ຄຕພ ເຜີຍແຜ່ມະຕິກອງປະຊຸມກຳມະບານທົ່ວປະເທດ ຄັ້ງທີ IX

20/07/2026 10:14
Email Print 2490
ຂປລ ຄະນະພົວພັນຕ່າງປະ ເທດສູນກາງພັກ ປປ ລາວ (ຄຕພ) ຈັດກອງປະຊຸມເຜີຍແຜ່ມະຕິກອງ ປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ໃນວັນທີ 15 ກໍລະກົດ 2026

ໂດຍການເຜີຍແຜ່ ຂອງ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ, ຮອງປະທານ ຄະນະບໍລິຫານງານສູນກາງສະຫະ ພັນກຳມະບານລາວ, ມີບັນດາສະ ມາຊິກພາຍໃນ ຄຕພ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ວິໄລ ວົງ ຂະເສີມ ໄດ້ຍົກໃຫ້ເຫັນເຖິງບັນດາ ເອກະສານທີ່ສຳຄັນ ທີ່ກອງປະຊຸມ ໃຫຍ່ຜູ້ແທນກຳມະບານລາວ ທົ່ວ ປະເທດ ທີ່ໄດ້ຮັບຮອງເອົາຄື: ຜົນ ສຳເລັດກອງປະຊຸມໃຫຍ່ ຜູ້ແທນກຳ ມະບານລາວ ທົ່ວປະເທດ ສະໄໝ ທີ IX; ແຜນພັດທະນາວຽກງານ ກຳມະບານລາວ 5 ປີ ຄັ້ງທີ V (2026-2030); ກົດລະບຽບ ສະຫະພັນກຳມະບານລາວ ສະໄໝ ທ ີ IX ແລະ ແຜນດຳເນີນງານຂອງ ຄະນະບໍລິຫານງານສູນກາງສະ ຫະພັນກຳມະບານລາວ ສະໄໝທີ IX ໄລຍະ 5 ປີ (2026-2030). ພ້ອມນີ້, ສະຫາຍ ວິໄລ ວົງຂະເສີມ ຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານ ງານສະຫະພັນກຳມະບານແຕ່ລະ ຂັ້ນ ແລະ ສະມາຊິກກຳມະບານ ທຸກໆສະຫາຍ ຈົ່ງຮັບຮູ້, ກຳແໜ້ນ ຢ່າງລະອຽດ, ເລິກເຊິ່ງ ແລະ ນຳ ໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍ ຢ່າງຖືກຕ້ອງ, ປະກອບສ່ວນເຂົ້າ ໃນການປະຕິບັດໜ້າທີ່ວຽກງານ ຕ່າງປະເທດຂອງພັກ ໃຫ້ມີຄວາມ ໜັກແໜ້ນຍິ່ງໆຂຶ້ນ. ການເຜີຍແຜ່ມະຕິກອງປະຊຸມ ດັ່ງກ່າວ ແນໃສ່ເຮັດໃຫ້ພະນັກ ງານ, ສະມາຊິກກຳມະບານພາຍ ໃນ ຄຕພ ກໍຄື ບັນດາຮາກຖານ ຂອງແຕ່ລະກົມ ໄດ້ຮັບຮູ້, ກຳແໜ້ນ ຢ່າງລະອຽດ, ກວ້າງຂວາງ, ເລິກ ເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍຢ່າງຖືກຕ້ອງ ແລະ ມີປະສິດທິຜົນສູງ. ໃນໂອກາດດຽວກັນນີ້, ຮອງປະ ທານຄະນະບໍລິຫານງານ ສູນກາງ ສະຫະພັນກຳມະບານລາວ ພ້ອມ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບ ຸ ນເຫລືອ ພັນດານຸວົງ ກຳມະການ ສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ເພື່ອແຈ້ງຈຸດປະສົງ ຂອງການລົງເຄື່ອນໄຫວວຽກງານ ໃນຄັ້ງນີ້.

KPL

ຂ່າວອື່ນໆ

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

      8/13/2026 10:08:27 AM

      ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ

      8/13/2026 10:01:30 AM

      ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສົ້າສະຫລົດໃຈຈາກສະຫາຍ ເລ ມິນ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຕ່ໍການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມ

      8/13/2026 9:54:19 AM

      ໃນວັນທີ 12 ສິງຫາ 2026, ທ່ີຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງສະຫາຍ ເຈ່ີນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

      8/13/2026 9:36:15 AM

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງຂອງວັນທີ 8 ສິງຫາ 2026 ດ້ວຍ ພະຍາດເສ້ັນເລືອດອັກເສບທ່ີຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ads
ads

Top