ອັດຕະປື ສຳມະນາວິທະຍາສາດ ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ

18/08/2026 02:02
Email Print 2165
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສຳມະນາວິທະ ຍາສາດ ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 - 13 ສິງຫາ 2026) ຈັດຂຶ້ນໃນວັນທີ13 ສິງຫາ 2026 ທີ່ຫໍປະຊຸມໃຫຍ່ ຂອງແຂວງ ໂດຍມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງ, ຜູ້ຊີ້ນນຳວຽກງານການ ເມືອງແນວຄິດ ພັກ-ພະນັກງານ, ທ່ານ ກົງຈັກ ສີສະຫວາດ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ອັດຕະປື ພ້ອມດ້ວຍພະແນກການ ອ້ອມຂ້າງແຂວງ, ກຳລັງ ປກສ -ປກຊ, ອະດີດພະນັກງານການ ນຳ, ພະນັກງານອາວຸໂສບໍານານ ແລະ ວິຊາການອ້ອມຂ້າງແຂວງ ເຂົ້າຮ່ວມ.

ທ່ານ ກົງຈັກ ສີສະຫວາດ ໄດ້ ກ່າວວ່າ: ການສໍາມະນາວິທະຍາ ສາດ ເປັນຄັ້ງທຳອິດໄຂຂຶ້ນພາຍໃຕ້ ໃນຫົວຂໍ້ “ຍົກສູງຄຸນນະພາບ  ວຽກງານສື່ມວນຊົນ ຢູ່ແຂວງ ອັດຕະປື ໃນເງື່ອນໄຂໃໝ່”. ເລີ່ມ ແຕ່ປີ 2025 ເປັນຕົ້ນມາ ປະຕິບັດ ຕາມມະຕິຂອງພັກ ກ່ຽວກັບການ ປັບປຸງ ກົງຈັກການຈັດຕັ້ງ ຊຶ່ງໄດ້ ໂອນວຽກງານສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ  ແມ່ນບາດກ້າວການຫັນປ່ຽນສູ່ຄຸ ນະພາບໃໝ່ຢ່າງແຂງແຮງ ເພື່ອ ຮັບປະກັນ ການນໍາພາ-ຊີ້ນໍາຢ່າງ ໃກ້ຊິດ ເດັດຂາດ ໂດຍກົງ ແລະ  ຮອບດ້ານ. ດັ່ງນັ້ນ, ສໍາມະນາວິທະ ຍາສາດໃນລະດັບແຂວງຄັ້ງນ້ີ  ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ  ທາງດ້ານທິດສະດີ ແລະ ພຶດຕິກຳ  ຢູ່ຂັ້ນທ້ອງຖິ່ນເຮົາ, ຈຸດປະສົງສໍາ ຄັນ ເພື່ອຢາກໄດ້ການສະໜັບສະໜູນ ທາງດ້ານສະຕິປັນຍາ ກຳນົດທິດ ຊອກຊ່ອງທາງ ເພື່ອຍົກສູງຄຸນນະ ພາບ ພັດທະນາວຽກງານສື່ມວນ ຊົນ ຢູ່ແຂວງອັດຕະປື ໃນເງື່ອນໄຂ ໃໝ່ ແນໃສ່ເຮັດໃຫ້ພະນັກງານ ນໍາພາ-ຄຸ້ມຄອງ, ນັກຮົບສື່ມວນຊົນ  ແລະ ເພື່ອນຮ່ວມງານ ກຳແໜ້ນ ແນວທາງ, ທັດສະນະ, ຫລັກການ,  ທິດທາງ, ວິທີການ ແລະ ສ້າງເງື່ອນ ໄຂທີ່ສອດຄ່ອງ ຊຸກຍູ້ວຽກງານສ່ື ມວນຊົນຢູ່ທ້ອງຖິ່ນ ໃຫ້ຂະຫຍາຍ ຕົວ ຄຽງຄູ່ສະພາບການປ່ຽນແປງ ວຽກງານສື່ມວນຊົນໂລກ ໃນ ປັດຈຸບັນ.

ໃນກອງປະຊຸມ, ທ່ານ ຊີບປະ ໄຊ ສົງປະເສີດ ຮອງຫົວໜ້າຄະນະ ໂຄສະນາອົບຮົມແຂວງ ໄດ້ຜ່ານ ບົດສໍາມະນາ ໃນຫົວຂ້ໍ້ “ຍົກສູງ ຄຸນນະພາບ ວຽກງານສື່ມວນຊົນຢູ່ແຂວງອັດຕະປື ໃນເງື່ອນໄຂໃໝ່” ຊຶ່ງຕະຫລອດໄລຍະຜ່ານມາສື່ມວນ ຊົນແຂວງ ໄດ້ເປັນເຈົ້າການໃນການ ໂຄສະນາ ຕອບໂຕ້ ນະໂຍບາຍຫັນ ປ່ຽນໂດຍສັນຕິຂອງສັດຕູ, ຕີຖອຍ  ຖ້ອຍທໍານອງບິດເບືອນ ໃສ່ຮ້າຍ ປ້າຍສີ ຂອງຄົນບໍ່ດີ ແລະ ອິດທິ ກຳລັງປໍລະປັກຕໍ່ການນໍາພາຂອງ ພັກ-ລັດພາຍໃນແຂວງ ກໍຄືໝາກ ຜົນໃນການພັດທະນາແຂວງເປັນ ຕົ້ນ ການຟື້ນຟູໄພພິບັດ; ການແກ້ໄຂ ບັນຫາຊາຍແດນ; ການຂຸດຄົ້ນແຮ່ ທາດ, ການແກ້ໄຂບັນຫາທ່ີດິນ ແລະ  ອື່ນໆ ຊຶ່ງຄົນບໍ່ດີ ໄດ້ພະຍາຍາມສ້າງ ຂ່າວບິດເບືອນຄວາມຈິງ, ຂ່າວ ປອມ ພ້ອມທັງຄຳຄິດເຫັນກ່ຽວກັບ  ສິດທິມະນຸດດ້ານສື່ມວນຊົນ, ສ່ື ມວນຊົນແຂວງໄດ້ເຮັດໜ້າທີ່ ດ້ວຍ ຄວາມຮັບຜິດຊອບໃນການນໍາພາ ຫາງສຽງສັງຄົມ, ສ້າງຄວາມຮັບຮູ້,  ຄວາມເຂົ້າໃຈໃຫ້ປະຊາຊົນຢ່າງ ຖືກຕ້ອງ, ວ່ອງໄວ, ເປັນລະບົບ ແລະ  ຕໍ່ເນື່ອງ. ພ້ອມນີ້, ກອງປະຊຸມຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງ ເປັນພື້ນຖານໃຫ້ການຍົກສູງພາລະ ບົດບາດ ແລະ ສ້າງການຫັນປ່ຽນ ຂອງວຽກງານສື່ມວນຊົນຢູ່ແຂວງ ອັດຕະປື ໃນເງື່ອນໄຂໃໝ່ ໃນ ປັດຈຸບັນ. 

ຂ່າວ: ວົງສະໄໜ ສີວີໄລ

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top