ຂປລ
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານຊ່ວຍເຫລືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 18 ສິງຫາ 2026 ຢູ່ແຂວງວຽງຈັນ.
ຂປລ. ໂດຍການເປັນປະທານ ຂອງທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ (ຄຊກລ) ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທ່ີຕົກຄ້າງຢູ່ ສປປ ລາວ, ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ບຸນເພັງ ສີສະຫວັດ ໄດ້ກ່າວວ່າ: ການຈັດຕັ້ງຜັນຂະຫຍາຍວຽກງານການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ (ລບຕ), ຫ້ອງການ ຄຊກລ ໄດ້ເປັນເຈົ້າການໃນການຕິດຕາມ ແລະ ຊຸກຍູ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ເປັນຕົ້ນການຈັດຕັ້ງປະຕິບັດແຜນກິດຈະກຳການປະຈຳປີ ໃຫ້ບັນລຸຄາດໝາຍຕາມຈຸດປະສົງຢ່າງມີປະສິດທິພາບ ແລະ ປະສິດທິຜົນໂດຍອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ແຜນຍຸດທະສາດແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໄລຍະ 2021- 2030 (ເສັ້ນທາງກ້າວສູ່ຄວາມ ປອດໄພ III) ແລະ ເປົ້າໝາຍການພັດທະນະແບບຍືນຍົງທີ 18.
ໄລຍະຜ່ານມາ, ການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຕິດພັນກັບການຊ່ວຍເຫລືອຜູ້ຖືກເຄາະ ຮ້າຍຈາກ ລບຕ ມີຫລາຍດ້ານໄດ້ຮັບໝາກຜົນສໍາເລັດເປັນທີ່ໜ້າພໍໃຈ ໂດຍສະເພາະແມ່ນການປ່ິນປົວດ້ານການແພດ ແລະ ຢ່ຽວຢາຈິດໃຈຄອບຄົວຜູ້ເສຍຊີວິດ (ການຊ່ວຍເຫລືອ ແລະ ຟື້ນຟູສະພາບຈິດໃຈ), ການຟື້ນຟູດ້ານໜ້າທ່ີການ, ການສົ່ງເສີມການຝຶກອົບຮົມວິຊາຊີບ ແລະ ສ້າງເສດຖະກິດຄອບຄົວ, ການໃຫ້ຄໍາປຶກສາດ້ານສຸຂະພາບຈິດ, ການປັບປຸງນະໂຍບາຍກອງທຶນປິ່ນປົວຂອງ ສ ອາເມລິກາ ສໍາລັບຜູ້ເຄາະຮ້າຍຈາກລະເບີດບ່ໍທັນແຕກທ່ີຕົກຄ້າງຢູ່ ສປປ ລາວ, ການຮ່າງແຜນຍຸດທະສາດການຊ່ວຍເຫລືອຜູ້ຖືກເຄາະຮ້າຍໃນຂະແໜງການແກ້ໄຂບັນຫາລະເບີດບ່ໍທັນແຕກທ່ີຕົກຄ້າງຢູ່ ສປປ ລາວ 2027-2030 ແລະ ອື່ນໆ.
ກອງປະຊຸມໄດ້ນໍາສະເໜີນະໂຍບາຍກອງທຶນຊ່ວຍເຫລືອດ້ານການແພດຂອງ ສ ອາເມລິກາ; ສໍາລັບຜູ້ຖືກເຄາະຮ້າຍຈາກລະບີດບ່ໍທັນແຕກທີ່ຕົກຄ້າງຢູ່ ສປປ ລາວ; ຮ່ວມກັນທົບທວນແຜນຍຸດທະສາດ, ວຽກງານຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ໂຄສະນາສຶກສາຄວາມສ່ຽງຈາກ ລບຕ ປີ 2027-2030. ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາກ່ຽວກັບສິ່ງທ້າທາຍ ໂດຍສະເພາະການເຂ້ົາເຖິງບໍລິການສາທາລະນະສຸກ, ການສະໜອງອຸປະກອນຄໍ້າຊູ ແລະ ການສ້າງໂອກາດທາງດ້ານເສດຖະກິດໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ. ທັງນີ້, ກໍເພ່ືອເປັນເອກະພາບໃນການສ້າງແຜນດຳເນີນງານທີ່ລະອຽດ, ເພີ່ມທະວີການລະດົມແຫລ່ງທຶນ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ເພ່ືອຮັບປະກັນໃຫ້ຜູ້ເຄາະຮ້າຍຈາກ ລບຕ ທຸກຄົນໄດ້ຮັບການຊ່ວຍເຫລືອຢ່າງທົ່ວເຖິງ ແລະ ຍືນຍົງ.
ຂ່າວ-ພາບ: ຢ່າຕົ້ງ
KPL