ຂປລ
ຂປລ. ວັນທີ 16 ກຸມພາ ນີ້ ເປັນວັນເກີດ ຄົບຮອບ 84 ປີ (16/02/1942-16/02/2026) ຂອງສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫລີ ຊຶ່ງຜົນສຳເລັດອັນໃຫຍ່ຫລວງຂອງປະຊາຊົນເກົາຫລີ ໃນການກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ ໃນໄລຍະທີ່ຜ່ານມາລ້ວນແຕ່ສືບເນື່ອງມາຈາກຜົນງານຄຸນງາມຄວາມດີທີ່ເປັນອະມະຕະຂອງສະຫາຍ ກິມ ເຈິງ ອິນ. ພັກແຮງງານເກົາຫລີ ໄດ້ຂຶ້ນກ່າວສູ່ສັງກາດໃໝ່ ຂອງການເຕີບໃຫຍ່ ໂດຍມີສະຫາຍ ກິມ ເຈິງ ອິນ ທີ່ຍິ່ງໃຫຍ່ ເປັນຜູ້ສືບທອດຂອງພາລະກິດການປະຕິວັດ ແລະ ຜູ້ນຳ ຂອງພັກ.
(ເນື່ອງໃນໂອກາດ ວັນເກີດ ຂອງ ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງ
ປະຊາຊົນ ສປປ ເກົາຫລີ ຄົບຮອບ 84 ປີ, 16/02/1942 - 16/02/2026)
ຂປລ. ວັນທີ 16 ກຸມພາ ນີ້ ເປັນວັນເກີດ ຄົບຮອບ 84 ປີ (16/02/1942-16/02/2026) ຂອງສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫລີ ຊຶ່ງຜົນສຳເລັດອັນໃຫຍ່ຫລວງຂອງປະຊາຊົນເກົາຫລີ ໃນການກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ ໃນໄລຍະທີ່ຜ່ານມາລ້ວນແຕ່ສືບເນື່ອງມາຈາກຜົນງານຄຸນງາມຄວາມດີທີ່ເປັນອະມະຕະຂອງສະຫາຍ ກິມ ເຈິງ ອິນ. ພັກແຮງງານເກົາຫລີ ໄດ້ຂຶ້ນກ່າວສູ່ສັງກາດໃໝ່ ຂອງການເຕີບໃຫຍ່ ໂດຍມີສະຫາຍ ກິມເຈິງ ອິນທີ່ຍິ່ງໃຫຍ່ ເປັນຜູ້ສືບທອດຂອງພາລະກິດການປະຕິວັດ ແລະ ຜູ້ນຳ ຂອງພັກ.
ສະຫາຍ ກິມ ເຈິງ ອິນ ໄດ້ເສີມຂະຫຍາຍພັກແຮງງານເກົາຫລີ ໃຫ້ເປັນພັກເຂັ້ມແຂງທີ່ມີການຈັດຕັ້ງ ແລະ ລະບຽບວິໄນຢ່າງເຂັ້ມງວດ ແລະ ພັກ ທີ່ໄດ້ຖືກຄວາມສາມັກຄີເປັນປຶກແຜ່ນໃນດ້ານແນວຄິດ ແລະ ຈິດໃຈ, ພັກທີ່ໄດ້ຮັບການສະໜັບສະໜູນ ແລະ ຄວາມເຊື່ອຖືຈາກປະຊາຊົນ. ໃນຕະຫລອດໄລຍະແຫ່ງການນຳພາພັກແຮງງານເກົາຫລີ ສະຫາຍ ກິມ ເຈິງ ອິນ ໄດ້ຖືເອົາການເສີມສ້າງພັກຂອງ ປະທານ ກິມ ອິນ ຊຸງ ລວມທັງຊື່ ແລະ ຄວາມເປັນຈິງ ເປັນພາລະກິດຕົ້ນຕໍ ແລະ ດຳເນີນການຈັດຕັ້ງປະຕິບັດຢ່າງມີໝາກຜົນ ຊຶ່ງສະຫາຍໄດ້ພັດທະນາແນວຄິດປະຕິວັດ, ແນວຄິດຈຸດເຊ ທີ່ ປະທານ ກິມ ອິນ ຊຸງ ສ້າງຕັ້ງຂຶ້ນໃຫ້ເປັນຮູບປະທຳ ແລະ ເປັນແນວຄິດຊີ້ນຳພຽງໜຶ່ງດຽວຂອງພັກແຮງງານເກົາຫລີ, ທັງໄດ້ຖືເອົາແນວຄິດດັ່ງກ່າວນີ້ເປັນຕົວແບບ ກໍຄື ໂຄງການອັນສູງສຸດໃນທົ່ວສັງຄົມ. ຍ້ອນການຊີ້ນຳ-ນຳພາຂອງສະຫາຍ, ພັກແຮງງານເກົາຫລີ ໄດ້ຮັບການພັດທະນາໃຫ້ເປັນອົງການຈັດຕັ້ງທີ່ມີຄວາມປອດໃສ, ເຂັ້ມແຂງ ແລະ ເປັນເອກະພາບໃນການປະຕິບັດຕົວຈິງ, ເປັນອົງການຈັດຕັ້ງທີ່ມີລະບົບແນວຄິດທີ່ເປັນໜຶ່ງດຽວ ແລະ ສ້າງຕັ້ງລະບົບການນຳພາທີ່ເປັນໜຶ່ງດຽວຂອງຜູ້ນຳຢ່າງເຄັ່ງຄັດ.
ສະຫາຍ ກິມ ເຈິງ ອິນ ໄດ້ສ້າງພັກແຮງງານເກົາຫລີ ໃຫ້ເປັນພັກທີ່ຮັບໃຊ້ເພື່ອປະຊາຊົນ, ມີຄວາມຮັບຜິດຊອບສູງຕໍ່ຈຸດໝາຍ ແລະ ອຸດົມການຂອງປະຊາຊົນ ທັງຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດຢ່າງແທ້ຈິງ. ການເຊີດຊູເສີມຂະຫຍາຍສາຍກ່ຽວພັນແບບກາຍະອິນຊີ ລະຫວ່າງພັກແຮງງານເກົາຫລີ ແລະ ປະຊາຊົນ ລວມທັງຄວາມເປັນປຶກແຜ່ນແໜ້ນໜາຂອງຮາກຖານມວນຊົນຂອງພັກເປັນຫລັກການທີ່ສຳຄັນ ໃນການກໍ່ສ້າງພັກ ກໍຄື ການຄົງຕົວ ແລະ ຂະຫຍາຍຕົວຂອງພັກ. ສະຫາຍໄດ້ເຫັນແຈ້ງວ່າທຸກການຈັດຕັ້ງ ແລະ ພະນັກງານລ້ວນແຕ່ຕ້ອງດຳເນີນການຈັດຕັ້ງປະຕິບັດ ເພື່ອຜົນປະໂຫຍດຂອງມະຫາຊົນ, ດຳລົງຊີວິດຕິດແທດກັບມະຫາຊົນ ແລະ ເປັນຜູ້ຮັບໃຊ້ມະຫາຊົນ.
ຍ້ອນມີແນວທາງການເມືອງທີ່ຮັບໃຊ້ສິດຜົນປະໂຫຍດຂອງທົ່ວປວງຊົນ, ພັກແຮງງານເກົາຫລີ ຈຶ່ງໄດ້ບັນລຸຜົນສຳເລັດໃນການເຕົ້າໂຮມຄວາມເປັນເອກະພາບຈິດໜຶ່ງໃຈດຽວຂອງຜູ້ນຳ ກໍຄື ຂອງພັກ ແລະ ຂອງມວນຊົນເປັນເທື່ອທຳອິດໃນປະຫວັດສາດທ່າມກາງຄວາມຜັນຜວນທາງການເມືອງຂອງໂລກ, ນຳພາສັງຄົມເກົາຫລີ ໃຫ້ເປັນຄອບຄົວສັງຄົມນິຍົມທີ່ເປັນປຶກແຜ່ນ ແລະ ສະແດງໃຫ້ເຫັນຄວາມເກັ່ງກ້າສາມາດຂອງພັກທີ່ບໍ່ມີສັດຕູໂຕໃດຕີເອົາຊະນະໄດ້ ຊຶ່ງໄດ້ນຳພາປວງຊົນທັງຊາດເດັດດ່ຽວຍາດເອົາໄຊຊະນະໃນການສ້າງສັງຄົມນິຍົມທີ່ໄດ້ຮັບການສະໜັບສະໜູນ ແລະ ເຊື່ອໝັ້ນຢ່າງຕາຍໃຈຂອງປວງຊົນຕະຫລອດມາ.
ສະຫາຍ ກິມ ເຈິງ ອິນ ໄດ້ສ້າງແສນຍານຸພາບທາງການທະຫານຂອງປະເທດໃນທຸກດ້ານ ໂດຍຜ່ານການນຳພາການປະຕິວັດ ບົນພື້ນຖານນະໂຍບາຍເຊິນກຸນ ຢ່າງບໍ່ຮູ້ອິດຮູ້ເມື່ອຍ. ສະຫາຍໄດ້ໝູນໃຊ້ນະໂຍບາຍການເມືອງເຊິນກຸນ ທີ່ເປັນເອກະລັກມາແຕ່ຊຸມປີກ່ອນການເຄື່ອນໄຫວຂອງຕົນ, ໄດ້ເຊີດຊູຄັນທຸງນະໂຍບາຍການເມືອງເຊິນກຸນ ຢ່າງເອົາການເອົາງານ ພາຍໃຕ້ສະພາບການອັນສັບສົນເມື່ອລັດທິສັງຄົມນິຍົມໄດ້ຖືກລົ້ມສະຫລາຍຢູ່ໃນຫລາຍປະເທດ ແລະ ການຕໍ່ຕ້ານ ສັງຄົມນິຍົມ ຂອງພວກຈັກກະພັດໄດ້ສຸມປາຍຫອກມາໃສ່ ສປປ ເກົາຫລີ ໃນຊຸມປີທ້າຍສະຕະວັດທີ 20. ສະຫາຍ ໄດ້ສ້າງນະໂຍບາຍການເມືອງເຊິນກຸນ ໃຫ້ເປັນຮູບແບບທາງການເມືອງຕົ້ນຕໍຂອງລັດທິສັງຄົມນິຍົມ ແລະ ລົງເຄື່ອນໄຫວຊີ້ນຳແຕ່ລະກົມກອງຂອງກອງທັບປະຊາຊົນເກົາຫລີ ເພື່ອພັດທະນາກອງທັບປະຊາຊົນເກົາຫລີ ທີ່ເປັນກຳລັງຫລັກແຫລ່ງ ໃຫ້ເປັນກຳລັງທີ່ເຂັ້ມແຂງ, ມີຄວາມສາມາດປ້ອງກັນຕົນເອງ, ມີແນວຄິດການເມືອງໜັກແໜ້ນ, ມີເຕັກນິກທາງການທະຫານທີ່ ຮັບປະກັນ ແສນຍານຸພາບອັນແຂງແກ່ນ ບໍ່ມີສັດຕູໂຕໃດສາມາດ ຕີເອົາຊະນະໄດ້. ພາຍໃຕ້ການນຳພາຂອງສະຫາຍ ກອງທັບປະຊາຊົນເກົາຫລີ ໄດ້ກາຍເປັນກຳລັງອັນເຂັ້ມແຂງມີຄວາມພ້ອມສູງໃນການສູ້ຮົບເພື່ອພິທັກປົກປ້ອງລັດທິສັງຄົມນິຍົມ ແລະ ໄດ້ຮັບການປະກອບພາຫະນະອາວຸດທັນສະໄໝ, ກຽມພ້ອມທຸກເວລາທີ່ຈະລົງໂທດສັດຕູທຸກໂຕທີ່ຫວັງມ້າງເພທຳລາຍ ໃຫ້ປະລາໄຊ. ດ້ວຍຄວາມພະຍາຍາມເຕົ້າໂຮມຄວາມສາມັກຄີຂອງທົ່ວປວງຊົນ ເຂົ້າໃນພາລະກິດການປ້ອງກັນຊາດ, ການປະກອບອາວຸດໃຫ້ທົ່ວປວງຊົນ ໄດ້ສ້າງປ້ອມໝັ້ນອັນແຂງແກ່ນ ໃຫ້ປະເທດຊາດຢ່າງບໍ່ເຄີຍມີມາກ່ອນ.
ສປປ ເກົາຫລີ ມີຂີດຄວາມສາມາດໃນການຜະລິດອາວຸດຍຸດໂທປະກອນ ໃນປະລິມານທີ່ພຽງພໍ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ກຳລັງປ້ອງກັນຊາດ ແລະ ການກຽມພ້ອມສູ້ຮົບເມື່ອມີກໍລະນີເກີດຂຶ້ນ. ສະຫາຍ ໄດ້ເຊີດຊູຄັນທຸງເຕົ້າໂຮມຄວາມສາມັກຄີທາງການເມືອງ-ແນວຄິດ ທີ່ເຂັ້ມແຂງແໜ້ນແກ່ນ ດັ່ງຫີນສິລາ; ການກໍ່ສ້າງກອງທັບປະຊາຊົນເກົາຫລີ ໃຫ້ກາຍເປັນເສົາຄ້ຳອັນແຂງແກ່ນຂອງລັດທິສັງຄົມນິຍົມ ແລະ ເປັນກຳລັງຫລັກແຫລ່ງແຫ່ງການປະຕິວັດ, ສະຫາຍໄດ້ເອົາໃຈໃສ່ຢ່າງເລິກເຊິ່ງ ໃນການກໍ່ສ້າງກຳລັງທາງການເມືອງຂອງສັງຄົມເກົາຫລີ ໂດຍມີກອງທັບປະຊາຊົນເກົາຫລີ ເປັນແກນນຳ. ພ້ອມນັ້ນ, ສະຫາຍ ຍັງໄດ້ສົ່ງເສີມມູນເຊື້ອທີ່ເປັນເອກະພາບ ລະຫວ່າງ ກອງທັບ ກັບປະຊາຊົນ ໃນລະດັບສູງ ຈົນບັນລຸຄວາມເປັນຈິດໜຶ່ງໃຈດຽວ ໃນການເຮັດວຽກງານບົນພື້ນຖານນ້ຳໃຈປະຕິວັດອັນກ້າແກ່ນ ແລະ ໄດ້ເຕົ້າໂຮມເອົາທຸກພາກສ່ວນໃຫ້ເປັນກ້ອນກຳລັງອັນເປັນປຶກແຜ່ນ ຢູ່ອ້ອມຂ້າງພັກແຮງງານ ເກົາຫລີ ດ້ວຍລັດທິການເມືອງແຫ່ງຄວາມຮັກ ແລະ ຄວາມໄວ້ວາງໃຈ. ດ້ວຍເຫດນັ້ນ ກຳລັງປ້ອງກັນຊາດທັງໝົດ ແລະ ປະຊາຊົນ ໄດ້ກາຍເປັນປຶກແຜ່ນທີ່ມີອຸດົມການ ແລະ ຈຸດໝາຍປາຍທາງເປັນເອກະພາບກັບພັກ; ຄວາມເປັນຈິດໜຶ່ງໃຈດຽວກັນຂອງທົ່ວສັງຄົມ ເປັນອາວຸດອັນຄົມແຫລມທາງການເມືອງ ແລະ ແນວຄິດເຊິ່ງມີພະລັງແຮງກວ່າລູກລະເບີດປະລະມານູ ແລະ ສປປ ເກົາຫລີ ໄດ້ເປັນປະເທດທີ່ເຂັ້ມແຂງດ້ານແນວຄິດການເມືອງທີ່ບໍ່ຫວັ່ນໄຫວໃນທ່າມກາງລົມພັດແຮງໃດໆ.
ສະຫາຍ ໄດ້ເປີດຍຸກສະໄໝໃໝ່ໃນການກໍ່ສ້າງປະເທດສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ, ໄດ້ວາງແນວທາງພັດທະນາເສດຖະກິດໃນຍຸກສະໄໝເຊີນກຸນ ວ່າດ້ວຍບຸລິມະສິດໃຫ້ແກ່ການພັດທະນາອຸດສາຫະກຳປ້ອງກັນຊາດກ່ອນ ຄຽງຄູ່ໄປກັບການພັດທະນາອຸດສາຫະກຳເບົາ ແລະ ການກະສິກຳ. ສະຫາຍໄດ້ໃຫ້ຄວາມໝັ້ນໃຈວ່າອຸດສາຫະກຳປ້ອງກັນຊາດໄດ້ມີບົດບາດນຳໜ້າ, ທັງເປັນກຳລັງຊຸກດັນໃຫ້ແກ່ເສດຖະກິດແຫ່ງຊາດ ແລະ ການພັດທະນາເສດຖະກິດໂດຍລວມ. ໃນຂະນະດຽວກັນ, ສະຫາຍໄດ້ໃຫ້ຄວາມໝັ້ນໃຈວ່າກອງທັບປະຊາຊົນເກົາຫລີ ໄດ້ດຳເນີນການບຸກທະລຸ ໃນບັນດາຂະແໜງການແຫ່ງການກໍ່ສ້າງເສດຖະກິດທີ່ມີຄວາມທ້າທາຍ ແລະ ສຳຄັນທີ່ສຸດ. ປວງຊົນທັງຊາດໄດ້ຮ່ຳຮຽນຈາກນໍ້າໃຈປະຕິວັດທີ່ບໍ່ມີສິ່ງໃດເອົາຊະນະໄດ້ ແລະ ໄດ້ສ້າງນະວັດຕະກຳໃໝ່ຂຶ້ນໃນທົ່ວປະເທດ. ສະຫາຍ ໄດ້ສືບຕໍ່ເດີນທາງໄປຊີ້ນຳໆພາການກໍ່ສ້າງປະເທດສັງຄົມນິຍົມ ຈົນເຖິງວິນາທີສຸດທ້າຍແຫ່ງຊີວິດ ແລະ ໄດ້ເຖິງແກ່ມໍລະນະກຳຢູ່ເທິງລົດໄຟທີ່ພວມແລ່ນເພື່ອລົງເຄື່ອນໄຫວຢ້ຽມຢາມ.
ໃນໄລຍະເວລາທີ່ຜ່ານມາ ພາຍຫລັງສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ເຖິງແກ່ມໍລະນະກໍາແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາລົບຮັກ ໄດ້ນຳພາການປະຕິວັດ ສປປ ເກົາຫລີ ແລະ ສ້າງຄຸນງາມຄວາມດີອັນຍິ່ງໃຫຍ່ຢ່າງແທ້ຈິງ. ພາຍໃຕ້ການຊີ້ນຳໆພາອັນສະຫລາດສ່ອງໃສຂອງສະຫາຍ ກິມ ເຈິງ ອຸນ, ຄວາມສາມາດການນຳພາ ແລະ ຄວາມສາມາດການສູ້ຊົນຂອງພັກແຮງງານເກົາຫລີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ.ກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ຊຸດທີ 8, ສະຫາຍກິມ ເຈິງ ອຸນ ໄດ້ຊີ້ແຈງວ່າ: ນຳເອົານະໂຍບາຍຂອງພັກແຮງງານເກົາຫລີ ກ່ຽວກັບການປັບປຸງຄຸນນະພາບດຳລົງຊີວິດການເປັນຢູ່ຂອງປະຊາຊົນໂດຍພື້ນຖານ ໃນດ້ານວັດຖຸ ແລະ ວັດທະນະທຳ ຂຶ້ນສູ່ຂັ້ນຕອນອີກຄັ້ງ ໃນຂອບເຂດທົ່ວປະເທດຢ່າງໄວທີ່ສຸດ ໃຫ້ກຳນົດເປັນ “ນະໂຍບາຍ ພັດທະນາທ້ອງຖິ່ນ 20×10”.
“ນະໂຍບາຍ ພັດທະນາທ້ອງຖິ່ນ 20×10” ໝາຍຄວາມວ່າ: ກໍ່ສ້າງໂຮງຈັກໂຮງງານອຸດສາຫະກຳທ້ອງຖິ່ນ 20 ແຫ່ງ ທຸກໆປີ ພາຍໃນ 10 ປີຕໍ່ໜ້າແນໃສ່ຫລຸດຄວາມແຕກໂຕນກັນດ້ານການພັດທະນາ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ຮັບປະກັນການພັດທະນາຢ່າງດຸນດ່ຽງ ແລະ ຮອບດ້ານ ຊຶ່ງເປັນການຊຸກຍູ້ການປັບປຸງຄຸນນະພາບດຳລົງຊີວິດການເປັນຢູ່ ຂອງປະຊາຊົນໂດຍພື້ນຖານ ໃນດ້ານວັດຖຸ ແລະ ວັດທະນະທຳກ້າວຂຶ້ນສູ່ຂັ້ນຕອນອີກຄັ້ງ ໃນຂອບເຂດທົ່ວປະເທດ.
ກຳລັງແຮງຂອງຊາດໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສາທາລະນະລັດພວກເຮົາ ໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະຫານທີ່ບໍ່ມີໃຜສາມາດຮຸກຮານ ແລະ ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີ ຍິ່ງໆຂຶ້ນກວ່າເກົ່າ ແລະ ຮັບປະກັນໃຫ້ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ຢູ່ແຫລມເກົາຫລີ ຢ່າງໝັ້ນຄົງ.
ຍ້ອນມີ ສະຫາຍ ກິມ ເຈິງ ອຸນ ຜູ້ສືບທອດທີ່ຍິ່ງໃຫຍ່ຂອງພາລະກິດການປະຕິວັດ, ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫລອດໄປ ແລະ ແຜນການກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ,ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຂອງສະຫາຍຈະໄດ້ຮັບການປະຕິບັດຢ່າງແນ່ນອນ.
KPL