ສ.ອາເມລິກາ ອອກໜັງສືອະນຸຍາດ ສຳຫລວດ-ຂຸດຄົ້ນນ້ຳມັນ ຢູ່ ເວເນຊູເອລາ

15/02/2026 10:09
Email Print 142
ຂປລ ກະຊວງ ການເງິນ ສ.ອາເມລິກາ ໄດ້ອອກໜັງສືອະນຸຍາດລວມ ເພື່ອສ້າງ ເງື່ອນໄຂ ໃຫ້ແກ່ ການສຳຫລວດ ແລະ ຂຸດຄົ້ນນ້ຳມັນ ຢູ່ ເວເນຊູເອລາ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ: ວັນທີ 10 ກຸມພາ, ກະຊວງ ການເງິນ ສ.ອາເມລິກາ ໄດ້ອອກໜັງສືອະນຸຍາດລວມ ເພື່ອສ້າງ ເງື່ອນໄຂ ໃຫ້ແກ່ ການສຳຫລວດ ແລະ ຂຸດຄົ້ນນ້ຳມັນ ຢູ່ ເວເນຊູເອລາ.

       ໃນຂະນະທີ່ ສ.ອາເມລິກາ ພວມຄ່ອຍໆ ຜ່ອນຜັນ ບັນດາ ຄຳສັ່ງ ລົງໂທດ ຕໍ່ຂະແໜງ ພະລັງງານ ເວເນຊູເອລາ ນັບແຕ່ເມື່ອ ກອງກຳລັງໄດ້ຈັບຕົວທ່ານ ນິໂກລັສ ມາດູໂຣ ປະທານາທິບໍດີ ເວເນຊູເອລາ ໃນຕົ້ນເດືອນ ມັງກອນ 2026.ກ່ອນໜ້ານັ້ນ, ສ.ອາເມລິກາ ໄດ້ປະກາດ ໃຊ້ໜັງສື ອະນຸຍາດລວມ ທີ່ ອະນຸຍາດ ການສົ່ງອອກ, ເກັບຮັກສາ, ນຳເຂົ້າ ແລະ ຄ້າຂາຍ ນ້ຳມັນດິບ ຂອງ ເວເນຊູເອລາ.

        ຕາມກະຊວງ ການເງິນ ສ.ອາເມລິກາ ແລ້ວ, ໜັງສືອະນຸຍາດໃໝ່ ໄດ້ອະນຸຍາດ ການສະໜອງ ສິນຄ້າ, ເຕັກໂນໂລຊີ, ຊອບແວ ແລະ ການບໍລິການ ຈາກ ສ.ອາເມລິກາ ໃຫ້ແກ່ ບັນດາ ການເຄື່ອນໄຫວ ສຳຫລວດ, ພັດທະນາ ແລະ ຜະລິດນ້ຳມັນ ຢູ່ ເວເນຊູເອລາ. ອົງການຂໍ້ມູນ ພະລັງງານ ສ.ອາເມລິກາ (EIA) ຄາດຄະເນວ່າ ປະລິມານ ນ້ຳມັນດິບຂອງ ເວເນຊູເອລາ ອາດຈະເພີ່ມຂຶ້ນເຖິງ 20% ໃນຊຸມເດືອນ ທີ່ຈະມາເຖິງ ຖ້າຮັກສາໄດ້ເງື່ອນໄຂສະດວກ./

 

KPL

ຂ່າວອື່ນໆ

ads
ads

Top