ສປປ ລາວ ລົງນາມເປັນປະເທດສະມາຊິກ ຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ

20/07/2026 07:57
Email Print 1728
ຂປລ ໃນວັນທີ 16 ກໍລະກົດ 2026, ທີ່ນະຄອນຊຽງໄຮ້ ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໄດ້ລົງນາມເປັນປະເທດຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ (WAICO).

      ຂປລ.  ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫວາງ ອ້ີ (Wang Yi) ກໍາມະການກົມການ ເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະ ເທດ ສປ ຈີນ, ທ່ານຮອງນາຍົກລັດ ຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປັນຍາປະດິດໂລກ ແລະ ບັນດາກິດຈະກໍາປ່ິນອ້ອມ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16- 20 ກໍລະກົດ 2026 ທີ່ນະຄອນ ຊຽງໄຮ້ ສປ ຈີນ. ພິເສດ, ກ່ອນພິທີ ລົງນາມຂໍ້ຕົກລົງວ່າດ້ວຍການສ້າງ ຕັ້ງອົງການ WAICO, ທ່ານ ສີ ຈ້ິນຜິງ ເລຂາທິການໃຫຍ່, ປະທານ ປະເທດ ສປ ຈີນ ໄດ້ກຽດເປັນເຈົ້າ ພາບຈັດງານລ້ຽງອາຫານຄໍ່າຕ້ອນ ຮັບລະດັບປະມຸກລັດ ແລະ ກ່າວປາໄສທີ່ສໍາຄັນ ແກ່ບັນດາປະເທດ ທີ່ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ສປປ ລາວ ໄດ້ຮ່ວມກັບ ສປ ຈີນ ແລະ ບັນດາປະເທດເພື່ອນມິດຕ່າງໆ ລົງ ນາມໃນຖານະຜູ້ຮ່ວມກໍ່ຕັ້ງອົງການ WAICO ຊຶ່ງມີທັງໝົດ 29 ປະ ເທດ ຈາກຫລາຍພາກພື້ນທົ່ວໂລກ ລວມມີບັນດາປະເທດໃນຂົງເຂດ ອາຊຽນ, ອາຊີກາງ, ເອີຣົບ, ອາເມ ລິກາ-ລາຕິນ, ແລະ ອາຟຣິກາ ໂດຍ ມີການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ອັງໂຕນີໂອ ກຸເຕີເຮສ (Antonio Guterres) ເລຂາ ທິການໃຫຍ່ ອົງການສະຫະປະຊາ ຊາດ. ຂໍ້ຕົກລົງວ່າດ້ວຍການສ້າງ ຕັ້ງອົງການ WAICO ດັ່ງກ່າວ ຍັງຈະສືບຕໍ່ເປີດໃຫ້ມີການລົງນາມ ຈາກວົງຄະນາຍາດສາກົນຕໍ່ໄປ.

      ການສ້າງຕັ້ງອົງການ WAICO ແມ່ນຂີດໝາຍສຳຄັນທາງປະຫວັດ ສາດຂອງການຮ່ວມມືືແບບຫລາຍ ຝ່າຍ ໃນຂົງເຂດປັນຍາປະດິດໂລກ (AI), ສົ່ງເສີມການພັດທະນາ ແລະ ການນຳໃຊ້ AI ໃນທົ່ວໂລກ ຢ່າງຮອບດ້ານ, ປອດໄພ ແລະ ມີ ຄວາມຮັບຜິດຊອບ, ສະໜັບສະໜູນ ການປະສານງານລະຫວ່າງປະເທດ ກ່ຽວກັບມາດຕະຖານການຄຸ້ມຄອງ, ມາດຕະຖານເຕັກນິກ ແລະ ຫລັກ ການດ້ານຈັນຍາບັນຂອງ AI, ຫລຸດ ຜ່ອນຄວາມແຕກໂຕນດ້ານດີຈິ ຕອນ ໂດຍສະເພາະປະເທດກຳລັງ ພັດທະນາ, ຮ່ວມມືສາກົນແກ້ໄຂ ອາຊະຍາກຳຂ້າມຊາດ. ການເຂົ້າຮ່ວມລົງນາມຂອງ ສປປ ລາວ ໃນຄັ້ງນີ້, ຍັງເປັນການ ຜັນຂະຫຍາຍສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ໂດຍສະເພາະການຮ່ວມມືດ້ານເຕັກ ໂນໂລຊີໃໝ່ ພາຍໃຕ້ຂອບການຮ່ວມ ມື WAICO. ສປປ ລາວ ເຊື່ອໝັ້ນ ວ່າ ຂອບການຮ່ວມມືດັ່ງກ່າວ ຍັງຈະ ປະກອບສ່ວນສຳຄັນເຂົ້າໃນການ ສ້າງຄູ່ຮ່ວມຊາຕາກຳມວນມະນຸດ. 

     ການເຂົ້າຮ່ວມອົງການ WAICO ຍັງເປັນໂອກາດສໍາຄັນສໍາລັບ ສປປ ລາວ ເພື່ອຍາດແຍ່ງການຮ່ວມມື ກັບສາກົນ ໃນການຮັບມືກັບສິ່ງທ້າ ທາຍທາງໄຊເບີ, ດຶງດູດການລົງ ທຶນຈາກຕ່າງປະເທດ ເພື່ອພັດທະ ນາ ໃນຂະແໜງ AI, ການຖ່າຍໂອນ ເຕັກໂນໂລຊີ, ຊຸກຍູ້ການນຳໃຊ້ AI ຢ່າງສ້າງສັນ ເພື່ອເປັນກຳລັງແຮງ ຂັບເຄື່ອນການພັດທະນາປະເທດ ຊາດ ຕາມຍຸກສະໄໝ, ຮັບປະກັນ ຄວາມໝັ້ນຄົງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ, ສອດຄ່ອງກັບແນວທາງນະໂນບາຍ ຂອງພັກ-ລັດຖະບານວາງອອກ ກໍຄື ການຈັດຕັ້ງປະຕິບັດວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດ ດີຈິຕອນ ຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ.

KPL

ຂ່າວອື່ນໆ

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

      8/13/2026 10:08:27 AM

      ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ

      8/13/2026 10:01:30 AM

      ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສົ້າສະຫລົດໃຈຈາກສະຫາຍ ເລ ມິນ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຕ່ໍການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມ

      8/13/2026 9:54:19 AM

      ໃນວັນທີ 12 ສິງຫາ 2026, ທ່ີຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງສະຫາຍ ເຈ່ີນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

      8/13/2026 9:36:15 AM

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງຂອງວັນທີ 8 ສິງຫາ 2026 ດ້ວຍ ພະຍາດເສ້ັນເລືອດອັກເສບທ່ີຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ads
ads

Top