ປກສ ແຂວງວຽງຈັນຊີ້ແຈງຕໍ່ເຫດການນັກທ່ອງທ່ຽວເຈັບປ່ວຍກະທັນຫັນ ແລະ ເສຍຊີວິດ

20/07/2026 10:32
Email Print 282
ຂປລ ວັນທີ 17 ກໍລະກົດ 2026, ທ່ານ ພັອ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການປ້ອງ ກັນຄວາມສະຫງົບ ແຂວງວຽງຈັນ ໄດ້ຖະແຫລງຂ່າວກ່ຽວກັບກໍລະນີ ນັກທ່ອງທ່ຽວຈໍານວນໜຶ່ງ ໄປທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ແລ້ວເຈັບປ່ວຍກະທັນຫັນ ແລະ ເສຍຊີວິດ ໃນໄລຍະເດືອນພະຈິກ 2024, ໂດຍມີຕາງໜ້າຈາກກະ ຊວງ ປກສ, ກະຊວງການຕ່າງປະ ເທດ ແລະ ຕາງໜ້າຈາກສະຖານ ທູດບັນດາປະເທດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພັອ ຄໍາຟອງ ວົງດາລາແສນ ໄດ້ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບ ອະນຸຍາດຈາກການຈັດຕັ້ງຂັ້ນເທິງ ຕາງໜ້າໃຫ້ຄະນະຮັບຜິດຊອບໃນ ການດໍາເນີນຄະດີ ຂໍແຈ້ງຜົນຂອງ ການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫລັກຖານ ຕໍ່ເຫດການ ນັກທ່ອງທ່ຽວ ໄດ້ມາທ່ອງທ່ຽວຢູ່ ເມືອງວັງວຽງ ແຂວງວຽງຈັນ ໃນ ເດືອນພະຈິກ 2024 ແລ້ວເກີດມີ ການເຈັບເປັນກະທັນຫັນ ແລະ ເສຍ ຊີວິດໃນເວລາຕໍ ່ມາ ມີຄື: ທ້າວ ເຈມ ລຸຍ ຮາດຊັນ ສັນຊາດ ອາລິເມກາ, ນາງ ແອນນີ້ ໂຊເຟຍອໍ ຄິວ, ນາງ ຟີຈາ ເວັນເນີວາດ ສັນຊາດ ເດັນ ມາກ, ນາງ ໂຮນລິເຈນນີ, ນາງ ຈອນ ບີແອນກາ ສັນຊາດ ອົດສະ ຕຣາລີ ແລະ ນາງ ໄຊມອນ ແຄັດ ເທີລີນ ໄວ້ ສັນຊາດ ອັງກິດ. ຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນໃນເບື້ອງຕົ ້ນ ຂອງເຈົ້າໜ້າທີ່ ຈຶ່ງຮູ້ໄດ້ວ່າ: ໃນ ວັນທີ 14 ພະຈິກ 2024 ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ໄດ້ຮັບແຈ້ງ ວ່າ ມີຄົນຕ່າງປະເທດ ສັນຊາດອາ ເມລິກາ 1 ຄົນ ເສຍຊີວິດຢູ່ໂຮງໝໍ ເມືອງວັງວຽງ ແຂວງວຽງຈັນ. ຈາກນັ້ນ, ເຈົ້າໜ້າທີ່ກໍໄດ້ຮີບຮ້ອນ ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະທີ່ ກ່ຽວຂ້ອງປະສານສົມທົບກັບ ປກສເມືອງວັງວຽງ ເກັບກຳຂໍ້ມູນ ແລະ ກວດກາຊາກສົບ ຢູ່ໂຮງໝໍເມືອງ ວັງວຽງ, ພ້ອມທັງລົງໄປເກັບກຳ ຂໍ້ມູນ ແລະ ກວດກາສັນນະສູດສະ ຖານເກີດເຫດ ຢູ່ໂຮງແຮມນານາ ແບັກແພັກເກີ ຫ້ອງເບີ 205 ຊຶ່ງ ເປັນບ່ອນຜູ້ກ່ຽວພັກເຊົາ ຈຶ່ງຮູ້ວ່າ ຜູ້ກ່ຽວແມ່ນໄດ້ເສຍຊີວິດ ແຕ່ວັນທີ 13 ພະຈິກ 2024 ຢູ່ທີ່ໂຮງແຮມດັ່ງ ກ່າວ. ຈາກນັ້ນ, ພະນັກງານຂອງ ໂຮງແຮມ ໄດ້ເຄື່ອນຍ້າຍຊາກສົບ ໄປໄວ້ໂຮງໝໍເມືອງວັງວຽງ. ຜ່ານ ການລົງເກັບກຳຂໍ້ມູນ ແລະ ກວດ ກາສັນນະສູດສະຖານທີ່ເກີດເຫດ ຕົວຈິງ ໄດ້ພົບເຫັນຢາກິນ ຈໍານວນ ໜຶ່ງຢູ່ຂ້າງກະເປົາເຄື່ອງ, ພົບເຫັນ ແກ້ວເບຍລາວ ຢູ່ຂ້າງຕຽງນອນ ຈໍານວນ 6 ແກ້ວ. ໃນນັ້ນ, ໄດ້ດື່ມ ໝົດແລ້ວ 4 ແກ້ວ ແລະ ຍັງບໍ່ທັນ ດື່ມ 2 ແກ້ວ, ພົບເຫັນແກ້ວເຫລົ້າ VODKA ໄທເກີ ຈໍານວນ 3 ແກ້ວ. ໃນນັ້ນ, ດື່ມໝົດແລ້ວ 2 ແກ້ວ, ດື່ມ ບໍ່ທັນໝົດ 1 ແກ້ວ, ພົບເຫັນຕຸກນໍ້າ ເຊເວັນອັບ ສີຂຽວ 1 ຕຸກ ທີ່ດື່ມໝົດ ແລ້ວ, ພົບເຫັນນໍ້າດື່ມ 2 ຕຸກ ຍີ່ຫໍ້ ຫົວເສືອ ແລະ ຍີ່ຫໍ້ນໍ້າທິບ ແລະ ໄດ້ ພົບເຫັນຈົດໝາຍ ທີ່ມີເນື້ອໃນຂຽນ ລາຕາຍ ຢູ່ຫ້ອງນອນຂອງຜູ້ກ່ຽວ. ຫລັງຈາກນັ້ນ, ເຈົ້າໜ້າທີ່ໄດ້ ແຈ້ງໃຫ້ສະຖານທູດອາເມລິກາ ເພື່ອ ຊາບກ່ຽວກັບການເສຍຊີວິດ; ໃນເວ ລາເຈົ້າໜ້າທີ ່ລົງໄປເກັບກຳຂໍ້ມູນ, ກວດກາສະຖານທີ່ເກີດເຫດເພື່ອ ທຳການສັນນະສູດຊາກສົບ ແຕ່ຖືກ ປະຕິເສດ ຈາກຍາດພີ່ນ້ອງຄອບຄົວ ຂອງຜູ້ເສຍຊີວິດ ບໍ່ອະນຸຍາດໃຫ້ ເຈົ້າໜ້າທີ່ທຳການສັນນະສູດຊາກ ສົບ. ສະນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ເຮັດ ບົດບັນທຶກ ມອບ-ຮັບຊາກສົບ ສະ ບັບລົງວັນທີ 14 ພະຈິກ 2024 ເພື່ອ ໃຫ້ຄອບຄົວ, ຍາດພີ່ນ້ອງນໍາໄປທໍາ ພິທິຊາປະນາກິດສົບຕາມຮີດຄອງ ແລະ ປະເພນີຂອງເຂົາເຈົ້າ. ນອກຈາກເຫດການທີ່ກ່າວມາ ຂ້າງເທິງນັ້ນ, ເຈົ້າໜ້າທີ່ຍັງໄດ້ຮັບ ຂໍ້ມູນຈາກພະນັກງານໂຮງແຮມ ນານາ ແບັກແພັກເກີ ວ່າມີນັກທ່ອງ ທ ຄົນ ມີອາການຫາຍໃຈຝືດ, ວິນຫົວ, ປວດຮາກ ຈຶ່ງໄດ້ນໍາສົ່ງໂຮງໝໍ ເມືອງວັງວຽງ ແຕ່ຍ້ອນອາການ ຂອງພວກກ່ຽວໜັກ, ຈຶ່ງໄດ້ນໍາສົ່ງ ມາປິ່ນປົວຕໍ່ຢູ່ໂຮງໝໍ 103 ຢູ່ນະ ຄອນຫລວງວຽງຈັນ ແລ້ວເສຍຊວິດ ໃນເວລາຕໍ່ມາ. </p><p>ເຈົ້າໜ້າທີ່ວິຊາສະເພາະ ຈະສັນ ນະສູດສາກສົບ ເພື່ອຊອກຫາສາ ເຫດຂອງການເສຍຊີວິດ ແຕ່ຖືກປະ ຕິເສດ ຈາກຍາດພີ່ນ້ອງຄອບຄົວ ຂອງຜູ້ເສຍຊີວິດ ທັງ 2 ບໍ່ອະນຸຍາດ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງທຳການ ກວດກາສັນນະສູດຊາກສົບ. ຕໍ່ເຫດ ການທີ່ມີນັກທ່ອງທ່ຽວ ສັນຊາດ ອົດສະຕຣາລີ ຈໍານວນ 2 ຄົນ ເສຍຊີວິດ, ເຈົ້າໜ້າທີ ່ໄດ້ຮັບຂໍ້ມູນຜ່ານສື່ ສັງຄົມອອນລາຍ ຈາກປະເທດໄທ, ເມື່ອເຫັນຂ່າວຄືດັ່ງກ່າວ, ກະຊວງ ປ້ອງກັນຄວາມສະຫງົບ ໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບປະສານສົມທົບ ກັບກອງບັນຊາການ ປກສ ແຂວງ ວຽງຈັນ ແລະ ກອງບັນຊາການ ປກສ ເມືອງວັງວຽງ ເພື່ອລົງເກັບ ກຳຂໍ້ມູນຢູ່ພື້ນທີ່ ຈຶ່ງຮູ້ວ່າ: ໃນວັນທີ 9 ພະຈິກ 2024 ພວກກ່ຽວໄດ້ ເຂົ້າມາພັກເຊົ່າ ຢູ່ໂຮງແຮມ ນານາ ແບັກເພັກເກີ, ຫ້ອງ ເບີ 112 ເມືອງ ວັງວຽງ ແລະ ໃນເວລາທີ່ພວກກ່ຽວ ມາພັກເຊົາຢູ່ທີ່ໂຮງແຮມ ເຈົ້າໜ້າທແມ່ນບໍ່ສາມາດຮູ້ໄດ້ວ່າ ພວກກ່ຽວ ໄດ້ໄປທ່ຽວຫລິ້ນ, ດື່ມ ແລະ ກິນ ຫຍັງຢູ່ໃສແດ່, ຕົກມາຮອດວັນທີ 13 ພະຈິກ 2024 ພວກກ່ຽວທັງ ສອງ ແມ່ນມີອາການເຈັບປ່ວຍ ຈຶ່ງ ໄດ້ຖືກນໍາຕົວສົ່ງໄປປິ່ນປົວຢູ່ໂຮງ ໝໍເມືອງວັງວຽງ ຊຶ ່ງແພດໝໍ ໄດ້ ເອົາໃຈໃສ່ໃນການປິ ່ນປົວຕາມຫລັກ ວິຊາການຂອງແພດທຸກຢ່າງ, ແຕ່ ອາການຂອງຄົນເຈັບຍັງບໍ່ດີຂຶ້ນ ຈຶ່ງໄດ້ນໍາສົ່ງຄົນເຈັບໄປປິ ່ນປົວຕໍ່ ທີ່ໂຮງໝໍເສດຖາທິລາດ ທີ່ນະຄອນ ຫລວງວຽງຈັນ ແລະ ໃນວັນດຽວ ກັນໂຮງໝໍດັ ່ງກ່າວ, ກໍໄດ້ປະສານ ໄປຍັງຫ້ອງການພົວພັນຕ່າງປະ ເທດ ກະຊວງສາທາລະນະສຸກ ເພື ່ອ ແຈ້ງໃຫ້ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຮັບຊາບ</p><p style="text-align:justify;">ຈາກນັ້ນ, ສະຖານທູດອົດສະ ຕາລີ ກໍໄດ້ສະເໜີເອົາພວກກ່ຽວ ໄປປິ່ນປົວ ຢູ່ທີ່ປະເທດໄທ ຕາມຈຸດ ປະສົງຂອງຄອບຄົວພໍ່-ແມ່ຂອງຄົນ ເຈັບ, ມາຮອດເວລາ 18:34 ໂມງ ຂອງວັນທີ 13 ພະຈິກ 2024 ລົດ ໂຮງໝໍ ກຸງເທບ-ອຸດອນ ປະເທດ ໄທ ໄດ້ມາຮັບເອົາຄົນເຈັບຂ້າມໄປ ປິ່ນປົວຢູ ່ປະເທດໄທ ແລະ ຢູ່ຕໍ່ມາ ໄລຍະໜຶ່ງ ຈຶ່ງເຫັນຂ່າວຜ່ານສື່ສັງ ຄົມອອນລາຍປະເທດໄທ ວ່າມີນັກ ທ່ອງທ່ຽວສັນຊາດອົດສະຕຣາລີ ມາທ່ຽວວັງວຽງ ແລ້ວເສຍຊີວິດ. ສໍາລັບກໍລະນີການເສຍຊີວິດ ຂອງນັກທ່ອງທ່ຽວ ສັນຊາດອັງກິດ ຈຳນວນ 1 ຄົນຊື່ ນາງ ໄຊມອນ ແຄັດເທີລີນ ໄວ້, ຜ່ານການເກັບ ກຳຂໍ້ມູນ ແລະ ໄດ້ປະສານສົມທົບ ພາກສ່ວນກ່ຽວຂ້ອງເກັບກຳຂໍ້ມູນ ການເຄື່ອນໄຫວຂອງຜູ້ກ່ຽວ, ໃນ ໄລຍະທ່ອງທ່ຽວ ຢູ່ ສປປ ລາວ ຊຶ່ງ ບໍ່ສາມາດຮູ້ໄດ້ວ່າ ຜູ້ກ່ຽວໄປທ່ຽວ ໃສແດ່, ມີພຽງຂໍ້ມູນການຢັ້ງຢືນ ຈາກໂຮງໝໍກະເສມຣາດ ນະຄອນ ຫລວງວຽງຈັນ ວ່າໃນວັນທີ 13 ພະ ຈິກ 2024 ຜູ້ກ່ຽວໄດ້ຖືກນໍາສົ່ງ ຈາກໂຮງໝໍມະໂຫສົດ ມາປິ່ນປົວຢູ່ ໂຮງໝໍກະເສມຣາດ ໃນສະພາບບໍ່ ຮູ້ສຶກຕົວ, ບໍ່ສາມາດຕອບສະໜອງ ໄດ້ ແລະ ກໍໄດ້ເສຍຊີວິດ ໃນວັນທີ 21 ພະຈິກ 2024. ສະນັ້ນ, ຕໍ່ກັບ ເຫດການເສຍຊີວິດຂອງຄົນຕ່າງ ປະເທດໃນຄັ້ງນີ້ ເຈົ້າໜ້າທີ່ສາມາດ ສະຫລຸບຜົນການສືບສວນ-ສອບ ສວນ ໄດ້ດັ່ງນີ້ຄື: 1. ຕໍ່ກັບເຫດການເສຍຊີວິດ ຂອງທ້າວ ເຈມຫລຸຍ ຮາດຊັນ, ສັນ ຊາດອາເມລິກາ ເສຍຊີວິດຢູ່ຫ້ອງ ເບີ 205 ໂຮງແຮມນານາ ແບັກ ແພັກເກີ ແລະ ພະນັກງານໂຮງແຮມ ໄດ້ເຄື ່ອນຍ້າຍຊາກສົບຂອງ ຜູ້ກ່ຽວ ໄປໂຮງໝໍເມືອງວັງວຽງ ແທນທີ່ ຈະແຈ້ງໃຫ້ເຈົ້າໜ້າທີ່ລົງໄປເກັບ ກຳຂໍ້ມູນ ແລະ ກວດກາສັນນະສູດ ສະຖານທີ່ເກີດເຫດ ແລະ ຊາກສົບ ກ ່ອນມີການເຄື່ອນຍ້າຍ. ຜ່ານການ ເກັບກໍຂໍ້ມູນຫລັກຖານຢ່າງລະອຽດ ຄົບຖ້ວນ, ຮອບດ້ານ ແລະ ພາວະ ວິໄສ ຕາມກົດໝາຍແລ້ວ, ເຈົ້າໜ້າ ທີ່ໄດ້ດໍາເນີນຄະດີຕໍ່ເຈົ້າຂອງໂຮງ ແຮມ ແລະ ພະນັກງານ ລວມທັງ ໝ ົ ດ ຈໍານວນ 10 ຄົນ ໃນຂໍ້ກ່າວຫາ ການທໍາລາຍຫລັກຖານ ສົ່ງໃຫ້ອົງ ການໄອຍະການປະຊາຊົນເຂດ 2 ແຂວງວຽງຈັນ ສັ່ງຟ້ອງຂຶ້ນສານ ແລະ ສານປະຊາຊົນເຂດ 2 ແຂວງ ວຽງຈັນ ກໍໄດ້ນໍາເອົາຄະດີດັ ່ງກ່າວ ມາ ພິຈາລະນາຕັດສິນລົງໂທດ ພວກ ກ່ຽວ 10 ຄົນ ໃນສະຖານການທໍາ ລາຍຫລັກຖານ ຕາມມາດຕາ 383 ຂອງປະມວນກົດໝາຍອາຍາ. ຕໍ່ ຄໍາຕັດສິນດັ່ງກ່າວ, ອົງການໄອຍະ ການປະຊາຊົນເຂດ 2 ແຂວງວຽງ ຈັນ ເຫັນວ່າການວາງໂທດຂອງ ຫລື ຈາກສາເຫດໃດເນື່ອງຈາກວ່າ: ເຈົ້າໜ້າທີ່ບໍ່ໄດ້ທຳການສັນນະສູດ ຊາກສົບຈໍານວນດັ ່ງກ່າວ. ໃນໄລຍະ ສານໃສ່ພວກຈຳເລີຍ ບໍ່ທັນຖືກ ຕ້ອງກັບລັກສະນະຄວາມເປັນອັນ ຕະລາຍຂອງການກະທໍາຜິດ ຈຶ່ງ ໄດ້ສະເໜີຄັດຄ້ານຄໍາຕັດສິນດັ່ງ ກ່າວ ໄປຍັງສານປະຊາຊົນແຂວງ ວຽງຈັນ ເພື່ອໃຫ້ພິຈາລະນາ. 2. ຕໍ່ກັບເຈົ້າຂອງໂຮງງານປຸງ ແຕ່ງເຫລົ ້າ VODKA ໄທເກີ ແລະ ເຄື່ອງດື່ມໄທເກີ, ສ່ວນບຸກຄົນທີ່ຕັ້ງ ຢູ່ບ້ານໄຊມຸງຄຸນ ເມືອງນາຊາຍ ທອງ ນະຄອນຫລວງວຽງຈັນ, ເບື້ອງຕົ້ນເຈົ້າໜ້າທີ່ໄດ້ດໍາເນີນຄະ ດີຕໍ່ກັບຜູ້ກ່ຽວໃນສະຖານ ການລະ ເມີດລະບຽບການກ່ຽວກັບຄວາມ ປອດໄພຂອງອາຫານ ແລະ ສຸຂະອະ ນາໄມ ມາດຕາ 183 ແລະ ການ ດໍາເນີນທຸລະກິດ ໂດຍບໍ່ຖືກຕ້ອງ ຕາມກົດໝາຍມາດຕາ 297 ຂອງ ປະມວນກົດໝາຍອາຍາ ແລະ ໄດ້ ສະຫລຸບສົ່ງສໍານວນຄະດີ ໃຫ້ອົງ ການໄອຍະການປະຊາຊົນ ແຂວງ ວຽງຈັນ ເພື່ອດໍາເນີນຕາມຂັ້ນຕອນ ຂອງກົດໝາຍ, ແຕ່ຜ່ານການກວດ ກາຂອງອົງການໄອຍະການປະຊາ ຊົນຂວງວຽງຈັນ ເຫັນວ່າໂດນອີງ ໃສ່ເຫດການ ແລະ ຂໍ້ມູນຫລັກຖານ ທ ີ່ບໍ່ທັນໜັກແໜ້ນວ່າ: ເຈົ້າຂອງໂຮງ ງານເຫລົ້າດັ່ງກ່າວ ມີຄວາມຜິດໃນ ສະຖານການລະເມີດ ລະບຽບການ ກ່ຽວກັບຄວາມປອດໄພຂອງອາ ຫານ ແລະ ສຸຂາອານາໄມມາດຕາ 183 ຂອງປະມວນກົດໝາຍອາ ຍາ, ອົງການໄອຍະການປະຊາຊົນ ແຂວງວຽງຈັນ ຈຶ່ງໄດ້ອອກຄໍາສັ່ງ ຊັດມ້ຽນຕໍ່ຂໍ້ກ່າວຫາດັ່ງກ່າວ ຕາມ ມາດຕາ 148 ຂໍ້ 2 ຂອງກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ແລະ ໄດ້ອອກຄໍາສັ່ງເປີດການສືບ ສວນ-ສອບສວນໃສ່ໃນຂໍ ້ກ່າວຫາ: ການຜະລິດ, ການຂາຍເຄື່ອງບໍລິ ໂພກ ທີ່ເປັນອັນຕະລາຍຕໍ່ສຸຂະພາບ, ຕາມມາດຕາ 275 ຂອງປະມວນ ກົດໝາຍອາຍາ ແລະ ໄດ້ຖະແຫລ່ງ ສັ່ງຟ້ອງເຈົ້າຂອງໂຮງງານເຫລົ້າ ດັ່ງກ່າວ ຕາມມາດຕາ 275 ແລະ ມາດຕາ 297 ຂອງປະມວນກົດ ໝາຍອາຍາ ໃຫ້ສານປະຊາຊົນ ແຂວງວຽງຈັນ ຕາມສະໂນດນໍາ ສົ່ງ ສະບັບເລກທີ 164/ອຍກ.ວຈ, ລົງວັນທີ 8 ມິຖຸນາ 2026 ເພື່ອ ພິຈາລະນາຕັດສິນຕາມກົດໝາຍ. 3. ຕໍ່ກັບເຫດການນັກທ່ອງທ່ຽວ ເສຍຊີວິດ ຈໍານວນ 5 ຄົນຄື: ສັນ ຊາດ ເດັ່ນມາກ ຈໍານວນ 2 ຄົນ, ສັນ ຊາດອົດສະຕຣາລີ ຈໍານວນ 2 ຄົນ ແລະ ຄົນສັນຊາດອັງກິດ ຈໍານວນ 1 ຄົນ ເຈົ້າໜ້າທີ່ ພວກເຮົາໄດ້ເປີດ ການສືບສວນ-ສອບສວນໃສ່ເຫດ ການດັ່ງກ່າວ ຕາມກົດໝາຍ, ແຕ່ ມາເຖິງປັດຈຸບັນນີ້ ພວກເຮົາບໍ່ທັນ ມ ຂ ມ ໍ້ ີ ູ ນຫລັກຖານ ທີ່ສາມາດຢັ້ງຢືນ ໄດ້ວ່າ ການເສຍຊີວິດຂອງນັກທ່ອງ ທ່ຽວ ຈໍານວນ 5 ຄົນດັ່ງກ່າວ ເກີດ ຈາກການກະທໍາຂອງບຸກຄົນໃດ ການດໍາເນີນການສືບສວນ-ສອບ ສວນ ຕໍ່ເຫດການນັກທ່ອງທ່ຽວ ຈໍານວນ 5 ຄົນ ເສຍຊີວິດນັ້ນ, ເຈົ້າ ໜ້າທີ່ຕຳຫລວດກໍໄດ້ຮັບຂໍ້ມູນທີ່ ເປັນປະໂຫຍດຈາກຫລາຍພາກ ສ່ວນ ເປັນຕົ້ນແມ່ນຜົນການວິໄຈ ຂອງສູນວິໄຈອາຫານ ແລະ ຢາ ກະ ຊວງສາທາລະນະສຸກ ທີ ່ພົບວ່າມີ ສານເມຕາໂນນ ເກີນມາດຕະຖານ ຢູ່ໃນເຫລົ້າ VODKA ໄທເກີ ແລະ ຂໍ້ມູນທີ່ສະຖານທູດອົດສະຕຣາລີ ໄດ້ສະໜອງໃຫ້ ໂດຍສະເພາະຂໍ້ ມູນການຢັ ້ງຢືນຂອງໂຮງໝໍເອກ ອ ຸດອນ ປະເທດໄທ ທີ ່ໄດ້ລະບຸວ່າ ພົບ ສານເມຕາໂນນ ຢູ່ໃນເລືອດຂອງ ນັກທ່ອງທ່ຽວສັນຊາດ ອົດສະຕຣາ ລີ ຈໍານວນ 2 ຄົນທີ່ ເສຍຊີວິດ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຍັງຈະໄດ້ສືບຕໍ່ເກັບກຳ ແລະ ຮີບ ໂຮມຂໍ້ມູນ ຫລັກຖານຢ່າງລະອຽດ ຖ ີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ຕາມກົດໝາຍ ມາດຕາ 41 ສະພາບ ການທີ່ຕ້ອງຊອກຫາຄວາມຈິງ, ມາດຕາ 42 ການບໍ່ຖືເປັນຫລັກ ຖານ, ມາດຕາ 43 ການເກັບໂຮມ ຫລັກຖານ, ມາດຕາ 44 ການກວດ ກາ ແລະ ຊັ່ງຊາຕີລາຄາຫລັກຖານ ແລະ ມາດຕາ 45 ອົງການການດໍາ ເນີນຄະດີອາຍາ ຂອງກົດໝາຍວ່າ ດ້ວຍການດໍາເນີນຄະດີອາຍາ ສະ ບັບປັບປຸງປີ 2017. ຕໍ່ເຫດການ, ການດໍາເນີນຄະດີທີ່ກ່າວມາຂ້າງ ເທິງນັ້ນ ຜ່ານມາເຈົ້າໜ້າທີ່ກໍໄດ້ຮັບ ການປະສານສົມທົບແລກປ່ຽນຂໍ້ ມູນທີ່ເປັນປະໂຫຍດກັບສະຖານທູດ ຂອງບັນດາປະເທດທີ ່ມີພົນລະເມືອງ ຂອງຕົນເສຍຊີວິດເປັນແຕ່ໄລຍະ ເພື່ອແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ໃນການດໍາເນີນຄະດີ. 4. ຕໍ່ກັບໂຮງແຮມນານາແບັກ ແພັກເກີ ທີ່ພວກກ່ຽວໄດ້ເຂົ້າໄປພັກ ເຊົ່າ, ເຈົ້າໜ້າທີ່ຂອງພວກເຮົາ ແມ່ນ ໄດ້ໃຫ້ໂຈະການດໍາເນີນກິດຈະ ການ, ໄດ້ດໍາເນີນຄະດີຕໍ ່ເຈົ້າຂອງ ໂຮງແຮມ ແລະ ພະນັກງານ ຈໍານວນ 10 ຄົນ ແລະ ໄດ້ກັກໜັງສືຜ່ານແດນ ຂອງພວກກ່ຽວ ຫ້າມເດີນທາງອອກ ນອກ ສປປ ລາວ ຈົນກວ່າການດໍາ ເນີນຄະດີຈະສິ້ນສຸດ. ທ້າຍສຸດນີ້, ຂ້າພະເຈົ້າ ຂໍສະ ແດງຄວາມເສົ້າເສຍໃຈ ຢ່າງຈິງໃຈ ມາຍັງຄອບຄົວ ກໍຄື ພໍ່ແມ່ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດຕໍ່ການ ສູນເສຍໃນຄັ້ງນີ້, ຕະຫລອດໄລຍະ ເວລານັບແຕ່ມີເຫດການເກີດຂຶ ້ນ ເຈົ້າໜ້າທີ່ຕໍາຫລວດ ໄດ້ສຸມທຸກ ຄວາມພະຍາຍາມໃນການສືບ ສວນ-ສອບສວນ ໃຫ້ຄະດີມີຄວາມ ໂປ່ງໃສເປັນທໍາເຂັ້ມງວດຖືກຕ້ອງ ຕາມກົດໝາຍ. ຂ່າວ: ຄໍາໂຖ

KPL

ຂ່າວອື່ນໆ

ads
ads

Top