ຂປລ
ທ່ານ ກາເຈັນດຣາ ຊິງທ໌ ເຊັກຮາວັດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ກະຊວງການທ່ອງທ່ຽວ ຂອງອິນເດຍ ໄດ້ປະກາດ ໃນກອງປະຊຸມຖະແຫລງຂ່າວ ຂອງກອງປະຊຸມລັດຖະມົນຕີ ກະຊວງການທ່ອງທ່ຽວ ຂອງປະເທດ ສະມາຊິກບຣິກສ໌ ທີ່ຈັດຂຶ້ນຢູ່ນະຄອນໄຈປູ ຂອງອິນເດຍ
ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 21 ສິງຫານີ້, ທ່ານ ກາເຈັນດຣາ ຊິງທ໌ ເຊັກຮາວັດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ກະຊວງການທ່ອງທ່ຽວ ຂອງອິນເດຍ ໄດ້ປະກາດ ໃນກອງປະຊຸມຖະແຫລງຂ່າວ ຂອງກອງປະຊຸມລັດຖະມົນຕີ ກະຊວງການທ່ອງທ່ຽວ ຂອງປະເທດ ສະມາຊິກບຣິກສ໌ ທີ່ຈັດຂຶ້ນຢູ່ນະຄອນໄຈປູ ຂອງອິນເດຍວ່າ: ກອງປະຊຸມສຸດຍອດບຣິກສ໌ ຈະຈັດຂຶ້ນຢູ່ນະຄອນຫລວງນິວແດນລີ ຂອງອິນເດຍ ໃນກາງເດືອນກັນຍາໜ້ານີ້, ທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ຈະເປັນປະທານກອງປະຊຸມ. ຮອດເວລານັ້ນ,ອິນເດຍ ຈະມອບໜ້າທີ່ປະເທດປະທານໝູນວຽນ ຂອງບຣິກສ໌ ສຳລັບ ປີໜ້າໃຫ້ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL