ລາວ-ຫວຽດນາມ ດຳເນີນກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຄັ້ງທີ VIII

20/07/2026 08:09
Email Print 2486
ຂປລ ກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດ ນາມ ຄັ້ງທີ VIII ໄຂຂຶ້ນໃນວັນທີ 16 ກໍລະກົດ 2026 ຢູ່ແຂວງຫລວງພະບາງ ສປປ ລາວ ພາຍໃຕ້ຫົວຂ້ໍ “ເພີ່ມທະວີການຮ່ວມມືທາງອາຍາລະຫວ່າງປະເທດເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ໂດຍ ສະເພາະອາຊະຍາກຳໄຊເບີ ຢ່າງມີປະສິດທິຜົນ”.

      ຂປລ. ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສະຫາຍ  ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກກອມມູນິດຫວຽດນາມ,  ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ມີຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ບັນດາກົມ, ອົງການໄອຍະການປະຊາຊົນພາກ, ແຂວງ-ນະຄອນຫລວງ, ອົງການໄອຍະການທະຫານ ລາວ-ຫວຽດນາມ ເຂົ້າຮ່ວມ.

     ກອງປະຊຸມ ໄດ້ຮັບຟັງການສະຫລຸບຕີລາຄາການຈັດຕັ້ງປະຕິບັດ ເນ້ືອໃນຈິດໃຈ ຂອງກອງປະຊຸມອົງການໄອຍະການປະຊາຊົນ ທີ່ມີຊາຍແດນຕິດຈອດກັນ ຄັ້ງທີ VII ທີ່ຈັດ ຂຶ້ນໃນປີ 2022 ຜ່ານມາ ຢູ່ນະຄອນຫລວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ, ຄວາມຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການສືບຕໍ່ເພີ່ມທະວີການຮ່ວມມື ໃນການຈັດຕັ້ງປະຕິບັດການຮ່ວມມືທາງອາຍາ ບົນພື້ນຖານສົນທິສັນຍາວ່າ ດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ກອງປະຊຸມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ໂດຍໄດ້ ເຫັນດີເປັນເອກະພາບກັນບາງບັນ ຫາສໍາຄັນ ເປັນຕົ້ນ ກອງປະຊຸມຕີ ລາຄາສູງຕໍ່ຫົວຂໍ້ຂອງກອງປະຊຸມ ຄັ້ງທີ VIII ຊຶ່ງເຫັນວ່າ ເໝາະສົມກັບ ຄວາມຮຽກຮ້ອງຕ້ອງການຕົວຈິງ ໃນສະພາບການທີ່ອາຊະຍາກຳ ຂ້າມຊາດ ສືບຕໍ່ມີຄວາມສັບສົນຮຸນ ແຮງຂຶ້ນ ໂດຍສະເພາະອາຊະຍາກຳໄຊເບີ, ການຫລອກລວງຜ່ານອິນ ເຕີເນັດ, ການພະນັນອອນລາຍ, ການຟອກເງິນ, ການຊື້-ຂາຍຂໍ້ມູນສ່ວນຕົວ ແລະ ການກະທຳຜິດທີ່ພົວ ພັນກັບຕ່າງປະເທດ; ກອງປະຊຸມຕີ ລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດ ບັນດາເນື້ອໃນທີ່ໄດ້ຕົກລົງເປັນເອ ກະພາບກັນ ໃນກອງປະຊຸມອົງການ ໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ ຄັ້ງທີ VII ຜ່ານມາ; ສອງຝ່າຍ ໄດ້ຮັກສາປະສິດທິຜົນຂອງກົນໄກ ການແລກປ່ຽນຂໍ້ມູນຂ່າວສານ, ການປະສານສົມທົບ ແກ້ໄຂຄະດີທີ່ ມີລັກສະນະຂ້າມຊາດ, ການປະຕິບັດຄຳຮ້ອງຂໍການຮ່ວມມືທາງອາຍາ; ກອງປະຊຸມເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີການ ຮ່ວມມື ໃນການຈັດຕັ້ງປະຕິບັດການຮ່ວມມືທາງອາຍາ ບົນພື້ນຖານສົນທິສັນຍາວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໂດຍ ສອດຄ່ອງກັບກົດໝາຍຂອງສອງ ປະເທດ; ຍົກສູງປະສິດທິຜົນໃນ ການຮັບ, ພິຈາລະນາ ແລະ ປະຕິບັດ ຄຳຮ້ອງຂໍການຮ່ວມມືທາງອາຍາ. ພ້ອມນີ້, ຍັງເພີ່ມທະວີການແລກປ່ຽນ ຂໍ້ມູນຂ່າວສານ, ແບ່ງປັນປະສົບ ການທາງດ້ານວິຊາການໃນການ ຕ້ານ, ສະກັດກັ້ນອາຊະຍາກຳຂ້າມ ຊາດ ໂດຍສະເພາະອາຊະຍາກຳ ໄຊເບີ; ປະສານສົມທົບໃນການພິ ສູດ, ເກັບກຳຫລັກຖານ, ຕິດຕາມຄົ້ນ ຫາຜູ້ກະທຳຜິດ ແລະ ກຳນົດຊັບສິນ ທີ່ໄດ້ມາຈາກການກະທຳຜິດ.

      ສືບຕໍ່ຊຸກຍູ້ຢ່າງແຮງການນໍາ ໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນປ່ຽນດີຈິຕອນ ໃນ ການເຄື່ອນໄຫວຮ່ວມມື ລະຫວ່າງ ຂະແໜງການໄອຍະການຂອງສອງ ປະເທດ; ເພີ່ມທະວີກົນໄກການແລກ ປ່ຽນຂໍ້ມູນຂ່າວສານໂດຍກົງ ລະ ຫວ່າງ ອົງການໄອຍະການປະຊາ ຊົນບັນດາແຂວງທີ່ມີຊາຍແດນຕິດ ຈອດກັນ ເພື່ອທັນກັບສະພາບການ, ສະກັດກັ້ນ ແລະ ແກ້ໄຂອາຊະຍາ ກຳຂ້າມຊາດ ໂດຍສະເພາະອາຊະ ຍາກຳໄຊເບີ; ກອງປະຊຸມຕີລາຄາສູງຕໍ່ບົດບາດຂອງລະບົບອົງການ ໄອຍະການທະຫານຂອງສອງປະ ເທດ ໃນວຽກງານການປະສານ ສົມທົບໃນການຕ້ານ, ສະກັດກັ້ນອາ ຊະຍາກຳຢູ່ບໍລິເວນຊາຍແດນ; ເຫັນ ດີເປັນເອກະພາບສືບຕໍ່ເພີ່ມທະວີ ການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ ແລະ ປະສານ ສົມທົບການຈັດຕັ້ງປະຕິບັດຄຳ ຮ້ອງຂໍການຮ່ວມມືທາງອາຍາ ຕາມ ກົດໝາຍ, ສົນທິສັນຍາ ແລະ ຂໍ້ຕົກ ລົງການຮ່ວມມືລະຫວ່າງສອງຝ່າຍ; ກອງປະຊຸມຢືນຢັນຄວາມຈໍາເປັນທີ່ ຈະຕ້ອງສືບຕໍ່ຮັກສາກົນໄກການຈັດ ກອງປະຊຸມອົງການໄອຍະການປະ ຊາຊົນ ບັນດາແຂວງທີ່ມີຊາຍແດນ ຕິດຈອດ ລາວ-ຫວຽດນາມ ໃຫ້ເປັນ ເວທີທີ່ສຳຄັນ ເພື່ອເພີ່ມທະວີການ ປະສານສົມທົບ, ແລກປ່ຽນປະສົບ ການ ແລະ ເສີມສ້າງສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອ, ຄວາມສາ ມັກຄີພິເສດລະຫວ່າງ ຂະແໜງການ ໄອຍະການຂອງສອງປະເທດ, ເຫັນ ດີເປັນເອກະພາບຈັດກອງປະຊຸມ ອົງການໄອການປະຊາຊົນ ບັນດາ ແຂວງທີ່ມີຊາຍແດນຕິດຈອດຄັ້ງທີ IX ຢູ່ ສສ ຫວຽດນາມ ໃນປີ 2029; ເຫັນດີເປັນເອກະພາບມອບໃຫ້ກົມ ຮ່ວມມືກັບຕ່າງປະເທດ ອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ກົມຮ່ວມມືສາກົນ ແລະ ການຮ່ວມມືທາງອາຍາ ອົງ ການໄອການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ເປັນໜ່ວຍງານປະ ສານສົມທົບຫລັກ ໃນການຈັດຕັ້ງ ປະຕິບັດເນື້ອໃນຕ່າງໆຂອງບົດບັນ ທຶກ, ສະໜັບສະໜູນອົງການໄອ ການປະຊາຊົນບັນດາແຂວງ ແລະ ອົງການໄອການທະຫານຂອງສອງ ປະເທດ ໃນຂະບວນການຈັດຕັ້ງປະ ຕິບັດກິດຈະກຳຮ່ວມມືມິດຕະພາບ ແລະ ການຮ່ວມ ມືທາງອາຍາ.

KPL

ຂ່າວອື່ນໆ

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

      8/13/2026 10:08:27 AM

      ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ

      8/13/2026 10:01:30 AM

      ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສົ້າສະຫລົດໃຈຈາກສະຫາຍ ເລ ມິນ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຕ່ໍການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມ

      8/13/2026 9:54:19 AM

      ໃນວັນທີ 12 ສິງຫາ 2026, ທ່ີຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງສະຫາຍ ເຈ່ີນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

      8/13/2026 9:36:15 AM

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງຂອງວັນທີ 8 ສິງຫາ 2026 ດ້ວຍ ພະຍາດເສ້ັນເລືອດອັກເສບທ່ີຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ads
ads

Top