ຂປລ
ໃນວັນທີ 17 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອກະນັດ ພຣ້ອມພັນລັດຖະມົນຕີກະຊວງພະລັງງານ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.
ຂປລ. ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຂອງທ່ານລັດຖະມົນຕີກະຊວງພະລັງງານ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາ ຄາສູງຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງໄທ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກໃຫ້ແກ່ ສປປ ລາວ ໃນການຄຸ້ມຄອງ ແລະ ແກ້ໄຂບັນ ຫາດ້ານພະລັງງານໃນໄລຍະຜ່ານມາ ແລະ ໄດ້ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ກະຊວງພະລັງງານໄທ ສືບຕໍ່ປຶກສາຫາລື, ປະສານງານ ແລະ ຮ່ວມມືກັນຢ່າງໃກ້ຊິດເພື່ອຮ່ວມ ກັນວາງແຜນພັດທະນາ, ຄຸ້ມຄອງ ແລະ ຊຸກຍູ້ວຽກງານພະລັງງານໃຫ້ມີຄວາມສະຖຽນລະພາບ ແລະ ຍືນຍົງ; ພ້ອມກັນນັ້ນ, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບນະໂຍບາຍຂອງ ສປປ ລາວ ໃນການສົ່ງເສີມການນຳໃຊ້ລົດໄຟຟ້າ ເພື່ອຫລຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ແລະ ກ້າວໄປສູ່ການພັດທະນາທີ່ເປັນມິດ ຕໍ່ສິ່ງແວດລ້ອມ. ນອກນັ້ນ, ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວໄປ ຍັງທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ອີກດ້ວຍ.
ໂອກາດນີ້, ທ່ານລັດຖະມົນຕີກະຊວງພະລັງງານ ແຫ່ງ ລາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈ ຕ່ໍການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ; ພ້ອມທັງສະແດງຄວາມໝັ້ນໝາຍ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດກັບກະຊວງອຸດ ສາຫະກຳ ແລະ ການຄ້າຂອງ ສປປ ລາວ ເພື່ອຮ່ວມກັນແກ້ໄຂບັນຫາ, ແລກປ່ຽນບົດຮຽນ ແລະ ນຳເອົາທິດຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບປະທຳ ໂດຍສະເພາະແມ່ນການຮັກສາສະຖຽນລະພາບດ້ານພະລັງງານ, ການຊຸກຍູ້ການຄ້າ- ການລົງທຶນໃຫ້ມີຄວາມໝັ້ນຄົງ ແລະ ຍາວນານຮ່ວມກັນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL