ຂປລ
ຂປລ. ປັດຈຸບັນ, ໃນຂອບເຂດທົ່ວປະເທດ ກໍຄື ເຂດເລືອກຕັ້ງແຕ່ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຫາເຂດເລືອກຕັ້ງທີ 18 ບັນດາຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ລ້ວນແຕ່ໄດ້ເຄື່ອນໄຫວໂຄສະນາຫາສຽງໃຫ້ແກ່ຜູ້ມີສິດເລືອກຕັ້ງຢ່າງຟົດຟື້ນ.

ຂປລ. ປັດຈຸບັນ, ໃນຂອບເຂດທົ່ວປະເທດ ກໍຄື ເຂດເລືອກຕັ້ງແຕ່ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຫາເຂດເລືອກຕັ້ງທີ 18 ບັນດາຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ລ້ວນແຕ່ໄດ້ເຄື່ອນໄຫວໂຄສະນາຫາສຽງໃຫ້ແກ່ຜູ້ມີສິດເລືອກຕັ້ງຢ່າງຟົດຟື້ນ. ຂະນະທີ່ປະຊາຊົນຜູ້ມີສິດເລືອກຕັ້ງຕ່າງກໍກຽມຈິດກຽມໃຈໄປໃຊ້ສິດໃນການເລືອກຕັ້ງເອົາຜູ້ແທນຂອງຕົນ ໃນວັນທີ 22 ກຸມພາ ທີ່ຈະມາເຖິງນີ້ ໃຫ້ບັນລຸຕາມຄາດໝາຍເອົາທີ່ວາງໄວ້.

ທ່ານ ຄຳສະວົງ ທຳມະວົງສາ ຮອງນາຍບ້ານດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດໃນໂອກາດຜູ້ຮັບເລືອກຕັ້ງເປັນ ສສຊ ທີ່ວັດປ່າບ້ານດອນໜູນໃນວັນທີ 13 ກຸມພາ 2026 ວ່າ: ປັດຈຸບັນ, ບ້ານດອນໜູນແມ່ນມີຄວາມພ້ອມແລ້ວໃນບັ້ນເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍສະເພາະແມ່ນສຳເລັດເກັບກຳຈຳນວນຜູ້ມີສິດເລືອກຕັ້ງ, ນອກຈາກນີ້ ກໍໄດ້ແບ່ງອອກເປັນ 3 ໜ່ວຍເລືອກຕັ້ງ. ພ້ອມທັງໄດ້ມີການປຸກລະດົມພໍ່ແມ່ປະຊາຊົນພາຍໃນບ້ານຕື່ນຕົວໄປໃຊ້ສິດຂອງຕົນໃນວັນດັ່ງກ່າວ ດ້ວຍການໂຄສະນາປະຊາສຳພັນທາງໂທລະໂຄ່ງໃນແຕ່ລະເຊົ້າ ເພື່ອໃຫ້ປະ ຊາຊົນຮັບຊາບໃນການປ່ອນບັດຄັ້ງນີ້ ແລະ ເອົາໃຈໃສ່ເລືອກຜູ້ແທນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການມາເປັນຕົວແທນຂອງປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ພ້ອມກັນນີ້, ທ່ານ ສົມສະນິດ ດວງມະໂນ ປະຊາຊົນບ້ານດອນໜູນ ກໍໄດ້ໃຫ້ສຳພາດວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈທີ່ຈະໄດ້ມາໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ທີ່ຈະມາເຖິງນີ້
ຊຶ່ງບັນດາຜູ້ຮັບສະໝັກເລືອກຕັ້ງທຸກທ່ານລ້ວນແຕ່ມີຜູ້ທີ່ມີຜົນງານ ແລະ ປະສົບການຫລາຍ ໂດຍສະແດງອອກໃນເວລາທີ່ເພິ່ນລົງມາຫາສຽງ ແລະ ເລົ່າປະຫວັດໂດຍຫຍໍ້ໃນແຕ່ລະໄລຍະ. ດັ່ງນັ້ນ, ຂໍເຊີນຊວນ ປະຊາຊົນຜູ້ມີອາຍຸ 18 ປີຂຶ້ນໄປ ຈົ່ງໄປໃຊ້ສິດເລືອກຕັ້ງເອົາ ສສຊ-ສສຂ ທີ່ຕົນເຫັນວ່າຈະສາມາດເປັນຕົວແທນ, ເປັນຂົວຕໍ່ໃນການນຳເອົາບັນຫາຂອງປະຊາຊົນໄປສະເໜີໃນກອງປະຊຸມສະພາໃນແຕ່ລະເທື່ອ ເພື່ອໃຫ້ຄຳຮ້ອງທຸກ ກໍຄື ບັນຫາຕ່າງໆທີ່ສະເໜີໄປຖືກແກ້ໄຂຢ່າງເປັນຮູບປະທຳ.

ທ່ານ ນາງ ຈັນສະໝອນ ປັນຍາສິລິດ ຫົວໜ້າໜ່ວຍ 4 ບ້ານດອນໜູນ ກໍໃຫ້ສຳພາດວ່າ: ປີນີ້ ກໍແມ່ນ ອີກປີໜຶ່ງທີ່ມີຄວາມສຳຄັນຫລາຍ ເນື່ອງຈາກທົ່ວປະເທດຈະໄດ້ມີການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ກໍມີຄວາມພາກພູມໃຈທີ່ຈະໄດ້ໄປໃຊ້ ສິດເລືອກເອົາຜູ້ແທນທີ່ມີຄວາມຮູ້, ຄວາມສາມາດມາເປັນຕົວແທນຂອງປະຊາຊົນໄປນັ່ງໃນສະພາ ທັງເປັນຫ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ມີວິໄສທັດໃນການພັດທະນາປະເທດ ກໍຄື ພັດ ທະນາດ້ານ ຊີວິດການເປັນຂອງປະຊາຊົນໃຫ້ນັບມື້ດີຂຶ້ນ. ໃນນາມຕົນເປັນຫົວໜ້າໜ່ວຍ ກໍຈະເອົາໃຈໃສ່ປຸກລະດົມລູກໜ່ວຍຂອງຕົນມາປ່ອນບັດເລືອກເອົາ ສສຊ ແລະ ສສຂ ຄັ້ງນີ້ຢ່າງເປັນຂະບວນຟົດຟື້ນ. ໂດຍ:ຢ່າຕົ່ງ ພາບ: ຂັນໄຊ
KPL