ປະທານຄະນະກວດກາສູນກາງພັກ ຕິດຕາມສະພາບນໍ້າຖ້ວມຢູ່ແຂວງຄຳມ່ວນ

21/08/2026 09:47
ຂປລ ວັນທີ 19 ສິງຫາ 2026, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບນ້ຳຖ້ວມ ຢູ່ແຂວງຄຳມ່ວນ.

     ຂປລ.  ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍການນຳຂອງແຂວງ, ພະແນກການຂັ້ນແຂວງ, ການນໍາຂັ້ນເມືອງເຂົ້າຮ່ວມຕ້ອນຮັບ.

     ການລົງພື້ນທີ່ຄັ້ງນີ້, ໄດ້ຕິດຕາມເບ່ິງສະພາບນ້ຳຖ້ວມຢູ່ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ. ສຳລັບເມືອງຫີນບູນ ມີບ້ານທ່ີໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 54 ບ້ານ, ກວມ 54% ຂອງຈໍານວນບ້ານໃນທົ່ວເມືອງ, ມີ 3.294 ຄອບຄົວ, ພົນລະເມືອງ 15.132 ຄົນ, ຍິງ 8.173 ຄົນ ທີ່ໄດ້ຮັບຜົນກະທົບ. ນອກນີ້, ຍັງມີເນື້ອທີ່ນາປີຖືກນໍ້າຖ້ວມ 2.999 ເຮັກຕາ, ສວນມັນຕົ້ນ 199,1 ເຮັກຕາ, ສວນຢາງພາລາ 231,1 ເຮັກຕາ ແລະ ພື້ນຖານໂຄງລ່າງເປັນຕົ້ນເສັ້ນທາງ, ລະບົບຊົນລະປະທານ, ໄຟຟ້າ ແລະ ໂຮງຮຽນຈໍານວນໜຶ່ງທີ່ຖືກນໍ້າຖ້ວມ. ສ່ວນຜົນເສຍຫາຍແມ່ນຍັງບ່ໍສາມາດປະເມີນໄດ້ ເນ່ືອງຈາກສະພາບນໍ້າຢູ່ໃນຫລາຍເຂດຍັງບໍ່ທັນບົກແຫ້ງ. ສ່ວນຢູ່ເມືອງຫີນບູນຄະນະຍັງລົງຢ້ຽມຢາມ ແລະ ຕິດຕາມຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບ້ານວັງຫົວປາທ່ີເປັນອີກ 1 ບ້ານ ທີ່ໄດ້ຮັບຜົນກະທົບໜັກ ຊຶ່ງບ້ານວັງຫົວປາ ປະກອບມີ 126 ຄອບຄົວ, ພົນລະເມືອງ 598 ຄົນ, ຍິງ 320 ຄົນ, ມີເນື້ອທີ່ນາຖືກນ້ໍາຖ້ວມ 50 ເຮັກຕາ, ເນື້ອທີ່ປູກມັນ ຕົ້ນ 1 ເຮັກຕາ, ເນື້ອທີ່ປູກຢາງພາລາ 15 ເຮັກຕາ. ຈາກນ້ັນ ກໍສືບຕ່ໍເດີນທາງຕິດຕາມສະພາບນ້ຳຖ້ວມ ຢູ່ເມືອງເຊບັ້ງໄຟ ຊຶ່ງໄດ້ຢ້ຽມຢາມສູນອົບພະຍົບຊົ່ວຄາວ ຢູ່ບ້ານແກ້ງແປ ລວມມີ 2 ບ້ານຄື: ບ້ານແກ້ງແປ ແລະ ບ້ານທ່າຄໍ້, ມີ 75 ຄອບຄົວທີ່ໄດ້ຍົກຍ້າຍມາຢູ່ທີ່ສູນດັ່ງກ່າວ. ການລົງຕິດຕາມສະພາບນ້ຳຖ້ວມໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມໃສ່ໃຈຂອງການນຳຂັ້ນສູນກາງ ແລະ ການນຳຂອງແຂວງຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ. ພ້ອມນີ້, ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ປັດໄຈຈໍານວນໜຶ່ງໃຫ້ແກ່ບ້ານວັງຫົວປາ ແລະ ສູນອົບພະຍົບຊົ່ວຄາວບ້ານແກ້ງແປ ເພື່ອແຈກຢາຍໃຫ້ແກ່ປະຊາຊົນ.

     ໂອກາດນ້ີ, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງ 2 ຈຸດ ໃຫ້ມີການຄ້ົນຄວ້າປຶກສາຫາລືວາງແຜນໃນການພື້ນຟູການຜະລິດພາຍຫລັງທີ່ນໍ້າບົກແຫ້ງ ເພື່ອທົດແທນຜົນຜະລິດທ່ີເສຍຫາຍໄປຈາກໄພນ້ໍາ ຖ້ວມ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ຂຶ້ນແຜນຄວາມຕ້ອງການທາງດ້ານແນວພັນພືດແລ້ວສະເໜີຫາຂະແໜງການຂັ້ນເມືອງ, ຂັ້ນແຂວງຄົ້ນຄວ້າ ແລະ ຕອບສະໜອງຕາມຄວາມເໝາະສົມ, ເອົາໃຈໃສ່ຕິດຕາມກ່ຽວກັບພະຍາດທ່ີອາດຈະເກີດຂ້ຶນຈາກໄພນໍ້າຖ້ວມ, ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພ່ືອຄວາມເປັນລະບຽບຮຽບຮ້ອຍ ແລະ ເອົາໃຈໃສ່ຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມພາກັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໄປໄດ້ດ້ວຍດີ.

KPL

ຂ່າວອື່ນໆ

ads
ads

Top