ຂປລ
ຂປລ. ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ປະຕິບັດແຜນພັດທະນາຊຸມຊົນ ແລະ ຄວາມໝັ້ນຄົງໃນການດໍາລົງຊີວິດໃຫ້ແກ່ປະຊາຊົນໃນເຂດໂຄງການຫ້ວຍຊາຍ ເມືອງລ້ອງແຈ້ງ ແລະ ໂຄງການພູຄໍາ ກໍຄື ປະຊາຊົນເຂດບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ໂດຍສະເພາະແມ່ນດ້ານກະສິກໍາ ບໍລິສັດໄດ້ສົ່ງເສີມໃຫ້ປະຊາຊົນຜະລິດກະສິກໍາແບບຍືນຍົງ ແລະ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ດ້ວຍການສະໜອງທຶນ, ແນວພັນພືດ, ເຕັກນິກການຜະລິດ ແລະ ເກັບຊື້ຜົນຜະລິດຈາກປະຊາຊົນ.

ຂປລ. ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ປະຕິບັດແຜນພັດທະນາຊຸມຊົນ ແລະ ຄວາມໝັ້ນຄົງໃນການດໍາລົງຊີວິດໃຫ້ແກ່ປະຊາຊົນໃນເຂດໂຄງການຫ້ວຍຊາຍ ເມືອງລ້ອງແຈ້ງ ແລະ ໂຄງການພູຄໍາ ກໍຄື ປະຊາຊົນເຂດບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ໂດຍສະເພາະແມ່ນດ້ານກະສິກໍາ ບໍລິສັດໄດ້ສົ່ງເສີມໃຫ້ປະຊາຊົນຜະລິດກະສິກໍາແບບຍືນຍົງ ແລະ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ດ້ວຍການສະໜອງທຶນ, ແນວພັນພືດ, ເຕັກນິກການຜະລິດ ແລະ ເກັບຊື້ຜົນຜະລິດຈາກປະຊາຊົນ.
ທ່ານ ບົວໃສ ລາດສະກຸນໄທ ພະນັກງານຮັບຜິດຊອບໂຄງການການສຶກສາ ພະແນກພັດທະນາຊຸມຊົນ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 10 ກຸມພາ 2026 ວ່າ: ແຜນພັດທະນາຊຸມຊົນ ແລະ ຄວາມໝັ້ນຄົງໃນການດໍາລົງຊີວິດໃຫ້ແກ່ປະຊາຊົນ ຂອງບໍລິສັດ ປະກອບມີ 6 ດ້ານສໍາຄັນຄື: ດ້ານກະສິກຳ, ດ້ານການສຶກສາ, ສາທາລະນະສຸກ, ວຽກງານພື້ນຖານໂຄງລ່າງ, ວຽກງານກອງທຶນບ້ານ ແລະ ສ້າງຄວາມເຂັ້ມແຂງ ໃຫ້ຊຸມຊົນທາງດ້ານວິຊາການ. ໃນນັ້ນ, ວຽກງານດ້ານກະສິກໍາ ແມ່ນເປັນວຽກຈຸດສຸມພົ້ນເດັ່ນ ທີ່ຊ່ວຍຫັນປ່ຽນຈາກການຜະລິດແບບພໍກຸ້ມກິນມາເປັນການຜະລິດເປັນສິນຄ້າສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ.

ທ່ານ ບົວໃສ ລາດສະກຸນໄທ ຍັງໃຫ້ຮູ້ອີກວ່າ: ໃນເມື່ອກ່ອນການປູກຝັງ-ລ້ຽງສັດ ຂອງປະຊາຊົນຢູ່ເຂດບ້ານນ້ຳໂມ້ ແມ່ນເຮັດແບບລັກສະນະຄອບຄົວ ເພື່ອບໍລິໂພກພາຍໃນເທົ່ານັ້ນ ແລະ ບໍ່ທັນມີລະ ບົບການຈຳໜ່າຍທີ່ແນ່ນອນ, ແຕ່ພາຍຫລັງທີ່ໂຄງການພູເບ້ຍ ມາຍນິງ ເຂົ້າມາຊຸກຍູ້ສົ່ງເສີມ ດ້ວຍການສະໜັບສະໜູນຮອບດ້ານທຶນຮອນ, ເຕັກນິກການປູກ, ການສ້າງເຮືອນຮົ່ມ ແລະ ສະໜອງແນວພັນຜັກປະເພດຕ່າງໆ ເຊັ່ນ: ຜັກບົ່ວ, ຜັກກາດຊອມ, ໝາກແຕງ, ໝາກຖົ່ວ ແລະ ຜັກກະລໍາປີ. ພ້ອມນີ້, ບໍລິສັດ ພູເບ້ຍ ມາຍນິງ ຍັງໄດ້ຮັບຊື້ຜະລິດຕະພັນກະສິກໍາຈາກປະຊາຊົນໂດຍກົງ ເພື່ອສະໜອງເຂົ້າໃນເຮືອນຄົວຂອງໂຄງການ. ນອກນັ້ນ, ຍັງໄດ້ສົ່ງອອກຈໍາໜ່າຍຢູ່ຕະຫລາດພາຍໃນເມືອງ ແລະ ຕ່າງແຂວງຕື່ມອີກ.
ຜ່ານການຊຸກຍູ້ສົ່ງເສີມດັ່ງກ່າວ, ເຫັນໄດ້ວ່າຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນຢ່າງຊັດເຈນ, ປັດຈຸບັນ ມີຄອບຄົວທີ່ເຂົ້າຮ່ວມໂຄງການຢູ່ບ້ານນ້ຳໂມ້ ແລະ ບ້ານນ້ຳຍອນ ເພີ່ມຂຶ້ນຈາກ 30-40 ຄອບຄົວ ມາເປັນ 70 ກວ່າຄອບຄົວ ຖືວ່າເປັນການຂະຫຍາຍຕົວທີ່ດີເມື່ອທຽບໃສ່ໄລຍະຜ່ານມາ; ປະຊາຊົນໄດ້ມີຄວາມຮູ້ດ້ານເຕັກນິກການປູກ-ການລ້ຽງຫລາຍຂຶ້ນ ແລະ ທີ່ສໍາຄັນ ປະຊາຊົນສາມາດສ້າງລາຍຮັບເຂົ້າສູ່ຄອບຄົວຫລາຍຂຶ້ນ.
ທ່ານ ນາງ ອ່ອນຄຳ ທັນນະວົງ ປະຊາຊົນ ບ້ານນໍ້າໂມ້ ເມືອງອະນຸວົງ ກໍໄດ້ໃຫ້ສຳພາດວ່າ: ຕົນເອງກໍເປັນໜຶ່ງໃນຄອບຄົວທີ່ໄດ້ຮັບການສົ່ງເສີມດ້ານກະສິກໍາ ຈາກບໍລິສັດດັ່ງກ່າວດ້ວຍການສະໜອງທຶນຮອນ, ວັດຖຸ, ດ້ານເຕັກນິກການຜະລິດ ແລະ ຍັງໄດ້ເກັບຊື້ຜົນຜະລິດໃຫ້ປະຊາຊົນຕື່ມອີກ. ໃນໜຶ່ງອາທິດຕົນເອງຂາຍຜົນຜະລິດໃຫ້ບໍລິສັດໄດ້ປະມານ 1.700.000-1.800.000 ກີບ, ທຽບໃສ່ເມື່ອກ່ອນທີ່ຍັງບໍ່ໄດ້ຮັບການສົ່ງເສີມຈາກທາງບໍລິສັດ ແມ່ນມີຄວາມລຳບາກຫລາຍຢ່າງ, ແຕ່ພາຍຫລັງບໍລິສັດ ມາຊຸກຍູ້ສົ່ງເສີມໄດ້ເຮັດໃຫ້ຄອບຄົວຕົນເອງນັບມື້ດີຂຶ້ນເປັນກ້າວໆ, ໄດ້ມີທຶນສົ່ງເສີມໃຫ້ລູກໄດ້ເຂົ້າໂຮງຮຽນ, ມີອາຊີບຄົງທີ່ ແລະ ມີທຶນສະສົມໄວ້ໃຊ້ຈ່າຍໃນເວລາຈຳເປັນຕື່ມອີກ.
ໂດຍ: ຈັນທະລອນ ພາບ: ສຸກທະວີ
KPL