ກຳປູເຈຍ ສັ່ງປິດສູນກຸ່ມສະແກມເມີ 190 ແຫ່ງ

15/02/2026 10:09
Email Print 107
ຂປລ ທາງການ ກຳປູເຈຍ ໄດ້ດຳເນີນການ ປິດສູນ ປະຕິບັດການ ຂອງ ກຸ່ມສະແກມເມີ ປະມານ 190 ແຫ່ງ ໃນໄລຍະ ຫລາຍອາທິດ ຜ່ານມາ , ຊຶ່ງເປັນສ່ວນໜຶ່ງ ຂອງ ການປະຕິບັດການ ກວາດລ້າງ ອາຊະຍະກຳ ຂ້າມຊາດ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເຈົ້າໜ້າທີ່ ລະດັບສູງ ຂອງ ກຳປູເຈຍ ເປີດເຜີຍວ່າ: ທາງການ ກຳປູເຈຍ ໄດ້ດຳເນີນການ ປິດສູນ ປະຕິບັດການ ຂອງ ກຸ່ມສະແກມເມີ ປະມານ 190 ແຫ່ງ ໃນໄລຍະ ຫລາຍອາທິດ ຜ່ານມາ , ຊຶ່ງເປັນສ່ວນໜຶ່ງ ຂອງ ການປະຕິບັດການ ກວາດລ້າງ ອາຊະຍະກຳ ຂ້າມຊາດ , ພ້ອມທັງ ເປີດໂອກາດ ໃຫ້ສື່ມວນຊົນ ເຂົ້າກວດກາພື້ນທີ່ ເພື່ອສະແດງ ຄວາມມຸ່ງໝັ້ນ ໃນການ ຈັດການ ກັບ ເຄືອຂ່າຍ ການປະຕິບັດການ ອັນຊັບຊ້ອນ ທີ່ມີເປົ້າໝາຍ ເປັນເຫຍື່ອ ທົ່ວໂລກ.

ການປະຕິບັດການ ກວາດລ້າງໃນຄັ້ງນີ້ ໄດ້ດໍາເນີນຂຶ້ນ ຕັ້ງແຕ່ ເມື່ອທ້າຍປີ ທີ່ຜ່ານມາ ສົ່ງຜົນໃຫ້ມີ ອາຊະຍະກຳລະດັບ ແກນນໍາຖືກຈັບກຸມ 173 ຄົນ ແລະ ມີການຊຸກຍູ້ແຮງງານ ຕ່າງປະເທດ ກັບຄືນ ປະເທດ 11.000 ຄົນ, ໂດຍມາດຕະການດັ່ງກ່າວ ຖືເປັນ ການເຄື່ອນໄຫວ ລະດັບ ນານາຊາດ ທີ່ ເຂັ້ມງວດທີ່ສຸດ. ນັບຈາກນັ້ນມາ ແຮງງານໃນກຸ່ມສະແກມເມີ ຫລາຍພັນຄົນ ຊຶ່ງໃນນັ້ນ ບາງສ່ວນ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ໄດ້ຖືກ ກັກຂັງ ສະພາບຮ້າຍແຮງ ລ້ວນແຕ່ ໄດ້ພາກັນ ຫລົບໜີ ອອກຈາກ ແຫລ່ງດັ່ງກ່າວ ເພື່ອຫາວິທີທາງ ກັບຄືນ ພູມລໍາເນົາ./

KPL

ຂ່າວອື່ນໆ

ads
ads

Top