ຂປລ
ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.
ຂປລ. ເນ້ືອໃນສານໄດ້ລະບຸວ່າ: ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນອິນໂດເນເຊຍ ເພື່ອນມິດທຸກຖ້ວນໜ້າເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.
ຂ້າພະເຈົ້າຮູ້ສຶກປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າຕະຫລອດໄລຍະ 8 ທົດສະວັດທ່ີຜ່ານມາ, ອິນໂດເນເຊຍ ຍາດໄດ້ຜົນງານອັນໃຫຍ່ຫລວງໃນການສ້າງສາພັດທະນາປະເທດຊາດ, ຊຸກຍູ້ການພັດທະນາເສດຖະກິດ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ກໍຄື ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນ ໃກ້ຊິດລະຫວ່າງລາວ-ອິນໂດເນ ເຊຍ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ໃນຄອບຄົວອາຊຽນຂອງພວກເຮົາຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນ້ີ, ຂໍອວຍພອນໃຫ້ທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງທ່ານ ແລະ ປະຊາຊົນອິນໂດເນເຊຍ ເພື່ອນມິດຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາ ຖາວອນສືບຕໍ່ໄປ.
ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງທ່ານ ສຸກີໂອໂນ ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດອິນໂດເນເຊຍ ຄົບຮອບ 81 ປີ ເຊັ່ນດຽວກັນ.
KPL