ຂປລ
ໃນໂອກາດລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ທ່ານ ທະນົງໄຊ ຄຸດໄພທູນ ຜູ້ສະໝັກໝາຍເລກ 3 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 13 ກຸມພາ 2026 ວ່າ:
ຂປລ. ພາຍຫລັງໄດ້ຮັບຄວາມໄວ້ວາງໃຈຈາກພໍ່-ແມ່ປະຊາຊົນໃຫ້ເປັນສະມາຊິກສະພາແຫ່ງຊາດ ຕົນເອງຈະສຸມໃສ່ຈັດຕັ້ງປະຕິບັດ 3 ພາລະບົດບາດຫລັກຄື: ຈະປະກອບສ່ວນຢ່າງຕັ້ງໜ້າໃນການສ້າງ ແລະ ປັບປຸງກົດໝາຍເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງເສດຖະກິດ-ສັງຄົມ; ການຕົກລົງບັນຫາສຳຄັນຂອງຊາດ ເພ່ືອຜົນປະໂຫຍດສູງສຸດຂອງປະຊາຊົນ ແລະ ສຸມໃສ່ຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ເພື່ອຮັບປະກັນໃຫ້ການບໍລິຫານງານຂອງລັດຖະບານ ແລະ ອົງການຕຸລາການມີຄວາມໂປ່ງໃສ ແລະ ຍຸຕິທຳຍິ່ງໆຂຶ້ນ ໂດຍຈະຍຶດຖືຫລັກການເຮັດວຽກ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ເພື່ອເຮັດໃຫ້ວຽກງານຂອງສະພາແຫ່ງຊາດເຂົ້າເຖິງ ແລະ ຕິດພັນກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ໄດ້ຫລາຍທີ່ສຸດ.
ທ່ານ ທະນົງໄຊ ຄຸດໄພທູນ ໄດ້ເນັ້ນໜັກວ່າການຊ່ວຍເຫລືອສັງຄົມໃນຮູບແບບສ່ວນບຸກຄົນນ້ັນ ອາດຈະແກ້ໄຂບັນຫາໄດ້ພຽງໄລຍະສ້ັນ. ດ່ັງນ້ັນ, ທ່ານຈ່ຶງມີຄວາມຕ້ັງໃຈທີ່ຈະນຳເອົາບົດຮຽນຈາກການເປັນສະມາຊິກສະພາປະຊາຊົນນະຄອນຫລວງ (ສສນວ) ຢູ່ເຂດ ເມືອງໄຊເສດຖາ ໃນໄລຍະ 5 ປີ ຜ່ານມາ ມາຂະຫຍາຍຜົນໃນລະດັບຊາດ. “ຖ້າພວກເຮົາສາມາດແກ້ໄຂບັນຫາໃນລະດັບກົດໝາຍ ແລະ ລະດັບນະໂຍບາຍໄດ້ຈະສາມາດຊ່ວຍເຫລືອປະເທດຊາດ ແລະ ສັງຄົມໄດ້ໃນວົງກວ້າງ ແລະ ຍາວນານ. ທ່ານ ທະນົງໄຊ ຄຸດໄພທູນ ມີພື້ນຖານການສຶກສາທີ່ໂດດເດັ່ນທັງພາຍໃນ ແລະ ຕ່າງປະເທດ ໂດຍຈົບປະລິນຍາໂທສາຂາບໍລິຫານ ທຸລະກິດສາກົນຈາກມະຫາວິທະຍາໄລເບີມິງແຮມ ປະເທດອັງກິດ ແລະ ປັດຈຸບັນພກຳລັງສຶກສາຕ່ໍລະດັບປະລິນຍາເອກ ດ້ານບໍລິຫານທຸລະກິດລະຫວ່າງປະເທດ ດ້ວຍປະສົບການເຮັດວຽກທ່ີຍາວນານກວ່າຫລາຍກວ່າ 14 ປີ, ໄດ້ຜ່ານການດຳລົງຕຳແໜ່ງທີ່ສຳຄັນຫລາຍດ້ານ ເຊັ່ນ: ອະດີດພະນັກງານວິຊາການຢູ່ສຳນັກງານນາຍົກລັດຖະມົນຕີ, ປັດຈຸບັນດຳລົງຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບເປັນກຳມະການສຳຮອງສູນກາງພັກ, ກຳມະການປະຈຳພັກນະຄອນຫລວງວຽງຈັນ, ເລຂາໜ່ວຍພັກຮາກຖານຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນນະຄອນຫລວງສະມາຊິກສະພາປະຊາຊົນ ນວ ທັງເປັນ ປະທານຄະນະບໍລິຫານງານສະຫະພັນກິລາໝາກເສິກນະຄອນຫລວງ.
ຂ່າວ: ກິດຕາ
ພາບ: ໜັງສືພິມວຽງຈັນໃໝ່
KPL