ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ສັ່ງການ ໃຫ້ກະຊວງ ປ້ອງກັນ ປະເທດ ເຮັດຂໍ້ຕົກລົງ ຮັບຊື້ ກະແສໄຟຟ້າ ໃນປະລິມານ ທີ່ບໍ່ລະບຸ ຈາກໂຮງໄຟຟ້າ ພະລັງງານ ຖ່ານຫີນ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ສັ່ງການ ໃຫ້ກະຊວງ ປ້ອງກັນ ປະເທດ ເຮັດຂໍ້ຕົກລົງ ຮັບຊື້ ກະແສໄຟຟ້າ ໃນປະລິມານ ທີ່ບໍ່ລະບຸ ຈາກໂຮງໄຟຟ້າ ພະລັງງານ ຖ່ານຫີນ ຊຶ່ງຖືເປັນ ມາດຕະການ ຫລ້າສຸດ ຂອງ ທຳນຽບຂາວ ໃນການ ໃຫ້ຄວາມ ຊ່ວຍເຫລືອ ຂະແໜງ ອຸດສາ ຫະກຳຖ່ານຫີນ.
ນອກຈາກນີ້ ທ່ານ ໂດນັນ ທຣຳ ຍັງປະກາດວ່າ ກະຊວງ ພະລັງງານ ສ.ອາເມລິກາ ຈະໃຫ້ເງິນສະໜັບໜູນຈຳນວນ 175 ລ້ານໂດລາ ສະຫະລັດ ໃຫ້ແກ່ ໂຮງໄຟຟ້າ ຖ່ານຫີນ 6 ແຫ່ງ ໃນລັດເຄນທັກກີ, ລັດນອດແຄໂຣໄລນາ, ໂອໄຮໂອ, ລັດເວີຈີເນຍ ແລະ ເວສເວີຈີເນຍ ເພື່ອນຳໄປໃຊ້ ໃນການປັບປຸງ ໂຮງງານ.
ການເຄື່ອນໄຫວ ດັ່ງກ່າວ ໄດ້ດໍາເນີນຂຶ້ນ ໃນຂະນະທີ່ ບໍລິສັດ ສາທາລະນູປະໂພກຕ່າງໆ ໄດ້ເລີ່ມຫລຸດການ ໃຊ້ເຄື່ອງ ກຳເນີດ ໄຟຟ້າ ພະລັງງານ ຖ່ານຫີນ ເນື່ອງຈາກ ເປັນແຫລ່ງ ປ່ອຍແກັສ ກາກບອນດີອົກຊິເ ທີ່ ສົ່ງຜົນ ຕໍ່ພາວະໂລກຮ້ອນ. ຢ່າງໃດກໍ່ຕາມ ທ່ານໂດນັນ ທຣຳ ເຄີຍກ່າວວ່າ ພາວະໂລກຮ້ອນ ເປັນເລື່ອງ ຫລອກລວງ, ໄດ້ໃຫ້ຄຳໝັ້ນວ່າ ຈະເລັ່ງ ຂະຫຍາຍ ພື້ນຖານ ໂຄງລ່າງ ດ້ານພະລັງງານ ເພື່ອຮັບຮອງ ຄວາມຕ້ອງການ ໃຊ້ໄຟຟ້າ ທີ່ ເພີ່ມສູງຂຶ້ນ ຈາກ ເຕັກໂນໂລຊີ ປັນຍາປະດິດ (AI) ແລະ ສູນຂໍ້ມູນ./
KPL