ການເລືອກຕັ້ງຄັ້ງນີ້ ມີຫລາຍຈຸດພິເສດ ແລະ ມີອັນແຕກຕ່າງກັບຊຸດຜ່ານມາ

16/02/2026 10:47
ຂປລ ໂອກາດລົງເຄື່ອນໄຫວ ໂຄສະນາຫາສຽງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນເເຂວງ (ສສຂ) ຊຸດທີ V ໃນວັນທີ 14 ກຸມພາ 2026 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 13 ແຂວງສະຫວັນນະເຂດ ນ້ຳເບີ 1 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການໂຄສະນາຫາສຽງວ່າ:

      ຂປລ. ການເລືອກຕັ້ງຄັ້ງນີ້ມີຄວາມສຳຄັນ ຫລາຍເນື່ອງຈາກວ່າເປັນການ ເລືອກຕັ້ງໃນບັນຍາກາດທີ່ປະເທດ ເຮົາຫາກໍສຳເລັດການສະເຫລີມ ສະຫລອງ 3 ວັນປະຫວັດສາດ ໃນທ້າຍປີ 2025 ຜ່ານມາຄື: ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສຳລັບການເລືອກຕ້ັງ ສສຊ ແລະ ສສຂ ໃນຄ້ັງນ້ີ ເປັນເຫດການສຳຄັນ ແລະ ກໍເປັນວັນບຸນໃຫຍ່ຂອງຊາດໃນທົ່ວປະເທດ ຊຶ່ງມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈຳນວນ 243 ທ່ານ, ເລືອກເອົາ 175 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ມີຈຳນວນ 1.041 ທ່ານ, ເລືອກເອົາ 745 ທ່ານ. ສະເພາະເຂດເລືອກຕັ້ງທີ 13 ມີຜູ້ລົງສະໝັກຮັບເລືອກຕັ້ງ 28 ທ່ານ. ສະນັ້ນ, ໄດ້ມີການແບ່ງກັນເປັນສອງຄະນະໃນການລົງໂຄສະນາຫາສຽງ ຊຶ່ງມາຮອດວັນທີ 14 ກຸມພາ ນີ້, ຄະນະທີ 1 ກໍໄດ້ລົງຫາສຽງ ແລະ ສະເໜີຕົວແລ້ວ 9 ເມືອງ ແລະ ຍັງ ອີກ 5-6 ວັນ ກໍຈະສຳເລັດ ແລະ ຈະສິ້ນສຸດໃນວັນທີ 20 ກຸມພາ ຢູ່ນະຄອນໄກສອນພົມວິຫານ.

     ການເລືອກຕັ້ງສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນເເຂວງ (ສສຂ) ຊຸດທີ V ທຽບໃສ່ຄັ້ງຜ່ານມາແມ່ນມີຄວາມແຕກຕ່າງກັນເນື່ອງຈາກວ່າໄດ້ມີຄາດໝາຍວາງໄວ້ເປັນຕົ້ນຊຸດທີ່ຜ່ານມາວາງຄາດໝາຍ 300% ຊຸດນີ້ແມ່ນ 400% ຄື: 

1,ປະຊາຊົນຜູ້ມີສິດເລືອກຕັ້ງໄປເລືອກຕັ້ງຄົບຈຳນວນ 100%,

2. ຜູ້ມີສິດເລືອກຕັ້ງຮູ້ນຳໃຊ້ສິດຕາມລະບຽບກົດໝາຍ ໂດຍສະເພາະແມ່ນກົດໝາຍການເລືອກຕັ້ງໃຫ້ໄດ້ 100%,

3. ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕ້ັງ 100% ແລະ

4. ການເລືອກຕັ້ງມີຄວາມໂປ່ງໃສ ແລະ ທັນເວລາ 100%. ສໍາລັບຈຸດພິເສດອັນທີ 1 ໃນການເລືອກຕ້ັງຄ້ັງນ້ີ ແມ່ນການນຳເອົາຜູ້ສະໝັກຮັບເລືອກຕັ້ງເປັນຄົນໜຸ່ມ, ຜູ້ມີອາຍຸຮຸ່ນກາງຈຳນວນຫລາຍຂ້ຶນ, ສ່ວນຮຸ່ນອາວຸໂສ ກໍມີພຽງ 10-15%; ອັນທີ 2 ແມ່ນການທ່ີທາງສູນກາງພັກໃຫ້ຄວາມສຳຄັນແກ່ເພດຍິງລົງສູ່ເວທີການເມືອງ, ລົງເປັນຜູ້ສະໝັກຮັບເລືອກຕ້ັງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງເລືອກເອົາໃຫ້ໄດ້ 30% ຂ້ຶນໄປຂອງຈຳນວນຜູ້ສະໝັກທັງໝົດ.

    ນອກນ້ັນ, ຍັງ ແຕກຕ່າງຈາກຊຸດຜ່ານມາຍ້ອນວ່າໄດ້ມີການຕົກລົງເອົາການນຳຂັ້ນສູງ ຈຳນວນ 36 ທ່ານ ລົງສະໝັກຮັບເລືອກຕັ້ງ ໂດຍສະເພາະແມ່ນມີຂ້ັນກຳມະການກົມການເມືອງສູນກາງພັກ 4 ທ່ານ, ເລຂາທິການສູນກາງພັກ 1 ທ່ານ ແລະ ກໍາມະການສົມບູນ ແລະ ສຳຮອງສູນກາງພັກ ຈຳນວນ 31 ທ່ານ; ອັນພິເສດແມ່ນເປັນຄັ້ງທຳອິດທີ່ໃຫ້ບັນດາເລຂາພັກແຂວງລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ທັງຈະເປັນປະທານສະພາປະຊາຊົນຂັ້ນ ແຂວງ ໃນ 18 ເຂດເລືອກຕ້ັງທ່ົວປະເທດ. ຖືວ່າການເລືອກຕັ້ງຄັ້ງນ້ແມ່ນມີຫລາຍຈຸດພິເສດ ແລະ ມີອັນແຕກຕ່າງກັນໃນຊຸດຜ່ານມາ, ແຕ່ສິ່ງຄ້າຍຄືກັນກໍແມ່ນການເຮັດໃຫ້ຜູ້ມີສິດເລືອກຕ້ັງທັງໝົດສາມາດໄປໃຊ້ສິດປະຊາທິປະໄຕຂອງຕົນຕາມທີ່ລະບຽບກົດໝາຍວາງໄວ້.

      ໂອກາດນ້ີ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຫວັງ ຢ່າງຍ່ິງວ່າ: ການເລືອກຕ້ັງຄ້ັງນ້ີ ພວກເຮົາຈະສາມາດບັນລຸໄດ້ເປ້ົາໝາຍ ແລະ ຄາດໝາຍທ່ີວາງໄວ້ພ່ືອປະກອບສ່ວນເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມໝ້ັນຄົງ, ທັງຫວັງວ່າບັນດາທ່ານຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເພື່ອໄປນຳໃຊ້ສິດໃນວັນອາທິດ ທີ 22 ກຸມພາ ທີ່ຈະມາເຖິງນີ້ ໃຫ້ທົ່ວເຖິງກັນໃນທົ່ວປະເທດ.

KPL

ຂ່າວອື່ນໆ

ads
ads

Top