ຂປລ
ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງບໍ່ແກ້ວ ໃນວັນທີ 19 ສິງຫາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫລັກແຫລ່ງແຂວງບໍ່ແກ້ວ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານຫລັກແຫລ່ງແຕ່ລະຂັ້ນເອົາໃຈໃສ່ຕື່ມບາງດ້ານ.
ຂປລ. ເປັນຕົ້ນສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງແກ້ໄຂບັນດາປະກົດການຫຍ້ໍທໍ້ທາງສັງຄົມໃຫ້ຫລຸດໜ້ອຍຖອຍລົງ; ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳແຕ່ລະຂັ້ນ ແລະ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ.
ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍສະເພາະ 6 ທິດທາງລວມ, 4 ມາດຕະການ ແລະ 14 ມາດຕະການເພ່ີມເຕີມທ່ີສະພາແຫ່ງຊາດ ໄດ້ຮັບຮອງໃຫ້ມີຄືບໜ້າ ແລະ ໄດ້ຮັບຜົນສໍາເລັດ; ຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈ້ົາຕົນເອງໃນໄລຍະໃໝ່ ໃຫ້ເປັນຂະບວນການ ແລະ ຫັນປ່ຽນຢ່າງແຂງແຮງ; ສຸມໃສ່ຫັນການຈັດເກັບລາຍຮັບເປັນທັນສະໄໝ, ຈັດເກັບລາຍຮັບເຂົ້າງົບປະມານຈາກຖານທ່ີມີແລ້ວໃຫ້ຄົບຖ້ວນ ແລະ ຂະຫຍາຍຖານລາຍຮັບໃໝ່ ໃຫ້ມີຄວາມໝັ້ນຄົງ; ເອົາໃຈໃສ່ຄຸ້ມຄອງເຂດເສດຖະກິດພິເສດ-ເຂດອຸດສາຫະກຳຕ່າງໆ ໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ, ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມບົນຈິດໃຈປະຢັດ; ຍົກສູງປະສິດທິພາບ-ປະສິດທິຜົນຂອງການລົງທຶນພັດທະນາພື້ນຖານໂຄງລ່າງໂດຍກວດ ກາຄືນບັນດາໂຄງການທີ່ເຊັນສັນຍາໄປແລ້ວຫາກບໍ່ມີຄວາມຄືບໜ້າ ຕ້ອງໄດ້ເລັ່ງກ່າວເຕືອນ ແລະ ກ້າວໄປເຖິງການແຈ້ງຖອນໂຄງການ; ເຂັ້ມງວດຄຸ້ມຄອງການຂຸດຄົ້ນແຮ່ທາດ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ, ຫາກບ່ອນໃດມີການລະເລີຍ-ເມີນເສີຍຕ່ໍໜ້າທ່ີແມ່ນໃຫ້ອົງການກວດກາແຫ່ງລັດກວດກາ ແລະ ມີມາດຕະການຢ່າງເດັດຂາດ; ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນທຸກຊັ້ນ-ທຸກສາຍ ໃຫ້ໄດ້ຮັບຜົນດີ, ແກ້ໄຂການປະລະການຮຽນ ແລະ ກຽມຄວາມພ້ອມໃຫ້ແກ່ການນໍາໃຊ້ຫລັກສູດສາມັນສຶກສາໃໝ່ 6+3+3; ເຝົ້າລະວັງພະຍາດຕາມລະດູການ; ສົ່ງເສີມການຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ຄຸ້ມຄອງແຮງງານຕ່າງດ້າວໃຫ້ເຂົ້າສູ່ລະບົບ; ສືບຕ່ໍພົວພັນຮ່ວມມືກັບປະເທດເພ່ືອນມິດຍຸດທະສາດ ເພື່ອຍາດແຍ່ງການລົງທຶນ ແລະ ການຊ່ວຍເຫລືອ, ພ້ອມທັງຕິດຕາມແກ້ໄຂບັນຫາຫລ່ໍແຫລມຕ່າງໆຕາມເຂດຊາຍແດນ ໃຫ້ສືບຕໍ່ມີຄວາມສະຫງົບ-ປອດໄພ.
ໂອກາດນີ້, ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ- ສັງຄົມຂອງແຂວງ ໄລຍະ 6 ເດືອນ ຕົ້ນປີ 2026 ວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫລາຍຕົວໃນລະດັບ 5,1%, ການເກັບລາຍຮັບເຂົ້າງົບປະມານໄດ້ 63% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍໄດ້ 36% ຂອງແຜນການປີ, ການຜະລິດພືດ-ຜັກ ແລະ ສະບຽງອາຫານສາມາດກຸ້ມພາຍໃນແຂວງ; ການກ່ໍສ້າງ-ປັບປຸງເສ້ັນທາງສາຍຕ່າງໆ ແລະ ກັນຕາຝັ່ງເຈື່ອນແຕ່ລະຈຸດ ລ້ວນແຕ່ມີຄວາມຄືບໜ້າເປັນກ້າວໆ; ໄດ້ເອົາໃຈໃສ່ພັດທະນາ-ປັບປຸງຄຸນນະພາບການສຶກສາ ແລະ ການບໍລິການສາທາລະນະສຸກໃຫ້ດີຂ້ຶນ, ທັງໄດ້ພັດທະນາບັນດາແຫລ່ງທ່ອງທ່ຽວໃນທົ່ວແຂວງ ເພື່ອດຶງດູດນັກທ່ອງທ່ຽວ; ສໍາເລັດການປະກາດສ້າງຕັ້ງຕາແສງພາຍໃນແຂວງ ທັງໝົດ 23 ຕາແສງ, ພ້ອມທັງລົງຊຸກຍູ້ສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ເພີ່ມບົດບາດການນໍາພາຂອງຄະນະກໍາມະການ ປົກຄອງຕາແສງ ແລະ ສໍາເລັດການມອບ-ຮັບອຸປະກອນ-ງົບປະມານທ່ີສູນກາງປະກອບໃຫ້ຕາແສງຕ່າງໆ.
ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ ໄປຕິດຕາມຊຸກຍູ້ການບໍລິການ, ການກວດກາຄົນ-ສິນຄ້າເຂົ້າ-ອອກເມືຶອງ ແລະ ການປັບປຸງພື້ນຖານໂຄງລ່າງດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL