານບໍລິຫານ ທຸລະກິດລະຫວ່າງປະເທດ ດ້ວຍ ປະສົບການເຮັດວຽກທີ່ຍາວນານ ກວ່າຫລາຍກວ່າ 14 ປີ, ໄດ້ຜ່ານ ການດຳລົງຕຳແໜ່ງທີ່ສຳຄັນ ຫລາຍດ້ານ ເຊັ່ນ: ອະດີດພະນັກ ງານວິຊາການຢູ່ສຳນັກງານນາ ຍົກລັດຖະມົນຕີ, ປັດຈຸບັນດຳລົງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ ເປັນກຳມະການສຳຮອງສູນກາງ ພັກ, ກຳມະການປະຈຳພັກນະຄອນ ຫລວງວຽງຈັນ, ເລຂາໜ່ວຍພັກ ຮາກຖານຫົວໜ້າຫ້ອງການຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນນະຄອນຫລວງສະມາ ຊິກສະພາປະຊາຊົນ ນວ ທັງເປັນ ປະທານຄະນະບໍລິຫານງານສະຫະ ພັນກິລາໝາກເສິກນະຄອນຫລວງ. ຂ່າວ: ກິດຕາ ພາບ: ໜັງສືພິມວຽງຈັນໃໝ່ ຜູ້ມີສິດເລືອກຕັ້ງໃນນະຄອນຫລວງ ວຽງຈັນ. ປັດຈຸບັນ,ທ່ານກິແກ້ວບຸບຜາວັນ ດຳລົງຕຳແໜ່ງເປັນຮອງລັດຖະ ມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ພື້ນຖານການສຶກສາລະດັບປະລິນ ຍາໂທດ້ານການພົວພັນຕ່າງປະເທດ ຈາກສປຈີນແລະມີປະສົບການເຮັດ ວຽກທີ່ຫລາກຫລາຍທັງໃນຂົງເຂດ ການທູດຢູ່ກະຊວງການຕ່າງປະເທດ ແລະ ການລົງພັດທະນາຮາກຖານຢູ່ ທ້ອງຖິ່ນ (ແຂວງອຸດົມໄຊ) ເປັນ ເວລາຫລາຍປີ. ໃນໂອກາດນີ້, ທ່ານ ບຸນເກືອ ຈັນທະວີສຸກ ປະຊາຊົນບ້ານໜອງ ທາເໜືອ ກໍໄດ້ກ່າວວ່າ: ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງຄັ້ງນີ້, ແມ່ນເຫດການ ການເມືອງສໍາຄັນຂອງຊາດ ກໍຄື ລະບອບປະຊາທິປະໄຕປະຊາຊົນ ໃນນາມພົນລະເມືອງລາວຜູ້ໜຶ່ງມີ ຄວາມພາກພູມໃຈທີ່ຈະໄດ້ໃຊ້ສິດ ປະຊາທິປະໄຕເລືອກເອົາ ສສຊ ແລະ ສສຂ ຊຸດໃໝ່. ພ້ອມທັງສະ ເໜີໃຫ້ ສສຊ ແລະ ສສຂ ຊຸດໃໝ່ ສະເໜີຕໍ່ລັດຖະບານ ກໍຄື ພາກສ່ວນ ກ່ຽວຂ້ອງເລັ່ງແກ້ໄຂບັນຫາອັດຕາ ເງິນເຟີ້, ຄວບຄຸມລາຄາສິນຄ້າ, ລາ ຄາໄຟຟ້າ, ການປັບປຸງເສັ້ນທາງໃຫ້ ດີຂຶ້ນກວ່າເກົ່າ ແລະ ສະເໜີໃຫ້ບໍລິສັດ ຮັບເໝົາເກັບຂີ້ເຫຍື້ອ ກໍຄືພະນັກງານ ທີ່ມາເກັບຂີ້ເຫຍື້ອແຕ່ລະອາທິດໃຫ້ ມີຄວາມຮັບຜິດຊອບເກັບມ້ຽນໃຫ້ ສະອາດບໍ່ໃຫ້ຂີ້ເຫຍື້ອຊະຊາຍຕາມ ເສັ້ນທາງຮ່ອມຕ່າງໆ. ຂ່າວ: ກິດຕາ ເລືອກຕັ້ງ 3 ບ້ານ ແລະ 2 ອົງການ ຄື: ບ້ານນາໄຫ, ນາໄຮ່, ສາລາຄຳ ໃຕ້, ພະນັກງານສານ ແລະ ໄອຍະ ການເຂດ 4 ເຂົ້າຮ່ວມຮັບຟັງ. ການລົງສະເໜີຕົວຫາສຽງ ຂອງໜ່ວຍ 4 ຄັ້ງນີ້ ນໍາໂດຍທ່ານ ໄຊນະຄອນ ອິນທະວົງ (ເບີ 04) ຮອງເລຂາ ຄະນະພັກກະຊວງ, ຮອງ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ນະຄະເສນ ສີຫາລາດ (ເບີ 10) ກຳມະການ ພັກນະຄອນຫລວງວຽງຈັນ, ຄະນະ ປະຈໍາສະພາ, ຫົວໜ້າຫ້ອງວ່າການ ສະພາປະຊາຊົນນະຄອນຫລວງ ວຽງຈັນ, ທ່ານ ສອນໄຊ ສີສົມພັນ (ເບີ 14) ກຳມະການພັກນະຄອນ ຫລວງວຽງຈັນ, ຫົວໜ້າພະແນກ ວັດ ທະນະທຳ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ, ທ່ານ ນາງ ບົວລະພັນ ທິລະສັກ (ເບີ 22) ຮອງປະທານກວດກາພັກ, ຮອງປະທານອົງການກວດກາລັດ ນະຄອນຫລວງວຽງຈັນ ແລະ ທ່ານ ປະສາດໄຊ ພິລາພັນເດຊ (ເບີ 24) ຜູ້ອຳນວຍການບໍລິສັດລາວໂຕ ໂຍຕ້າ ບໍລິການ ຈຳກັດ. ຫລັງຈາກນັ້ນ, ແຕ່ລະທ່ານໄດ້ ຜັດປ່ຽນກັນສະເໜີຕົວເພື່ອໃຫ້ຜູ້ ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບ ເລືອກຕັ້ງ ເພື່ອເປັນບ່ອນອີງໃນການ ຄົ້ນຄວ້າ, ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນ ເຫັນວ່າມີມາດຕະຖານກວ່າໝູ່ ເພື່ອ ເປັນຕົວແທນຂອງຕົນປະຕິບັດສິດ ອຳນາດຂອງປະຊາຊົນຢູ່ສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ນວ. ພ້ອມກັນນີ້, ຍັງເປັນການສ້າງ ໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ພົບປະ ແລະ ແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ຕັດສິນໃຈເລືອກເອົາຜູ້ເໝາະສົມ ເປັນຕົວແທນຂອງຕົນຢູ່ໃນສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ. ພ້ອມກັນນີ້, ຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໜ່ວຍ ເລືອກຕັ້ງທີ 1 ໄດ້ລົງຫາສຽງຢູ່ວັດ ສິມມະໂນເໜືອ, ໜ່ວຍທີ 2 ຢູ່ວັດ ບ້ານສະຫວ່າງ, ໜ່ວຍທີ 3 ວັດ ບ້ານໜອງໄຮ ແລະ ໜ່ວຍທີ 5 ວັດ ທ່າພະ. ສຳລັບໃນວັນທີ 15 ກຸມພາ 2026 ຄະນະຜູ້ຮັບສະໝັກເລືອກຕັ້ງ ສສຊ ຍັງສືບຕໍ່ລົງຫາສຽງຢູ່ເມືອງ ຫາດຊາຍຟອງ. ໃນນັ້ນ, ໜ່ວຍທີ 1 ຢູ່ວັດດອນດູ່, ໜ່ວຍທີ 2 ວັດຫາດ ດອກແກ້ວ, ໜ່ວຍທີ 3 ວັດຫົວຫ້າ, ໜ່ວຍທີ 4 ວັດບ້ານໂຄກຊາຍ ແລະ ໜ່ວຍທີ 5 ວັດບ້ານຊຽງຄວນ.

16/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K dP,rh v,wx.-h ly fg]n vd8A 'gvq k ll-{ll0 r6 g[h p ,kpoy ' lqj 'glu ,xt-k-q ozt]y fdtly de c[[pn opq '{lh k'7;k,\A o7q 'fh kolt[P'vksko ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໄດ້ນຳສະເໜີໄປກ່ຽວ ກັບສິດ ແລະ ໜ້າທີ່ ຂອງຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ, ການກຳນົດວັນເວລາເລືອກຕັ້ງ ແລະ ລະບຽບການປ່ອນບັດເລືອກ ຕັ້ງ ຊຶ່ງມາໃນສະບັບນີ້ຂໍສືບຕໍ່ນຳ ສະເໜີ ຄຳຖາມ-ຄຳຕອບ ກ່ຽວກັບ ການເລືອກຕັ້ງແທນ ແລະ ຂໍ້ຫ້າມ ສຳລັບການເລືອກຕັ້ງ ມີດັ່ງນີ້: ຄໍາຖາມ 16: ການເລືອກຕັ້ງໍືັ້ ແທນ ມີແນວໃດ?ີ ຕອບ: ການເລືອກຕັ້ງແທນ ຈະ ໄດ້ຈັດຂຶ້ນ ເມື່ອສະມາຊິກສະພາ ໃນເຂດເລືອກຕັ້ງໃດໜຶ່ງຫາກ ຫລຸດລົງຕາມກໍລະນີທີ່ໄດ້ກໍານົດ ໄວ້ໃນມາດຕາ 32 ຂອງກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ ແລະ ມາດຕາ 31 ຂອງກົດໝາຍວ່າດ້ວຍ ຂປລ. ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ປະຕິບັດແຜນພັດທະນາ ຊຸມຊົນ ແລະ ຄວາມໝັ້ນຄົງໃນ ການດໍາລົງຊີວິດໃຫ້ແກ່ປະຊາຊົນ ໃນເຂດໂຄງການຫ້ວຍຊາຍ ເມືອງ ລ້ອງແຈ້ງ ແລະ ໂຄງການພູຄໍາ ກໍຄື ປະຊາຊົນເຂດບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງ ໄຊສົມບູນ ໂດຍສະເພາະແມ່ນ ດ້ານກະສິກໍາ ບໍລິສັດໄດ້ສົ່ງເສີມ ໃຫ້ປະຊາຊົນຜະລິດກະສິກໍາແບບ ຍືນຍົງ ແລະ ສ້າງຄວາມໝັ້ນຄົງ ດ້ານສະບຽງອາຫານ ດ້ວຍການ ສະໜອງທຶນ, ແນວພັນພືດ, ເຕັກນິກ ການຜະລິດ ແລະ ເກັບຊື້ຜົນຜະລິດ ຈາກປະຊາຊົນ. ທ່ານ ບົວໃສ ລາດສະກຸນໄທ ພະນັກງານຮັບຜິດຊອບໂຄງການ ການສຶກສາ ພະແນກພັດທະນາ ຊຸມຊົນ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ dkog]n vd8A 'cmo c]t 0= sh k, le]a [dkog]n vd8A ' ສະພາປະຊາຊົນຂັ້ນແຂວງ. ການ ເລືອກຕັ້ງແທນຈະດໍາເນີນໄດ້ກໍຕໍ່ ເມື່ອອາຍຸການຂອງສະພາຊຸດນັ້ນ ຍັງເຫລືອຢ່າງໜ້ອຍສອງປີ ນັບແຕ່ ວັນທີ່ສະມາຊິກສະພາເຂດເລືອກຕັ້ງ ນັ້ນຫລຸດລົງ. ໃນກໍລະນີຈໍາເປັນ ຫາກສະມາ ຊິກສະພາຊຸດນັ້ນຫລຸດລົງ ຊຶ່ງກະທົບ ຕໍ່ການປະຕິບັດ ສິດ ແລະ ໜ້າທີ່ ຂອງສະພາມອບໃຫ້ຄະນະປະຈໍາ ສະພາເປັນຜູ້ພິຈາລະນາຕາມຄວາມ ເໝາະສົມ. ການເລືອກຕັ້ງແທນ ສະມາຊິກສະພາ ມີ ສອງວິທີ ໂດຍ ແມ່ນຄະນະປະຈໍາສະພາ ເປັນຜູ້ ຕົກລົງ ດັ່ງນີ້: 1. ວິທີທົ່ວໄປ: ຄະນະປະຈໍາ ສະພາທີ່ກ່ຽວຂ້ອງ ເປັນຜູ້ຕົກລົງ ແຕ່ງຕັ້ງຄະນະກໍາມະການເລືອກ ແລະ ກໍານົດວັນເວລາເລືອກຕັ້ງ ແທນ. ການດໍາເນີນການເລືອກຕັ້ງ ແທນຕາມວິທີທົ່ວໄປໃຫ້ປະຕິບັດ ຕາມກົດໝາຍສະບັບນີ້. 2. ວິທີສະເພາະຄະນະປະຈໍາ ສະພາທີ່ກ່ຽວຂ້ອງ ເປັນຜູ້ເລືອກເອົາ ຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບ ຄະແນນສຽງຫລາຍ ຖັດຈາກຜູ້ໄດ້ ຮັບເລືອກຕັ້ງເປັນສະມາຊິກສະພາ ທີ່ກ່ຽວຂ້ອງ ໃນເຂດເລືອກຕັ້ງນັ້ນ ເປັນຜູ້ໄດ້ຮັບການເລືອກຕັ້ງແທນ ແລ້ວລາຍງານຕໍ່ກອງປະຊຸມສະພາ. ຄໍາຖາມ 17: ຂໍ້ຫາມ ສໍາລັບໍໍ້ໍັ ການເລືອກຕັ້ງ ມີແນວໃດ?ືັ້ີ ຕອບ: ຂໍ້ຫ້າມສໍາລັບການເລືອກ ຕັ້ງ ມີດັ່ງນີ້: 1.ຂໍ້ຫ້າມ ສໍາລັບຜູ້ມີສິດເລືອກ ຕັ້ງ ມີ: 1) ບິດເບືອນແນວທາງນະໂຍ ບາຍ ແລະ ຄວາມເປັນຈິງກ່ຽວກັບ ການເລືອກຕັ້ງ. 2) ໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມຜູ້ສະໝັກຮັບເລືອກຕັ້ງ. 3) ປັ່ນປ່ວນ, ສ້າງສະຖານະ ການກໍ່ຄວາມບໍ່ສະຫງົບໃນໜ່ວຍ ເລືອກຕັ້ງ. 4) ແຊກແຊງ ການຂີດບັດລົງ ຄະແນນສຽງຂອງຜູ້ອື່ນ ຫລື ທໍາ ລາຍບັດເລືອກຕັ້ງ. 5) ຂີດບັດລົງຄະແນນສຽງ ຂອງຕົນ ແບບຊະຊາຍ ຫລືບໍ່ ຖືກຕ້ອງຕາມລະບຽບການ. 6) ເປີດເຜີຍ, ເຜີຍແຜ່ເອກະສານ ກ່ຽວກັບວຽກງານເລືອກຕັ້ງ ທີ່ຍັງບໍ່ ເປັນທາງການລົງພາຫະນະສື່ມວນ ຊົນ. 7) ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. 2. ຂໍ້ຫ້າມ ສໍາລັບຜູ້ສະໝັກຮັບ ເລືອກຕັ້ງ ມີ: 1) ໂຄສະນາ ໃສ່ຮ້າຍປ້າຍສີ, ທັບຖົມຜູ້ສະໝັກຮັບເລືອກຕັ້ງດ້ວຍ ກັນ. 2)ໃຫ້ສິນບົນ,ຊື້ຈ້າງ,ຈອບອອຍ ຜູ້ມີສິດເລືອກຕັ້ງ ດ້ວຍຮູບການ ຕ່າງໆ. 3) ໂຄສະນາຫາສຽງ ໃນວັນ ເລືອກຕັ້ງ. 4) ເຂົ້າຫຍຸ້ງກ່ຽວການນັບບັດ ລົງຄະແນນສຽງຂອງຄະນະຮັບຜິດ ຊອບໜ້ວຍປ່ອນບັດເລືອກຕັ້ງ. 5) ເປີດເຜີຍ, ເຜີຍແຜ່ເອກະສານ ກ່ຽວກັບວຽກງານເລືອກຕັ້ງ ທີ່ຍັງ ບໍ່ເປັນທາງການລົງພາຫະນະສື່ ມວນຊົນ. 6) ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. 3 . ຂໍ້ຫ້າມ ສໍາລັບຄະນະ ກໍາມະການເລືອກຕັ້ງ ແລະ ຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ ມີ: 1) ລໍາອຽງ, ເຂົ້າຂ້າງອອກຂາ ຜູ້ສະໝັກຮັບເລືອກຕັ້ງໃດໜຶ່ງ ເປັນ ຕົ້ນ ໃນເວລານັບບັດລົງຄະແນນ ສຽງ. 2) ໃສ່ຮ້າຍປ້າຍສີ, ທັບຖົມບົດ ບາດ ແລະ ຊື່ສຽງຂອງຜູ້ສະໝັກຮັບ ເລືອກຕັ້ງໃດໜຶ່ງ. 3) ເມີນເສີຍຕໍ່ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເປັນ ຕົ້ນ ການຄຸ້ມຄອງງົບປະມານ, ອຸປະ ກອນຮັບໃຊ້ການເລືອກຕັ້ງ. 4) ຮັບ ຫລື ໃຫ້ສິນບົນ ຈາກຜູ້ມີ ສິດເລືອກຕັ້ງ ເເລະ ຜູ້ສະໝັກຮັບ ເລືອກຕັ້ງ. 5) ຂີດບັດແທນຜູ້ມີສິດເລືອກ ຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ ເຈົ້າຂອງບັດ. 6) ລະເມີດກໍານົດເວລາປ່ອນ ບັດເລືອກຕັ້ງ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 34 ຂອງກົດໝາຍ ສະບັບນີ້. 7) ເປີດເຜີຍ, ເຜີຍແຜ່ເອກະສານ ກ່ຽວກັບວຽກງານເລືອກຕັ້ງ ທີ່ຍັງ ບໍ່ເປັນທາງການລົງພາຫະນະສື່ ມວນຊົນ. 8) ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. 4. ຂໍ້ຫ້າມ ສໍາລັບບຸກຄົນ, ນິຕິ ບຸກຄົນ ແລະ ການຈັດຕັ້ງອື່ນ ມີ: 1) ຂັດຂວາງຜູ້ອື່ນບໍ່ໃຫ້ເຂົ້າ ຮ່ວມການເລືອກຕັ້ງ. 2) ເຂົ້າໄປຫຍຸ້ງກ່ຽວໃນເວລາຜູ້ ມີສິດເລືອກຕັ້ງດໍາເນີນການຂີດບັດ. 3) ໂຄສະນາຫາສຽງ ໃຫ້ຜູ້ສະ ໝັກຮັບເລືອກຕັ້ງໃດໜຶ່ງໃນວັນ ເລືອກຕັ້ງ ແລະ ເວລາດໍາເນີນການ ປ່ອນບັດ. 4) ກໍ່ຄວາມວຸ້ນວາຍ ໃນການ ດໍາເນີນການເລືອກຕັ້ງ ອັນເປັນການ ລະເມີດກົດໝາຍ ແລະ ລະບຽບ ການ. 5) ຍຸແຍ່, ຊວນເຊື່ອ ໃຫ້ຜູ້ສະໝັກ ຮັບເລືອກຕັ້ງ ໃນເຂດດຽວກັນນັ້ນ ມີ ຄວາມເຂົ້າໃຈຜິດ ຊຶ່ງກັນ ແລະ ກັນ. 6) ໃຫ້ຫລືຮັບສິນບົນ ຫລືການ ຊື້ຈ້າງ, ຈອບອອຍ ຈາກຜູ້ສະໝັກຮັບ ເລືອກຕັ້ງດ້ວຍຮູບການຕ່າງໆ. 7) ເປີດເຜີຍ, ເຜີຍແຜ່ເອກະ ສານກ່ຽວກັບວຽກງານເລືອກຕັ້ງ ທີ່ ຍັງບໍ່ເປັນທາງການລົງພາຫະນະສື່ ມວນຊົນ. 8) ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. ຂປລ. ປັດຈຸບັນ, ໃນຂອບເຂດ ທົ່ວປະເທດ ກໍຄື ເຂດເລືອກຕັ້ງແຕ່ ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ຫາເຂດເລືອກຕັ້ງທີ 18 ບັນດາຜູ້ຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ລ້ວນແຕ່ໄດ້ເຄື່ອນໄຫວໂຄສະນາຫາ ສຽງໃຫ້ແກ່ຜູ້ມີສິດເລືອກຕັ້ງຢ່າງ ຟົດຟື້ນ. ຂະນະທີ່ປະຊາຊົນຜູ້ມີສິດ ເລືອກຕັ້ງຕ່າງກໍກຽມຈິດກຽມໃຈໄປ ໃຊ້ສິດໃນການເລືອກຕັ້ງເອົາຜູ້ແທນ ຂອງຕົນ ໃນວັນທີ 22 ກຸມພາ ທີ່ຈະ ມາເຖິງນີ້ ໃຫ້ບັນລຸຕາມຄາດໝາຍ ເອົາທີ່ວາງໄວ້. ທ່ານ ຄຳສະວົງ ທຳມະວົງສາ ຮອງນາຍບ້ານດອນໜູນ ເມືອງໄຊ ທານີ ນະຄອນຫລວງວຽງຈັນ ໄດ້ ໃຫ້ສຳພາດໃນໂອກາດຜູ້ຮັບເລືອກ ຕັ້ງເປັນ ສສຊ ທີ່ວັດປ່າບ້ານດອນ ໜູນໃນວັນທີ 13 ກຸມພາ 2026 ວ່າ: ປັດຈຸບັນ, ບ້ານດອນໜູນແມ່ນ ມີຄວາມພ້ອມແລ້ວໃນບັ້ນເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ໂດຍສະເພາະ ແມ່ນສຳເລັດເກັບກຳຈຳນວນຜູ້ມີ ສິດເລືອກຕັ້ງ, ນອກຈາກນີ້ ກໍໄດ້ ແບ່ງອອກເປັນ 3 ໜ່ວຍເລືອກຕັ້ງ. ພ້ອມທັງໄດ້ມີການປຸກລະດົມພໍ່ແມ່ ປະຊາຊົນພາຍໃນບ້ານຕື່ນຕົວໄປ ໃຊ້ສິດຂອງຕົນໃນວັນດັ່ງກ່າວ ດ້ວຍ ການໂຄສະນາປະຊາສຳພັນທາງ ໂທລະໂຄ່ງໃນແຕ່ລະເຊົ້າ ເພື່ອໃຫ້ ປະ ຊາຊົນຮັບຊາບໃນການປ່ອນບັດ ຄັ້ງນີ້ ແລະ ເອົາໃຈໃສ່ເລືອກຜູ້ແທນ ທີ່ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການມາເປັນຕົວແທນຂອງ ປະຊາຊົນ ແລະ ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ. ພ້ອມກັນນີ້, ທ່ານ ສົມສະນິດ ດວງມະໂນ ປະຊາຊົນບ້ານດອນ ໜູນ ກໍໄດ້ໃຫ້ສຳພາດວ່າ: ຕົນເອງ ມີຄວາມຮູ້ສຶກພາກພູມໃຈທີ່ຈະໄດ້ ມາໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ທີ່ຈະມາເຖິງນີ້ ຊຶ່ງບັນດາຜູ້ຮັບສະໝັກເລືອກຕັ້ງທຸກ ທ່ານລ້ວນແຕ່ມີຜູ້ທີ່ມີຜົນງານ ແລະ ປະສົບການຫລາຍ ໂດຍສະແດງ ອອກໃນເວລາທີ່ເພິ່ນລົງມາຫາ ສຽງ ແລະ ເລົ່າປະຫວັດໂດຍຫຍໍ້ໃນ ແຕ່ລະໄລຍະ. ດັ່ງນັ້ນ, ຂໍເຊີນຊວນ ປະຊາຊົນຜູ້ມີອາຍຸ 18 ປີຂຶ້ນໄປ ຈົ່ງໄປໃຊ້ສິດເລືອກຕັ້ງເອົາ ສສຊສສຂ ທີ່ຕົນເຫັນວ່າຈະສາມາດເປັນ ຕົວແທນ, ເປັນຂົວຕໍ່ໃນການນຳເອົາ ບັນຫາຂອງປະຊາຊົນໄປສະເໜີໃນ ກອງປະຊຸມສະພາໃນແຕ່ລະເທື່ອ ເພື່ອໃຫ້ຄຳຮ້ອງທຸກ ກໍຄື ບັນຫາ ຕ່າງໆທີ່ສະເໜີໄປຖືກແກ້ໄຂຢ່າງ ເປັນຮູບປະທຳ. ທ່ານ ນາງ ຈັນສະໝອນ ປັນຍາ ສິລິດ ຫົວໜ້າໜ່ວຍ 4 ບ້ານດອນໜູນ ກໍໃຫ້ສຳພາດວ່າ: ປີນີ້ ກໍແມ່ນ ອີກປີ ໜຶ່ງທີ່ມີຄວາມສຳຄັນຫລາຍ ເນື່ອງ ຈາກທົ່ວປະເທດຈະໄດ້ມີການປ່ອນ ບັດເລືອກຕັ້ງເອົາສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ກໍມີຄວາມພາກພູມໃຈທີ່ຈະ ໄດ້ໄປໃຊ້ ສິດເລືອກເອົາຜູ້ແທນທີ່ມີ ຄວາມຮູ້, ຄວາມສາມາດມາເປັນ ຕົວແທນຂອງປະຊາຊົນໄປນັ່ງໃນ ສະພາ ທັງເປັນຫ່ວງຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ, ມີວິໄສທັດ ໃນການພັດທະນາປະເທດ ກໍຄື ພັດ ທະນາດ້ານ ຊີວິດການເປັນຂອງ ປະຊາຊົນໃຫ້ນັບມື້ດີຂຶ້ນ. ໃນນາມ ຕົນເປັນຫົວໜ້າໜ່ວຍ ກໍຈະເອົາໃຈ ໃສ່ປຸກລະດົມລູກໜ່ວຍຂອງຕົນ ມາປ່ອນບັດເລືອກເອົາ ສສຊ ແລະ ສສຂ ຄັ້ງນີ້ຢ່າງເປັນຂະບວນຟົດ ຟື້ນ. ໂດຍ:ຢ່າຕົ່ງ ພາບ: ຂັນໄຊ h ໃນວັນທີ 10 ກຸມພາ 2026 ວ່າ: ແຜນພັດທະນາຊຸມຊົນ ແລະ ຄວາມ ໝັ້ນຄົງໃນການດໍາລົງຊີວິດໃຫ້ແກ່ ປະຊາຊົນ ຂອງບໍລິສັດ ປະກອບ ມີ 6 ດ້ານສໍາຄັນຄື: ດ້ານກະສິກຳ, ດ້ານການສຶກສາ, ສາທາລະນະ ສຸກ, ວຽກງານພື້ນຖານໂຄງລ່າງ, ວຽກງານກອງທຶນບ້ານ ແລະ ສ້າງ ຄວາມເຂັ້ມແຂງ ໃຫ້ຊຸມຊົນທາງ ດ້ານວິຊາການ. ໃນນັ້ນ, ວຽກງານ ດ້ານກະສິກໍາ ແມ່ນເປັນວຽກຈຸດສຸມ ພົ້ນເດັ່ນ ທີ່ຊ່ວຍຫັນປ່ຽນຈາກການ ຜະລິດແບບພໍກຸ້ມກິນມາເປັນການ ຜະລິດເປັນສິນຄ້າສາມາດສ້າງລາຍ ຮັບໃຫ້ແກ່ປະຊາຊົນ. ທ່ານ ບົວໃສ ລາດສະກຸນໄທ ຍັງໃຫ້ຮູ້ອີກວ່າ: ໃນເມື່ອກ່ອນການ ປູກຝັງ-ລ້ຽງສັດ ຂອງປະຊາຊົນ ຢູ່ເຂດບ້ານນ້ຳໂມ້ ແມ່ນເຮັດແບບ ລັກສະນະຄອບຄົວ ເພື່ອບໍລິໂພກ ພາຍໃນເທົ່ານັ້ນ ແລະ ບໍ່ທັນມີລະ ບົບການຈຳໜ່າຍທີ່ແນ່ນອນ, ແຕ່ ພາຍຫລັງທີ່ໂຄງການພູເບ້ຍ ມາຍ ນິງ ເຂົ້າມາຊຸກຍູ້ສົ່ງເສີມ ດ້ວຍການ ສະໜັບສະໜູນຮອບດ້ານທຶນຮອນ, ເຕັກນິກການປູກ, ການສ້າງເຮືອນ ຮົ່ມ ແລະ ສະໜອງແນວພັນຜັກປະ ເພດຕ່າງໆ ເຊັ່ນ: ຜັກບົ່ວ, ຜັກກາດ ຊອມ, ໝາກແຕງ, ໝາກຖົ່ວ ແລະ ຜັກກະລໍາປີ. ພ້ອມນີ້, ບໍລິສັດ ພູເບ້ຍ ມາຍນິງ ຍັງໄດ້ຮັບຊື້ຜະລິດຕະພັນ ກະສິກໍາຈາກປະຊາຊົນໂດຍກົງ ເພື່ອສະໜອງເຂົ້າໃນເຮືອນຄົວຂອງ ໂຄງການ. ນອກນັ້ນ, ຍັງໄດ້ສົ່ງ ອອກຈໍາໜ່າຍຢູ່ຕະຫລາດພາຍໃນ ເມືອງ ແລະ ຕ່າງແຂວງຕື່ມອີກ. ຜ່ານການຊຸກຍູ້ສົ່ງເສີມດັ່ງກ່າວ, ເຫັນໄດ້ວ່າຊີວິດການເປັນຢູ່ຂອງ ປະຊາຊົນ ນັບມື້ດີຂຶ້ນຢ່າງຊັດເຈນ, ປັດຈຸບັນ ມີຄອບຄົວທີ່ເຂົ້າຮ່ວມ ໂຄງການຢູ່ບ້ານນ້ຳໂມ້ ແລະ ບ້ານ ນ້ຳຍອນ ເພີ່ມຂຶ້ນຈາກ 30-40 ຄອບຄົວ ມາເປັນ 70 ກວ່າຄອບຄົວ ຖືວ່າເປັນການຂະຫຍາຍຕົວທີ່ດີເມື່ອ ທຽບໃສ່ໄລຍະຜ່ານມາ; ປະຊາຊົນ ໄດ້ມີຄວາມຮູ້ດ້ານເຕັກນິກການປູກການລ້ຽງຫລາຍຂຶ້ນ ແລະ ທີ່ສໍາຄັນ ປະຊາຊົນສາມາດສ້າງລາຍຮັບເຂົ້າ ສູ່ຄອບຄົວຫລາຍຂຶ້ນ. ທ່ານ ນາງ ອ່ອນຄຳ ທັນນະວົງ ປະຊາຊົນ ບ້ານນໍ້າໂມ້ ເມືອງອະນຸ ວົງ ກໍໄດ້ໃຫ້ສຳພາດວ່າ: ຕົນເອງ ກໍເປັນໜຶ່ງໃນຄອບຄົວທີ່ໄດ້ຮັບ ການສົ່ງເສີມດ້ານກະສິກໍາ ຈາກ ບໍລິສັດດັ່ງກ່າວດ້ວຍການສະໜອງ ທຶນຮອນ, ວັດຖຸ, ດ້ານເຕັກນິກ ການຜະລິດ ແລະ ຍັງໄດ້ເກັບຊື້ຜົນ ຜະລິດໃຫ້ປະຊາຊົນຕື່ມອີກ. ໃນໜຶ່ງ ອາທິດຕົນເອງຂາຍຜົນຜະລິດໃຫ້ ບໍລິສັດໄດ້ປະມານ 1.700.0001.800.000 ກີບ, ທຽບໃສ່ເມື່ອ ກ່ອນທີ່ຍັງບໍ່ໄດ້ຮັບການສົ່ງເສີມ ຈາກທາງບໍລິສັດ ແມ່ນມີຄວາມ ລຳບາກຫລາຍຢ່າງ, ແຕ່ພາຍຫລັງ ບໍລິສັດ ມາຊຸກຍູ້ສົ່ງເສີມໄດ້ເຮັດໃຫ້ ຄອບຄົວຕົນເອງນັບມື້ດີຂຶ້ນເປັນ ກ້າວໆ, ໄດ້ມີທຶນສົ່ງເສີມໃຫ້ລູກໄດ້ ເຂົ້າໂຮງຮຽນ, ມີອາຊີບຄົງທີ່ ແລະ ມີທຶນສະສົມໄວ້ໃຊ້ຈ່າຍໃນເວລາ ຈຳເປັນຕື່ມອີກ. ໂດຍ: ຈັນທະລອນ ພາບ: ສຸກທະວີ

RkJQdWJsaXNoZXIy MTc3MTYxMQ==