ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານ ຄະນະກຳມະການປົກຄອງແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ລົງຕິດຕາມເບ່ິງສະພາບນ້ຳຖ້ວມ, ຈຸດເສຍຫາຍ ແລະ ຜົນກະທົບຢູ່ຕາມ ຈຸດຕ່າງໆຕາມບ້ານຂອງປະຊາຊົນ ຢູ່ເຂດແຄມນ້ຳເຊບັ້ງໄຟ ເມືອງໄຊບູ ລີ ໃນວັນທີ 14 ສິງຫາ 2026 ພ້ອມ ທັງມອບເຄື່ອງຊ່ວຍເຫລືອຈຳນວນ ໜຶ່ງໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ດັ່ງກ່າວ ແລະ ເງິນ 100 ລ້ານກີບ ໃຫ້ເມືອງໄຊບູລີ ໄວ້ແຮສຸກເສີນ ເພື່ອ ນຳໃຊ້ໃນວຽກງານຕ້ານໄພພິບັດ ໃນຄັ້ງນີ້.
ຄະນະກຳມະການຄຸ້ມຄອງໄພ ພິບັດ ເມືອງໄຊບູລີ ລາຍງານວ່າ: ໃນລະຫວ່າງວັນທີ 4 ຫາ 13 ສິງຫາ 2026 ໄດເ້ກີດມີຝົນຕົກໜັກ ເຮັດໃຫ້ລະດັບນໍ້າເຊບັ້ງໄຟ, ເຊ ນ້ອຍ ມີລະດັບນໍ້າສູງຂຶ້ນຫລາຍ ແລະ ມີທ່າອ່ຽງເພີ່ມຂຶ້ນຈຶ່ງເຮັດໃຫ້ ມີນໍ້າຖ້ວມນາ ແລະ ເຮືອນຂອງ ປະຊາຊົນ 2.992 ຄອບຄົວ ກວມ ເອົາ 29 ບ້ານ ທີ່ໄດ້ຮັບຜົນກະທົບ ຊຶ່ງເບື້ອງຕົ້ນໄດ້ຮັບຜົນກະທົບ ມີ ເສັ້ນທາງ ແລະ ຂົວ ເສຍຫາຍ 5 ແຫ່ງ, ຜົນເສຍຫາຍດ້ານເນື້ອທີ່ນາ ຖືກຖ້ວມ 4.251 ເຮັກຕາ, ໜອງປາ ເສຍຫາຍ 99 ໜອງ, ໂຮງຮຽນຖືກ ນ້ຳຖ້ວມ 4 ແຫ່ງ ມີໂຮງຮຽນປະຖົມ ແລະ ອະນຸບານບ້ານກ້າງປາ, ບ້ານ ຫາດຊາຍສູງ, ບ້ານບຶງເຊ ແລະ ໂຮງຮຽນປະຖົມ ແລະ ອະນຸບານ ບ້ານດ້າງສະຫວັນ, ນໍ້າຖ້ວມເຮືອນ ປະຊາຊົນ ມີ 14 ບ້ານ, ປະຊາຊົນ ອອກໄປຢູ່ຈຸດລົບໄພຊົ່ວຄາວຈໍາ ນວນ 2 ບ້ານຄື: ບ້ານ ຊຽງໄຄ ແລະ ບ້ານ ແກ້ງແວງ, ມີ 32 ຄອບຄົວ ຈຳນວນ 68 ຄົນ ເຂ້ົານອນສູນ ແລະ ໄປອາໄສຢູ່ນຳພີ່ນ້ອງ ຈໍານວນ 68 ຄອບຄົວ ມີ 165 ຄົນ.
ໃນການລົງຕິດຕາມສະພາບນ້ຳ ຖ້ວມໃນຄັ້ງນີ້ ໄດ້ຕິດຕາມເບິ່ງຕາມ ຈຸດຕ່າງໆ ເລີ່ມຈາກບ້ານຕົ້ນແຫນ, ບ້ານບຶງເຊ, ຫາດຊາຍສູງ, ກ້າງປາ, ແກ້ງໂພສີ ທີ່ປະຊາຊົນພວມເອົາເປົາ ດິນປ້ານຕ້ານນ້ຳເຊ ທີ່ກຳລັງຈະ ລົ້ນຄູກັ້ນນ້ຳ ໄຫລເຂົ້າຫາເນື້ອທີ່ນາ ຂອງປະຊາຊົນ ຊ່ຶງການນຳແຂວງ ກໍໄດ້ມອບນ້ຳດື່ມ, ໝີ່ ແລະ ປ໋ອງປາ ໃຫ້ປະຊາຊົນໃນແຕ່ລະຈຸດ. ບາງ ບ່ອນກໍໄດ້ຂີ່ເຮືອ, ຂີ່ລົດໄຖ ເພື່ອໄປ ຢ້ຽມປະຊາຊົນໃນບ້ານທີ່ລົດເຂົ້າໄປ ບໍ່ເຖິງ, ພ້ອມນີ້, ຍັງໄດ້ໄປເບິ່ງບ້ານສະກອງ, ພັກເພື້ອ, ສົມສະອາດ, ຫ້ວຍແຮ່, ຫ້ວຍຖ້ຳຮຽງ ເຂດບ້ານ ໜອງເຮືອທອງ ທີ່ກຳລັງຈະກໍ່ສ້າງ ຂົວເບຕົງ.
ໃນການລົງຕິດຕາມສະພາບ ນ້ຳຖ້ວມໃນຄັ້ງນີ້, ປະຊາຊົນຍັງໄດ້ ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຮັດປະຕູນ້ຳເພື່ອຕ້ານແລ້ງຕ້ານ ຖ້ວມ ຊຶ່ງໃນປັດຈຸບັນ, ນ້ຳເຊບັ້ງໄຟ ໄດ້ໄຫລເຂົ້າມາຕາມສາຍຫ້ວຍແຮ່ ຖ້ວມເນື້ອທີ່ນາຂອງປະຊາຊົນ 2 ພັນ ກວ່າເຮັກຕາ.
ໂອກາດນີ້, ທ່ານ ຄຳຜຸຍ ສີບຸນ ເຮືອງ ຍັງໄດ້ເນັ້ນໃຫ້ການນຳເມືອງ ໄຊບູລີ ສົມທົບກັບອຳນາດການ ປົກຄອງບ້ານ ພ້ອມກັນເຝົ້າລະວັງ ຕະຫລອດເວລາ ແລະ ຕ້ອງເປັນ ເຈົ້າການໃນການລະວັງພະຍາດ ທີ່ມາກັບນ້ຳ ແລະ ຫລັງນ້ຳລົງ ເພື່ອໃຫ້ປະຊາຊົນມີຄວາມປອດໄພ ຫ່າງໄກຈາກພະຍາດ, ພາຍຫລັງນ້ຳ ຫລຸດລົງ ພາກສ່ວນທີ່ກ່ຽວຂ້ອງຈະ ລົງມາຕິດຕາມອີກໃນຈຸດທີ່ກຳລັງ ສ້າງຂົວເບຕົງ ຂ້າມຫ້ວຍແຮ່.
ສຳລັບແຂວງສະຫວັນນະເຂດ ຕາມການລາຍງານຂອງຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ແຂວງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 4 -11 ສິງຫາ 2026 ໄດ້ເກີດມີສະ ພາບຝົນຕົກໜັກ, ເຮັດໃຫ້ມີ 8 ເມືອງ 1 ນະຄອນ ທ່ີໄດ້ຮັບຜົນກະທົບມີ: ເມືອງຈຳພອນ, ໄຊບູລີ, ນະຄອນ ໄກສອນ ພົມວິຫານ,ອາດສະພອນ, ຊົນນະບູລີ, ທ່າປາງທອງ, ສອງ ຄອນ, ນອງ, ວິລະບູລີ ທີ່ຖືກຜົນ ກະທົບຈາກໄພພິບັດນ້ຳຖ້ວມ ເປັນ ຕົ້ນ ດ້ານເສັ້ນທາງຄົມມະນາຄົມເປ່ ເພເສຍຫາຍ, ຖືກຕັດຂາດລະຫວ່າງ ບ້ານຕໍ່ບ້ານ ຈໍານວນ 58 ເສັ້ນ, ຂົວ 8 ແຫ່ງ ແລະ ຕາຝັ່ງເຈື່ອນ 1 ແຫ່ງ.
KPL