ຂປລ
ສະຫະພາບ ເອີຣົບ (ອີຢູ) ໄດ້ນຳໃຊ້ບັນດາຂໍ້ກຳນົດໃໝ່ ຢ່າງເປັນທາງການ ຮຽກຮ້ອງໃຫ້ບັນດາວິສາຫະກິດຕິດສະແຕມ ຢ່າງ ຈະແຈ້ງ ສຳລັບ ເນື້ອໃນ ໂດຍປັນຍາປະດິດ (AI) ສ້າງຂຶ້ນ, ເພື່ອຊ່ວຍໃຫ້ຜູ້ນຳໃຊ້ງ່າຍ ໃນການຈຳແນກ ລະຫວ່າງ ເນື້ອໃນແທ້ ແລະ ເນື້ອໃນໂດຍ AI ສ້າງຂຶ້ນ ຫລື ດັດປັບ.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ນັບແຕ່ ວັນທີ 2 ສິງຫານີ້, ສະຫະພາບ ເອີຣົບ (ອີຢູ) ໄດ້ນຳໃຊ້ບັນດາຂໍ້ກຳນົດໃໝ່ ຢ່າງເປັນທາງການ ຮຽກຮ້ອງໃຫ້ບັນດາວິສາຫະກິດຕິດສະແຕມ ຢ່າງ ຈະແຈ້ງ ສຳລັບ ເນື້ອໃນ ໂດຍປັນຍາປະດິດ (AI) ສ້າງຂຶ້ນ, ເພື່ອຊ່ວຍໃຫ້ຜູ້ນຳໃຊ້ງ່າຍ ໃນການຈຳແນກ ລະຫວ່າງ ເນື້ອໃນແທ້ ແລະ ເນື້ອໃນໂດຍ AI ສ້າງຂຶ້ນ ຫລື ດັດປັບ. ຕາມຂໍ້ກຳນົດໃນກົດໝາຍ AI (AI Act), ບັນດາວິສາຫະກິດ ທີ່ພັດທະນາ ຫລື ຜັນຂະຫຍາຍລະບົບ AI ຕ້ອງແຈ້ງ ໃຫ້ຜູ້ນຳໃຊ້ກ່ອນທີ່ເຂົາເຈົ້າ ຈະມີການປະຕິກິລິຍາ ກະທົບກັບ chatbot AI ຫລື ພາບ, ຄຣິບ, ສຽງ ແລະ ເອກະສານໂດຍ AI ສ້າງ. ຂໍ້ກຳນົດກໍ່ຮຽກຮ້ອງ ໃຫ້ມີການແຈ້ງເມື່ອ AI ຈະນຳໃຊ້ເພື່ອລະບຸ ຫລື ສ້າງບັນດາເນື້ອໃນກ່ຽວຂ້ອງ ເຖິງຜົນປະໂຫຍດ ສາທາລະນະ ທີ່ບໍ່ມີການກວດຄືນ, ຮຽບຮຽງ ຂອງມະນຸດ. ບັນດາລະບົບ AI ທີ່ໄດ້ຜັນຂະຫຍາຍກ່ອນນີ້ ມີກຳນົດເວລາ ຮອດວັນທີ 2 ທັນວາ 2026 ເພື່ອສຳເລັດ ການປະຕິບັດຕາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL