ນາຍົກລັດຖະມົນຕີ ຊີ້ນຳວຍກງານ ຢູ່ຕາແສງປຸ່ງນາໜູນ ເມືອງຫ້ວຍຊາຍ

21/08/2026 09:19
ຂປລ ໃນວັນທີ 19 ສິງຫາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ຕາແສງປຸ່ງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ; ມີທ່ານປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຫ້ວຍຊາຍ ແລະ ປະຊາຊົນພາຍໃນຕາແສງດ່ັງກ່າວ ໃຫ້ການຕ້ອນຮັບ.

        ຂປລ.ຕາແສງປຸ່ງນາໜູນເປັນໜຶ່ງໃນ 6 ຕາແສງ ທີ່ຂຶ້ນກັບອົງການປົກຄອງເມືອງຫ້ວຍຊາຍ, ສ້າງຕ້ັງຂຶ້ນໃນວັນທີ 20 ພຶດສະພາ 2026, ມີພະນັກງານປະຈໍາຫ້ອງການຕາແສງ 14 ທ່ານ, ຕັ້ງຢູ່ຫ່າງຈາກເທສະບານເມືອງຫ້ວຍຊາຍ 31 ກິໂລແມັດ, ມີເນື້ອທີ່ທັງໝົດ 8.700 ກວ່າກິໂລຕາແມັດ, ປະກອບມີ 19 ບ້ານ, 3.453 ຫລັງຄາເຮືອນ, 4.151 ຄອບຄົົວ, ມີພົນລະເມືອງ 19.351 ຄົນ, ປະຊາຊົນສ່ວນໃຫຍ່ ຢຶດຖືອາຊີບປູກຝັງ-ລ້ຽງສັດ ແລະ ເຮັດການບໍລິການ- ຄ້າຂາຍ ເປັນສຳຮອງ, ມີເນື້ອທີ່ທຳການຜະລິດ 1.900 ກວ່າເຮັກຕາ, ມີບ້ານພັດທະນາ 16 ບ້ານ, ໄດ້ຮັບຮອງເປັນຈຸດສຸມຕົວເມືອງນ້ອຍໃນຊົນນະບົດ 1 ບ້ານຈຸດສຸມ, ທຸກບ້ານພາຍໃນຕາແສງແມ່ນໄດ້ຮັບຮອງເປັນບ້ານວັດທະນະທຳ ແລະ ບ້ານສາທາລະນະສຸກແບບຢ່າງ, ມີໂຮງຮຽນມັດທະຍົມສົມບູນ 1 ແຫ່ງ, ໂຮງຮຽນມັດທະຍົມຕົ້ນ 1 ແຫ່ງ, ໂຮງຮຽນປະຖົມສົມບູນ ແລະ ອະນຸບານ 17 ແຫ່ງ.

        ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ວຽກງານຈຸດສຸມຂອງຕາແສງບາງດ້ານເປັນຕົ້ນເພີ່ມທະວີການສຶກສາອົບຮົມການເມືອງ- ແນວຄິດຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍກຳແໜ້ນສະພາບການພາຍໃນຕາແສງໃຫ້ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ສືບຕໍ່ເຕົ້າໂຮມຄວາມສາມັກຄີຂອງປະ ຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ; ຈັດຕ້ັງຜັນຂະຫຍາຍມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈ້ົາຕົນເອງໃນໄລຍະໃໝ່ສູ່ວຽກງານຕົວຈິງຢູ່ຮາກຖານຕາມທ່າແຮງບົ່ມຊ້ອນຢ່າງແຂງແຮງ ແລະ ປະກົດຜົນເປັນຈິງ ໂດຍມີແຜນການ-ແຜນງານອັນລະອຽດ, ມີການມອບຄວາມຮັບຜິດຊອບ ແລະ ມີຄາດໝາຍສໍາເລັດ; ເປັນເຈົ້າການ ແລະ ມີສ່ວນຮ່ວມໃນການປົກປັກຮັກສາ ແລະ ປັບປຸງສ້ອມແປງເສັ້ນທາງຢູ່ທ້ອງຖິ່ນຂອງຕົນໃຫ້ຫລາຍຂຶ້ນເພື່ອເຮັດໃຫ້ການເດີນທາງໄປມາ ມີຄວາມສະດວກ; ເອົາໃຈໃສ່ຄຸ້ມຄອງ ແລະ ກວດກາຄືນການນຳໃຊ້ທີ່ດິນ ແຕ່ລະປະເພດໃຫ້ໄປຕາມແຜນຈັດສັນ ກໍຄື ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ; ປັບປຸງການຈັດຕັ້ງຕາແສງທັງວຽກພັກ ແລະ ລັດ ຕາມໂຄງປະກອບການຈັດຕ້ັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດເຄື່ອນໄຫວວຽກງານມີຄວາມໂລ່ງລ່ຽນຢ່າງຕໍ່ເນື່ອງ; ກະກຽມດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະບັນດາຄາດໝາຍທີ່ຍັງຕ້ອງໄດ້ສູ້ຊົນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເກີດໝາກຜົນຕົວຈິງ; ຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆໃຫ້ບຸກຄະລາກອນຂັ້ນຕາແສງ ແລະ ບ້ານ, ລວມທັງກາຝຶກອົບຮົມຄວາມຮູ້ທາງດ້ານເຕັນິກຕ່າງໆໃຫ້ແກ່ປະຊາຊົນ; ພ້ອມກັນພັດທະນາຕາແສງປຸ່ງນາໜູນ ໃຫ້ກາຍເປັນທ້ອງຖິ່ນທີ່ໝັ້ນຄົງ, ປະຊາຊົນມີຊີວິດການເປັນຢູ່ນັບມ້ື ດີຂຶ້ນ.

    ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນຈຳນວນໜຶ່ງ ເພ່ືອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕາແສງດັ່ງກ່າວ, ພ້ອມທັງເດີນທາງໄປຢ້ຽມຢາມໂຮງງານປຸງແຕ່ງຢາງພາລາຂອງ ບໍລິສັດ ລາວ-ຈີນເຊິນຊິງ ຈໍາກັດ ຜູ້ດຽວ ທີ່ບ້ານນໍ້າເດື່ອ ເມືອງຫ້ວຍ ຊາຍ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ

ads
ads

Top